ລາວ ແລະ ຈີນ ເຊັນສັນຍາ ເພື່ອສ້າງ ທາງລົດໄຟ ຄຸນໝິງ - ວຽງຈັນ

ເຈົ້າໜ້າທີ່ ລາວ ແລະ ຈີນ ເຊັນສັນຍາສ້າງທາງລົດໄຟ

ລັດຖະບານ ລາວ ແລະ ຈີນ ລົງນາມໃນຂໍ້ຕົກລົງວ່າດ້ວຍການ ຮ່ວມທຶນໃນໂຄງການກໍ່ສ້າງທາງທົດໄຟທີ່ເຊື່ອຕໍ່ຈາກເມືອງ ຄຸນໝິງຂອງ ຈີນ ມານະຄອນຫຼວງວຽງຈັນ ໂດຍກຳນົດໃຫ້ແລ້ວ ສຳເລັດໃນປີ 2020.

Your browser doesn’t support HTML5

ຟັງລາຍງານ ລາວ ແລະ ຈີນ ເຊັນສັນຍາ ເພື່ອສ້າງ ທາງລົດໄຟ ຄຸນໝິງ - ວຽງຈັນ

ການລົງນາມໃນຂໍ້ຕົກລົງວ່າດ້ວຍການຮ່ວມມືພັດທະນາໂຄງຮ່າງລົດໄຟ ແລະ ໂຄງການກໍ່ ສ້າງທາງລົດໄຟ ລາວ ແລະ ຈີນ ໄດ້ມີຂຶ້ນຢ່າງເປັນທາງການເມື່ອວັນ ທີ 13 ພະຈິກ 2015 ທີ່ ຜ່ານມາຢູ່ທີນະຄອນຫຼວງ ປັກກິ່ງ ຂອງ ຈີນ ໂດຍເປັນ ການລົງນາມຮ່ວມກັນ ລະຫວ່າງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດ ຖະມົນຕີ ຜູ້ຊີ້ນຳຂົງເຂດເສດຖະກິດການຜະລິດ ແລະ ຈະລາຈອນ ກັບທ່ານ Xu Shaoshi ຫົວໜ້າຄະນະກຳມະທິການປະຕິຮູບ ແລະ ການ ພັດທະນາຂອງລັດຖະບານ ຈີນ.

ໂດຍພາຍໃຕ້ຂໍ້ຕົກລົງດັ່ງກ່າວນີ້ ລັດຖະບານ ລາວ ກັບ ຈີນ ຈະຮ່ວມກັນລົງທຶນໃນສັດສ່ວນ 30 ເປີເຊັນ ຕໍ່ 70 ເປີເຊັນ ຂອງມູນຄ່າການລົງທຶນທັງໝົດ 4 ໝື່ນລ້ານຢວນ ຫຼື ປະມານ 6,270 ລ້ານໂດລາ ຊຶ່ງກ່ອນໜ້ານີ້ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງໂຍທາ ທິການ ແລະ ຂົນສົ່ງ ກໍຖະແຫຼງວ່າລັດຖະບານ ຈີນ ໄດ້ຕົກລົງໃຫ້ເງິນກູ້ແກ່ລັດຖະບານ ລາວ ໃນມູນຄ່າ 500 ລ້ານໂດລາເພື່ອນຳໃຊ້ເຂົ້າໃນການຮ່ວມລົງທຶນໃນໂຄງການກໍ່ການສ້າງທາງ ລົດໄຟທີ່ຈະເປັນລະບົບລາງຄູ່-ຄວາມໄວປານກາງ ທີ່ເຊື່ອມຕໍ່ລະຫວ່າງເມືອງ ຄຸນໝິງ ຂອງ ຈີນ ກັບນະຄອນຫຼວງວຽງຈັນ ຂອງ ລາວ.

