ນະຄອນ ແກ້ວດາຣາ ນັກສຶກສາລາວ ອາເມຣິກັນ ໄຝ່ຝັນຢາກຈະເປັນ ນັກສ້າງຮູບເງົາ

  • ກິ່ງສະຫວັນ ປະຖຳມະວົງ

ນະຄອນ ແກ້ວດາຣາ ນັກສຶກສາລາວ ອາເມຣິກັນ ກໍາລັງຮຽນວິຊາການ ສ້າງຮູບເງົາ ທີ່ມະຫາວິທະຍາໄລ Santa Monica ທີ່ລັດ California.

ນັບ​ຕັ້ງແຕ່ສົງ​ຄາມ​ອິນ​ດູ​ຈີນ ແລະ​ສົງ​ຄາມ​ລັບ​ຢູ່​ໃນ​ລາວ (1962-
1975) ໄດ້​ສິ້ນ​ສຸດ​ລົງ​ໄປ​ເມຶ່ອ 37 ປີ​ກ່ອນ ລາຍ​ລ​ະ​ອຽດ ຂອງ
ຄວາມ​ລັບ​ຕ່າງໆ ກ່ຽວ​ກັບ​ສົງ​ຄາມ ​ໄດ້​ຖືກ​ເປີດ​ເຜີຍ​ອອກ​ມາຈາກ
ບັນ​ດາ​ນັກ​ລົບ ນັກ ການເມືອງ ແລະ​ນັກ​ຄົ້ນຄວ້າ​ ທີ່ຂຽນໃຫ້​ຊາວ
ໂລກໄດ້​ອ່ານ ​ໄດ້ຮູ້ເຖິງ​ ຄວາມ​ທຸກ​ທໍ​ລະ​ມານ ການ​ສູນ​ເສຍ​ຊີ​ວິດ
ການ​ຫາຍ​ສາບ​ສູນ ແລະ ຄວາມ​ພິ​ນາດ​ຢູ່ໃນສົງ​ຄາມ​ດັ່ງ​ກ່າວ. ​
ເລື້ອງ​ລາວ​ ຂອງສົງຄາມໄດ້​ຖືກ​ນໍາສ້າງເປັນ​ຮູບ​ເງົາ ທັງທີ່ເປັນ
ເລື່ອງ​ແທ້ ແລະເລື່​ອງ​ຈິງອິງ​ນິຍາຍ ​ເພື່ອສ້າງ​ບັນຍາກາດ​ໃຫ້ຜູ້
ຊົມຕື່ນ​ເຕັ້ນ.

ຮູບ​ເງົາເລື່ອງ​ທຳ​ອິດທີ່​ສ້າງ​ຂື້ນ ກ່ຽວ​ກັບສົງຄາມ​ໃນ​ລາວ ​ມີຊື່ວ່າ
Uncommon Valors ​ສ້າງ​ໃນ​ປີ 1983 ​ທີ່​ສະ​ແດງ​ເຖິງ​ຄວາມ​
ອົງ​ອາດ​ກ້າ​ຫານ ​ໃນການ​ເຂົ້າ​ໄປ​ລັກ​ພາ​ໂຕນັກໂທດທີ່​ເປັນທະ​ຫານສະ​ຫະ​ລັດ ອອກ​ມາ
“ຈາກ​ຄຸກໃນ​ເມືອງ​ລາວ ​ຕິດ​ຕາມ​ມາ​ກໍ​ມີ ​ຮູ​ບ​ເງົາກ່ຽວ​ກັບ​ຄວາມ​ຮັກ Love is forever ສ້າງ
ໃນ​ປີ 1983 ຢູ່​ໃນລາຍການໂທ​ລະ​ພາບ ເປັນ​ເລຶ່ອງຊີ​ວິດ​ແທ້​ຂອງນັກ​ຂ່າວອອ​ສ​ເຕຣ​ເລຍ John Everingham ທີ່ໃຊ້ຄວາມກ້າ​ຫານຂອງ​ລາວ ມຸດ​ນ້ຳ​ເຂົ້າ​ໄປ​ລັກ​ເອົາ​ຄົນ​ຮັກ ​ທີ່ເປັນ
ສາວ​ລາວ​ ອອກ​ມາ​ຈາກ​ເມືອງ​ລາວ.

