ແມ່ຍິງລາວ-ອາເມຣິກັນຄົນນຶ່ງ ຄິດວ່າ ການຍິງຮ້ານອົບນວດເກົາຫລີ ໃນລັດຈໍເຈຍ ແມ່ນກ່ຽວພັນກັບການກຽດຊັງ ຄົນເອເຊຍ

ພວກເຈົ້າໜ້າທີ່ສືບສວນການຍິງຄົນຕາຍຢູ່ຮ້ານອົບນວດຮ້ານນຶ່ງ ໃນເມືອງ Acworth, ລັດຈໍເຈຍໃນວັນທີ 16 ມີນາ, ຊຶ່ງຕໍາຫລວດເວົ້າວ່າທ້າວ Robert Aaron Long, ອາຍຸ 21 ປີຈາກເມືອງ Woodstock ຂອງລັດຈໍເຈຍຖືກຈັບ

ເຫດການທີ່ຊາຍຜິວຂາວຄົນນຶ່ງຍິງປືນໃສ່ຮ້ານອາບອົບນວດ 3 ແຫ່ງຢູ່ໃນນະຄອນແອັດແລນຕ້າ, ລັດຈໍເຈຍຢູ່ພາກໃຕ້ຂອງສະຫະລັດໃນແລງວັນອັງຄານທີ່ຜ່ານມານັ້ນໄດ້ສົ່ງຄວາມຢ້ານກົວ ໄປສູ່ປະຊາຄົມອາເມຣິກັນເຊື້ອສາຍເອເຊຍຢູ່ໃນສະຫະລັດ ໂດຍສະເພາະແມ່ນບັນດາແມ່ຍິງ ຊຶ່ງລວມທັງແມ່ຍິງລາວ ທີ່ອາ ໄສໃນນະຄອນດັ່ງກ່າວ. ທ່ານນາງອານຸສອນ ສີຫາມາຍາ, ຄູສອນໃນໂຮງຮຽນ ມັດທະຍົມແຫ່ງນຶ່ງ ທີ່ມັກໄປໃຊ້ບໍລິການຂອງຮ້ານອາບອົບນວດຂອງຄົນເຊື້ອສາຍເກົາຫລີຢູ່ໃນເຂດນັ້ນໄດ້ສະແດງຄວາມກັງວົນໃຈອອກມາວ່າ:

Your browser doesn’t support HTML5

ສຽງ 1 ທ.ນ. ອານຸສອນ-(ລາວ) ຢ້ານ-ບໍ່ກ້າໄປຮ້ານອົບນວດເອເຊຍອີກແລ້ວ

Your browser doesn’t support HTML5

ສຽງ 1 ທ.ນ. ອານຸສອນ-(English)-Scared

“ສິ່ງທີ່ຂ້ອຍຮູ້ສຶກທໍາອິດເລີຍ, ເຈົ້າຮູ້ບໍ່ຂ້ອຍມັກໄປຮ້ານອາບອົບນວດຂອງຄົນເອ ເຊຍ. ພວກເຮົາຄົນເອເຊຍມັກຈະໄປນວດ,ໃຊ້ສະປາໝົດມື້, ແຕ່ບັດນີ້ ມີເຫດຄື ຈັ່ງຊີ້ ຂ້ອຍຄິດວ່າຂ້ອຍຄືຊິບໍ່ຢາກໄປສະປາອີກແລ້ວ ຍ້ອນເຫດອັນນີ້. ຂ້ອຍກໍາ ລັງຄິດຢູ່ວ່າ ຈະຊວນໝູ່ເພື່ອນຮ່ວມງານ ພາກັນໄປຮ້ານ ອາບອົບນວດເອເຊຍ ຂອງເກົາຫລີບ່ອນທີ່ພວກເຮົາເຄີຍໄປໃນເມື່ອກ່ອນ ຊຶ່ງມີຮ້ານນຶ່ງທີ່ມີ ຊື່ສຽງໂດ່ງ ດັງຢູ່ໃນເຂດນີ້ ທີ່ເປີດບໍລິການຕະຫຼອດ 24 ຊົ່ວໂມງ ແຕ່ວ່າ ເພື່ອນຮ່ວມງານ ຂ້ອຍກັບຂ້ອຍຮູ້ສຶກວ່າ ພວກຂ້ອຍບໍ່ຢາກໄປຫັ້ນອີກແລ້ວ. ຂ້ອຍບໍ່ຢາກໄປຫັ້ນ ອີກ ເພາະຂ້ອຍຢ້ານ ບໍ່ວ່າຈະເປັນຮ້ານໃດກໍຕາມ ເພາະຂ້ອຍຮູ້ສຶກວ່າ ຄັນ ບໍ່ມີແຕ່ລາວຄົນດຽວເດ່ ທີ່ຄິດແບບນີ້ ຄັນມີຫລາຍຄົນ ກໍມີແນວຄິດຄືກັນນີ້ເດ່ ມັນຈະເປັນແນວໃດ?”