ທ່ານ ບຸນຈັນ ໄດ້ໃຫ້ການຍືນຢັນວ່າ ລັດຖະບານ ລາວ ຈະປະກອບສ່ວນການລົງທຶນໃນໂຄງ ການໃນມູນຄ່າລວມ 840 ລ້ານໂດລາຊຶ່ງໃນນີ້ກະເປັນການກູ້ຢືມຈາກລັດຖະບານ ຈີນ ໃນມູນ ຄ່າ 500 ລ້ານໂດລາ ໂດຍຈະມີໄລຍະເວລາຜ່ອນຊຳລະຄືນໃນ 20 ປີດ້ວຍອັດຕາດອກເບ້ຍ 3 ເປີເຊັນ ຕໍ່ປີ ແລະ ຍັງມີໄລຍະທີ່ປອດການຊຳລະໜີ້ໃນ​ 5 ປີທຳອິດອີກດ້ວຍຫາກແຕ່ວ່າລັດຖະ ບານ ລາວ ກໍຈະຕ້ອງຮັບປະກັນໜີ້ເງິນກູ້ດັ່ງກ່າວດ້ວຍລາຍໄດ້ຈາກບໍ່ແຮ່ Bauxite 1 ແຫ່ງ ແລະ ບໍ່ແຮ່ Potash 3 ແຫ່ງທີ່ເປັນການລົງທຶນຂອງກຸ່ມທຸລະກິດ ຈີນ ໃນ ລາວ​.

ແຜນທີ່ລາງລົດໄຟ ເຊື່ອມຕໍ່ລາວ, ໄທ ແລະ ຈີນ

ໂຄງການກໍ່ສ້າງທາງລົດໄຟໃນ ລາວ ເພື່ອເຊື່ອມຕໍ່ກັບ ຈີນ ຈະມີ ໄລຍະທາງຍາວ 418 ກິໂລ ແມັດຈາກດ່ານຊາຍແດນ ບໍ່ເຕັນ-ບໍ່ ຫານ ມາຍັງນະຄອນຫຼວງວຽງຈັນ ໂດຍເປັນລາງລົດໄຟຂະໜາດ ກວ້າງ 1.435 ແມັດທີ່ແຍກກັນລະຫວ່າງ ຂະບວນໂດຍສານ ແລະ ຂະບວນສິນຄ້າ ທີ່ມີຄວາມໄວ 160 ແລະ 120 ກິໂລແມັດຕໍ່ຊົ່ວ ໂມງຕາມລຳດັບໂດຍຈະມີທັງໝົດ 31 ສະຖານີ ແລະ ໃນນີ້ກໍຈະ ເປັນສະຖານີຂະໜາດໃຫຍ່ 5 ແຫ່ງທີ່ບ້ານນາເຕີຍ, ທີ່ເມືອງໄຊ,​ ທີ່ຫຼວງພະ ບາງ,​ ທີ່ວັງວຽງ ແລະ ນະຄອນຫຼວງວຽງຈັນ ໂດຍນຳ ໃຊ້ເທັກໂນໂລຈີລົດໄຟຂອງ ຈີນ ທັງໝົດ.

ທັງນີ້ໂດຍທາງການ ລາວ ກໍໄດ້ຕຽມພ້ອມສຳລັບການຈັດຕັ້ງປະຕິບັດໃນພາກຕົວ ຈິງໃນດ້ານ ຕ່າງໆທັງກໍຍັງເຊື່ອໝັ້ນດ້ວຍວ່າໂຄງການກໍ່ສ້າງທາງລົດໄຟດັ່ງກ່າວ ນີ້ຈະສົ່ງຜົນດີຕໍ່ການ ພັດທະນາເສດຖະກິດ ແລະ ການເຊື່ອມຕໍ່ ລາວ ກັບ ໄທ ແລະ ອາຊຽນອີກດ້ວຍ ດັ່ງທີ່ທ່ານ ນາງ ວິໄລຄຳ ໂພສາລາດ ລັດຖະມົນຕີຊ່ວຍວ່າການກະຊວງໂຍທາທິການ ແລະ ຂົນສົ່ງໄດ້ໃຫ້ ການຢືນຢັນວ່າ

