ທາງການລາວ ຢຶດສານເຄມີຕັ້ງຕົ້ນ ທີ່ໃຊ້ເປັນສ່ວນປະສົມຜະລິດຢາບ້າ ແລະໄອສ໌ ໄດ້ເກີນກວ່າ 93 ໂຕນ

  • ຊົງຣິດ ໂພນເງິນ

ມີການຢຶດສານເຄມີທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດໄດ້ຢ່າງຫລວງຫລາຍອີກດ້ວຍ ໂດຍສະເພາະແມ່ນສານເຄມີທີ່ເອີ້ນວ່າ ໂຊດຽມໄຊຍາໄນຕ໌ ທີ່ໄດ້ມີການລັກລອບຂົນສົ່ງຈາກໄທຜ່ານລາວ ໄປມຽນມາ.

ທາງກການລາວ ຢຶດສານເຄມີຕັ້ງຕົ້ນ ສຳລັບຜະລິດຢາບ້າ ແລະຢາໄອສ໌ ໄດ້ເກີນກວ່າ 93 ໂຕນ ໂດຍຢຶດໄດ້ຈາກແກັ່ງຄ້າຢາເສບຕິ ດທີ່ພົວພັນກັບແກັ່ງອາຊະຍາກອນຈີນ ທີ່ມີເຄືອຂ່າຍຢ່າງກວ້າງຂວາງ ຢູ່ໃນລຸ່ມແມ່ນ້ຳຂອງ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

Your browser doesn’t support HTML5

ຟັງລາຍງານທາງການລາວ ຢຶດສານເຄມີຕັ້ງຕົ້ນ ທີ່ໃຊ້ເປັນສ່ວນປະສົມຜະລິດຢາບ້າ ແລະໄອສ໌ ໄດ້ເກີນກວ່າ 93 ໂຕນ

ເຈົ້າໜ້າທີ່ຕຳຫຼວດຝ່າຍປາບປາມຢາເສບຕິດຂອງລາວ ເປີດເຜີຍວ່າ ການຮ່ວມມືໃນການປາບປາມການຄ້າຢາເສບຕິດ ໃນເຂດລຸ່ມນ້ຳຂອງ ລະຫວ່າງ ລາວ-ໄທ-ມຽນມາ-ຈີນ ໄດ້ເຮັດໃຫ້ສາມາດຈັບກຸມຜູ້ຕ້ອງຫາ ແລະຢຶດຢາເສບຕິດໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ແຕ່ກໍຍັງປາກົດມີການລັກລອບຂົນສົ່ງຢາເສບຕິດເພີ້ມຂຶ້ນນັບມື້ດ້ວຍເຊັ່ນກັນ ລວມທັງປາກົດມີການຜະລິດຢາເສບຕິດ ຊະນິດໃໝ່ໆຂຶ້ນອີກດ້ວຍ ເຊັ່ນການປະສົມລະຫວ່າງຢາໄອສ໌ກັບນສານທີ່ສະກັດຈາກກັນຊາ ຫຼືວ່າ ຢາໄອສ໌ ປະ ສົມກັບເຄື່ອງດື່ມຕ່າງໆທີ່ຢຶດໄດ້ຫລາຍຂຶ້ນ ໃນເຂດສາມຫຼ່ຽມຄຳທີ່ເປັນຊາຍແດນໃນແມ່ນ້ຳຂອງ ລະຫວ່າງ ມຽນມາ-ລາວ-ໄທນັ້ນ.