ຕໍ່ມາ​ກໍ​ມີ​ຮູບ​ເງົາກາຕູນ​ຕະລົກ ທີ່​ມີຊື່​ສຽງ​ໃນສະຫະລັດ ຖ່າຍ​ທອດ​ອອກ​ທາງ​ໂທລະພາບ​
ທຸກໆ​ອາທິດ ຊື່ວ່າ King of the Hill ຖ່າຍ​ທອດ​ໃນ​ປີ 1993. ຢູ່ໃນ​ຕອນ​ນຶ່ງຂອງ​ເລື່ອງ​ນີ້​
ໄດ້​ກ່າວ​ເຖິງຊີ​ວິດ​ຂອງ​ເດັກ​ນ້ອຍອົບ​ພະ​ຍົບ​ລາວ ຢູ່ທີ່​ລັດ Texas.

The Ravens ແມ່ນ​ຊື່ປື້ມ​ທີ່​ຂຽນ​ໂດຍ Christopher Robbins ​ເຜີຍ​ແຜ່​ໃນ​ປີ 1988 ​ທີ່​ກ່າວເຖິງ​ຊີ​ວິດ​ຂອງ​ພວກ​ນັກ​ບິນ​ຮັບ​ຈ້າງ​ຂອງ ບໍ​ລິ​ສັດ Air America ທີ່​ເປັນ​ນາມ​ແຝງຂອງ
​ໜ່ວຍປະ​ຕິ​ບັດ​ງານ​ລັບ​ຢູ່​ໃນ​ລ​າວ ຂອງອົງການ​ສືບ​ລັບ ຊີ.ໄອ​.ເອ ຂອງສະຫະລັດ. ຕໍ່​ມາ
ເລື່ອງ​ນີ້ໄດ້ສ້າງເປັນຮູ​ບ​ເງົາ​ຊື່​ວ່າ Air America ​ໃນ​ປີ 1990. ຕິດ​ຕາມ​ມາອີກ​ກໍມີ ເລື່ອງ Lethal Weapon I ສ້າງ​ໃນ​ປີ 1987 ແລະ Spy Game ສ້າງ​ໃນ​ປີ 2001 ​ເປັນ​ເລື່ອງ
ກ່ຽວກັບ​ຊີວິດ​ຂອງ ຊີ​.ໄອ.​ເອ. ​ທັງ​ໝົດ​ນີ້ໄດ້ສ້າງ​ຂື້ນມາ ໂດຍວົງການ Hollywood ​ແລະ
ຂຽນ​ໂດຍນັກ​ປະພັນ ​ອາ​ເມ​ຣິກັນ ​ເພື່ອ​ເປັນ​ການ​ບັນເທີງ ໂດຍທີ່ຄົນ​ລາວ​ຜູ້​ມີປະ​ສົບ​ການ​
ກັບ​ຊີວິດອັນ​ແທ້​ຈິງ​ນັ້ນ ບໍ່ມີ​ສ່ວນ​ໃນ​ການບອກ​ເລົ່າ ​ເຖິງ​ຊີວິດ​ແທ້​ຂອງ​ເຂົາ​ເຈົ້າ.

ໃນ​ປີ 2008 ກໍ​ມີຮູບ​ເງົາ​ກ່ຽວ​ກັບ​ບັນ​ທຶກ​ສົງ​ຄາມລັບ​ຢູ່​ໃນ​ລາວ ​ທີ່​ຊຶ່​ວ່າ “The Betrayal”
ຫລື​ວ່າ “ເນ​ລະ​ຄຸ​ນ” ຂຽນ​ໂດຍ Ellen Kuras ແລະ ທະວີ​ສຸກ ພະ​ສະວັດ ​ກ່ຽວ​ກັບຊີວິດ​ການ​ເປັນອົບ​ພະ​ຍົບຂອງ ຄອບຄົວພະ​ສະ​ວັດ ​ແລະ​ສົງຄາມ​ລັບ​ໃນ​ລາວ ເປັນຮູບ​ເງົາເລື່ອງທຳ​ອິດ​ໃນ​ປະ​ວັດ​ສາດ ທີ່​ມີ​ຄົນ​ລາວຜູ້​ນຶ່ງ ມີຊື່​ຕິດເປັນ​ຜູ້​ຂຽນຮ່​ວມຢູ່​ໃນ​ເລື່ອງ​ນີ້ ​ແລະໄດ້ຮັບ​ກ​ຽດຖືກ
ສ​ະ​ເໜີຊື່ແຂ່ງຂັນເອົາ​ລາງວັນຕຸກກະຕາ​ຄໍາ ອອສກ້າ ຫລື​ Academy Award ຈາກ Hollywood ​ແຕ່​ບໍ່​ໄດ້.

