Your browser doesn’t support HTML5
ລາຍງານຂ່າວກ່ຽວກັບ ທ່ານນາງວົງເພດ ສົມຈັນມະວົງ ພະນັກງານແພດຊ່ຽວຊານດ້ານການຖ່າຍພາບລັງສີ
ໃນຂະນະທີ່ພະຍາດໂຄວິດ-19 ກຳລັງລະບາດຢ່າງໜັກຢູ່ທາງພາກໃຕ້ຂອງສະຫະລັດຢູ່ນີ້, ລັດຟລໍຣິດາກໍເປັນລັດນຶ່ງທີ່ມີການຕິດພະຍາດດັ່ງກ່າວເພີ້ມສູງຂຶ້ນນັບມື້ ແລະຈຳນວນຄົນເສຍຊີວິດຍ້ອນພະຍາດນີ້ ກໍເພີ້ມຂຶ້ນຕາມໆກັນ. ວີໂອເອລາວ ໄດ້ສຳພາດກັບຄົນລາວອາເມຣິກັນຜູ້ນຶ່ງທີ່ອາໄສຢູ່ໃນເມືອງຟອດມາຍເອີ ຕັ້ງຢູ່ແຄມຝັ່ງກ້ຳຕາເວັນຕົກສຽງໃຕ້ຂອງລັດຟລໍຣິດາ ຊຶ່ງທ່ານນາງໄດ້ເລົ່າເຖິງປະຫວັດຫຍໍ້ຂອງເພິ່ນ ສູ່ວີໂອເອລາວຟັງວ່າ:
Your browser doesn’t support HTML5
ທ່ານນາງວົງເພັດ ສົມຈັນມະວົງ ກ່າວເຖິງປະຫວັດຫຍ້ໍຂອງເພິ່ນ
ທ່ານນາງວົງເພັດ ສົມຈັນມະວົງ ຢູ່ໃນຫ້ອງຖ່າຍພາບລັງສີ ທີ່ໂຮງໝໍແຫ່ງນຶ່ງ ໃນເມືອງຟອດ ມາຍເອີສ໌ ລັດຟລໍຣິດາ ທາງພາກຕະເວັນອອກສຽງໃຕ້ຂອງສະຫະລັດ.
ບັນດາພະນັກງານແພດທັງຫຼາຍ ໂດຍສ່ວນໃຫຍ່ຈະເປັນພະນັກງານຈຳເປັນທັງນັ້ນ ໃນລະຫວ່າງການລະບາດຂອງໂຄວິດ-19. ດັ່ງນັ້ນ ພວກພະນັກງານແພດຈຶ່ງຕ້ອງໄດ້ໄປເຮັດວຽກຕາມປົກກະຕິໃນແຕ່ລະວັນ. ທ່ານນາງໄດ້ເລົ່າສູ່ຟັງກ່ຽວກັບບົດບາດໜ້າທີ່ຂອງເພິ່ນເປັນພາອັງກິດວ່າ ເພິ່ນເປັນ “ພະນັກງານແພດຊ່ຽວຊານດ້ານການຖ່າຍພາບລັງສີພາຍໃນຮ່າງກາຍ ເພື່ອຊ່ອຍທ່ານໝໍໃນການວິນິດໄສພະຍາດຂອງຄົນເປັນໂຄວິດ ດ້ວຍການຖ່າຍພາບລັງສີ” ຊຶ່ງທ່ານນາງໄດ້ອະທິບາຍຕື່ມເປັນພາສາລາວດັ່ງນີ້:
Your browser doesn’t support HTML5
ທ່ານນາງວົງເພັດ ສົມຈັນມະວົງ ອະທິບາຍເຖິງບົດບາດໜ້າທີ່ຂອງເພິ່ນ
ສະນັ້ນອາການເລືອດກ້າມໃນເສັ້ນເລືອດຢູ່ປອດຍ້ອນພະຍາດໂຄວິດນັ້ນ ຈະພາໃຫ້ຄົນປ່ວຍຫາຍໃຈຫອບ ຫຼືຫາຍໃຈຝືດ ແລະຖ້າບໍ່ໃຊ້ເຄື່ອງຊ່ວຍຫາຍໃຈ ຫຼືພູມຕ້ານທານຕໍ່ສູ້ກັບພະຍາດໂຄວິດບໍ່ໄດ້ແລ້ວ ໃນທີ່ສຸດຜູ້ປ່ວຍກໍຈະເສຍຊີວິດໄປ.