ພະນັກງານອົງການກວດສອບລັດຖະບານ ມີຕຳແໜ່ງຕ່ຳກວ່າພະນັກງານພັກ-ລັດ ທີ່ຖືກກວດສອບຄືສາເຫດສຳຄັນທີ່ເຮັດໃຫ້ບໍ່ມີການລົງໂທດຕໍ່ບັນດາພະນັກງານພັກ-ລັດ ທີ່ທຸຈະລິດໃນໜ້າທີ່ຂອງຕົນ.
Your browser doesn’t support HTML5
ເຊີນຟັງລາຍງານ ພ/ງ ອົງການກວດກາລັດ ມີຕຳແໜ່ງຕ່ຳກວ່າ ພ/ງ ພັກ-ລັດ ທີ່ຖືກກວດສອບ ເປັນສາເຫດ ເຮັດໃຫ້ບໍ່ມີການລົງໂທດ
ທ່ານກົງຈີ້ ຢ່າງຈື ສະມາຊິກສະພາແຫ່ງຊາດລາວ ຈາກແຂວງຜົ້ງສາລີ ຖະແຫລງວ່າ ການທຸຈະລິດຄໍຣັບຊັ້ນ ທີ່ເພີ້ມຂຶ້ນນັບມື້ ແຕ່ກໍຍັງປາກົດວ່າ ມີການລົງໂທດຕໍ່ບັນດາພະນັກງານພັກ-ລັດ ທີ່ປະຕິບັດໜ້າທີ່ໂດຍທຸຈະລິດຄໍຣັບຊັ້ນ ໃນລະດັບທີ່ຕ່ຳຫຼາຍນັ້ນ ກໍຍ້ອນວ່າ ພະນັກງານທີ່ທຳການກວດສອບ ມີຖານະຕຳແໜ່ງຕ່ຳກວ່າພະນັກງານທີ່ຖືກກວດສອບທັງໃນວົງການພັກ ແລະລັດຖະບານ ດ້ວຍເຫດນີ້ ຈຶ່ງເຮັດໃຫ້ຜູ້ກວດສອບບໍ່ມີອຳນາດ ທີ່ຈະລົງໂທດຕໍ່ພະນັກງານຜູ້ທີ່ຖືກກວດສອບ ແລະມີຕຳແໜ່ງສູງກວ່ານັ້ນເອງ ສະນັ້ນ ເພື່ອເປັນການແກ້ໄຂບັນຫາດັງກ່າວ ຈຶ່ງມີພຽງແຕ່ການເພີ້ມອຳນາດໃຫ້ກັບບັນດາພະນັກງານທີ່ດຳເນີນການກວດສອບການທຸຈະລິດ ໃນວົງການພັກ-ລັດເທົ່ານັ້ນ ດັ່ງທີ່ ທ່ານກົງຈີ້ໃຫ້ການຢືນຢັນວ່າ:
“ເຫດຜົນທີ່ພວກເຮົາພົບເຫັນບັນຫາ ແລ້ວປະຕິບັດບໍ່ໄດ້ ເຮັດໃຫ້ປະຊາຊົນເຮັດໃຫ້ສັງຄົມຂາດຄວາມເຊື່ອຖືນີ້ ຍ້ອນວ່າ ດ້ານການຈັດຕັ້ງບໍ່ສອດຄ້ອງປານໃດ ຍ້ອນວ່າ ຜູ້ໄປກວດການີ້ ມີຕຳແໜ່ງຕ່ຳກວ່າ ເບື້ອງພັກກະຄືກັນ ເບື້ອງລັດ ກະຄືກັນ ເພາະສະນັ້ນ ເພື່ອໃຫ້ຊັດເຈນ ເພື່ອໃຫ້ສາມາດແກ້ໄຂ ບັນຫາໄດ້ນີ້ ອາດຈະພິຈາລະນາ ເພື່ອໃຫ້ຜູ້ກວດການີ້ ມີອຳນາດສູງກວ່າ”
ທາງດ້ານ ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ຖະແຫລງຢືນຢັນວ່າ ການທຸຈະລິດ ໂດຍບັນດາພະນັກງານລັດ ຍັງເກີດຂຶ້ນຢ່າງກວ້າງຂວາງ ເພາະໄດ້ມີການຮ່ວມມືກັນຢ່າງເປັນຂະບວນການ ໃນທຸກລະດັບ ດັ່ງກໍລະນີການຂາຍໄມ້ຂອງລັດໃນລາຄາ ທີ່ຕ່ຳກວ່າຄວາມເປັນຈິງ ແລະບໍ່ຖືກຕ້ອງຕາມລະບຽບການປະມູນ ເຮັດໃຫ້ລັດຖະບານເສຍຫາຍໄປຢ່າງຫຼວງຫຼາຍ ທັງຍັງກວດພົບວ່າ ມີພະນັກງານລັດນຳເອົາເງິນລາຍໄດ້ຂອງລັດໄປຝາກກັບທະນາຄານເອກະຊົນ ເພື່ອຍັກຍອກເອົາດອກເບ້ຍໄປເປັນຜົນປະໂຫຍດຂອງຕົນ ຈຶ່ງເຮັດໃຫ້ຈະຕ້ອງເພີ້ມຄວາມເຂັ້ມງວດເຂົ້າໃນການກວດສອບການປະຕິບັດໜ້າທີ່ຂອງພະນັກງານລັດ ທັງຢູ່ຂັ້ນສູນກາງ ແລະຂັ້ນທ້ອງຖິ່ນໃນທົ່ວປະເທດຢ່າງຈິງຈັງ.
