ລາວ ຕົກລົງພັດທະນາ ແລະເຊື່ອມຕໍ່ ການທ່ອງທ່ຽວ ຮ່ວມກັບ 3 ປະເທດເພື່ອນບ້ານ

ກອງປະຊຸມລະດັບຂັ້ນລັດຖະມົນຕີ ວ່າດ້ວຍການຮ່ວມມື ພັດທະນາການທ່ອງທ່ຽວ ແລະເຊື່ອມຕໍ່ລາຍການທ່ອງທ່ຽວ ຫຼື (Tour Package) ລະຫວ່າງ ລາວ ກັບ ຫວຽດນາມ ກຳປູເຈຍ ແລະ ມຽນມາ.

ທາງການລາວຕົກລົງພັດທະນາ ແລະເຊື່ອມຕໍ່ລາຍການທ່ອງທ່ຽວຮ່ວມກັບຫວຽດນາມ
ມຽນມາ ແລະກຳປູເຈຍ ໂດຍແນໃສ່ການດຶງດູດເອົາຊາວຕ່າງຊາດ ໃຫ້ເດີນທາງເຂົ້າມາ
ທ່ອງທ່ຽວ ໃນ 4 ປະເທດຫຼາຍຂຶ້ນ.

Your browser doesn’t support HTML5

ເຊີນຟັງລາຍງານ ລາວ ຕົກລົງພັດທະນາ ແລະເຊື່ອມຕໍ່ ການທ່ອງທ່ຽວ ຮ່ວມກັບ 3 ປະເທດເພື່ອນບ້ານ

ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ
ແລະທ່ອງທ່ຽວ ໃຫ້ການຢືນຢັນວ່າ ການຕົກລົງຮ່ວມມືພັດທະນາ ແລະເຊື່ອມຕໍ່ລາຍການ
ທ່ອງທ່ຽວ ຫຼື (Tour Package) ລະຫວ່າງ ລາວກັບຫວຽດນາມ ມຽນມາ ແລະ ກຳປູເຈຍ
ເມື່ອບໍ່ນານມານີ້ ຢູ່ນະຄອນວຽງຈັນ ມີເປົ້າໝາຍສຳຄັນ ເພື່ອດຶງດູດເອົາຊາວຕ່າງຊາດ
ໃຫ້ເດີນທາງເຂົ້າມາທ່ອງທ່ຽວງໃນທັງ 4 ປະເທດໃຫ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ທ່ານບົວເງິນ ຊາພູວົງ ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະທ່ອງທ່ຽວ

ໂດຍເພື່ອເຮັດໃຫ້ສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງນັ້ນ ທາງການທັງ 4
ປະເທດ ກໍໄດ້ຕົກລົງເຊື່ອມໂຍງລະບົບການແລກປ່ຽນຂໍ້ມູນ-ຂ່າວສານດ້ານການທ່ອງ
ທ່ຽວ ລະຫວ່າງກັນ ສຳລັບໃຫ້ພາກລັດ ພາກເອກກະຊົນ ບັນດາບໍລິສັດທ່ອງທ່ຽວ
ອົງການລະຫວ່າງປະເທດ ແລະບັນດາຜູ້ຊຳນານການໄດ້ນຳໃຊ້ຂໍ້ມູນ-ຂ່າວສານດັ່ງກ່າວ
ໃຫ້ເປັນປະໂຫຍດຕໍ່ການພັດທະນາການທ່ອງທ່ຽວ ທັງກໍຍັງເປັນການຮັບປະກັນວ່າ
ພາກການທ່ອງທ່ຽວໃນລາວ ໄດ້ເຊື່ອມຕໍ່ກັບຕະຫຼາດການທ່ອງທ່ຽວໃນລະດັບພູມິພາກ
ແລະສາກົນໄດ້ຢ່າງຄົບວົງຈອນແລ້ວອີກດ້ວຍ.