ເຫດການນີ້ເຮັດໃຫ້ 8 ຄົນເສຍຊີວິດນັ້ນຊຶ່ງທ່ານນາງເວົ້າວ່າໃນນັ້ນ ມີຜູ້ຍິງຊາວ ເກົາຫລີ 6 ຄົນ. ສ່ວນອີກສອງຄົນແມ່ນຜູ້ຊາຍຜິວຂາວ ແລະ ແມ່ຍິງຜິວຂາວ. ຕຳຫຼວດໄດ້ກ່າວໃນວັນພຸດຜ່ານມາເວົ້າວ່າ ເຂົາເຈົ້າຍັງບໍ່ຮູ້ ກ່ຽວກັບແຮງຈູງໃຈເຮັດໃຫ້ເກີດເຫດການຍິງດັ່ງກ່າວ ແລະໃນເວລາທີ່ລາວຖືກຈັບນັ້ນ, ທ້າວ ລອງ ໄດ້ບອກຕຳຫຼວດວ່າ ການໂຈມຕີແມ່ນບໍ່ໄດ້ມີແຮງຈູງໃຈ ທາງເຊື້ອຊາດຜິວພັນ. ລາວມີບັນຫາ ກ່ຽວກັບ “ການຕິດເພດສຳພັນ”. ແຕ່ທ່ານນາງອະນຸສອນ ຄິດວ່າ ເຫດການນີ້ ມີການພົວພັນກັນລະຫວ່າງການຈໍາແນກເຊື້ອຊາດ ແລະຄວາມກຽດ ຊັງຕໍ່ຄົນເອເຊຍທ່ານນາງໃຫ້ເຫດຜົນດັ່ງນີ້:

Your browser doesn’t support HTML5

ສຽງ 2 ທ.ນ. ອານຸສອນ-(ລາວ) ຄິດວ່າກ່ຽວພັນກັບຄວາມກຽດຊັງຄົນເຊື້ອສາຍເອເຊຍ

Your browser doesn’t support HTML5

ສຽງ 2 ທ.ນ. ອານຸສອນ-(English)

“ຂ້ອຍເວົ້າກ່ຽວກັບຄວາມຮຸນແຮງຕໍ່ຄົນເຊື້ອສາຍເອເຊຍມາໄດ້ຫລາຍເດືອນແລ້ວ ແລະຂ້ອຍຄິດວ່າເຫດການນີ້ແມ່ນເປັນບັນຫາຫລາຍແທ້ໆ. ເຮັດແນວໃດຈຶ່ງວ່າ ບໍ່ມີສ່ວນພົວພັນກັນ ເພາະວ່າລາວໄປ ເພາະລາວໄປຍິງຮ້ານສະປາຂອງຄົນເອເຊຍທັງສາມຮ້ານ. ຄັນລາວໄປຮ້ານທີ່ຕ່າງກັນເຊ່ນວ່າ ຮ້ານສະປາຂອງຄົນເຊື້ອສາຍເອເຊຍຮ້ານນຶ່ງ, ແລ້ວຮ້ານຂອງຊາວເຊື້ອສາຍສະເປນນິສ ຮ້ານນຶ່ງແລະກໍຮ້ານຂອງຄົນຜິວຂາວຮ້ານນຶ່ງ ຂ້ອຍກໍຈະວ່າແນວນັ້ນແທ້. ແຕ່ວ່າອັນນີ້ລາວໄປທັງ 3 ຮ້ານທີ່ເປັນຂອງຄົນເຊື້ອສາຍເອເຊຍໝົດເລີຍ.”

ທ່ານນາງໃຫ້ລາຍລະອຽດເພີ້ມເຕີມວ່າໃນສາມຮ້ານອົບນວດເກົາຫລີທີ່ຖືກຍິງນັ້ນ, ຮ້ານທໍາອິດແມ່ນຕັ້ງຢູ່ຫ່າງຈາກໃຈກາງນະຄອນແອັດ ແລນຕາ ປະມານ 30 ໄມ ຫລື 50 ກິໂລແມັດ ມີຄົນເສຍຊີວິດ 4 ຄົນ. ສ່ວນອີກ 2 ຮ້ານ ຄືຮ້ານ Gold Spa ແລະຮ້ານ Aromatherapy Spa ແມ່ນຕັ້ງຢູ່ກົງກັນຂ້າມກັນຢູ່ໃຈກາງເມືອງແລະຖືກຍິງໃນໄລຍະໄລ່ເລ່ຍກັນ ຊຶ່ງມີແມ່ຍິງເຊື້ອສາຍເອເຊຍ 4 ຄົນເສຍ ຊີວິດຄາທີ່.