ທ່ານນາງວຽງທອງ ຢືນຢັນດ້ວຍວ່າ ການທຸຈະລິດ ທີ່ເປັນການຮ່ວມມືລະຫວ່າງພະນັກງານລັດ ກັບທຸລະກິດເອກະຊົນນັ້ນ ຖືເປັນສາເຫດສຳຄັນທີ່ເຮັດໃຫ້ລັດຖະບານລາວ ໄດ້ສູນເສຍລາຍຮຮັບຫຼາຍຂຶ້ນນັບມື້ ທັງຍັງກວດພົບວ່າ ມີພະນັກງານທີ່ກ່ຽວຂ້ອງບໍ່ສົ່ງລາຍຮັບຈາກສ່ວຍສາອາກອນ ແລະຊັບສິນຕ່າງໆຂອງລັດ ເຂົ້າງົບປະມານຂອງລັດ ຫຼາຍກວ່າ 999 ຕື້ກີບ ແລະກວ່າ 67 ລ້ານໂດລາ ຊຶ່ງເຮັດໃຫ້ມີການລົງໂທດທາງວິໄນຕໍ່ພະນັກງານລັດ 849 ຄົນ ດຳເນີນຄະດີໃນສານ 113 ຄົນ ໃນນີ້ສານຕັດສິນໂທດແລ້ວ 55 ຄົນ ເກັບເງິນຄືນມາໄດ້ 26.5 ຕື້ກີບ ກັບ 17 ລ້ານໂດລາ ແລະໄດ້ຍົກເລີກສຳປະທານໂຄງການາຮ່ວມທຶນຂອງເອກະຊົນລາວ ກັບຊາວຕ່າງຊາດທີ່ພົວພັນ ໃນການທຸຈະລິດດັ່ງກ່າວຈຳນວນ 315 ລາຍໃນປີ 2019 ທີ່ຜ່ານມາ.
ສ່ວນຄະນະກຳມະການຕ້ານການສໍ້ລາດບັງຫລວງແຫ່ງຊາດລາວ ລາຍງານວ່າ ປີ 2017-2019 ໄດ້ກວດພົບໂຄງການລົງທຶນຂອງລັດຖະບານ 209 ໂຄງການ ທີ່ຈັດຕັ້ງປະຕິບັດບໍ່ຖືກລະບຽບການຈັດຊື້-ຈັດຈ້າງ ໃນນີ້ແບ່ງເປັນ 103 ໂຄງການທີ່ບໍ່ໄດ້ຈັດການປະມູນ ແລະ 106 ໂຄງການທີ່ຈັດການປະມູນບໍ່ຖືກກົດໝາຍທີ່ເຮັດໃຫ້ລັດຖະບານາລາວ ເສຍຫາຍຫຼາຍກວ່າ 5,331 ຕື້ກີບ ສ່ວນການຍົກເວັ້ນອາກອນນຳເຂົ້ານ້ຳມັນໃຫ້ກັບບໍລິສັດຕ່າງຊາດທີ່ລົງທຶນໃນລາວ ກໍເຮັດໃຫ້ລັດຖະບານ ສູນເສຍດ້ານລາຍຮັບໄປກວ່າ 2,407 ຕື້ກີບ ແລະກວດພົບຜູ້ກະທຳຜິດທີ່ເປັນການຮ່ວມມືລະຫວ່າງ ພະນັກງານລັດ ກັບນັກທຸລະກິດ 1,258 ຄົນ ໃນນີ້ ແບ່ງເປັນພະນັກງາງນລັດເຖິງ 970 ຄົນ ແລະນັກທຸລະກິດເອກະຊົນ 315 ຄົນ.
ສ່ວນອົງການເພື່ອຄວາມໂປ່ງໃສສາກົນ ຫຼື Transparency International ລາຍງານວ່າ ລັດຖະບານລາວ ມີຄວາມໂປ່ງໃສໃນການບໍລິຫານງານພຽງ 29 ຄະແນນຈາກ 100 ຄະແນນໃນປີ 2019 ເທົ່າກັບ ໃນປີ 2018 ຊຶ່ງໝາຍຄວາມວ່າ ໃນຈຳນວນນັກທຸລະກິດຊາວຕ່າງຊາດທີ່ລົງທຶນໃນລາວທຸກໆ 100 ຄົນນັ້ນ ມີຢູ່ 29 ຄົນທີ່ເຫັນວ່າ ບໍ່ມີການທຸຈະລິດຄໍຣັບຊັ້ນ ໃນວົງການພັກ-ລັດຖະບານລາວ ໃນຂະນະດຽວກັນ ກໍມີນັກທຸລະກິດຊາວຕ່າງຊາດທີ່ລົງທຶນໃນລາວ ເຖິງ 71 ຄົນໃນ 100 ຄົນ ເຫັນວ່າ ມີການທຸຈະລິດຄໍຣັບຊັ້ນ ຢ່າງກວ້າງຂວາງ ແລະເຮັດໃຫ້ລັດຖະບານລາວ ຕ້ອງສູນເສຍລາຍຮັບໄປຢ່າງຫຼວງຫຼາຍໃນແຕ່ລະປີ.