ທາງການລາວຕົກລົງໃຫ້ບໍລິສັດເອກກະຊົນຍີ່ປຸ່ນ ດໍາເນີນ
ການສຶກສາ ສໍາຫຼວດເພື່ອການ ພັດທະນາ ແລະວາງຜັງ
ເມືອງໃໝ່ ໃນເຂດເທດສະບານ ແຂວງສະຫວັນນະເຂດ
ແລະເຂດເມືອງໃໝ່ຢູ່ເຊໂນ.
ທ່ານສຸພັນ ແກ້ວມີໄຊ ເຈົ້າແຂວງ ແລະເລຂາພັກແຂວງສະ
ຫວັນນະເຂດ ຖະແຫຼງຢືນຢັນວ່າ ອໍານາດ ການປົກຄອງ
ແຂວງສະຫວັນນະເຂດໄດ້ຕົກລົງແລະມອບໝາຍໃຫ້ບໍລິສັດ
Nikken Sekkei ຈາກຍີ່ປຸ່ນ ເປັນຜູ້ຮັບຜິດຊອບການສຶກສາ
ສໍາຫຼວດເພື່ອການພັດທະນາແລະວາງຜັງເມືອງໃໝ່ 2 ແຫ່ງ
ໃນເຂດແຂວງສະຫວັນນະເຂດ ກໍຄືເຂດເທດສະບານເມືອງ
ໄກສອນ ພົມວິຫານ ແລະ ເຂດເມືອງໃໝ່ເຊໂນ ໃນເຂດ
ເມືອງອຸທຸມພອນ.
ໂດຍການສຶກສາສໍາຫຼວດຕາມ ການຕົກລົງດັ່ງກ່າວນີ້ ທາງ
ບໍລິສັດ Nikken Sekkei ຈະໃຫ້ຄວາມສໍາຄັນເປັນພິເສດໃນຖານະທີ່ທັງເຂດເທດສະ ບານໄກສອນ ພົມວິຫານ ແລະເຂດເຊໂນ ເມືອງໃໝ່ເປັນເຂດທີ່ມີຄວາມສໍາຄັນຢ່າງຍິ່ງ ຕໍ່ການພັດທະນາທາງເສດຖະ ກິດລະຫວ່າງລາວ ກັບປະເທດເພື່ອນບ້ານໃນເຂດລຸ່ມແມ່ນໍ້າຂອງດ້ວຍກັນ.
ເພາະສະນັ້ນຈຶ່ງມີຄວາມຈໍາເປັນຢ່າງຍິ່ງ ທີ່ຈະຕ້ອງທໍາການສຶກສາເພື່ອວາງແຜນການພັດທະນາທັງສອງເຂດດັ່ງກ່າວນີ້ຢ່າງລະອຽດ ແລະຮອບດ້ານ ໂດຍທີ່ສໍາຄັນກໍຄືການ ວາງແຜນການ ຈັດສັນ ແລະການນໍາໃຊ້ທີ່ດິນ ເຊັ່ນການຈັດສັນສະຖານທີ່ບໍລິການສາທາ ລະນະ ເຂດການຄ້າ ໃນຕົວເມືອງ ເຂດການຄ້າຢູ່ແຄມນໍ້າຂອງ ເຂດອາຄານສູງ ເຂດທີ່ພັກອາໄສ ເຂດບ້ານຈັດສັນຄົບວົງຈອນ ເຂດການສຶກສາ ເຂດໂຮງງານ ແລະເຂດສູນວິໄຈຄົ້ນຄວ້າ ເປັນຕົ້ນ.
ໂດຍສໍາລັບແຜນການ ພັດທະນາເຂດເທດສະບານ ເມືອງໄກສອນນັ້ນ ກໍຈະມີເນື້ອທີ່ກວ້າງເຖິງ 9,700 ເຮັກຕ້າ ສ່ວນເຂດເຊໂນເມືອງໃໝ່ ກໍຈະມີເນື້ອທີ່ລວມເຖິງ 2,200 ເຮັກຕ້າ ທີ່ຖືເປັນ ສ່ວນສໍາຄັນຂອງການພັດທະນາເຂດເສດຖະກິດພິເສດສະຫວັນ-ເຊໂນ ທີ່ບໍລິສັດເອກກະຊົນ ຍີ່ປຸ່ນໄດ້ເຂົ້າມາລົງທຶນເພີ່ມຂຶ້ນນັບມື້ ທັງນີ້ໂດຍການດໍາເນີນການສຶກສາສໍາຫຼວດດັ່ງກ່າວ ຈະ ສໍາເລັດສົມບູນພາຍໃນ 12 ເດືອນຕໍ່ໜ້າ ດ້ວຍການນໍາໃຊ້ງົບປະມານທີ່ໄດ້ຮັບການຊ່ວຍເຫຼືອ ຈາກອົງການເພື່ອການຮ່ວມມືສາກົນແຫ່ງຍີ່ປຸ່ນ (JICA) ຂອງລັດຖະບານຍີ່ປຸ່ນ ຄິດເປັນມູນຄ່າລວມຫຼາຍກວ່າ 1.5 ລ້ານໂດລ່າ.
