ລົດໄຟຄວາມໄວສູງ ອາດນໍາປະໂຫຍດ ຫລາຍອັນ ມາໃຫ້ລາວ ແຕ່ບາງຄົນກໍຍັງ ມີຄວາມເປັນຫ່ວງ ຢູ່ຫລາຍດ້ານ

Your browser doesn’t support HTML5

ການເຮັດ​ວຽກຂອງກໍາມະກອນລາວໃນການເທເບຕົງ ສໍາລັບໂຄງການສ່າງທາງລົດໄຟລາວ-ຈີນ ຢູ່ເຂດເມືອງຫີນເຫີບ (ວີດິໂອຖ່າຍໂດຍທ່ານບົວພັນ ອ່ອນຈັນເມື່ອມໍ່ໆ ມານີ້)

ໃນ​ລາຍ​ການ​ພິ​ເສດມື້​ນີ້ ທາງວີ​ໂອ​ເອ​ຈະນໍາເອົາລາຍງານທີ່ສະແດງໃຫ້ເຫັນທັດສະນະ
ຫລືມຸມມອງທີ່ແຕກຕ່າງກັນກ່ຽວກັບລົດໄຟຄວາມໄວສູງລາວ-ຈີນ ທີ່ກໍາລັງດໍາເນີນການ
ກໍ່ສ້າງຢູ່ນັ້ນຈາກບາງຄົນໃນທັງພາກລັດ ແລະໃນພາກເອກກະຊົນ. ພວກເຮົາມາຟັງລາຍ
ງານນີ້ຈາກນັກຂ່າວຂອງພວກເຮົານໍາກັນ ເບິ່ງເນາະວ່າມຸມມອງຂອງບັນດາຄົນເຫລົ່ານີ້
ຈະເປັນແນວໃດ. ເອົ໊າໄປຟັງພ້ອມກັນເລີຍ.

Your browser doesn’t support HTML5

ເຊີນຟັງມຸມມອງທີ່ແຕກຕ່າງກັນກ່ຽວກັບເລື້ອງທາງລົດໄຟຄວາມໄວສູງລາວ-ຈີນ

ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ມີ​ມູນ​ຄ່າ 6 ຕື້​ໂດ​ລາ ທີ່ໄດ້ເລີ້ມລົງມືສ້າງແຕ່ທ້າຍປີ 2016 ນັ້ນ
ໄດ້ຮັບສຽງ​ສະ​ໜັບສະ​ໜຸນຈາກທັງເຈົ້າ​ໜ້າ​ທີ່​ໃນ​ທັງພາກ​ລັດ ແລະຈາກຄົນຢູ່ໃນ​ພາກ
​ເອ​ກະ​ຊົນຢ່າງ​ຫລວງ​ຫລາຍ. ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ວ່າການຕ່າງ
ປະເທດໃຫ້​ຄຳເຫັນ​ວ່າ ການ​ທີ່​ມີ​ລົດ​ໄຟ​ຄວາມ​ໄວ​ສູງ​ເຊື່ອມ​ຕໍ່​ຈາກ​ພາກ​ໃຕ້​ຂອງ​ຈີນ
ຫາ​ນະ​ຄອນຫລວງ ວຽງ​ຈັນ ນັ້ນ​ຈະ​ເຮັດ​ໃຫ້​ລາວ​ກາຍ​ເປັນສ່ວນ​ນຶ່ງ ຂອງໂຄງການ ນຶ່ງ
ແລວທາງ-ນຶ່ງເສັ້ນທາງ (One Belt-One Road) ທີ່ລິເລີ່ມໂດຍທ່ານສີ ຈິ້ນຜິງປະທານ
ປະເທດຈີນນັ້ນ ຊຶ່ງມັນ​ຈະສົ່ງຜົນດີແກ່ການພັດທະນາຂອງລາວໃນ​ອາ​ນາ​ຄົດ.

