ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວໃນຕ່າງແດນ ຂອງວີໂອເອ
ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຊາວອາເມຣິກັນ ແລະ ຝຣັ່ງ
ເຊື້ອສາຍລາວ ກ່ຽວກັບຕຽມສະຫຼອງບຸນຄຣິສມັສ ໃນວັນເສົາວັນທີ 25 ທັນວາ 2021
ຈະມາເຖິງນີ້ ມາສະເໜີທ່ານ. ບຸນຄຣິສມັສເປັນບຸນສະຫຼອງວັນເກີດຂອງພະເຍຊູເຈົ້າ
ແລະເປັນບຸນອັນຍິງໃຫຍ່ທີ່ຊາວຄຣິສຕຽນແລະຊາວໂລກອື່ນໆ ແລະບຸນຄຣິສມັສ ມີ
ຄວາມໝາຍຢ່າງໃດ ສໍາລັບຊາວຄຣິສຕຽນ ແລະຊາວພຸດເຊື້ອສາຍລາວ ເຊີນຟັງການ
ສຳພາດຈາກ ກິ່ງສະຫວັນ ໄດ້.
Your browser doesn’t support HTML5
ເຊີນຟັງຊີວິດຊາວລາວ
ສາດສະໜາຄຣິສ ເປັນສາດສະໜາທີ່ຍິ່ງໃຫຍ່ ແລະມີປະຊາກອນນັບຖື ອັນດັບນຶ່ງຢູ່
ໃນໂລກ ຮອງລົງມາ ກໍແມ່ນສາດສະໜາອິສລາມ ແລະຕໍ່ໆກັນ ລົງໄປຕາມລໍາດັບ.
ເພາະສະນັ້ນ ໃນວັນທີ 25 ທັນວາ ຂອງແຕ່ລະປີ ບັນດາຊາວໂລກທີ່ນັບຖືສາດສະໜາ
ຄຣິສ ກໍພາກັນສະຫຼອງບຸນ ວັນເກີດພະເຍຊູເຈົ້າ ອັນເປັນບຸນໃຫຍ່ປະຈຳປີ. ພໍແຕ່ລະ
ດູການ ນີ້ມາເຖິງ ບໍ່ວ່າຄົນຈະນັບຖືສາດສະໜາໃດໆກໍຕາມ ເກືອບວ່າຈະຫຼີກຫລ່ຽງອິດ
ທິພົນການສະຫຼອງບຸນອັນຄຶກຄຶ້ນນີ້ບໍ່ໄດ້ເດັດຂາດ ເພາະບັນຍາກາດປົກຄຸມໄປ ດ້ວຍ
ສຽງເພງ ແສງສີ ການຕົກແຕ່ງເອ້ບ້ານເຮືອນ ຕາມຖະໜົນຫົນທາງ ແລະເປັນລະດູຊື້
ຂາຍ ແລກປ່ຽນຂອງຂວັນກັນຢ່າງຄຶກຄື້ນ.
ສິ່ງສຳຄັນອີກຢ່າງນຶ່ງນັ້ນກໍຄື ຊາວໂລກໄດ້ພາກັນໃຊ້ປະຕິທິນສາກົນເປັນຫລັກ ຊຶ່ງ
ປີ ຄ.ສ 2021 ກໍາລັງຈະສິ້ນສຸດລົງ ແລະ ຄ.ສ. 2022 ກໍາລັງກ້າວເຂົ້າມາໃນອີກ 10 ມື້
ຂ້າງໜ້ານີ້.
ຕາມປົກກະຕິແລ້ວເວລານີ້ ຜູ້ຄົນພາກັນເດີນທາງ ໄປຢ້ຽມຢາມຖາມຂ່າວຍາດຕິ ພີ່
ນ້ອງເພື່ອນຝູງທີ່ຢູ່ໃກ້ ແລະໄກ ແລະຮັບປະທານອາຫານ ໂອ້ລົມກັນຢ່າງສະ ໜຸກ
ສະໜານ. ແຕ່ວ່າໃນສອງປີທີ່ຜ່ານມານີ້ຫຼາຍໆຄົນ ໄດ້ພາກັນຍົກເລີກ ການ ເດີນ
ທາງ ແລະຢູ່ບ້ານເຮືອນຂອງໃຜລາວ ຍ້ອນພະຍາດໂຄວິດ-19 ທີ່ຍັງແຜ່ລະບາດຢ່າງ
ບໍ່ລົດລະ ມາຈົນເຖິງປັດຈຸບັນ.
