ການເຈລະຈາເພື່ອປັກປັນເຂດແດນ ລະຫວ່າງ ລາວກັບກຳປູເຈຍ ສືບຕໍ່ໃນເຂດຂັດແຍ້ງກັນ ຊຶ່ງຄິດເປັນ 14 ເປີເຊັນ ຂອງເຂດແດນທັງໝົດ ພາຍໃຕ້ຫລັກການຂອງການເຈລະຈາ ແລະຕົກລົງກັນດ້ວຍສັນຕິວິທີ.
Your browser doesn’t support HTML5
ເຊີນຟັງລາຍງານ ການເຈລະຈາ ເພື່ອປັກປັນເຂດແດນ ລະຫວ່າງ ລາວກັບກຳປູເຈຍ ສືບຕໍ່ ໃນເຂດຂັດແຍ້ງກັນ ທີ່ເຫຼືອຢູ່ 14 ເປີເຊັນ
ທ່ານສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ຖະແຫລງຢືນຢັນວ່າ ການເຈລະຈາປັກປັນເຂດຊາຍແດນ ລະຫວ່າງ ລາວກັບກຳປູເຈຍ ໄດ້ຄືບໜ້າໄປແລ້ວ ຄິດເປັນ 86 ເປີເຊັນ ຂອງເຂດແດນທັງໝົດ ລະຫວ່າງ 2 ປະເທດ ຈຶ່ງຍັງເຫຼືອເຂດແດນພຽງ 14 ເປີເຊັນ ເທົ່ານັ້ນ ທີ່ຄະນະກຳມາທິການຊາຍແດນຮ່ວມ ລະຫວ່າງ ລາວກັບກຳປູເຈຍ ຈະສືບຕໍ່ການເຈລະຈາເພື່ອຕົກລົງກັນໃຫ້ໄດ້ ພາຍໃຕ້ຫລັກການຂອງການເຈລະຈາ ແລະຕົກລົງກັນດ້ວຍສັນຕິວິທີ ກໍຄືຈຸດໃດທີ່ຕົກລົງກັນບໍ່ທັນໄດ້ ກໍໃຫ້ຂ້າມໄປຈຸດທີ່ຕົກລົງກັນໄດ້ກ່ອນ ດັ່ງທີ່ ທ່ານສະເຫຼີມໄຊ ໄດ້ໃຫ້ການຢືນຢັນວ່າ:
“ມາເຖິງປັດຈຸບັນນີ້ ສະພາບກໍຄືຖືວ່າ ປົກກະຕິ ພວກເຮົາກໍໄດ້ມີກົນໄກການປຶກສາຫາລື 2 ຝ່າຍ ອັນນັ້ນ ກະແມ່ນຄະນະກຳມາທິການຮ່ວມຊາຍແດນ ລາວ-ກຳປູເຈຍ : ກຳປູເຈຍ-ລາວ ປັດຈຸບັນນີ້ ພວກເຮົາກະສຳເລັດແລ້ວ 86 ເປີເຊັນ ຍັງເຫຼືອ 14 ເປີເຊັນ ທີ່ຈະຕ້ອງໄດ້ແກ້ໄຂ ຈຸດໃດທີ່ພວກເຮົາຍັງຕົກລົງກັນບໍ່ທັນໄດ້ ພວກເຮົາກະສືບຕໍ່ປຶກສາຫາລື ຈຸດໃດທີ່ສາມາດຕົກລົງກັນໄດ້ ພວກເຮົາກະດຳເນີນການເລີຍ.”
ໂດຍອີງຕາມຖະແຫລງການຮ່ວມ ລະຫວ່າງ ລັດຖະບານລາວ ກັບກຳປູເຈຍ ທີ່ຈັດທຳຂຶ້ນໃນໂອກາດການເດີນທາງໄປຢ້ຽມຢາມປະເທດກຳປູເຈຍ ຢ່າງເປັນທາງການໂດຍ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ຕາມການເຊີນຂອງ ທ່ານຮຸນ ເຊັນ ນາຍົກລັດຖະມົນຕີກຳປູເຈຍ ໃນວັນທີ 12-13 ກັນຍາ 2019 ຜ່ານມາ ນາຍົກລັດຖະມົນຕີທັງສອງ ໄດ້ຕົກລົງຮ່ວມກັນຢ່າງຄັກແນ່ວ່າ ໃຫ້ຖືເອົາຈຸດຊາຍແດນທີ່ບໍລິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນຈຸດຊາຍແດນຄົງຄ້າງ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ດັ່ງນັ້ນ ຈຶ່ງເຫັນດີ ບໍ່ໃຫ້ມີກຳລັງທະຫານຂອງຝ່າຍໃດຢູ່ໃນບໍລິເວນດັ່ງກ່າວ ທັງບໍ່ໃຫ້ມີປະຊາຊົນອາໄສຢູ່ຫຼືບໍ່ໃຫ້ດຳເນີນກິດຈະກຳໃດໆ ແລະໃຫ້ມີການກວດກາຮ່ວມກັນທັງທາງບົກ ທາງນ້ຳ ແລະທາງອາກາດ ໂດຍການກວດການັ້ນ ກໍສາມາດດຳເນີນການໄດ້ ດ້ວຍການໃຊ້ກຳລັງຄົນ ແລະການໃຊ້ເຮືອບິນບໍ່ມີຄົນຂັບ (Drone) ພ້ອມກັນນີ້ ທັງສອງຝ່າຍ ກໍຍັງຈະຮ່ວມກັນຮ່າງສົນທິສັນຍາວ່າດ້ວຍການກຳນົດເສັ້ນຊາຍແດນ ແລະການປັກຫລັກໝາຍຊາຍແດນ ລະຫວ່າງກັນ ໃຫ້ສຳເລັດໂດຍໄວອີກດ້ວຍ.