ກໍາມະກອນລາວທີ່ຈ້າງໂດຍທ່ານບົວພັນເພື່ອປປະກອບສ່ວນ ສ້າງທາງລົດໄຟໃນເຂດ ເມືອງຫີນເຫີບ

​ໃນ​ຂະ​ນະ​ທີ່​ການກໍ່​ສ້າງ​ທາງ​ລົດ​ໄຟ​ກຳ​ລັງ​ດຳ​ເນີນ​ໄປ​ຢູ່ນີ້ ກໍ​ມີປະ​ຊາ​ຊົນທ້ອງ​ຖິ່ນຈຳ​ນວນ
​ນຶ່ງໂດຍ​ສະ​ເພາະ​ແມ່ນ​ຢູ່​ໃນ​ຂະ​ແໜງ​ການກໍ່​ສ້າງບອກວ່າເຂົາເຈົ້າໄດ້​ຮັບ​ຜົນປະ​ໂຫຍດ​ຈາກ
​ໂຄງ​ການ​ທາງ​ລົດ​ໄຟ​ທີ່ໄດ້​ຮັບ​ທຶນກູ້​ຢືມ, ພ້ອ​ມ​ທັງໃຊ້ອຸ​ປະ​ກອນ​ແລະເຕັກ​ນິກ​ທັງ​ໝົດຈາກ​ຈີນ
​ນີ້ແລ້ວ. ເຊັ່ນທ່າ​ນ​ ບົວ​ພັນ ອ່ອນ​ຈັນ, ຢູ່​ເມືອງ​ສັງ​ທອງ, ນະ​ຄອນ​ຫລວງວຽງ​ຈັນ ​ທີ່​ຮັບ​ເໝົາ​ເທ
​ເບ​ຕົງ​ກັນ​ເຈື່ອນ​ໃຫ້​ແກ່​ໂຄງການດັ່ງ​ກ່າວຢູ່ຊ່ວງ​ໄລ​ຍະ​ບ້ານ​ຫີນ​ປິດ, ເມືອງ​ຫີນ​ເຫີບມາໄດ້ 2 ປີ
ແລ້ວນັ້ນ ຢືນ​ຢັນ​ຜ່ານ​ການ​ໃຫ້​ຄຳສຳ​ພາດ​ກັບ​ວີ​ໂອ​ເອ​ວ່າ
“ດຽວນີ້ຄົນຂ້ອຍ ທີ່ຮັບໃຊ້ແຮງງານຂ້ອຍ ປັດຈຸບັນນີ້ ປະມານ 100 ຄົນໜີ້ນະ. ບໍ່ແມ່ນ
ປະມານ ຕັ້ງ 100 ຄົນ ເລີຍ. 100 ຄົນໜີ້ ມັນຈະມີຢູ່ 4 ໜ່ວຍງານ ທີ່ຮັບຜິດຊອບຕໍ່ຂ້ອຍ
ຫັ້ນນາ. 4 ໜ່ວຍງານຫລະເຮົາກໍຈະແບ່ງຈັດທີມກັນເນາະ. ບາງທີມກາຈະເຮັດມື້ເວັນ
ຫລະກາ ບາງທີມທີ່ຖືກມື້ເທຫັ້ນນາ ເຮົາຈະເອົາພວກທີ່ພັກກາງເວັນຫັ້ນມາເຮັດມື້ຄືນ.
ມັນສະຫລັບ ສັບປ່ຽນກັນໄປນະໃນແຕ່ລະມື້. ກາງຄືນນີ້ ແມ່ນສໍາລັບແຕ່ມື້ໃດທີ່ເທເບຕົງ
ຖ້າມື້ໃດບໍ່ໄດ້ເທກາບໍ່ໄດ້ເຮັດ.”

