ທາງການລາວ ຈະແກ້ໄຂລັດຖະທຳມະນູນ ການປົກຄອງທັງສະບັບ ໃຫ້ສຳເລັດ ໃນປີ 2025

  • ຊົງຣິດ ໂພນເງິນ

ບັນດາເຈົ້າໜ້າທີ່ ສະມາຊິກການນຳຂອງພັກປະຊາຊົນລາວ ແລະທັງເປັນສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດ.

ທາງການລາວ ຈະ​ແກ້ໄຂລັດຖະທຳ​ມະນູນ​ການປົກຄອງທັງ​ສະບັບ​ໃຫ້​ສຳ​ເລັດ ​ໃນ​ປີ 2025, ພາຍໃຕ້ເປົ້າໝາຍ​ເພື່ອ​ຮັບປະກັນ ​ແລະ​ເສີມສ້າງສະຖຽນລະພາບ​ທາງ​ການ​ເມືອງ​ຂອງ​ພັກໃຫ້ແຂງແກ່ນ.

Your browser doesn’t support HTML5

ທາງການລາວ ຈະແກ້ໄຂລັດຖະທຳມະນູນ ການປົກຄອງທັງສະບັບ ໃຫ້ສຳເລັດ ໃນປີ 2025

ສະມາຊິກສະພາແຫ່ງຊາດລາວເປີດເຜີຍວ່າ ຄະນະປະທານສະພາແຫ່ງຊາດລາວ ໄດ້ມອບໝາຍໃຫ້ຄະນະກໍາມາທິການກົດໝາຍ ​ເປັນ​ພາກສ່ວນຮັບຜິດຊອບໃນການສືກສາ​ ຄົ້ນຄວ້າ ​ແລະ ປະສານ​ງານ​ໃນ​ການ​ແກ້ໄຂລັດຖະທຳ​ມະນູນການປົກຄອງ​ໃຫ້ສຳເລັດທຸກສະບັບ ​ເພື່ອ​ຍື່ນ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ ​ແລະປະກາດ​ໃຊ້​ຢ່າງເປັນ​ທາງ​ການ​ໃຫ້ໄດ້ພາຍໃນ​ປີ 2025 ໂດຍມີເປົ້າໝາຍທີ່ສໍາຄັນເພື່ອເປັນການຮັບປະກັນ ແລະເສີມສ້າງ​ສະຖຽນລະພາບທາງ​ການ​ເມືອງ​ຂອງຊາດ ​ພາຍ​ໃຕ້​ການ​ນຳພາ​ອັນເຂັ້ມແຂງຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ​ຕໍ່ໄປຢ່າງຍາວ​ນານ ​ແລະ ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ໃນ​ປັດຈຸ​ບັນ ​ແລະອະນາຄົດ. ດັ່ງທີ່ສະມາຊິກ ສະພາແຫ່ງຊາດລາວໃຫ້ການຢືນຢັນວ່າ:

“ເວລາທີ່ກຳນົດລັດ​ຖະ​ທຳ​ມະ​ນູນ​ປີ 2015 ຫັ່ນ ແມ່ນຢູ່ໃນໄລຍະຂອງການຈັດຕັ້ງ​ປະ​ຕິ​ບັດ​ແນວທາງ​ປ່ຽນແປງ​ໃໝ່​ຂອງ​ພັກໃນໄລຍະນັ້ນ. ເຊິ່ງມາຮອດປັດຈຸບັນນີ້ເຫັນວ່າ ຄວາມຮຽກ​ຮ້ອງ​ຕ້ອງການໜ້າທີ່ການເມືອງຂອງ​ປະ​ເທດ​ພວກເຮົາ ໄດ້ສູງ​ຂື້ນກວ່າເກ່າ​ ​ເປັນ​ຕົ້ນແມ່ນການ​ພັດທະນາ​ເສດຖະກິດ ​ແລະສັງຄົມ​ ໃນ​ຍຸກການເຊື່ອມ​ໂຍງ ຍຸກ 4.0 ເຊິ່ງເປັນຍຸກທີ່ພວກເຮົາຕ້ອງ​ຍົກ​ສູງ​ລະດັບ​ການ​ພັດທະນາທາງ​ເສດຖະກິດ-ສັງຄົມໃຫ້ສູງຂື້ນ. ອັນນີ້ ແມ່ນບັນຫາສຳຄັນ.”

ທັ້ງນີ້ ໂດຍເນື້ອໃນສຳຄັນທີ່ຈະຖືກບັນຫຍັດເຂົ້າໃນລັດຖະທຳມະນູນສະບັບໃຫມ່ຂອງລາວນີ້ ຍັງຈະລວມບັນດາຂໍ້ກຳນົດກ່ຽວກັບເປົ້າໝາຍຂອງການພັດທະນາປະເທດໃນໄລຍະໃໝ່. ການພັດທະນາລະບົບເສດຖະກິດທີ່ເປັນເຈົ້າຕົນເອງ ​ແລະ ປະຕິ​ຮູບ​ໂຄງ​ສ້າງ​ອຳນາດທາງ​ການ​ເມືອງ​ຂອງ​ພັກ-ລັດ ທີ່​ຕອບ​ສະໜອງ​ໄດ້ເທົ່າທັນ​ກັບສະພາບການ ທັ້ງພາຍໃນ ແລະຕ່າງປະເທດ, ດັ່ງທີ່ ທ່ານຈະເລິນ ເຢຍປາວເຮີ, ຮອງປະທານສະພາແຫ່ງຊາດ ຖະແຫຼງຍືນຍັນວ່າ:

