ທ່ານບົວວັນ ຣາສີ ມາຮ່ວມ ພິທີສາບານໂຕ ຮັບຕຳແໜ່ງ ຂອງ ປ. ທຣຳ

ທ່ານບົວວັນ ແລະຍານາງວິໄລຄອນ ຣາສີ ມາຮ່ວມພິທີສາບານໂຕ ເຂົ້າຮັບຕຳແໜ່ງ ຂອງປະທານາທິບໍດີ ຄົນທີ 45 ຂອງ ສຫລ ທ່ານ Donald Trump.

ທ່ານ​ຜູ້​ຟັງ​ທັງຫຼາຍ ໃນ​ລາຍການ​ຊີວິດ​ຊາວ​ລາ​ວຂອງ ວີ​ໂອ​ເອ ມື້​ນີ້​ ເຮົາ​ຈະ​ນຳ​ເອົາ​ການ​ສຳພາດ ກັບທ່ານ​ບົວ​ວັນ ​ແລະ​ພັນ​ລະ​ຍາ ຍານາງ​ວິ​ໄລ​ຄອນ ຣາສີ ທີ່ເດີນທາງ​ມາ​ຈາກ​ ເມືອງ San Diego ລັດ California. ທັງ​ສອງ​ທ່າ​ນ ແມ່ນຮວມ​ຢູ່​ໃນບັນດາ​ປະຊາ​ກອນ​ສະຫະລັດຫລາຍ​ສິບ​ພັນ​ຄົນ​ທີ່​ໄດ້​ມາຮ່ວມເປັນສັກຂີ​ພິຍານຢູ່​ໃນ​ພິທີ​ສະບາ​ນ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງຂອງ ປະທາ​ນາ​ທິບໍດີ ສະຫະລັດ ຄົນທີ 45 ທ່ານ Donald Trump ທີ່​ນະຄອນ ຫລວງ ວໍ​ຊິງ​ຕັນ​ ​ໃນ​ວັນ​ສຸກ ທີ 20 ທີ່​ຜ່ານ​ມາ. ນອກຈາກ​ນັ້ນແລ້ວ ​ທັງ​ສອງ​ທ່ານ​ຍັງໄດ້​ຖື​ໂອກາດມາ​ຢ້ຽມຢາ​ມຖາມຂ່າວ​ ຫ້ອງ​ຂ່າວວີ​ໂອ​ເອນຳ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ລັດຖະສະພາສະຫະລັດ ທີ່ນະຄອນຫລວງ ວໍຊິງຕັນ ດິ.ຊີ.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານບົວວັນ ຣາສີ ເນື່ອງໃນໂອກາດ ສາບານໂຕເຂົ້າຮັບຕຳແໜ່ງ ປະທານາທິບໍດີ ທ່ານ Donald Trump

ສະບາ​ຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ ​ໃນ​ລາຍ​ການ​ຊີວິດ​ຊາວ​ລາວ ​ປະຈຳ​ວັນ​ພະຫັດ​ມື້​ນີ້ ຂ້າ​ພະ​ເຈົ້າ​ຈະ​ສະເໜີ​ການ​ສຳພາດ​ກັບທ່ານ​ບົວ​ວັນ ​ແລະ​ຍານາງ​ວິ​ໄລ​ຄອນ ຣາສີ ຄົນອາ​ເມຣິກັນ​ເຊື້ອສາຍ​ລາວເຂົ້າມາຕັ້ງ​ຖິ່ນ​ຖານ​ຢູ່​ນະຄອນ San Diego ລັດ California ທີ່​ໄດ້ຖືກ​ເຊີນ​ມາຮ່ວມ ໃນພິທີ​ສາບານໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ ປະທານາທິບໍດີສະຫະລັດ ຄົນທີ 45 ທ່ານ Donald Trump ທີ່​ນະຄອນ ຫລວງວໍຊິງຕັນ. ພິທີ​ອັນ​ສະງ່າ​ຜ່າ​ເຜີຍໄດ້​ຈັດ​ຂຶ້ນ​ຢູ່ທາງເບື້ອງຕາ​ເວັນ​ຕົກ​ຂອງ​ຕຶກ​ລັດ​ຖະສະພາ ໃນ​ວັນ​ສຸກ ທີ 20 ປີ 2017 ອາທິດ​ແລ້ວ​ນີ້ ​ທີ່ ຫລຽວ​ເຫັນ ສະໜາມ​ຫລວງ Washington ອັນ​ຍາວ​ຢຽດ ໄປຈົນ​ຮອດ ອະນຸສາວະລີ George Washington ​ແລະ ອະນຸສາວະລີ Lincoln Memorial ທີ່​ປະ​ຊາກ​ອນ ສະ ຫະລັດ ​ຈາກໃກ້ ​ແລະ​ໄກ​ໄດ້​ມາເຕົ້າ​ໂຮມ​ກັນ​ຫລາຍສິບ​ພັນ​ຄົນ​.