ການຈ້າງງານນີ້ ກໍໄດ້ສ້າງລາຍໄດ້ໃຫ້ແກ່ກໍາມະກອນລາວໃນທ້ອງຖິ່ນ ຊຶ່ງທ່ານບົວພັນ​ກ່າວ
ຕໍ່​ວີ​ໂອ​ເອເຖິງ​ຄ່າ​ຕອບ​ແທນ​ແຮງ​ງານ ແລະສະ​ພາບການ​ເຮັດ​ວຽກ​ຂອງ​ກຳ​ມະ​ກອນນັ້ນວ່າ
“ເຮົາຈະໄລ່ເປັນມື້ ແຕ່ວ່າເດືອນນຶ່ງ ເຮົາກໍຈ່າຍເທື່ອນຶ່ງ. ສົມມຸດວ່າ ແຮງງານກໍາມະກອນ
ສົດໆ ນີ້ ຂ້ອຍຈະຈ້າງມື້ລະ 80,000 ເນາະ. ຄັນຊ່າງກາມື້ລະແສນ ເຖິງແສນຊາວ. ໝົດ
ເດືອນແລ້ວພວກເຮົາຈຶ່ງຈ່າຍ. ພວກເຮົາຈະຕັດບັນທຶກວັນທີ 25 ແຕ່ລະເດືອນ ແລ້ວຮອດ
ວັນທີ 30 ພວກເຮົາກໍເບີກເລີຍ. ແລ້ວເຂົ້ານໍ້າລະແມ່ນພວກເຮົາເປັນຜູ້ລ້ຽງ. ພວກເຮົາ
ລ້ຽງ 3 ຄາບເລີຍ. ພວກກໍາມະກອນໜີ້ ກໍບໍ່ແມ່ນພວກໃກ້ຄຽງ, ຜູ້ໃດມາສະໝັກງານພວກ
ເຮົາກໍຮັບເອົາ. ພວກເຮົາກໍປະກາດໄປທົ່ວ ຜູ້ໃດມີຄວາມສາມາດຢາກມາເຮັດກໍາມະກອນ
ກາມາໄດ້ຫັ້ນນາ. ພວກເຮົາບໍ່ຈໍາກັດ. ບາງຄົນມັນມາກໍບໍ່ກຸ້ມຮອດທິດ. ມາກໍສູ້ຄວາມຮ້ອນ
ຄວາມນັ້ນບໍ່ໄດ້ເຂົາເຈົ້າກໍບໍ່ເຮັດ, ຜູ້ມັນມັກສະບາຍຫັ້ນນາ. ບາງຄົນກໍສູ້ ເປັນປີ ສອງປີນໍາ
ຂ້ອຍກໍມີແລ້ວ. ອັນຢູ່ປະຈໍາຫັ້ນມນັຈະມີສ່ວນໜ້ອຍ. ສ່ວນຫລາຍມາຢູ່ຮອດເດືອນ ສອງ
ເດືອນແລ້ວກໍກັບໄປເຮັດ ເຮັດນາ ກາມີ. ບາງເທື່ອພວກນັກຮຽນຍາມປິດໂຮງຮຽນແລ້ວ
ເຂົາເຈົ້າກາມາເຮັດ. ແຕ່ລະຝົນສວ່ນຫລາຍພວກເຮົາກໍພັກ, ມັນເຮັດບໍ່ໄດ້ເດ່.”