ພ້ອມກັນນັ້ນ ຍັງມີການຢຶດສານເຄມີທີ່ເປັນສ່ວນປະສົມໃນການຜະລິດຢາເສບຕິດໄດ້ຢ່າງຫລວງຫລາຍອີກດ້ວຍ ໂດຍສະເພາະແມ່ນສານເຄມີທີ່ເອີ້ນວ່າ ໂຊດຽມໄຊຍາໄນຕ໌ ແລະໄຮໂດຣ​ຄ​ລໍຣິກ ຫຼືກົດເກືອນັ້ນ ໄດ້ມີການລັກລອບຂົນສົ່ງຈາກໄທຜ່ານລາວ ໄປມຽນມາເພີ້ມຂຶ້ນຕະຫຼອດເວລາ ຊຶ່ງຫລ້າສຸດ ກໍມີລາຍງານວ່າ ທາງການຕຳຫຼວດແຂວງຫຼວງນ້ຳທາ ສາມາດສະກັດຈັບ ແລະຢຶດສານເຄມີດັ່ງກ່າວໄດ້ຫຼາຍກວ່າ 93 ໂຕນ ໃນຂະນະທີ່ກຳລັງລັກລອບຂົນສົ່ງ ຂ້າມນ້ຳຂອງຈາກລາວ ໄປມຽນມາ ໂດຍສານໂຊດຽມໄຊຍາໄນຕ໌ 1 ໂຕນນັ້ນ ສາມາດຜະລິດຢາບ້າໄດ້ 22 ລ້ານເມັດ ສ່ວນໄຮໂດຣຄລໍຣິກ 1 ໂຕນເປັນສ່ວນປະສົມໃນການຜະລິດຢາໄອສ໌ໄດ້ເກີນກວ່າ 2.6 ໂຕນ ຊຶ່ງເປັນສ່ວນປະສົມໃນການຜະລິດຢາບ້າໄດ້ເຖິງ 132 ລ້ານເມັດ ສ່ວນສາເຫດທີ່ເຮັດໃຫ້ແກັ່ງຄ້າຢາເສບຕິດສາມາດດຳເນີນການໄດ້ດັ່ງກ່າວ ເພາະວ່າ ມີເຄືອຂ່າຍກວ້າງຂວາງ ແລະມີການຈັດຕັ້ງເປັນແກັ່ງຂະໜາດໃຫຍ່ ທີ່ກໍ່ອາຊະຍາກຳໄດ້ໃນທຸກຮູບແບບ ໃນຂະນະທີ່ຕຳຫຼວດປາບປາມຢາເສບຕິດຂອງລາວ ກໍຍັງມີຂໍ້ຈຳກັດທັງໃນດ້ານບຸກຄະລາກອນ ແລະງົບປະມານນັ້ນ ຈຶ່ງເຮັດໃຫ້ຈະຕ້ອງໄດ້ຮັບການຊ່ອຍເຫຼືອຈາກຕ່າງປະເທດຫຼາຍຂຶ້ນ ໂດຍສະເພາະແມ່ນກຸ່ມອາຊຽນທີ່ຈະຕ້ອງມີການເສີມຂະຫຍາຍການຮ່ວມມືກັນຢ່າງໃກ້ຊິດຫຼາຍຂຶ້ນນັ້ນ ດັ່ງທີ່ ພົນເອກ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫລງຢືນຢັນວ່າ:

“ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການຕ້ານອາຊະຍາກຳຂ້າມຊາດໃນຍຸກໂລກາພິວັດ ເພື່ອເຮັດໃຫ້ຕຳຫຼວດອາຊຽນ ກາຍເປັນເວທີແຫ່ງການຮ່ວມມືທາງດ້ານວິຊາສະເພາະຕຳຫຼວດ ຂ້າພະເຈົ້າຂໍສະເໜີໃຫ້ຕຳຫຼວດອາຊຽນ ສືບຕໍ່ຢຶດໝັ້ນຄວາມເປັນອັນນຶ່ງອັນດຽວກັນ ຢຶດໝັ້ນຕໍ່ຄວາມພະຍາຍາມຮ່ວມກັນປ້ອງກັນ ແລະສະກັດກັ້ນ ຕ້ານອາຊະຍາກຳໂດຍສະເພາະແມ່ນການຄ້າຢາເສບຕິດ ສານເຄມີຕົ້ນທີ່ກຸ່ມອາຊະຍາກຳນຳໃຊ້ເປັນສ່ວນປະສົມຢາເສບຕິດ ແລ້ວກະການຄ້າມະນຸດ ແລະອື່ນໆ ເພີ້ມທະວີການຮ່ວມມື-ຊ່ອຍເຫຼືອຊຶ່ງກັນແລະກັນທາງດ້ານວຽກງານຕຳຫຼວດໃຫ້ຫຼາຍກວ່າເກົ່າ.”