ປັດ​ຈຸ​ບັນນີ້ ມີ​ໜຸ່ມລາ​ວ-ອາ​ເມຣິກັນຄົນ​ນຶ່ງ ຊື່​ວ່າ ​ນະ​ຄອນ ແກ້ວ​ດາ​ຣາ ​ເປັນນັກ​ສຶກສາຢູ່
ມະ​ຫາວິ​ທະ​ຍາ​ໄລ Santa Monica ລັດ California ກໍາລັງ​ສຶກສາ​ກ່ຽວ​ກັບວິຊາ​ການສ້າງ​
ຮູບ​ເງົາ. ລາວ​ມີ​ຄວາມໄຝ່ຝັນ​ຢາກ​ເປັນ​ດາຣາຮູບ​ເງົາ ​ແລະ​ຜູ້​ສ້າງ​ຮູບ​ເງົາ ຍ້ອນ​ວ່າ​ລາວ​ໄດ້
​ຄົ້ນ​ພົບ ກ່ຽວ​ກັບ​ປະວັດ​ສາດການ​ຖີ້ມລະ​ເບີດຂອງສະຫະລັດ ​ແລະ​ບັນດາ​ປະເທດຕ່າງໆ
ທີ່​ເຂົ້າ​ມາ​ແຊກ​ແຊງ​ຢູ່​ໃນ​ລາວ. ແກ້ວນະຄອນ ​ໄດ້​ເລີ້ມຂຽນ​ບົດຮູບ​ເງົາ​ເລື່ອງ Rose & Red Ants ຫລື​ວ່າ ກຸ​ຫລາບ​ກັບ​ມົດ​ແດງ ຊຶ່ງ​ເປັນ​ເລື່ອງ​ສາ​ລະ​ຄະ​ດີ ຢູ່​ໃນ​ໂຄງ​ການ​ຄົ້ນ​ຄ້ວາ ​ກ່ຽວ​ກັບບັ້ນ​ນຶ່ງ​ຂອງປະ​ວັດ​ສາດ​ສົງຄາມ​ຢູ່​ໃນລາວ ​ແລະເລື່ອງ Frog Eats Moon ຫລື ກົບ​ກິນ​ເດືອນ ທີ່ກ່ຽວ​ກັບຄວາມ​ພິ​ນາດ​ຂອງສົງຄາມ ​ໃນພະ​ລາດ​ຊະ​ອາ​ນາ​ຈັກ​ລາວ. ​ນະຄອນໄດ້ໃຫ້
ການ​ສໍາພາດ​ກັບ ວີ​ໂອ​ເອ ກ່ຽວ​ກັບ​ຄວາມໄຝ່​ຝັນ​ໃນ​ການ​ຢາກ​ເປັນ​ຜູ້​ສ້າງ​ຮູບ​ເງົາ ທີ່​ປະສົບ
ຜົນ​ສໍາ​ເລັດ ດັ່ງ​ນີ້:

Nakone Keodara (right


Your browser doesn’t support HTML5

Nakone Keodara



ສະຫະລັດ ອາ​ເມຣິກາ ​ເປັນ​ປະ​ເທດ​ທີ່​ມີ​ຊື່​ສຽງ​ທີ່​ສຸດໃນໂລກ​
ທາງດ້ານ​ອຸດສາ​ຫະກໍາການ​ສ້າງ​ຮູບ​ເງົາ ​ແລະຜະລິດຜົນ​ທີ່
ໄດ້​ຮັບ​ຄວາມນິຍົມສູງ ເຜີ​ຍ​ແຜ່ອອກ​ໄປ​ສ້າງ​ຄວາມສະໜຸກສະໜາ​ນ​ໃຫ້ທົ່ວ​ໂລກ. ການ
ສ້າງ​ຮູ​ບ ​ເງົາ​ຂອງບັນດາບໍ​ລິ​ສັດ Hollywood ​ຕ້ອງ​ໄດ້ໃຊ້​ເງິນ​ຢ່າງ​ມະຫາສານ. ຜູ້​ຊ່ຽວ
ຊານ​ດ້ານ​ການ​ສ້າງ ການ​ຂຽນ​ບົດ ​ກໍາກັບ​ການ​ສະ​ແດງທີ່​ແນບ​ນຽນ ພ້ອມ​ທັງຜູ້​ສະ​ແດງ​
ທີ່​ມີພອນ​ສະຫວັນ ຫລິ້ນ​ບົດບາດ​ໄດ້​ເກ່ງ ແລະສ້າງ​ຜົນ​ງານ​ທີ່​ດີ​ເດ່​ນ ນໍາໄປສູ່ການ​ໄດ້
ຮັບລາງວັນອອສກ້າ ຫລື Academy Awards ນັ້ນ ​ແມ່ນ​ຖື​ວ່າ​ເປັນຄວາມ​ສໍາ​ເລັດ​ອັນ​
ສູງ​ສຸດ​ຂອງ​ອຸດສາຫະກໍາ​ດ້ານນີ້. ​