ກໍາມະກອນລາວ ເຮັດວຽກໃນຕອນກາງຄືນຢູ່ເຂດເມືອງຫີນເຫີບ

ແຕ່ວ່າບໍ່ແມ່ນໃຜກໍເຫັນວ່າໂຄງການນີ້ໄດ້ສ້າງວຽກເຮັດງານທໍາຢ່າງຫລວງຫລາຍ ບໍ່ສົມກັບວ່າ
ລາວໄດ້ຢືມເງິນມາສ້າງຢ່າງຫລວງຫລາຍ. ໃນນັ້ນລວມກໍລວມມີສະມາຊິກສະພາແຫ່ງຊາດທ່ານ
ນຶ່ງ ຄືທ່ານ​ຄຳ​ສຸກ ບຸນ​ຍະ​ວົງ ສ​ະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດລາວຈາກ​ແຂວງຜົ້ງ​ສາ​ລີ ​ກັບເວົ້າວ່າ
ໂຄງ​ການລົດ​ໄຟໃນ​ລາວທີ່​ມີ​ລະຍະ​ທາງ 417 ກິ​ໂລ​ແມັດນີ້ເຖິງ​ແມ່ນ​ວ່າ​ຈະ​ຕ້ອງ​ການ​ກຳ​ມະກອນ
​ຫລາຍກວ່າ 30 ພັນ​ຄົນກໍ​ຕາມ ແຕ່ທ່ານບໍ່​ແນ່​ໃຈວ່າມັນ​ຈະ​ຊ່ວຍສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະ
​ຊາ​ຊົນ​ໄດ້ຫລາຍເທົ່າ​ໃດ ຊຶ່ງທ່ານຕັ້ງ​ຄຳ​ຖາມໃນ​ກອງ​ປະ​ຊຸມ​ສະ​ພາຄັ້ງ​ນຶ່ງເມື່ອມໍ່ໆ​ມານີ້​ວ່າ:
“​ມາ​ຮອດ​ປັດ​ຈຸ​ບັນມີ​ແຮງ​ງານ​ຕ່າງ​ປະ​ເທດ​ເຂົ້າ​ມາ​ແລ້ວ 19,000 ກວ່າຄົນ​ ແຕ່​ວ່າແຮງ​ງານ
​ລາວ​ມີ​ພຽງ​ແຕ່ 2,135 ຄົນ​ເທົ່າ​ນັ້ນ ເປັນ​ແຮງ​ງານ​ທີ່​ບໍ່​ກ່ຽວ​ຂ້ອງ​ກັບ​ໂຄງການ​ທາງ​ລົດ​ໄຟ
ທັ່ງໆ​ທີ່​ວ່າ​ນັກ​ຮຽນຈົບ​ວິ​ສະ​ວະ​ກຳ​ຂົວ​ທາງ​ສິ່ງ​ແວດ​ລ້ອມແລະ​ອື່ນໆມັນ​ກະ​ກ່ຽວ​ພັນ​ກັບ​ໂຄງ
​ການ​ນີ້ ແຕ່​ແຮງ​ງານ​ລາວ​ພຽງ​ແຕ່​ເປັນຂັບ​ລົດເອົາ​ສື່ໆ ແຕ່​ແຮງ​ງານ ​ຫຼື​ວ່າ​ນັກຮຽນ​ຈົບ​ມາ ​ບໍ່
​ໄດ້​ເຂົ້າ​ໄປ​ເຮັດ​ວຽກຢູ່​ໃນ​ຂົງ​ເຂດ​ນີ້ ແຕ່​ພາຍ​ຫຼັງ 2021 ໂຄງ​ການ​ຈະ​ສຳ​ເລັດແລະ​ແຮງ​ງານ
​ຈະ​ມາ​ຄຸ້ມ​ຄອງ​ທາງ​ລົດ​ໄຟ​ປະ​ມານ
3,000 ຄົນອັນ​ນີ້​ລັດຖະ​ບານ​ກຽມ​ແນວ​ໃດ​ແລ້ວ.”.”

