ເມື່ອການລະບາດໄດ້ເລີ້ມຕົ້ນຂຶ້ນໃນເດືອນມີນາຢູ່ໃນສະຫະລັດ ສ່ວນໃຫຍ່ພວກຜູ້ສູງອາຍຸເປັນກຸ່ມທີ່ມີຄວາມສຽງສູງທີ່ສຸດ ຍ້ອນປັດໄຈຫຼາຍຢ່າງເຊັ່ນວ່າ ໂຣກປະຈຳຕົວ ພູມຕ້ານທານທີ່ຫລຸດນ້ອຍຖອຍລົງ ແລະສຸຂະພາບອ່ອນເພຍ ເປັນ ຕົ້ນ ແລະການເສຍຊີວິດໃນກຸ່ມພວກຜູ້ເຖົ້າຜູ້ແກ່ກໍແມ່ນສູງກວ່າພວກຊາວໜຸ່ມ.
ດ້ວຍສາເຫດທີ່ກ່າວມານັ້ນ ຍານາງ ວິສາຂະ ແສນທອງ ຊາວລາວອາເມຣິກັນ ໄວ 80 ກວ່າປີ ທີ່ອາໄສຢູ່ບ້ານພັກສ່ວນຕົວ ໃນນະຄອນເດັນເວີ ລັດໂຄໂລຣາໂດ ກໍມີຄວາມເປັນຫ່ວງແລະຍ້ານກົວຫຼາຍ ທີ່ຈະຕິດພະຍາດໄວຣັສດັ່ງກ່າວ ຊຶ່ງເພິ່ນເລົ່າສູ່ວີໂອເອລາຟັງ ກ່ຽວກັບການເປັນຢູ່ໃນຊ່ວງການລະຍາດຂອງໄວຣັສໂຄໂຣນາວ່າ:
Your browser doesn’t support HTML5
ຍານາງ ວິສາຂະ ແສນທອງ ກ່າວກ່ຽວກັບ ການດຳລົງຊີວິດ ທ່າມກາງການລະບາດຂອງໂຄວິດ-19
ສ່ວນພວກລູກຫຼານຂອງຍານາງ ວິສາຂະ ທີ່ອາໄສຢູ່ໃນນະຄອນເດັນເວີ ກໍຍັງເປັນຫ່ວງເປັນໃຍບິດາ ຈຶ່ງໄດ້ພາກັນຊື້ຂອງຢູ່ຂອງກິນ ມາໃຫ້ຍານາງວິສາຂະ ເປັນບາງຄັ້ງບາງຄາວ ຊຶ່ງເພິ່ນໄດ້ກ່າວວ່າ “ເຄື່ອງທີ່ລູກເຕົ້າຊື້ມາໃຫ້ນັ້ນ ແມ່ນເອົາປະໄວ້ຢູ່ໜ້າປະຕູແລ້ວຈຶ່ງເອົາເຂົ້າມາໃນເຮືອນ.”
ບັນດາລູກຫລານຂອງຍານາງ ວິສາຂະ ແສນທອງ ແລະຍາດພີ່ນ້ອງ
ແລະເມື່ອພວກເຂົາເຈົ້າຢາກຈະມາຢ້ຽມຢາມຍານາງວິສາຂະ ເພິ່ນກໍໄດ້ເວົ້າສູ່ຟັງວ່າ:
Your browser doesn’t support HTML5
ຍານາງ ວິສາຂະ ແສນທອງ ກ່າວກ່ຽວກັບການມາຢ້ຽມຢາມຂອງລູກຫລານ
ເພື່ອປ້ອງກັນພວກຜູ້ເຖົ້າຜູ້ແກ່ໂດຍສະເພາະຜູ້ເປັນບິດາແລະມານດາຈາກພະຍາດໄວຣັສໂຄໂຣນາ ໝົດທຸກຄົນຄວນປະຕິບັດຕາມຄຳແນະນຳຂອງທາງການຢ່າງເຂັ້ມງວດ.