ບັດນີ້ ຂະພະເຈົ້າຂໍແນະນຳໃຫ້ທ່ານຮູ້ຈັກ ກັບຄົນອາເມຣິກັນເຊື້ອສາຍລາວ ຄືສິດຍາ
ພິບານ (Paster) ຈອນ ພຣະສະຫວັດ ໄດ້ເກີດໃຫຍ່ຢູ່ ໃນສັງຄົມພຸດ ໃນປະ ທດລາວ
ແຕ່ບັດນີ້ໄດ້ກາຍມາເປັນນັກສອນສາດໜາຄຣິສຢູ່ທີ່ໂບດ “ລາວຄຣິສຕຽນ ອາລາຍ
ເຊີຈ໌ ສະຕັອກຕັນ ຄາລິຟໍເນຍ (Lao Christians ally Church Stockton
California). ສິດພິບານຈອນ ກ່າວວ່າ:
Your browser doesn’t support HTML5
ເຊີນຟັງ ສິດຍາພິບານ (Paster) ຈອນ ພຣະສະຫວັດ
ສິດຍາ ພິບານ (Paster) ຈອນ ພຣະສະຫວັດ
ທ່ານສີສຸກ ແລະຍານາງອຳພອນ ດວງວິໄລ ຄົນຝຣັ່ງເຊື້ອສາຍລາວ ນັບຖືສາດ
ສະໜາພຸດມາແຕ່ເກີດ ທີ່ຕັ້ງຖິ່ນຖານ ຢູ່ເມືອງມາກໄຊ (Marseille) ທາງພາກ ໃຕ້ຂອງປະເທດຝຣັ່ງ ໄດ້ໃຫ້ຄວາມຄິດເຫັນ ກ່ຽວກັບການສະຫຼອງບຸນຄຣິສມັສ (Christmas) ທີ່ຊາວຝຣັ່ງຮ້ອງກັນວ່າ ໂນແອລ (Noel) ທັງສອງທ່ານໄດ້ກ່າວ ສູ່ ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງ ທ່ານສີສຸກ ແລະຍານາງອຳພອນ ດວງວິໄລ
ການຕົກແຕ່ງບຸນຄຣິສມັສ
ດຣ. ປາລິນາ ຫຼວງເກດ ຄົນອາເມຣິກັນ ເຊື້ອສາຍລາວ ນັບຖືສາດສະໜາຄຣິສ ແລະ
ອາຈານ ສອນວັດທະນາທຳຊົນເຜົ່າສາກົນ ຢູ່ ມະຫາວິທະຍາໄລບອຍຊີ (Boise
University) ທີ່ລັດໄອດາໂຮ (Idaho) ຕັ້ງຢູ່ທາງພາກເໜືອ ຂ້ອນໄປທາງທິດຕາເວັນ
ຕົກຂອງສະຫະລັດ. ຍານາງປາລິນາ ໄດ້ໃຫ້ຄວາມຄິດເຫັນກ່ຽວກັບການສະຫຼອງບຸນ
ຄຣິສມັສສູ່ ວີໂອເອ ພັງດັ່ງນີ້:
Your browser doesn’t support HTML5
ເຊີນຟັງ ດຣ. ປາລິນາ ຫຼວງເກດ
ດຣ. ປາລິນາ ຫລວງເກດ
ສຸດທ້າຍນີ້ ທ່ານຈັນສົມ ສິຣິວັນ ນັກສິນລະປິນອະວຸໂສ ອາເມຣິກັນເຊື້ອສາຍລາວ ນັບ
ຖືສາດສະໜາພຸດມາແຕ່ກຳເນີດ ຕັ້ງຖິ່ນຖານຢູ່ໃນລັດອໍເຣກັນ ທາງທິດຕາເວັນຕົກ
ສຽງເໜືອຂອງສະຫະລັດ ໄດ້ໃຫ້ຂໍ້ຄິດເຫັນກ່ຽວກັບການສະຫຼອງບຸນຄຣິສມັສສູ່ ຟັງ
ດັ່ງນີ້
Your browser doesn’t support HTML5
ເຊີນຟັງ ທ່ານຈັນສົມ ສີຣິວັນ
ການຕົກແຕ່ງບຸນຄຣິສມັສ
ນັ້ນແມ່ນບັນດາຊາວອາເມຣິກັນ ແລະຝຣັ່ງ ເຊື້ອສາຍລາວ ທີ່ໄດ້ໃຫ້ຄວາມຄິດ ເຫັນ
ກ່ຽວກັບການສະຫຼອງບຸນຄໜຣິສມັສ ປີ 2021 ທີ່ກຳລັງກ້າວເຂົ້າມາເຖິງໃນ ວັນເສົາ
ວັນທີ 25 ທັນວາ ປີ 2021 ນີ້. ສຸກສັນວັນຄຣິສມັນ ແດ່ທ່ານຜູ້ຟັງ ທຸກໆທ່ານ.