ທ.ນ. ເມກຂະລີ ຄົນລາວ-ອາເມຣິກັນ ຢູ່ນະຄອນລາສ ເວກັສ ກ່າວເຖິງສະພາບການ ໃນລະຫວ່າງ ພະຍາດໂຄວິດລະບາດ

ທ່ານນາງເມກຂະລີ ຣາຊະວົງ ຊາວລາວ-ອາເມຣິກັນ ອາໄສຢູ່ໃນນະຄອນລາສ ເວກັສ ຂອງລັດເນວາດາ ຊຶ່ງເປັນສະຖານທີ່ແຫ່ງການບັນເທີງ ແລະການພະນັນທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ ນັບຕັ້ງແຕ່ປີ 1998 ເປັນຕົ້ນມາຈົນເຖິງປັດຈຸບັນ.

ທ່ານນາງເມກຂະລີ ຣາຊະວົງ ອາໄສຢູ່ໃນນະຄອນລາສ ເວກັສ ລັດເນວາດາ ມາຕັ້ງແຕ່ປີ 1998. ນະຄອນລາສ ເວກັສ ເປັນເມືອງແຫ່ງການບັນເທີງ ແລະການພະນັນທີ່ຫຼາກຫຼາຍ ຊຶ່ງມີຊື່ສຽງໂດ່ງດັງໄປທົ່ວໂລກ ຕົກມາໃນທ້າຍປີ 2019 ທ່ານນາງໄດ້ຕົກງານ ຍ້ອນເສດຖະກິດຕົກຕໍ່າ ແລະໄດ້ຊອກຫາວຽກໃໝ່ນັບຕັ້ງແຕ່ນັ້ນມາ ຈົນມາເຖິງເດືອນມີນາ 2020 ກໍເກີດການລະບາດຂອງໄວຣັສ ໂຄໂລນາ ຈຶ່ງເຮັດໃຫ້ການຊອກຫາວຽກໃໝ່ຂອງເພິ່ນຕ້ອງໄດ້ຢຸດສະງັກ. ທ່ານນາງເມກຂະລີ ໄດ້ກ່າວຕໍ່ວີໂອເອລາວວ່າ ພວກຮ້ານອາຫານ ທຸລະກິດຕ່າງໆ ຕະຫຼອດເຖິງສະຖານຫຼິ້ນການພະນັນ ຫຼື ກາຊີໂນຈຳນວນນຶ່ງ ກໍຕ້ອງໄດ້ປິດກິດຈະການ ແຕ່ກາຊີໂນໃຫຍ່ບາງແຫ່ງ ກໍຍັງດຳເນີນທຸລະກິດ ຕໍ່ໄປຢູ່ ດັ່ງທີ່ທ່ານນາງ ກ່າວສູ່ຟັງວ່າ:

Your browser doesn’t support HTML5

ທ່ານນາງເມກຂະລິ ຣາຊະວົງ ກ່າວກ່ຽວກັບ ສະພາບການຂອງສະຖານທຸລະກິດຕ່າງໆໃນນະຄອນລາສ ເວກັສ

ການດຳເນີນທຸລະກິດຂອງກາຊີໂນໃຫຍ່ ກໍຕ້ອງໄດ້ເອົາມາດຕະການປ້ອງກັນການລະບາດຢ່າງເຂັ້ມງວດເຊັ່ນກັນ ດັ່ງທີ່ທ່ານນາງເມກຂະລີ ກ່າວສູ່ຟັງດັ່ງນີ້:

Your browser doesn’t support HTML5

ທ່ານນາງເມກຂະລິ ຣາຊະວົງ ກ່າວກ່ຽວກັບ ສະຖານຫຼິ້ນການພະນັນ ໃນນະຄອນລາສ ເວກັສ ດຳເນີນທຸລະກິດ

ສ່ວນການລະບາດຂອງໄວຣັສໂຄວິດ-19 ຢູ່ໃນນະຄອນລາສ ເວກັສ ກໍບໍ່ມີຫຼາຍເຖິງຂັ້ນວິກິດການຄືກັນກັບຢູ່ໃນລັດໃກ້ຄຽງເຊັ່ນລັດຄາລີຟໍເນຍ ແຕ່ພວກນັກຫຼິ້ນການພະນັນທັງຫຼາຍ ຈາກລັດຄາລີຟໍເນຍ ກໍເດີນທາງເຂົ້າໄປ ໃນລັດເນວາດາຢູ່ເລື້ອຍໆອີງຕາມການກ່າວຂອງທ່ານນາງເມກຂະລີ.