ທ່ານ​ບົວ​ວັນ ອາ​ເມຣິກັນ​ເຊື້ອສາຍ​ລາ​ວ ແມ່ນ​ຜູ້​ນຶ່ງ​ທີ່​ໄດ້​ວາງ​ບົດບາດອັນ​ສຳຄັນ ບໍລິ​ການ ຮັບ​ໃຊ້​ປະຊາຄົມ ກ່ຽວກັບ​ການ​ເສັງ​ເຂົ້າ​ເປັນສັນຊາດ​ອາ​ເມຣິກາ ​ແລະ​ຍັງອາສາ​ສະໝັກ ຮັບ​ໃຊ້​ຢູ່​ໃນວົງ​ການ​ລັດຖະບານ​ທ້ອງ​ຖິ່ນ ລະດັບ​ລັດ ແລະ ​ເປັນ​ພົນລະ​ເມືອງ​ດີຂອງປະ​ເທດ. ​ເພາະສະ​ນັ້ນໃນ​ໂອກາດ​ອັນ​ສຳຄັນ​ນີ້ ທ່ານ​ຈຶ່ງໄດ້​ຮັບ​ກຽດ ​ຖືກ​ເຊີນ​ມາຮ່ວມໃນ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕຳແໜ່​ງປະທານາທິບໍດິສະຫະລັດ ທີ່​ໄດ້​ຈັດຂຶ້ນ​ເປັນປະຈຳທຸກໆ​ສີ່​ປີ​. ​ໃນ​ວາລະ​ໂອກາດ​ອັນ​ສໍາຄັນ​ນີ້ ບັນດາ​ປະຊາ​ກອນຜູ້​ຫ້າວ​ຫັນຮັບ​ໃຊ້​ສັງຄົມ ​ແລະ​ຢູ່​ໃນ​ວົງ​ການໆເມືອງທົ່ວ​ປະ​ເທດພາກັນ​ໄດ້​ຮັບ​ກຽດ​ຖືກ​ເຊີນ​ມາ ນະ​ຄອນ​ຫລວງ​ວໍ​ຊິງ​ຕັນ ​ເພື່ອເປັນສັກຂີ​ພິຍານ​ ຢູ່​ໃນ​ພິທີ​ສາບານ​ໂຕອັນ​ສະຫງ່າ​ຜ່າ​ເຜີຍດັ່ງກ່າວ ຊຶ່ງ​ທ່ານ​ບົວ​ວັນກໍ​ແມ່ນ​ຜູ້​ນຶ່ງ ​ແລະ​ທ່ານ​ໄດ້​ເຫລົ່າ​ຂັ້ນ​ຕອນ​ກ່ຽວ​ກັບ​ເລື້ອງ​ນີ້ສູ່ຟັງ​ວ່າ:

ບັດເຊີນເຂົ້າຮ່ວມພິທີສາບານໂຕ ປະທານາທິບໍດີ ສະຫະລັດ ຄົນທີ 45 ທ່ານ Donald Trump.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານບົວວັນ ຣາສີ 1

