ໃນລາຍການຊີວິດຊາວລາວ ມື້ນີ້ ເຮົາຈະສະເໜີທ່ານ ເລື້ອງ
ການສະຫລອງວັນຊາດ ອາເມຣິກາ ຄົບຮອບ 239 ປີ ຄືວັນເສົາ
ທີ 4 ກໍລະກົດ ທີ່ຜ່ານມາ. ນອກຈາກນັ້ນ ເຮົາຍັງຈະນຳພາທ່ານ
ໄປສັງເກດເບິ່ງ ພີ່ນ້ອງຊາວລາວ ທີ່ພາກັນສະຫລອງວັນຊາດ
ນີ້ຢ່າງໃດ ຢູ່ເມືອງ Harrisonburg ຫ່າງຈາກ ນະຄອນຫລວງ
ວໍຊິງຕັນ ໄປທາງທິດຕາເວັນຕົກ 131 ໄມລ໌ ຫລື 211 ກິໂລ
ແມັດ. ເມືອງນີ້ເປັນເມືອງນ້ອຍໆ ຕັ້ງຢູ່ຕີນພູ ມີທົ່ງຫຍ້າຂຽວງາມ
ສະຫວາດສະເຫວີຍ. ຊີວິດການເປັນຢູ່ຂອງຊາວລາວ-ອາເມຣິກັນ
ຢູ່ຂົງເຂດດັ່ງກ່າວເປັນຢ່າງໃດນັ້ນ ກິ່ງສະຫວັນ ຈະເລົ່າສູ່ທ່ານຟັງ.
Your browser doesn’t support HTML5
ຟັງການສຳພາດ ຊາວລາວ-ອາເມຣິກັນ ໃນວັນສະຫລອງບຸນ ວັນຊາດ ສະຫະລັດ ທີ່ 4 ກໍລະກົດ
ຊາວອາເມຣິກັນ ສະຫລອງບຸນວັນຊາດ ດ້ວຍການເດີນສວນສະໜາມ
ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ຂ້າພະເຈົ້າ ຈະພາທ່ານໄປຮຽນ
ຮູ້ກ່ຽວກັບ ການ ສະຫລອງວັນຊາດ ສະຫະລັດ ຄົບຮອບ 239 ປີ
ວັນເສົາ ທີ 4 ເດືອນກໍລະກົດ ປີ 2015 ທີ່ຫາກໍຜ່ານມານີ້. ຊາວ
ອາເມຣິກັນ ພາກັນຖືໂອກາດນີ້ ສະຫລອງກັນຢ່າງຄຶກຄື້ນ ເນື່ອງ
ຈາກວ່າ ວັນຊາດອາເມຣິກາ ປີນີ້ຕົກຖືກວັນເສົາ ຊຶ່ງວັນສຸກ ທີ 3
ເປັນມື້ພັກທາງລາດຊະການ. ໃນເວລານັ້ນ ຊາວອາເມຣິກັນ
ຫຼາຍຄົນໄດ້ພາກັນເດີນທາງທັງໃກ້ ແລະໄກ ໄປຢ້ຽມຢາມຍາດຕິ
ພີ່ນ້ອງ ຢູ່ຕາມເມືອງນ້ອຍ ແລະໃຫຍ່ ຕາມບ້ານເຮືອນ ຖະໜົນ
ຫົນທາງຈະຕົກແຕ່ງດ້ວຍ ທຸງຊາດອາເມຣິກັນ ເພື່ອຕ້ອນຮັບວັນ
ຄົບຮອບ 239 ປີ ຂອງການເປັນເອກກະລາດ ຈາກອັງກິດ.ໃນວັນດັ່ງກ່າວນີ້ ມີການເດີນ
ສວນສະໜາມ ກິນເຂົ້າປ່າ ປິກນິກ ຢູ່ຕາມແຄມທະເລ ຈູດບັ້ງໄຟດອກ ແລະຊົມການສະແດງຄອນເສີດ.
ພິທີສະຫລອງວັນຊາດ ສະຫະລັດ ທີ່ເດີ່ນ ທຳນຽບຂາວ
ປະທານາທິບໍດີ Barack Obama ໄດ້ໃຫ້ພອນແກ່ຊາວອາ
ເມຣິກັນທັງໝົດວ່າ ຈົ່ງພາກັນມ່ວນຊື່ນໃນວັນທີ 4 ກໍລະກົດ
ຢູ່ໃນຄຳປາໄສປະຈຳສັບປະດາຂອງທ່ານ. ວັນດັ່ງກ່າວ ຍັງ
ເປັນຂີດໝາຍວັນເກີດ 17 ປີ ຂອງລູກສາວກົກຂອງທ່ານຄື
ນາງ Malia ນຳ.