​ຕໍ່ສ​ະພາບ​ການດັ່ງ​ກ່າວນີ້ ກໍ​ມີປະ​ຊາ​ຊົນ​ບາງ​ຄົນ​ເຫັນສະພາບການ​ເປັນເຊັ່ນດຽວກັນກັບທີ່ທ່ານ
ຄໍາສຸກເວົ້າ. ດັ່ງ​ຊາວ​ຂາຍຢູ່​ນະ​ຄອນ​ຫລວງວຽງ​ຈັນຄົນ​ນຶ່ງທີ່ບໍ່​ປະ​ສົງ​ອອກນາມບອກວ່າ ທ່ານ​
ຍອມ​ຮັບ​ວ່າມີ​ຄົນ​ລາວ​ຈຳ​ນວນ​ນຶ່ງທີ່​ເປັນ​ແຮງ​ງານ ​ມີ​ສື​ມື​ອີ່​ຫລີ ໄດ້​ຮັບການ​ຈ້າງ​ງານຈາກ​ໂຄງ
​ການ​ທາງ​ລົດ​ໄຟນີ້ ແຕ່​ໂດຍ​ລວມ​ແລ້ວ​ການ​ຈ້າງ​ງານນັ້ນ​ແມ່ນມີ​ໜ້ອຍ ແລະ​ສະ​ພາບ​ການ​ອັນ​ນີ້ບໍ່
​ແມ່ນ​ເກີດ​ຂຶ້ນ​ ແຕ່ຢູ່​ໃນໂຄງ​ການ​ສ້າງ​ທາງ​ລົດ​ໄຟເທົ່າ​ນັ້ນ ແຕ່​ມີ​ຢູ່​ໃນ​ເກືອບ​ທຸກ​ໂຄງ​ການໃຫຍ່​ທີ່
​ຈີນ​ສຳ​ປະ​ທານຊຶ່ງ​ໃຫ້​ຂໍ້​ສັງ​ເກດ​ໂດຍອີງໃສ່ມຸມມອງສ່ວນຕົວ​ດັ່ງ​ນີ້:
“ເອົາ​ຄົນ​ຈີນ​ມາ​ໜີ້ນະ, ນັ​ບ​ຕັ້ງ​ແຕ່ບໍ່​ແຮ່, ນັບ​ຕັ້ງ​ແຕ່​ຂົບ​ຫີນ, ບໍ່ເວົ້າ​ແຕ່ລົດ​ໄຟ. ໂຄງ​ການ​ອີ່​ຫຍັງ
​ທີ່​ວ່າ​ຈີນ​ສຳ​ປະ​ທານ​ຫັ້ນ​ໜະ ລະ​ແມ່ນ​ເຮັດ​ຮົ້ວ​ຂຶ້ນ​ແລ້ວ ຄົນ​ທ້ອງ​ຖິ່ນ​ລະ​ແມ່ນ​ເຂົ້າ​ໄປ​ໃກ້​ບໍ່​ໄດ້
​ໂລດ. ອ່າ ມັນ​ຊິ​ເປັນ​ຈັ່ງ​ຊັ້ນ ແປ​ວ່າ ໃນ​ສັນ​ຍາ​ສຳ​ປະ​ທານ​ຫັ້ນກາ​ອ້າງວ່າ ກາ​ເວົ້າ​ດູ​ດີ​ຢູ່​ ວ່າ​ຈະ
​ໃຫ້​ຄົນ​ທ້ອງ​ຖິ່ນ​ມີ​ລາຍ​ໄດ້, ມີ​ວຽກ​ເຮັດ​ງານ​ທຳ​ຫັ້ນ​ນະເອີ. ແຕ່ບັດນີ້, ແຕ່ວ່າ ຜູ້ທີ່ຈະໄດ້ຜົນປະ
ໂຫຍດກໍຄືຈີນກັບໄທໜີ້ ກໍຈະສົ່ງສິນຄ້າຫາກັນ, ບໍ່ວ່າແຕ່ໄທຫລະ. ຈີນກັບໄທ, ຈີນກັບຫວຽດ
ໂດຍມາຜ່ານລາວຈັ່ງຊີ້ຫັ້ນນະ. ແຄ່ແບບວ່າລາວຫັ້ນເປັນ, ລາວນີ້ນະເປັນຜູ້ຢືມເງິນ 5 ພັນ
ລ້ານກວ່າໂດລາ. ຈີນຫັ້ນເປັນລູກໜີ້ ລະເຮົາຫັ້ນນະເປັນຜູ້ຢືມເງິນເຂົາແທ້ໆ ເຮົາຍັງຕ້ອງ
ເປັນເບ້ຍລ່າງຂອງຈີນອີກ. ເສຍປຽບໃຫ້ຈີນອີກ.”