ໂດຍສາເຫດສຳຄັນທີ່ເຮັດໃຫ້ລາວ ຈະຕ້ອງໄດ້ຮັບການຊ່ອຍເຫຼືອຈາກຕ່າງປະເທດເພີ້ມຂຶ້ນ ກໍເພາະວ່າ ຕຳຫຼວດປາບປາມຢາເສບຕິດຂອງລາວ ຍັງຂາດແຄນເຄື່ອງມື ແລະອຸປະກອນສື່ສານທີ່ທັນສະໄໝ ທັງຈະຕ້ອງໄດ້ຮັບການຝຶກອົບຮົມທາງດ້ານປະຕິບັດການສະໄໝໃໝ່ ເພື່ອໃຫ້ເທົ່າທັນກັບການເຄື່ອນໄຫວຂອງ ແກັ່ງອາຊະຍາກຳຂ້າມຊາດອີກດ້ວຍ ດັ່ງທີ່ນາຍພົນຕຳຫຼວດປາບປາມຢາເສບຕິດ ໃຫ້ການຢືນຢັນວ່າ:

“ການເຄື່ອນໄຫວເຮັດວຽກງານແກ້ໄຂບັນຫາຢາເສບຕິດ ພະນັກງານພວກເຮົາກະມີໜ້ອຍ ໃນການເຄື່ອນໄຫວແກ້ໄຂ ບາງທີກະແນ່ນອນການຄ່ອງແຄ່ວ ການເຮັດໜ້າທີ່ອັນນີ້ ແລະການເຂົ້າເຖິງເປົ້າໝາຍຈະເຂົ້າໄປຮອດຈຸດນີ້ ມັນຕ້ອງໄດ້ອຳພາງ ຕ້ອງໄດ້ເວົ້າແນວໃດມັນຈັ່ງເຂົ້າໄດ້ ອັນນີ້ພວກເຮົາກະຮັບວ່າ ຈະສືບຕໍ່ໃນການເສີມຂະຫຍາຍຈຸດນີ້ ພວກເຮົາກະໄດ້ຝຶກວຽກງານວິຊາສະເພາະໃຫ້ກັບພະນັກງານ ການຝຶກທັກສະວິຊາສະເພາະ ການຄ່ອງແຄ່ວໃນການເຂົ້າຫາເປົ້າໝາຍ ຫຼືການເຂົ້າຫາ-ຊອກຄົ້ນ-ກຳເປົ້າໝາຍນີ້ ເພື່ອວ່າເລັ່ງໃສ່ຈະໄປແກ້ ຍັງບໍ່ທັນໄດ້ເທົ່າທີ່ຄວນ.”

ທັງນີ້ ໂດຍນັບແຕ່ເດືອນທັນວາ 2011 ເຖິງເດືອນກໍລະກົດ 2023 ທາງການຕຳຫຼວດຈີນ-ມຽນມາ-ລາວ-ໄທ ໄດ້ຮ່ວມກັນປະຕິບັດການລາດຕະເວນທາງເຮືອໃນແລວແມ່ນ້ຳຂອງ ລະຫວ່າງ 4 ປະເທດມາແລ້ວ ຈຳນວນທັງໝົດ 134 ຄັ້ງ ແລະສຳລັບໃນຊ່ວງທີ່ມີປະຕິບັດການລາດຕະເວນ ກໍຈະເນັ້ນໜັກການແລກປ່ຽນຂໍ້ມູນຂ່າວສານດ້ານຢາເສບຕິດລະຫວ່າງກັນຢ່າງໃກ້ຊິດ ໂດຍສະເພາະໃນປີ 2022 ກະເຮັດໃຫ້ທາງການຕຳຫຼວດໄທ ສາມາດຈັບນັກຄ້າຢາເສບຕິດໄດ້ຫລາຍກວ່າ 1 ແສນຄົນ ແລະຢຶດຊັບຜູ້ຕ້ອງຫາໄດ້ກວ່າ 100,000 ລ້ານບາດ ສ່ວນທາງການລາວ ກໍສາມາດຈັບຕົວນັກຄ້າຢາເສບຕິດໄດ້ເຖິງ 13,935 ຄົນ ສ່ວນຢາເສບຕິດແລະສານເຄມີທີ່ຢຶດໄດ້ກໍມີນ້ຳໜັກລວມເກີນກວ່າ 180 ໂຕນ.