ນອກຈາກນັ້ນ ຄອບຄົວຂອງທ່ານ Obama ຍັງໄດ້ມີແຜນ
ການວ່າຈະເປັນເຈົ້າພາບດ້ວຍການ “ປີ້ງ barbecue ຢູ່
ຫລັງບ້ານ” ທີ່ທຳນຽບຂາວ ໃນວັນເສົາໃຫ້ແກ່ພວກທະ
ຫານ ແລະຄອບຄົວເຂົາເຈົ້າ ຫລາຍຮ້ອຍຄົນ ແຕ່ຕ້ອງໄດ້ຍົກເລີກໄປ ຍ້ອນຝົນຕົກແຕ່ໄດ້
ຈັດໃຫ້ມີການສະຫລອງແນວໃໝ່ແທນ.
ໃນຂະນະດຽວກັນຢູ່ທີ່ ນະຄອນຫລວງ ວໍຊິງຕັນ ກໍໄດ້ມີພິທີສາບານໂຕ ເຂົ້າເປັນສັນຊາດ
ໃໝ່ຂອງ 100 ຄົນ ໂດຍການກ່າວໃຫ້ຄຳໂອວາດ ຈາກຫົວໜ້າ ອົງການ CIA ທ່ານ John
Brennan ຊຶ່ງໄດ້ຈັດຂື້ນທີ່ Mount Vernon ບ້ານພັກຂອງ ທ່ານ George
Washington ປະທານາທິບໍດີ ຄົນທຳອິດຂອງ ສະຫະລັດ.
Your browser doesn’t support HTML5
US Independence Day
ໃນວັນທີ 4 ກໍລະກົດ ປີ 1776 ບັນດາເຈົ້າໜ້າທີ່ ຜູ້ຕາງໜ້າຂອງ 13 ຫົວເມືອງຂື້ນ ອາເມ
ຣິກາ ໄດ້ຮັບຮອງເອົາຢ່າງເປັນທາງການ ຕໍ່ຄຳປະກາດເອກກະລາດແຍກອອກຈາກການ
ເປັນເມືອງຂື້ນອັງກິດ.
ຊາວລາວ ທີ່ໄດ້ກາຍມາເປັນປະຊາຊົນອາເມຣິກັນ ຕ່າງກໍໄດ້ພາກັນມ່ວນຊຶ່ນກັບ ການສະຫລອງວັນຊາດ ອາເມຣິກັນ ໂດຍການເຕົ້າໂຮມກັນ ຢູ່ຕາມບ້ານເຮືອນ ແລະວັດວາອາ
ຮາມ ສູນກາງຂອງສັງຄົມ. ໂດຍສະເພາະ ຢູ່ວັດລາວພຸດທະວົງ ເຂດນະຄອນຫລວງ ວໍຊິງ
ຕັນ ໄດ້ເປັນບ່ອນເຕົ້າໂຮມກັນໃນແຕ່ລະປີ ໂດຍມີພໍ່ຄ້າຊາວຂາຍ ນຳເຄຶຶ່ອງປູກຂອງຝັງມາ
ວາງຂາຍຈາກລັດ Florida ແລະມີດາຣານັກຮ້ອງລາວ-ອາເມຣິກັນ ແລະນັກຮ້ອງຈາກ ສປປ ລາວມາຮ່ວມ.
ຈູດບັງໄຟດອກ ໃນວັນສະຫລອງວັນຊາດ
ໃນຂະນະດຽວກັນຢູ່ທີ່ ເມືອງ Harrisonburg ເມືອງນ້ອຍໆທີ່ໜ້າ
ຮັກຕັ້ງຢູ່ຕີນພູ ມີທົ່ງຫຍ້າຂຽວງາມ ຫ່າງຈາກນະຄອນຫລວງ ວໍຊິງ
ຕັນ ໄປທາງທິດຕາເວັນຕົກຂອງ 131ໄມລ໌ ຫລື 211 ກິໂລແມັດ.
ເມືອງນີ້ເປັນເມືອງອຸດສາຫະກຳ ປາດຊີ້ນໄກ່ ແລະມີມະຫາວິທະ
ຍາໄລ ທີ່ມີຊື່ສຽງຄື James Madison University. ມີປະຊາ
ກອນລາວ ຕັ້ງຖິ່ນຖານຢູ່ທີ່ນີ້ 31 ຄອບຄົວ ແລະມີຮ້ານອາຫານ
ທີ່ຄົນລາວເປັນເຈົ້າຂອງ 3 ຮ້ານ.