“ການກໍ່ສ້າງທາງລົດໄຟເປັນອັນໃໝ່ສະເພາະປະເທດຂອງພວກເຮົາທີ່ເຮັດ ໃຫ້ການເຊື່ອຕໍ່ ລະຫວ່າງປະເທດ ຈີນ ແລະ ປະເທດລາວ ໄດ້ເຊື່ອມຕໍ່ແລ້ວກະ ມີຄວາມສະດວກພ້ອມນັ້ນ ກະເຊື່ອມຕໍ່ໄປຫາອະນຸພາກພື້ນປະເທດໄທ ສະນັ້ນ ຝ່າຍເຮົານີ້ກະກຽມແລ້ວເດ້ ໂດຍການ ແຕ່ງຕັ້ງຈາກທ່ານນາຍົກຫົວໜ້າ ໂຄງ ການກະໄດ້ແຕ່ຕັ້ງອອກມາແລ້ວ ຮອງຂອງໂຄງການກະແມ່ນກະຊວງໂຍທາ ທິການ.”

ຊຶ່ງສອດຄ່ອງກັບການລົງນາມໃນບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືລະຫວ່າງ ໄທ ແລະ ຈີນ ໃນການກໍ່ສ້າງທາງລົດໄຟລາງຄູ່ ຄວາມໄວຂະໜາດປານກາງ ເມື່ອ ທ້າຍປີ 2014 ຢູ່ ບາງກອກ ທີ່ແນໃສ່ການພັດທະນາທາງລົດໄຟເພື່ອເຊື່ອມຕໍ່ກັນ ໃຫ້ໄດ້ພາຍໃນປີ 2022 ດ້ວຍ ການຮ່ວມລົງທຶນເພື່ອກໍ່ສ້າງທາງລົດໄຟລາງຄູ່ ລະດັບຄວາມໄວປານກາງ 2 ເສັ້ນທາງໃນ ໄທ ຄືໜອງຄາຍ-ແກ່ງຄອຍ-ມາບຕາ ພຸດ ແລະ ແກ່ງຄອຍ-ບາງກອກ ເພື່ອເຊື່ອມໂຍງໄປ ລາວ ແລະ ຈີນ ຕໍ່ໄປເຖິງ ມາເລເຊຍ ແລະ ສິງກະໂປ ໄດ້ດ້ວຍນັ້ນເອງ.

ນອກຈາກນີ້ ລັດຖະບານ ລາວ ຍັງໄດ້ວາງແຜນການກໍ່ສ້າງທາງລົດໄຟໃນເສັ້ນ ທາງຈາກນະ ຄອນຫຼວງວຽງຈັນ ໄປ ທ່າແຂກ ໃນແຂວງ ຄຳມ່ວນ ເຊື່ອມຕໍ່ໄປຍັງ ທ່າເຮືອ ວຸ່ງແອ່ງ ແຂວງ ຮາ ທິນ ຂອງ ຫວຽດນາມ ກັບເສັ້ນທາງທ່າແຂກ-ສະ ຫວັນນະເຂດ-ປາກເຊ-ດ້ານວັງເຕົ່າ ແຂວງ ຈຳປາສັກ ທີ່ຈະເຊື່ອມຕໍ່ກັບເສັ້ນທາງ ລົດໄຟຂອງ ໄທ ທີ່ຈັກຫວັດ ອຸບົນລາດຊະທານີ ແລະ ເສັ້ນທາງ ສະຫວັນນະເຂດ ໄປດ້ານ ລາວບາວ ທີ່ເຊື່ອມຕໍ່ໄປຍັງທ່າເຮືອໃນແຂວງ ດານັງ ຂອງ ຫວຽດນາມ.

ໂດຍສະລັດເສັ້ນທາງທີ 1 ຈະດຳເນີນການສຶກສາຄວາມເປັນໄປໄດ້ໃນທ້າຍປີ 2015 ນີ້ດ້ວຍ ການຊ່ວຍເຫຼືອຈາກລັດຖະບານ ເກົາຫຼີໃຕ້ ສ່ວນເສັ້ນທາງທີ 2 ຈະ ໄດ້ຮັບການຊ່ວຍເຫຼືອຈາກ ລັດຖະບານ ຍີ່ປຸ່ນ ແລະ ເສັ້ນທາງທີ 3 ເປັນການລົງ ທຶນຂອງບໍລິວັດ Giant ຈາກມາເລເຊຍ ທີ່ຈະກໍ່ສ້າງໃຫ້ແລ້ວສຳເລັດໃນປີ 2019.