​ເມື່ອຖາມ​ເຖິງ​ຜົນ​ປະໂຫຍດທີ່ປະຊາຊົນລາວຈະ​ໄດ້ມາ​ຈາກ​ການທີ່​ປະເທດໄດ້​ເຊື່ອມ​ຕໍ່ໃສ່​ຕະ
​ຫລາດ​ໃຫຍ່ໂດຍ​ທາງ​ລົດ​ໄຟໃນອະນາຄົນນັ້ນຜູ້​ກ່ຽວ​ໃຫ້ຄໍາເຫັນແບບສ່ວນຕົວດັ່ງ​ນີ້:
“ແຕ່ກີ້ຫັ້ນ ສິນຄ້າຫັ້ນມັນໃສ່ລົດບັນທຸກມາເນາະ ມັນກາຊິຍາກແດ່ ເລື້ອງມັນນິ. ແຕ່ເວລາ
ສິນຄ້າຈາກຈີນ, ຈາກຫວຽດ, ຈາກໄທ ເມື່ອມັນມີລົດໄຟແລ້ວໜີ້ນະ ຄົນລາວແຮ່ງຊິຊື້
ເຄື່ອງເຂົ້າມາປະເທດຫລາຍ ແລ້ວເງິນສະກຸນຕ່າງປະເທດຍິ່ງຊິອອກຕ່າງປະເທດຫລາຍ.
ເພາະຄົນລາວໜີ້ມັກໃນການຊື້ເດ້ເນາະ. ຊື້ບໍ່ແມ່ນລວຍໄດ໋. ຊື້ຍ້ອນຂີ້ຄ້ານຜະລິດຊື່ໆ ຫັ້ນ
ນະ. ໃນຂະນະການສົ່ງອອກໜີ້ ໝູ່ຫັ້ນນະຕັ້ງກໍາແພງ, ເງື່ອນໄຂໄວ້ຫລາຍໆ ສໍາລັບສິນຄ້າ
ເຮົາ. ແຕ່ວ່າເຮົາຫັ້ນນະ ກາມີແຕ່ມັກຊື້, ຊື້ໆ, ຊື້ ແລ້ວເງິນແຮ່ງຊິອອກຕ່າງປະເທດຫລາຍ
ເພາະມັນສະດວກເດ້ເນາະ.”

ແຕ່​ທ່ານຜູ້ນີ້​ກໍ​ເຫັນ​ວ່າ​ບັນຫາໃຫຍ່ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ກວ່ານັ້ນກໍ​ຄື​ບັນ​ຫາ​ໜີ້​ສິນ​ອັນຫລວງ​ຫລາຍ
​ທີ່ຈະຕົກມາເປັນພາລະຂອງຄົນລຸນຫລັງ ແລະເມື່ອສະ​ຫລຸ​ບ​ແລ້ວທ່ານ​ທີ່​ເປັນ​ຊາວ​ຄ້າ​ຂາຍ​ຄົນ
​ນີ້ບອກວ່າ
ບໍ່ຢາກໃຫ້ມີເລີຍທາງລົດໄຟຄວາມໄວສູງ, ຢາກໃຫ້ແປງທາງໜີ້ນະ. ຂະຫຍາຍທາງໄປ
ທາງເໜືອໜີ້ໃຫ້ມັນກວ້າງອອກ. ​ແລະກາທາງພາກໃຕ້ໜີເຮັດໃຫ້ເປັນ 4 ເລນ. ບໍ່ແມ່ນສອງ
ເລນປິ່ນໜ້າໃສ່ກັນແນວນີ້ແລ້ວ ລະລົດອຸບບັດເຫດຕະຫລອດ. ຢາກໃຫ້ເປັນ 4 ເລນແລ້ວ
ກາຜູ້ໄປກະໄປ ຄືຢູ່ທາງໄປອຸດອນຫັ້ນ 4 ເລນ. ທາງຝັ່ງໄປກາໄປ, ຝັ່ງມາກາມາ. ບໍ່ຕ້ອງທາງ
2 ເລນ ນີ້ຫລະລົດສວນທາງກັນລະ ອັນຕະລາຍຫລາຍ. ເທົ່ານີ້ກາພໍແລ້ວ. ບໍ່ຕ້ອງຈຳເປັນ
ນະ ລົດໄຟຄວາມໄວສູງ. ຂະໜາດລົດໄຟລາງຄູ່ແບບທຳມະດາຄືໄທມີ ສີ່ຫ້າສິບປີກ່ອນໜີ້
ເຮົາກາຍັງບໍ່ເຮັດ ເຮົາຊິກ້າວໄປຫາຄວາມໄວສູງແລ້ວ. ຈັກຊິດູແລຈັ່ງໃດນໍ້ .”