ເນຶ່ອງໃນວັນສະຫລອງວັນຊາດ ອາເມຣິກັນ ດັ່ງກ່າວນີ້ ບັນດາລູກຫລານ ຂອງຍາແມ່ຕູ້
ເພົາ ສີຈຳປານະຄອນ ໄດ້ມີການຊຸມແຊວ ຈັດສະຫລອງວັນເກີດ 90 ປີ ທີ່ກົງກັບວັນຊາດ
ສະຫະລັດ. ຍາແມ່ຕູ້ເພົາ ເກີດເມື່ອວັນທີ 4 ກໍລະກົດ ປີ 1925 ທີ່ບ້ານຈອມແຈ້ງນະຄອນ
ຫລວງວຽງຈັນ. ຍາແມ່ຕູ້ເພົາ ໄດ້ຕິດຕາມລູກເຕົ້າມາຕັ້ງຖິ່ນຖານຢູ່ ສະຫະລັດໃນປີ 1980.
ແມ່ຕູ້ເພົາ ມີລູກ 5 ຄົນ ຫລານ 15 ຄົນ ແລະເຫລັນ 17 ຄົນ ແລະ ທຸກຄົນປະສົບຜົນສຳເລັດໃນວິຊາອາຊີບການທຳມາຫາກິນ ແລະລູກຫຼານໄດ້ຮັບການສຶກສາເປັນຢ່າງດີ. ແລະປັດຈຸບັນນີ້ ແມ່ຕູ້ເພົາ ໄດ້ເປັນສັນຊາດ ອາເມຣິກັນ ແລ້ວ.
ຢູ່ທີ່ຮ້ານອາຫານ Thai Flavor ທີ່ລູກສາວຍານາງຍຸງ ແລະລູກເຂີຍທ່ານດວງເພັດ
ນະຄອນ ເຈົ້າຂອງຮ້ານ ໄດ້ຕ້ອນຮັບເຕົ້າໂຮມກັນ ແລະມີອາຫານພື້ນເມືອງລາວຢ່າງຄົບ
ຖ້ວນ. ແມ່ຕູ້ເພົາ ໄດ້ໂອ້ລົມນ້ອນນຶ່ງກັບ ວີໂອເອ ດັ່ງນີ້ :
ຍາແມ່ຕູ້ເພົາ ຈຳປານະຄອນ ກຳລັງຊົມຊື່ນກັບເງິນໃບລະ ຮ້ອຍໂດລາ
Your browser doesn’t support HTML5
ຟັງການສຳພາດ ຍາແມ່ຕູ້ເພົາ ຈຳປານະຄອນ ອາຍຸ 90 ປີ
ຮວມເຕົ້າໂຮມຄັ້ງນີ້ມີ ພໍ່ຄົວປາດິບ Sashimi ຊັ້ນຍອດຈາກເມືອງ Saint Petersburg ລັດ Florida ໄດ້ມາວາງບົດບາດສີມື. ທ່ານໄດ້ເລົ່າຊີວິດຄວາມເປັນມາ ສູ່ວີໂອເອ ຟັງວ່າ:
ທ່ານ Peter ຕັນນະວົງ ພໍ່ຄົວປາດິບ Sashimi ຊັ້ນຍອດ
Your browser doesn’t support HTML5
ຟັງການສຳພາດ ທ່ານ Peter ຕັນນະວົງ ພໍ່ຄົວປາດິບ ຊັ້ນຍອດ
ທ່ານດວງເພັດ ນະຄອນ ແລະພັນລະຍາ ຍານາງຍຸງ ເຈົ້າຂອງຮ້ານອາຫານ Thai Flavor ຜູ້ເປັນເຈົ້າພາບໄດ້ ໂອ້ລົມກ່ຽວກັບຊີວິດຄວາມເປັນມາ ແລະການ ເປີດຮ້ານອາຫານວ່າ:
ຍານາງຍຸງ ແລະທ່ານດວງເພັດ ນະຄອນ ເຈົ້າຂອງຮ້ານ Thai Flavor
Your browser doesn’t support HTML5
ຟັງການສຳພາດ ທ່ານດວງເພັດ ນະຄອນ ເຈົ້າຂອງຮ້ານອາຫານ Thai Flavor
ການສະຫລອງບຸນວັນຊາດ ຄົບຮອບ 239 ປີ ຂອງ ສະຫະລັດ ອາເມຣິກາ ໄດ້ຜ່ານພົ້ນໄປດ້ວຍຄວາມມ່ວນຊື່ນ ສະຫງົບ ແລະເປັນລະບຽບຮຽບຮ້ອຍດີ.
ວັນພະຫັດໜ້າ ເຮົາຈຳນຳເອົາຊີວິດການເປັນຢູ່ ຂອງຊາວລາວ-ອາເມຣິກັນ ເລື້ອງໃໝ່ມາສະເໜີທ່ານ ກະລຸນາຕິດຕາມຮັບຟັງ.
Your browser doesn’t support HTML5
US Independence day