ການ​ເລືອກ​ຕັ້ງເອົາ​ປະທາ​ນິບໍດີສະຫະລັດມີ​ຢູ່​ທຸກໆ​ສີ່​ປີ ​ແລະມີ​ກຳນົດໜ້າ​ທີ່​ການບໍ່​ເກີນ​ສອງສະໄໝ. ພັກ​ເດ​ໂມ​ແຄຣັດ​ໂດຍ​ການ​ນຳພາຂອງທ່ານ Barack Obama ປະທານາ ທິບໍດີ​ຄົນທີ 44 ​ໄດ້​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃນເດືອ​ນມັງກອນ ປີ 2009 ມາຈົນ​ຮອດປີ 1017 ​ແລະ​ບັດ​ນີ້ ທ່ານ Donald Trump ມະຫາ​ເສດຖີ​ອະສັງຫາລິມະ​ຊັບ ​ສັງກັດ​ພັກຣີພັບ​ບລິ​ກັນ ໄດ້​ຖືກ​ເລືອກ​ເປັນ​ປະທາທິບໍດີ​ຄົນ​ທີ 45 ​ເລີ້ມ​ເຂົ້າ​ຮັບ​ຕຳ​ແໜ່​ງ​ໃນ​ວັນ​ທີ 20 ​ເດືອນ​ມັງກອນອາທິດ​ແລ້ວ​ນີ້. ​ທ່ານບົວ​ວັນ​ໄດ້​ເລົ່າ​ຂັ້ນ​ຕອນ​ການເດີນທາງ​ມາ​ຮ່ວມ​ພິທີຄັ້ງ​ນີ້​ວ່າ:

ທ່ານບົວວັນ ແລະບັນດາຜູ້ເຂົ້າຮ່ວມພິທີສາບານໂຕ ປະທານາທິບໍດີສະຫະລັດ.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານບົວວັນ ຣາສີ 2

​ເປັນ​ເວລາ​ຫລາຍສິບ​ປີຜ່ານມາ ທ່ານ​ບົວ​ວັນ ​ແລະ​ຍານາງ​ວິ​ໄລ​ຄອນ ຄູ່​ຜົ​ວເມຍ​ໄດ້​ເປີດ ທຸລະ​ກິດບໍລິ​ການ​ສອບ​ເສັ​ງ​ເອົາ​ສັນ​ຊາດ​ອາເມຣິກາ ໃຫ້​ແກ່ປະຊາ​ຊົນ​ຜູ້​ເຂົ້າມາ​ຕັ້ງ​ຖິ່ນ​ຖານໃໝ່​ຢູ່ໃນ​ສະຫະລັດ. ​ຫວ່າງ​ມໍ່ໆ​ມາ​ນີ້ ທັງ​ສອງ​ທ່ານ ໄດ້ອອກບໍານານ ​ແຕ່ກໍ​ຍັງ​ໄດ້​ຊ່ວຍເຫຼືອ​ເປັນບາງ​ຄັ້ງ​ບາງ​ຄາວ ຊຶ່ງທ່ານ​ບົວ​ວັນ​ໄດ້​ເລົ່າ​ເຖິງ​ປະສົບ​ການ​ສູ່ ວີ​ໂອ​ເອ ​ຟັງ ​ດັ່ງນີ້:

ບັນດາປະຊາຊົນ ຫລາຍໝື່ນຄົນພາກັນເຂົ້າຮ່ວມ ພິທີສາບານໂຕເຂົ້າຮັບຕຳແໜ່ງ ປະທານາທິບໍດີ ທ່ານ Donald Trump.