“ການ​ປັບປຸງ​ລັດຖະທຳ​ມະນູນ​ແຫ່ງ ສປປ ລາວ ຄັ້ງ​ນີ້ ແມ່ນ​ແນໃສ່ ອັນ​ທີ່ 1 ເພື່ອ​ສືບ​ຕໍ່​ຜັນ​ຂະຫຍາຍແນວທາງປ່ຽນແປງໃຫມ່ຢ່າງຮອບດ້ານ ມີ​ຫຼັກການຂອງພັກ, ເປັນຕົ້ນ ແມ່ນມະຕິຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍການສ້າງເສດຖະກິດເອກກະລາດ ເປັນເຈົ້າຕົນເອງໃນໄລຍະໃຫມ່, ອັນ​ທີ 2​ການປັບປຸງ​ບາງ​ບົດບັນຍັດທີ່​ກ່ຽວ​ກັບ​ລະບົບ​ອຳນາດແຫ່ງ​ລັດຂັ້ນ​ຕ່າງໆ ໃຫ້​ສອດຄ່ອງ​ກັບ​ໜ້າ​ທີ່​ການ​ເມືອງ​ຂອງ​ພັກ ແລະລັດ​ໃນ​ໄລຍະ​ໃໝ່, ອັນທີ 3 ລັດຖະທຳ​ມະນູນ​ສະບັບ​ໃໝ່ ຕ້ອງ​ສອດຄ່ອງ​ກັບ​ເນື້ອ​ໃນ​ພື້ນຖານ​ຂອງ​ໂຄງການ​ການ​ເມືອງ​ຂອງ​ພັກເຮົາໃນ​ໄລຍະ​ຕໍ່ໜ້າ.”

ແຕ່ແນວໃດກໍ່ຕາມ, ບັນຫາສຳຄັນທີ່ສຸດທີ່ປະຊາຊົນລາວບັນດາເຜົ່າໄດ້ສະແດງຄວາມຮຽກຮ້ອງຕ້ອງການໃຫ້ດຳເນິນການແກ້ໄຂ ແລະປັບປຸງຢ່າງຮີບດ່ວນທີ່ສຸດໃນເວລານີ້ ແມ່ນການຕັດສິນຄະດີຕ່າງໆ ໂດຍຄະນະຜູ້ພິພາກສາສານ ແລະການປະຕິບັດ​ໜ້າ​ທີ່​ຂອງ​ພະນັກງານ​ສານ​ທຸກ​ຂັ້ນ​ໃນ​ທົ່ວ​ປະ​ເທດ​ໃຫ້​ມີ​ຄວາມ​ໂປ່​ງ​ໃສ ​ແລະຍຸຕິ​ທຳ​ຢ່າງແທ້ຈິງ ເຊິ່ງມາດຕະການນຶ່ງທີ່ສາມາດປະຕິບັດໄດ້ທັນທີກໍ່ຄື ການກວດກາສາຍສຳພັນລະຫວ່າງຜູ້ພິພາກສາສານ ແລະພະນັກງານສານ ກັບຄູ່ຄວາມໃນຄະດີຕ່າງໆ, ລວມທັງການກວດກາຄໍາຮ້ອງຂອງຄູ່ຄວາມໃນຄະດີທີ່ກ່ຽວກັບການຄັດຄ້ານການແຕ່ງຕັ້ງຜູ້ພິພາກສາສານ ແລະພະນັກງານສານ ທີ່ຮັບຜິດຊອບໃນຄະດີຕ່າງໆດ້ວຍນັ້ນ ເພາະ​ຖື​ວ່າ ​ເປັນ​ມາດ​ຕະການ​ສຳຄັນ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ພົວພັນ​ກັນ​ໃນ​ທຸກ​ຄະດີ. ເຊິ່ງຍັງບໍ່ທັນໄດ້ປະຕິບັດຕົວຈິງເທື່ອ ຈຶ່ງເຮັດໃຫ້ປະຊາຊົນບໍ່ເຊື່ອໝັ້ນຕໍ່ລະບົບສານຍຸຕິທຳຂອງລາວນັ່ນເອງ.

ທັງນີ້ ປະຊາຊົນລາວໄດ້ພາກັນຕັ້ງຄຳຖາມຕໍ່ການປະຕິບັດໜ້າທີ່ຂອງຜູ້ພິພາກສາ ແລະເຈົ້າໜ້າທີ່ສານທຸກຂັ້ນເພິ່ມຂື້ນນັບມື້. ໂດຍ​ສະ​ເພາະ ​ແມ່ນ​ຄວາມຄວາມ​ສົງ​ໃສ​ກ່ຽວ​ກັບ​ການ​ຕັດ​ສິນ​ ແລະການດໍາເນີນຄະດີທີ່ບໍ່ໂປ່ງໃສ ແລະບໍ່ຍຸຕິທໍາ ລວມເຖິງການຈັດຕັ້ງປະຕິບັດຂະບວນການດ້ານຕຸລາການທີ່ບໍ່ມີປະສິດທິພາບ ແລະ ບໍ່ໄດ້ມາດຕະຖານສາກົນ, ສ່ວນພະນັກງານໄອຍະການ ກໍບໍ່ມີຄຸນນະພາບ ແລະປະຕິບັດໜ້າທີ່ບໍ່ໂປ່ງໃສ. ໂດຍເຫັນໄດ້ຈາກການທີ່ສາມາດບັງຄັບຄະດີຕາມການຕັດສິນຂອງສານໄດ້ພຽງ 5,47 ເປີເຊັນ ຂອງຄະດີອາຍາຈຳນວນທັງໝົດ 39,484 ຄະດີ, ແລະ 11,8 ເປີເຊັນ ຂອງຄະດີແພ່ງຈຳນວນທັງໝົດ 11,405 ຄະດີ ໃນໄລຍະ 1 ປີທີ່ຜ່ານມານີ້.