ກ່ອນໜ້ານີ້ ອຳນາດການປົກຄອງນະຄອນວຽງຈັນ ໄດ້ຕົກລົງຮ່ວມມືເພື່ອສົ່ງເສີມ
ການທ່ອງທ່ຽວ ລະຫວ່າງນະຄອນວຽງຈັນ ກັບກຸງພະນົມເປັນຂອງກຳປູເຈຍ ນະຄອນ
ໂຮຈີມິນ ຂອງຫວຽດນາມ ກຸງຢ່າງກຸ້ງ ຂອງມຽນມາ ແລະບາງກອກຂອງໄທ ຊຶ່ງເອີ້ນວ່າ
ການເຊື່ອມ ໂຍງການທ່ອງທ່ຽວ ລະຫວ່າງ 5 ນະຄອນ ໃນ 5 ປະເທດລຸ່ມແມ່ນ້ຳຂອງ.

ໂດຍຈະຮ່ວມມືກັນເຂົ້າໃນການສ້າງກົນໄກ ປະສານງານ ແລະແລກປ່ຽນຂໍ້ມູນຂ່າວສານ
ໃນດ້ານການທ່ອງທ່ຽວຂອງແຕ່ລະນະຄອນ ທີ່ເຊື່ອມຕໍ່ກັນ ພ້ອມທັງຊຸກຍູ້ການສ້າງ
ຜະລິດຕະພັນ ທີ່ເປັນເອກກະລັກຂອງແຕ່ລະນະຄອນ ແນໃສ່ການໂຄສະນາ ສົ່ງເສີມ
ການທ່ອງທ່ຽວ ການພັດທະນາຊັບພະຍາກອນມະນຸດດ້ານການທ່ອງທ່ຽວ ແລະອຳນວຍ
ຄວາມສະດວກດ້ານການທ່ອງທ່ຽວ ເພື່ອດຶງດູດເອົາຊາວຕ່າງຊາດ ໃຫ້ເດີນທາງເຂົ້າມາ
ໃນລຸ່ມແມ່ນ້ຳຂອງ ຫຼາຍຂຶ້ນ ທັງຍັງຈະເຊື່ອມໂຍງກັບເຂດ 6 ແຂວງ ໃນພາກກາງຂອງ ລາວອີກດ້ວຍ.

ກອງປະຊຸມສຳມະນາ ວ່າດ້ວຍການພັດທະນາ ຜະລິດຕະພັນ ການທ່ອງທ່ຽວ ຂອງ ສປປ ລາວ ໃຫ້ເຊື່ອມໂຍງກັບ ຜະລິດຕະພັນການທ່ອງທ່ຽວ ຂອງປະເທດ ກຳປູເຈຍ ມຽນມາ ແລະ ຫວຽດນາມ

ທັງນີ້ໂດຍລັດຖະບານລາວ ໄດ້ກຳນົດໃຫ້ 6 ແຂວງພາກກາງຄື ນະຄອນວຽງຈັນ
ບໍລິຄຳໄຊ ຄຳມ່ວນ ສະຫວັນນະເຂດ ໄຊສົມບູນ ແລະແຂວງວຽງຈັນ ເປັນເຂດສົ່ງເສີມ
ການທ່ອງທ່ຽວດຽວກັນ ທີ່ມີນັກທ່ອງທ່ຽວພາຍໃນ ແລະຕ່າງຊາດເດີນທາງມາທ່ອງທ່ຽວ
ຫຼາຍທີ່ສຸດໃນລາວຊຶ່ງໃນປີ 2015 ທີ່ຜ່ານມາກໍປາກົດວ່າ ມີນັກທ່ອງທ່ຽວຈຳນວນ
4,221,048 ເທື່ອຄົນ ທີ່ໄດ້ເດີນທາງມາຢ້ຽມຢາມ 6 ແຂວງດັ່ງກ່າວ ແລະເພີ່ມຂຶ້ນເປັນ
4 ລ້ານ 8 ແສນເທື່ອຄົນ ໃນຕະຫຼອດປີ 2016 ທີ່ຜ່ານມາ.

