ທາງການ ລາວ - ໄທ ຄາດໝາຍວ່າ ການຄ້າ 2 ຝ່າຍ ຈະມີມູນຄ່າ ເກີນກວ່າ 10,000 ລ້ານໂດລາ ພາຍໃນ 5 ປີ

ນາຍົກລາວ ທ່ານ ທອງລຸນ ສີສຸລິດ, ຂວາ, ແລະ ນາຍົກ ໄທ ທ່ານ ປຣະຢຸດ ຈັນໂອຊາ ເຊັນຂໍ້ຕົກລົງຊື້ຂາຍໄຟຟ້າ.

ທາງການ ລາວ - ໄທ ຄາດໝາຍວ່າການຄ້າ 2 ຝ່າຍຈະມີມູນຄ່າເກີນກວ່າ 10,000
ລ້ານໂດລາພາຍໃນ 5 ປີໂດຍ ລາວ ຈະຂາດດຸນການຄ້າຕໍ່ ໄທ ຫຼຸດລົງດ້ວຍການສົ່ງ
ກະແສໄຟຟ້າຂາຍໃຫ້ ໄທ ເພີ່ມຂຶ້ນນັບມື້.

Your browser doesn’t support HTML5

ຟັງລາຍງານ ທາງການ ລາວ - ໄທ ຄາດໝາຍວ່າ ການຄ້າ 2 ຝ່າຍ ຈະມີມູນຄ່າ ເກີນກວ່າ 10,000 ລ້ານໂດລາ ພາຍໃນ 5 ປີ

ທ່ານນາງ ອະພິຣະດີ ຕັນຕຣາພອນ ລັດຖະມົນຕີວ່າການກະຊວງການຄ້າຂອງ ໄທ
ຖະແຫຼງຢືນຢັນວ່າ ມູນຄ່າການຄ້າລະຫວ່າງ ລາວ ກັບ ໄທ ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງ
ໂດຍຄາດໝາຍວ່າ ການຄ້າສອງຝ່າຍໃນປີ 2017 ນີ້ ຈະມີມູນຄ່າລວມເກີນກວ່າ
8,164 ລ້ານໂດລາ ຊຶ່ງເພີ່ມຂຶ້ນຈາກປີ 2014 ເຖິງ 150 ເປີເຊັນ ແລະ ຈາກສະພາບ
ການດັ່ງກ່າວ ກໍຍັງເຮັດໃຫ້ເຊື່ອວ່າການຄ້າລະຫວ່າງ ລາວ ກັບ ໄທ ຈະມີມູນຄ່າເກີນ
ກວ່າ 10,000 ລ້ານໂດລາພາຍໃນ 5 ປີຕໍ່ໜ້າ ຫຼື ເພີ່ມຂຶ້ນເຖິງ 2 ເທົ່າທຽບໃສ່ປີ 2014
ດັ່ງທີ່ທ່ານນາງ ອະພິຣະດີ ໄດ້ຢືນຢັນວ່າ.

"ເຮົາຕັ້ງເປົ້າວ່າຈະຕ້ອງເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ໄດ້ເປັນ 2 ເທົ່າພາຍໃນ
5 ປີ ເພາະສະນັ້ນສຶ່ງທຳອິດທີ່ຈະຕ້ອງເຮັດກໍຄືເລື່ອງຂອງການອຳນວຍຄວາມສະດວກ
ທາງການຄ້າຊາຍແດນ ແລະ ຜ່ານແດນທາງຝ່າຍ ລາວ ກັບ ໄທ ຈະຕັ້ງ Common
Custom Area ໃຫ້ມີການກວດສິນຄ້າທີ່ຝັ່ງດຽວ ສິນຄ້າເຂົ້າ ໄທ ທີ່ກວດທາງຝັ່ງ ໄທ
ສິນຄ້າເຂົ້າປະເທດ ລາວ ກໍກວດທາງຝັ່ງ ລາວ ສອງກໍຄືທາງ ລາວ ກໍມີເລື່ອງຂອງສິນ
ຄ້າກະເສດ ກໍຄືທຳຢ່າງໃດທີ່ຈະໃຫ້ມີການເຊື່ອມໂຍງຕະຫຼາດສິນຄ້າກະເສດ ໄທ-
ລາວ."

ທັງນີ້ ການຄ້າສ່ວນໃຫຍ່ລະຫວ່າງ ລາວ ກັບ ໄທ ເປັນການຄ້າຊາຍແດນ ໂດຍສິນຄ້າ
ສຳຄັນທີ່ ລາວ ສົ່ງຂາຍໃຫ້ ໄທ ກໍຄືກະແສໄຟຟ້າ, ແຮ່ທາດ ແລະ ສິນຄ້າກະເສດ.
ສ່ວນສິນຄ້າທີ່ ລາວ ນຳເຂົ້າຈາກ ໄທ ຄື ສິນຄ້າອຸປະໂພກບໍລິໂພກ, ສິນຄ້າທຶນ ແລະ
ວັດສະດຸກໍ່ສ້າງ ໂດຍ ໄທ ຍັງຈະເປັນຝ່າຍທີ່ໄດ້ດຸນການຄ້າຕໍ່ ລາວ ໃນມູນຄ່າບໍ່ນ້ອຍ
ກວ່າ 2,300 ລ້ານໂດລາໃນຕະຫຼອດປີ 2017 ເພາະໃນໄລຍະ 8 ເດືອນຜ່ານມາກໍປາ
ກົດວ່າ ໄທ ໄດ້ດຸການຄ້າຕໍ່ ລາວ ແລ້ວຫຼາຍກວ່າ 1,750 ລ້ານໂດລານັ້ນເອງ.

