ປະຊາຄົມລາວ ອາເມຣິກັນ ຕຽມປ່ອນບັດ ເລືອກຕັ້ງ ປະທານາທິບໍດີ

ທ່ານ Mitt Romney ຜູ້ສະມັກ ປະທານາທິບໍດີ ພັກ ເຣພັບບລິກັນ ແລະ ທ່ານ Barack Obama ປະທານາທິບໍດີ ພັກເດໂມແກຣັທ

ເປັນ​ເວລາ​ເກືອ​ບ​ນຶ່ງ​ປີ​ຜ່ານ​ມາ ປະຊາກອນອາ​ເມຣິກັນໃນທົ່ວ​
ປະ​ເທດ ​ໄດ້​ຕິດຕາມການ​ໂຄສະນາ​ຫາ​ສຽງເລືອກ​ຕັ້ງ​ເອົາ​ປະ
ທານາທິບໍດີ ຊຶ່ງ​ຈະ​ມີ​ການ​ປ່ອນ​ບັດ​ໃນວັນ​ອັງ​ຄານ ທີ 6 ​
ເດືອນ​ພະ​ຈິກ ຈະ​ມາ​ເຖິງ​ນີ້​.

ເກືອບ​ວ່າ​ຕັ້ງ​ແຕ່​ຕົ້ນ​ປີ​ມາ​ແລ້ວ ບັນດາ​ຜູ້​ສະມັກ​ເລືອກ​ຕັ້ງ ໄດ້ພາກັນທຸ່ມ​ເທ​ເຫື່ອ​ແຮງແລະ
ຊັບສິນ ​ໂຄສະນາ​ຫາ​ສຽງ ເພື່ອໃຫ້​ໄດ້​ຮັບການສະໜັບສະໜຸນ​ຈາກ​ບັນດາ​ສະມາຊິກພັກ​ຂອງ​ຕົນ ຊຶ່ງ​ໃນ​ຂັ້ນ​ຕົ້ນ​ກໍ​ແມ່ນເພື່ອ​ໃຫ້​ໄດ້​ຖືກ​ແຕ່ງ​ຕັ້ງ​ ເປັນ​ຜູ້​ສະມັກ​ເລືອກ​ຕັ້ງ​ປະທາ ນາ​ທິບໍດີ​ຕາງໜ້າ​ພັກ ​ແລະ​ຫລັງ​ຈາ​ກນັ້ນ ກໍ​ແມ່ນ​ໂຄສະນາ​ຫາ​ສຽງ​ສະໜັບສະໜຸນ ເພື່ອ​ໃຫ້​ໄດ້​ກ້າວ​ໄປ​ສູ່ໄຊຊະນະ ​ເປັນ​ປະທານາທິບໍດີຄົນ​ໃໝ່ ​ຫລືອີກ​ສະ​ໄໝ​ນຶ່ງ ທີ່​ຈະ​ນໍາພາ​ປະ​ເທດຊາດ ຕໍ່​ໄປອີກ 4 ປີ.

ໃນຂັ້ນ​ຕອນ​ການຄັດ​ເລືອກ​ເອົາ​ຜູ້ສະມັກ​ເລືອກ​ຕັ້ງຕາງໜ້າພັກ​ຣິພັບ​ບລິ​ກັນນັ້ນ ບັນດາ​ຜູ້
ສະມັກ​ແມ່ນໄດ້ໂຕ້​ວາທີກັນມາ​ເປັນ​ລໍາດັບ​ ​ແລະບັດ​ນີ້ ກໍ​ເປັນ​ທີ່​ຮູ້​ກັນ​ແລ້ວ​ວ່າ ທ່ານ Mitt Romney ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ຜູ້ຕາງໜ້າພັກ​ຣິ​ພັບ​ບລິ​ກັນ ​ລົງແຂ່ງຂັນກັບ​ ທ່ານ Barack Obama ປະທານາທິບໍດີສະຫະລັດຄົນ​ປັດຈຸບັນ ທີ່​ສັງກັດຢູ່​ໃນ​ພັກ​ເດ​ໂມ​ແກ​ຣັທ.

​ໃນ​ໄລຍະ​ນຶ່ງ​ເດືອນ ກ່ອນ​ມື້​ປ່ອນ​ບັດ​ເລືອກ​ຕັ້ງນັ້ນ ມັນ​ເປັນ​ປະ​ເພນີທີ່ຜູ້​ສະມັກ​ເລືອກ​ຕັ້ງ
ຈາກ​ທັງ​ສອງ​ພັກ​ການ​ເມືອງ​ໃຫຍ່ ຕ້ອງ​ໄດ້​ໂຕ້​ວາທີ​ກັນເພື່ອ​ຊີ້​ແຈງ​ທັດສະນະ​ຂອງ​ຕົນກ່ຽວ​ກັບ​ບັນ​ຫາ​ຕ່າງ​ໆ ທີ່​ສໍາຄັນ​ຕໍ່​ບັນດາ​ຜູ້​ປ່ອນ​ບັດ​ ເຊ່ນວ່າ ​ສະພາບເສດຖະກິດຂອງ​ປະ​ເທດ ການ​ຫວ່າງ​ງານ ການ​ປິ່ນປົວ​ສຸຂະ​ພາບ ​ແລະນະ​ໂຍບາຍ​ການ​ຕ່າງປະ​ເທດ ທີ່​ພົວພັນ​ກັບ ຄວາມຢູ່​ເຢັນ​ເປັນ​ສຸກຂອງ​ປະຊາກອນສະຫະລັດ ​ແລະ​ຄວາມ​ສະຫງົບ​ສຸກ​ຂອງ​ໂລກ.