Your browser doesn’t support HTML5

ເຊີນຟັງການສຳພາດ ທ່ານບົວວັນ ຣາສີ 3

ຍານາງ​ວິ​ໄລ​ຄອນ ພັນ​ລະ​ຍາ​ທ່ານ​ບົວ​ວັນ ກໍ​ແມ່ນ​ຜູ້​ນຶ່ງ​ທີ່​ໄດ້​ຊ່ວຍ​ວຽກ​ການດ້ານນີ້ ​ນອກ ຈາກການ​ດູ​ແລເບິ່ງແຍງ​ເຮືອ​ນຊານແລ້ວ. ບັດ​ນີ້ພວກ​ລູ​ກ​ເຕົ້າ​ ກໍໄດ້ພາກັນໃຫຍ່​ກ້າ​ໜ້າ ບານ​ເປັນ​ຄອບ​ເປັນຄົວຂອງ​ໃຜລາວ ​ທັງ​ສອງ​ທ່ານຈຶ່ງ​ມີ​ເວລາ​ ​ແລະ​ໄດ້​ໃຊ້ໂອກາດ​ອັນ​ສຳຄັນ​ນີ້ເດີນທາງ​ໄປ​ຢ້ຽມ​ຢາມ​ບ່ອນ​ທີ່​ບໍ່​ເຄີຍ​ໄດ້ເຫັນ​ເຊັ່ນ ນະຄອນ​ນິວຢອກ ​ແລະ​ມາ​ຢ້ຽມຢາມນະ​ຄອນ​ຫລວງ​ວໍ​ຊິງ​ຕັນ ​ແລະຫ້ອງ​ຂ່າວ​ຂອງວີ​ໂອ​ເອ ຊຶ່ງ​ຍານາງ​ວິ​ໄລ​ຄອນ​ໄດ້​ສະແດງຄວາມຮູ້ສຶກວ່າ :

ທ່ານບົວວັນ (ຊ້າຍສຸດ) ກິ່ງສະຫວັນ (ກາງ) ແລະຍານາງວິໄລຄອນ (ຂວາສຸດ) ທີ່ສຳນັກງານຂ່າວ ວີໂອເອ.

Your browser doesn’t support HTML5

ເຊີນຟັງການສຳພາດ ຍານາງວິໄລຄອນ ຣາສີ 4

ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງຂອງ​ປະທານາທິບໍດີ​ສະຫະລັດ ມີຂຶ້ນ​ທຸກໆ​ສີ່​ປີ​ ແລະ​ເປັນ​ພິທີ່​ອັນ​ໃຫຍ່​ໂຕ​ມະ​ໂຫລານ. ກ່ອນ​ມື້​ພິທີແທ້ໆນັ້ນ ນະຄອນຫລວງ​ວໍ​ຊິງ​ຕັນ ໄດ້ມີການ ກະກຽມ​ຫ້າງຫາຢ່າງໃຫຍ່ ​ໂດຍສະເພາະ​ດ້ານ​ຄວາ​ມປອດ​ໄພ ການ​ສັນຈອນ ​ປິດ​ຖະໜົນ​ຫລາຍ​ເສັ້ນ ​ແລະ​ມີ​ການ​ລະດົມບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພມາຈາກ​ທຸກໆຜະ​ແນ​ກການ​ຕ່າງໆ. ​ຕຶກຫ້ອງການວິທະຍຸ​ວີ​ໂອ​ເອ ກໍ​ແມ່ນ​ຕຶກ​ນຶ່ງ​ທີ່​ຕັ້ງ​ຢູ່​ໃນ​ເຂດຈັດພິທີ​ແລະ​ສາມາດ​ຫລຽວ​ເຫັນພິທີໄດ້ຈາກປ້ອງ​ຢ້ຽມຢ່າງສະບາຍ. ພິທີ​ໄດ້​ຜ່ານ​ ພົ້ນ​ໄປ​ດ້ວຍ​ຄວາມ​ເປັນ​ລະ​ບຽບຮຽບຮ້ອຍ​ດີ.

Your browser doesn’t support HTML5

ຂະບວນແຫ່ ປະທານາທິບໍດີ ທ່ານ Donald Trump