ກ່ອນໜ້ານີ້ ອົງການການຄ້າຕ່າງປະເທດແຫ່ງຍີ່ປຸ່ນ (JETRO) ກໍລາຍງານວ່າ ບໍລິສັດເອກກະຊົນຂອງຍີ່ປຸ່ນຈະພາກັນຍ້າຍຖານການລົງທຶນຈາກຈີນ ແລະໄທເຂົ້າມາໃນລາວຫຼາຍຂຶ້ນໃນລະຍະຕໍ່ໄປນີ້ ໂດຍມີສາເຫດ ມາຈາກຄ່າແຮງງານ ທີ່ປັບຕົວສູງຂຶ້ນຢ່າງຕໍ່ເນື່ອງຢູ່ໃນປະເທດຈີນ ສ່ວນຢູ່ໃນໄທ ກໍມີທັງບັນຫາໄພນໍ້າຖ້ວມ ແລະບັນຫາຂັດແຍ້ງ ທາງການເມືອງ ແລະເພື່ອເປັນການຕຽມພ້ອມຮອງຮັບການເຂົ້າມາລົງທຶນໃນລາວ ຂອງບັນດາບໍລິສັດຍີ່ປຸ່ນດັ່ງກ່າວ ອົງການ JETRO ກໍຈະເປີດສໍານັກງານປະຈໍາລາວ ຢູ່ນະ ຄອນວຽງຈັນໃນຕົ້ນປີ 2014 ນີ້.
ທາງດ້ານສາສະດາຈານ ໂມໂຕໂຍຊິ ຊູຊູກິ ຜູ້ຊ່ຽວຊານທາງເສດຖະກິດຊາວຍີ່ປຸ່ນ ໃນຖານະທີ່ປຶກສາຂອງຄະນະລັດຖະບານ ແລະກະຊວງແຜນການແລະການລົງທຶນຂອງ ລາວ ໄດ້ໃຫ້ ການຢືນຢັນໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມໃນກອງປະຊຸມປຶກສາຫາລືທາງດ້ານວິຊາການ ກ່ຽວກັບການປະເມີນຜົນຂອງການພັດທະນາແລະຄຸ້ມຄອງເຂດເສດຖະ ກິດພິເສດ ແລະ ເຂດເສດຖະກິດສະເພາະໃນລາວ ຊຶ່ງໄດ້ຈັດຂຶ້ນຢ່າງເປັນທາງການເມື່ອບໍ່ດົນມານີ້ ຢູ່ນະຄອນວຽງຈັນ ວ່າການລົງທຶນຂອງບັນດາບໍລິສັດຍີ່ປຸ່ນໃນລາວຈະເພີ່ມຂຶ້ນຢ່າງວ່ອງໄວ ໃນລະຍະ 2 ປີຕໍ່ໄປນີ້.
ສ່ວນທາງການລາວ ກໍເຊື່ອໝັ້ນວ່າຈະສາມາດຮອງຮັບການລົງທຶນຂອງບັນດາບໍລິສັດເອກກະຊົນຍີ່ປຸ່ນໄດ້ ດ້ວຍການເລັ່ງພັດທະນາເຂດເສດຖະກິດພິເສດ ແລະເຂດເສດຖະ ກິດສະເພາະ ທັງນີ້ໂດຍບັນດາບໍລິສັດຍີ່ປຸ່ນໄດ້ລົງທຶນໃນລາວຄິດເປັນມູນຄ່າລວມ 428 ລ້ານໂດລ່າ ໃນ 104 ໂຄງການແລະກໍຖືເປັນອັນດັບທີ 7 ໂດຍເຂດທີ່ບໍລິສັດຍີ່ປຸ່ນລົງທຶນ ຫຼາຍທີ່ສຸດ ໃນປັດຈຸບັນ ກໍຄືເຂດເສດຖະກິດພິເສດສະຫວັນ-ເຊໂນ ດັ່ງທີ່ທ່ານທອງໃສ ໄຊຍະວົງຄໍາດີ ຮອງຫົວໜ້າຄະນະບໍລິຫານເຂດເສດຖະກິດພິເສດສະຫວັນ-ເຊໂນ ໄດ້ຢືນຢັນວ່າ:
“ບັນດາຈໍານວນທີ່ວ່າເດັ່ນໆ ໃນການລົງທຶນ ໂດຍສະເພາະແມ່ນບໍລິສັດຍີ່ປຸ່ນຫັ້ນ ນຶ່ງຫຼ່ະແມ່ນ ບໍລິສັດ Nikon ນີ້ ຊຶ່ງວ່າກະຫາກໍ່ໄດ້ເປີດການຜະລິດກ້ອງ Digital ໂຕໃຫຍ່ຫັ້ນ ເພື່ອສົ່ງອອກຕ່າງປະເທດ ຕໍ່ມາກໍແມ່ນ TOYOTA ຜະ ລິດຊິ້ນສ່ວນພາຍໃນລົດຍົນ ເພື່ອສົ່ງອອກຄືກັນ ອັນຕໍ່ມາກໍມີ LOGITECH ທີ່ເຂົາເຮັດ Logistic ແລະມີ OM ບໍລິສັດທີ່ວ່າມາເຮັດປະເພດກົ່ວນີ້ສົ່ງໃຫ້ບໍລິສັດຕ່າງໆຂອງຍີ່ປຸ່ນຫັ້ນ.”
ໂດຍຈາກສະພາບການດັ່ງກ່າວ ກໍເຮັດໃຫ້ເຊື່ອວ່າບໍລິສັດຍີ່ປຸ່ນຈະກ້າວຂຶ້ນມາເປັນຜູ້ລົງທຶນລາຍໃຫຍ່ອັນດັບທີ 4 ຮອງຈາກຈີນ ຫວຽດນາມ ແລະໄທ ພາຍໃນປີ 2015

Your browser doesn’t support HTML5