ທາງການລາວໄດ້ວາງເປົ້າໝາຍ ທີ່ຈະດຶງດູດເອົາຊາວຕ່າງຊາດໃຫ້ເດີນທາງເຂົ້າມາ
ໃນລາວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍໃນປີ 2020 ຊຶ່ງເປັນປີສິ້ນສຸດຂອງການຈັດຕັ້ງ
ປະຕິບັດແຜນການພັດທະນາເສດຖະກິດ ແລະສັງຄົມແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8
ກໍຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດໃຫ້ໄດ້ເຖິງ 6 ລ້ານຄົນ ຊຶ່ງກໍຈະສ້າງລາຍຮັບໄດ້
ເຖິງ 953 ລ້ານໂດລາ ໂດຍເນັ້ນໜັກພັດທະນາການທ່ອງທ່ຽວທີ່ເປັນເອກກະລັກທີ່
ໂດດເດັ່ນ ໃນແຕ່ລະແຂວງເປັນສຳຄັນ ດັ່ງທີ່ ທ່ານອຸ່ນທວງ ຂາວພັນ ຄະນະພັກ
ກະຊວງຖະແຫລງຂ່າວວັດທະນະທຳ ແລະທ່ອງທ່ຽວ ໄດ້ໃຫ້ການອະທິບາຍວ່າ:

“ແຜນພັດທະນາການທ່ອງທ່ຽວ ໃນ 5 ປີ ແຕ່ 2016-2020 ແລະແຜນຍຸດທະສາດ
2025 ຈາກນັ້ນ ບັນດາແຂວງໄດ້ສະຫລຸບລາຍງານຕົວແບບຂອງແຂວງ ເຊັ່ນ ຢູ່
ນະຄອນຫລວງວຽງຈັນ ກໍໄດ້ເວົ້າເຖິງວຽກງານ ການໂຄສະນາ ການທ່ອງທ່ຽວ ຢູ່ໃນ
ແຂວງຈຳປາສັກກໍໄດ້ເວົ້າເລື່ອງວຽກງານ ການພັດທະນາ ການທ່ອງທ່ຽວພາຍໃນ
ແຂວງ ຈາກນັ້ນກະຫລວງພະບາງໄດ້ເວົ້າເຖິງການຄຸ້ມຄອງຂອງການທ່ອງທ່ຽວ
ເພາະວ່າ ຫລວງພະບາງເປັນເມືອງນຶ່ງທີ່ມີນັກທ່ອງທ່ຽວເຂົ້າຫຼາຍ ສະນັ້ນ ກະແນ່
ນອນ ກະສິມີບັນຫາດ້ານດີ ດ້ານອ່ອນ ແລະຂໍ້ຄົງຄ້າງ.”

ພາກບໍລິການ ແລະທ່ອງທ່ຽວໃນລາວ ໄດ້ຂະຫຍາຍຕົວເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍຈະ
ເຫັນໄດ້ຈາກຈຳນວນນັກທ່ອງທ່ຽວຊາວຕ່າງຊາດ ທີ່ເດີນທາງມາລາວເພີ່ມຂຶ້ນຈາກ 2
ລ້ານ 7 ແສນຄົນໃນປີ 2011 ເປັນ 4 ລ້ານ 1 ແສນຄົນ ໃນປີ 2014 ແລະຫຼາຍກວ່າ 4
ລ້ານ 6 ແສນຄົນ ໃນປີ 2015 ຊຶ່ງເຮັດໃຫ້ພາກທຸລະກິດບໍລິການຂອງລາວ ມີລາຍຮັບ
ເພີ່ມຂຶ້ນຈາກ 400 ລ້ານໂດລາ ໃນປີ 2011 ແລະ 560 ລ້ານໂດລາ ໃນປີ 2014 ເປັນ
670 ລ້ານໂດລາ ໃນປີ 2015 ຫາກແຕ່ໃນປີ 2016 ຊາວຕ່າງຊາດ ກໍເດີນທາງເຂົ້າມາ
ລາວ ລົດລົງເປັນ 4 ລ້ານ 2 ແສນຄົນ ແລະມີລາຍຮັບ 680 ກວ່າລ້ານໂດລາ ເນື່ອງຈາກ
ປາກົດວ່າ ຄົນໄທ ແລະຊາວຫວຽດນາມ ເດີນທາງເຂົ້າມາໃນລາວລົດລົງໃນປີ 2016
ທີ່ຜ່ານມາ.