ແຕ່ຢ່າງໃດກໍຕາມ, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີວ່າການກະຊວງແຜນການ
ແລະ ການລົງທຶນກໍຢືນຢັນວ່າ ໃນ 6 ເດືອນຕົ້ນປີ 2017 ນີ້ ການຄ້າຕ່າງປະເທດຂອງ
ລາວ ມີມູນຄ່າລວມ 4,715 ລ້ານໂດລາ ໃນນີ້ເປັນການສົ່ງສິນຄ້າອອກ 2,379 ລ້ານ
ໂດລາ ແລະ ນຳເຂົ້າສິນຄ້າ 2,336 ລ້ານໂດລາ ໂດຍ ລາວ ໄດ້ດຸນການຄ້າ 43 ລ້ານ
ໂດລາ ທັງຍັງເຮັດໃຫ້ສາມາດຄາດໝາຍໄດ້ວ່າໃນຕະຫຼອດປີ 2017 ການຄ້າຕ່າງປະ
ເທດຂອງ ລາວ ຈະມີມູນຄ່າລວມ 8,900 ລ້ານໂດລາ ໂດຍລັດຖະບານ ລາວ ຈະຊຸກ
ຍູ້ການສົ່ງສິນຄ້າອອກໃຫ້ເຖິງ 4,459 ລ້ານໂດລາ ແລະ ຄວບຄຸມການນຳເຂົ້າສິນຄ້າ
ໃຫ້ບໍ່ເກີນ 4,482 ລ້ານໂດລາ ເພື່ອເຮັດໃຫ້ ລາວ ຂາດດຸນການຄ້າພຽງ 23 ລ້ານໂດ
ລາເທົ່ານັ້ນໃນຕະຫຼອດປີ 2017 ນີ້.

ທັງນີ້ໂດຍມາດຕະການນຶ່ງທີ່ລັດຖະບານ ລາວ ໄດ້ຈັດຕັ້ງປະຕິບັດເພື່ອຄວບຄຸມການ
ນຳເຂົ້າສິນຄ້າຈາກຕ່າງປະເທດກໍຄື ການຈັດເກັບອາກອນມູນຄ່າເພີ່ມໃນອັດຕາ 10
ເປີເຊັນຈາກຄົນ ລາວ ແລະ ຊາວຕ່າງຊາດທີ່ໄດ້ຊື້ເຄື່ອງຕິດຕົວຈາກຕ່າງປະເທດເຂົ້າ
ມາໃນ ລາວ ທີ່ມີລາຄາເກີນ 4 ແສນກີບ ຫຼຶື 50 ໂດລາ ຕາຂໍ້ກຳນົດຂອງລັດຖະມົນຕີ
ວ່າການກະຊວງການເງິນ ນັບແຕ່ເດືອນພະຈິກ 2016 ເປັນຕົ້ນມາ ໂດຍໄດ້ເລີ່ມຈັດ
ຕັ້ງປະຕິບັດຢູ່ສະເພາະດ່ານມິດຕະພາບລາວ-ໄທ ແຫ່ງທີ 1 ຊຶ່ງກໍໄດ້ຈັດເກັບອາກອນ
ມູນຄ່າເພີ່ມຈາກຄົນ ລາວ ແລະ ຊາວຕ່າງປະເທດທີ່ເດີນທາງເຂົ້າ-ອອກ ລາວ ດ້ວຍ
ລົດສ່ວນຕົວເປັນສຳຄັນ.

ສ່ວນມາດຕະການສົ່ງເສີມການສົ່ງສິນຄ້າອອກໄປຕ່າງປະເທດ ແລະ ຊຸກຍູ້ການຜະ
ລິດສິນຄ້າໃນພາກອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳກໍໄດ້ມີການດຳເນີນມາດ
ຕະການຫຼຸດຕົ້ນທຶນການຜະລິດໃຫ້ຕໍ່າລົງ ເພື່ອໃຫ້ສາມາດແຂ່ງຂັນດ້ານລາຄາສິນ
ຄ້າໃນຕະຫຼາດໂລກໃຫ້ໄດ້ຢ່າງແທ້ຈິງ.

ສຳລັບໃນປີ 2016 ການຄ້າຕ່າງປະເທດຂອງ ລາວ ມີມູນຄ່າລວມ 8,739.1 ລ້ານໂດ
ລາ ໃນນີ້ກໍເປັນການສົ່ງສິນຄ້າອອກ 4,523.9 ລ້ານໂດລາ ແລະ ນຳເຂົ້າສິນຄ້າ
4,215.2 ລ້ານໂດລາ ອັນເປັນຜົນເຮັດໃຫ້ ລາວ ເປັນຝ່າຍທີ່ໄດ້ດຸນການຄ້າຕ່າງປະ
ເທດໃນມູນຄ່າລວມເກີນກວ່າ 308 ລ້ານໂດລາ ຊຶ່ງກໍນັບເປັນຄັ້ງທຳອິດທີ່ ລາວ ໄດ້
ປຽບດຸນການຄ້າຕ່າງປະເທດໃນຮອບກວ່າ 40 ປີ ອັນມີສາເຫດມາຈາກການສົ່ງອອກ
ກະແສໄຟຟ້າເພີ່ມຂຶ້ນ ແລະ ການນຳເຂົ້າສິນຄ່າຈາກຕ່າງປະເທດທີ່ຕໍ່າກວ່າແຜນການ
ທີ່ວາງໄວ້ເຖິງ 20 ເປີເຊັນນັ້ນເອງ.