ກອງທັບປະຊາຊົນລາວ ແລະກອງທັບແຫ່ງຣາຊະອານາຈັກກຳປູເຈຍ ໄດ້ຕົກລົງພ້ອມກັນ ຖອນກຳລັງທະຫານຂອງທັງສອບຝ່າຍ ອອກຈາກຈຸດຊາຍແດນຄົງຄ້າງ ທີ່ຕິດຕໍ່ລະຫວ່າງເຂດເມືອງມູນລະປະໂມກ ແຂວງຈຳປາສັກ ກັບເມືອງຈອມກະສານ ແຂວງພະວິຫານ ເມື່ອວັນທີ 29 ສິງຫາ 2019 ທີ່ຜ່ານມາ.
ກ່ອນໜ້ານີ້ ກອງທັບປະຊາຊົນລາວ ແລະກອງທັບແຫ່ງຣາຊະອານາຈັກກຳປູເຈຍ ໄດ້ຕົກລົງພ້ອມກັນ ຖອນກຳລັງທະຫານຂອງທັງສອບຝ່າຍ ອອກຈາກຈຸດຊາຍແດນຄົງຄ້າງ ທີ່ຕິດຕໍ່ລະຫວ່າງເຂດເມືອງມູນລະປະໂມກ ແຂວງຈຳປາສັກ ກັບເມືອງຈອມກະສານ ແຂວງພະວິຫານ ເມື່ອວັນທີ 29 ສິງຫາ 2019 ທີ່ຜ່ານມາ ຫລັງຈາກທີ່ກຳລັງທະຫານຂອງທັງສອງຝ່າຍ ໄດ້ປະເຊີນໜ້າກັນຢູ່ໃນພື້ນທີ່ດັ່ງກ່າວ ເປັນເວລາເກືອບ 2 ສັບປະດາ ທັງຍັງຖືເປັນສາເຫດສຳຄັນທີ່ເຮັດໃຫ້ທ່ານຮຸນ ເຊັນ ໄດ້ເຊື້ອເຊີນໃຫ້ທ່ານທອງລຸນ ເດີນທາງໄປຢ້ຽມຢາມກຳປູເຈຍ ໃນເດືອນກັນຍາ 2019 ດັ່ງກ່າວ.
ທັງນີ້ ໂດຍເຂດຊາຍແດນທີ່ຂັດແຍ້ງກັນ ລະຫວ່າງ ລາວກັບກຳປູເຈຍ ທີ່ແກ້ງຕໍມໍຄອຍ ກັບຫ້ວຍຕະເງົາ ເປັນຊາຍແດນ ລະຫວ່າງ ເມືອງສະໜາມໄຊ ແຂວງອັດຕະປື ແລະເມືອງແສນປາງ ແຂວງສະຕຶງແຕຣັງຂອງກຳປູເຈຍ ມີເນື້ອທີ່ກວ້າງເຖິງ 550 ກິໂລແມັດມົນທົນ ຊຶ່ງທາງການທັງ 2 ຝ່າຍ ໄດ້ອ້າງເຂດແດນໂດຍຖືຕາມແຜນທີ່ ທີ່ແຕກຕ່າງກັນ ແລະຝ່າຍກຳປູເຈຍ ຍັງໄດ້ກໍ່ສ້າງທາງເຂົ້າມາໃນເຂດດັ່ງກ່າວດ້ວຍນັ້ນ ຈຶ່ງເກີດການຂັດແຍ້ງ ແລະເກີດການປະເຊີນໜ້າກັນທາງທະຫານ ນັບແຕ່ເດືອນສິງຫາ 2017 ເປັນຕົ້ນມາ.
ທາງການລາວ-ກຳປູເຈຍ ໄດ້ຕົກລົງກ່ຽວກັບຊາຍແດນໃນປີ 1995 ແລະເລີ້ມການສຳຣວດຕົວຈິງ ໃນປີ 2000 ໃນປັດຈຸບັນ ສາມາດປັກຫລັກໝາຍຊາຍແດນຮ່ວມກັນໄດ້ແລ້ວ 121 ຫລັກໃນໄລຍະທາງ 465 ກິໂລແມັດ ຄິດເປັນ 86 ເປີເຊັນ ຂອງຊາຍແດນທີ່ມີໄລຍຍະທາງຍາວ 535 ກິໂລແມັດ ພາຍໃຕ້ຫລັກການທີ່ຮັບຮູ້ເຂດແດນທີ່ອີງຕາມແຜນທີ່ ມາດຕາສ່ວນ 1 ຕໍ່ 100,000 (ປີ 1933) ຫລັກການສາກົນກ່ຽວກັບການຂີດເສັ້ນຊາຍແດນ ຫລັກການຄຸ້ມຄອງສືບທອດກັນມາຂອງປະຊາຊົນ ຫລັກການຂອງຄວາມສະເໝີພາບ ຫລັກການເຄົາລົບໃນສິດ ແລະຜົນປະໂຫຍດ ທີ່ເປັນເອກະພາບກັນຢ່າງສົມບູນ.