ຄົນເຊື້ອສາຍລາວໃນສະຫະລັດ ແລະການາດາບາງຄົນໄດ້ເຂົ້າຮ່ວມກອງປະຊຸມທາງໄກທີ່ຈັດຂຶ້ນໂດຍແນວລາວສ້າງຊາດໃນທ້າຍອາທິດຜ່ານມານີ້. ໃນນັ້ນ ກໍມີທ່ານເສຣີ ເທບພາພອນທີ່ຜູ້ນຳອະວຸໂສໃນການພັດທະນາປະຊາຄົມລາວໃນເຂດພາກເໜືອລັດຄາລິຟໍເນຍຜູ້ທີ່ມີຄວາມສົນໃຈຢາກມີສ່ວນຮ່ວມໃນການສົ່ງເສີມການຄ້າ ລະຫວ່າງລາວ-ສະຫະລັດ ຊຶ່ງປັດຈຸບັນນີ້ ຍັງຢູ່ໃນລະດັບຕ່ຳ.
ທັງນີ້ກໍຍ້ອນວ່າ ລາວຍັງຂາດສິດທິພິເສດທາງການຄ້າ ຊຶ່ງພາສາອັງກິດເອີ້ນວ່າ Generalized System of Preferences ຫລື GSP ທີ່ອະນຸຍາດໃຫ້ສິນຄ້າຫລາຍພັນຊະໜິດຈາກປະເທດທີ່ທຸກຈົນທີ່ສຸດຂອງໂລກ ເຂົ້າມາຂາຍໃນສະຫະລັດໂດຍບໍ່ຕ້ອງເສຍພາສີຂາເຂົ້າ. ສິນຄ້າຂອງ 9 ປະເທດອື່ນໃນອາຊຽນ ທີ່ໄດ້ GSP ແມ່ນມີຄວາມສາມາດແຂ່ງຂັນຢູ່ໃນຕະຫລາດຂອງສະຫະລັດສູງກວ່າສິນຄ້າຂອງລາວຫລາຍເທົ່າ. ແມ່ນແຕ່ປະເທດເພື່ອບ້ານເຊັ່ນຫວຽດນາມ ແລະກຳປູເຈຍທີ່ລາວມີການພົວພັນຢ່າງໃກ້ຊິດມາແຕ່ດົນນານນັ້ນກໍໄດ້ GSP ຕັ້ງແຕ່ດົນແລ້ວ ຊຶ່ງທ່ານຕັ້ງຄຳຖາມແລະເລົ່າເລື້ອງຂອງບັນຫານີ້ສູ່ຟັງວ່າ:
Your browser doesn’t support HTML5
ສຽງ ທ່ານເສຣີ ກ່ຽວກັບສິດທະພິເສດທາງການຄ້າ
ສິນຄ້າຫັດຖະກຳໄມ້ຂອງບໍລິສັດ ເອັສ ເອັມ ພີ ວາງຂາຍທີ່ຮ້ານຢູ່ບ້ານ ໜອງດ້ວງ ແລະສິນຄ້າບາງຊະນິດເຄີຍສົ່ງມາຂາຍໃນຕະຫລາດອາເມຣິກາ
ເນື່ອງຈາກຂາດສິດທິພິເສດທາງການຄ້າເຊັ່ນນີ້ ທ່ານບອກວ່າ ມັນເຮັດໃຫ້ການສົ່ງເສີມການພົວພັນລະຫວ່າງປະຊາຊົນລາວ ແລະອາເມຣິກັນທີ່ນອນຢູ່ໃນ 20 ຂໍ້ຂອງຖະແຫລງການຮ່ວມລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ ໃນເດືອນກັນຍາ, 2016 ໂດຍອະດີດປະທານາທິບໍດີບາຣັກ ໂອບາມາແລະອະດີດປະທານປະເທດ ບຸນຍັງ ວໍລະຈິດນັ້ນ ປະຕິບັດໄດ້ ໃນຂອບເຂດຈຳກັດ.
ທ່ານເສຣີ ເທບພະພອນ (ທີ 1) , ທ່ານໄມ ໄຊຍະວົງ (ທີ 2), ອະດິດເອກອັກຄະລັດຖະທູດ ສປປ ລາວ ປະຈຳສະຫະລັດ ແລະການາດາ ພ້ອມດ້ວຍພັນລະຍາ (ທີ 2 ຈາກຂວາ) ໃນໂອກາດທີ່ເພິ່ນໄປຢ້ຽມຢາມຊາວລາວໃນເຂດເມືອງຊາຄຣາແມນໂຕ້, ລັດຄາລິຟໍເນຍໃນປີ 2018
ໃນການເຂົ້າຮ່ວມກອງປະຊຸມຊຸດນີ້ ທ່ານເສຣີໄດ້ເຫັນອີກວ່າ ທາງການລາວໄດ້ຈັດຕັ້ງຄະນະກຳມະການສະເພາະກິດອັນນຶ່ງ ທີ່ຮັບຜິດຊອບວຽກງານພົວພັນກັບຕ່າງປະເທດ ຊຶ່ງທ່ານຫຽມ ພົມມະຈັນ, ເປັນປະທານມາໄດ້ຫລາຍປີແລ້ວ.