ພາຍ​ໃຕ້​ບັນຍາກາດ​ອັນ​ຟົດ​ເດືອດນີ້ ຊາວອາ​ເມຣິກັນ ໄດ້ພາກັນຕິດຕາມ​ນັ່ງຊົມ​ ການ​ໂຕ້​ວາ​ທີທາງ​ໂທລະ​ພາບ ຄັ້ງ​ທໍາ​ອິດລະຫວ່າງ​ທ່ານ​ໂອ​ບາ​ມາ ​ກັບ​ທ່ານ ຣອມນີ ໃນ​ອາທິດ​ແລ້ວ​ນີ້. ​ໃນ​ນັ້ນ ກໍແມ່ນ​ໂຮມ​ທັງສະມາຊິກປະຊາ​ຄົມລາວ- ອາ​ເມຣິກັນ ຊຶ່ງເປັນຜູ້​ມີ​ສິດ​ປ່ອນ​ບັດ ທີ່ໄດ້ພາກັນ​ນັ່ງຟັງແລະຊົມ​ຢ່າງ​ຕັ້ງ​ອົກ​ຕັ້ງ​ໃຈ ເພື່ອ​ຈະໄດ້​ເອົາ​ຂໍ້​ມູນ​ເຫລົ່າ​ນັ້ນ ປະກອບ​ເຂົ້າ​ໃນ​ການຕັດສິນ​ໃຈ​ວ່າ ​ເຂົາ​ເຈົ້າ​ຄວນ​ຈະ​ປ່ອນ​ບັດ​ເອົາ​ຜູ້​ສະມັກ​ຄົນ​ໃດ.

ບາງ​ຄົນ​ທີ່​ໄດ້​ຕິດຕາມ​ການ​ໂຄສະນາ​ຫາ​ສຽງ​ມາ​ໂດ​ຍຕະຫລອດ ກໍ​ອາດ​ໄດ້​ຕັດສິນ​ໃຈ​ເລືອກ​ແລ້ວ ແລະ​ຮູ້ວ່າ ​ດ້ວຍເຫດ ຜົນອັນ​ໃດ ​ເຂົາ​ເຈົ້າ​ຈຶ່ງຈະ​ປ່ອນ​ບັດ​ເອົາ​ຄົນໆ​ນັ້ນ
ດັ່ງ​ທ່ານ​ຈະ​ໄດ້ຟັງຄວາມ​ເຫັນ​ຂອງສາມທ່ານ ທີ່​ໄດ້​ໃຫ້​ສໍາພາດ​ແກ່ວີ​ໂອເອ ຊຶ່ງ​ມີ​ທັງ​ຜູ້​
ທີ່​ສັງກັດຢູ່​ໃນພັກຣີພັບ​ບລິ​ກັນ ພັກ​ເດ​ໂມ​ແກຣັທ ​ແລະ​ບໍ່​ໄດ້​ສະໜັບສະໜຸນ​ພັກ​ໃດ​
ໂດຍສະ​ເພາະ.

ຄົນ​ທໍາ​ອິດ ທ່ານ ສັງ​ທອງ ​ເທບ​ພະ​ລາ​ຊົມ​ພູ ອະດີດ​ນາຍ​ທະຫານ ກອງ​ທັບ​ແຫ່ງ​ພະລາດ​ຊະ​ອານາຈັກ​ລາວ ​ໄດ້ເຂົ້າ​ມາ​ຢູ່ສະຫະ​ລັດໃນ​ປີ 1986. ປັດ​ຈຸ​ບັນ​ນີ້ ​ຕັ້ງ​ຖິ່ນ​ຖານ​ຢູ່​ເມືອງ Elgin ລັດ Illinois. ທ່ານ​ໄດ້ສັນຊາດອາ​ເມຣິກາ ​ໃນ​ປີ 1993 ​ແລະ​ໄດ້​ເຂົ້າ​ເປັນ​ສະມາຊິກ​ໃນ ​ພັກ​ຣີພັບ​ບລິກັນ. ທ່ານສັງ​ທອງ​ກ່າວ​ວ່າ:


Your browser doesn’t support HTML5

sangthong




ຜູ້​ມີ​ສິດ​ປ່ອນ​ບັດ​ອີກ​ທ່ານ​ນຶ່ງ​ກໍ​ຄື ທ່ານດອກ​ເຕີ້ ບໍ​ລິ​ວົງ ຕາ​ໂນ​ວັນ ເຂົ້າ​ມາ​ຢູ່ສະຫະລັດອາ​ເມຣິກາ​ ໃນຕົ້ນ​ຊຸມ​ປີ 1976 ​ປັດ​ຈຸ​ບັນ​ນີ້ ​ຕັ້ງ​ຖິ່ນ​ຖານ​ຢູ່​ນະຄອນ Portland ລັດ Oregon. ທ່ານ​ເປັນອະດີດ​ເຈົ້າ​ໜ້າ​ທີ່​ຝ່າຍ​ຄຸ້ມ​ຄອງ​ເຂື່ອນ​ຂອງລັດ ທີ່​ອອກ​ກິນ​ເບ້ຍ​ບໍານານ​ແລ້ວ ທ່ານ​ໄດ້​ໃຫ້​ທັດສະນະ​ສ່ວນ​ໂຕ​ວ່າ:

ດ້ອກເຕິ້ ບໍງິວົງ ຕາໂນວັນ (ຄົນກາງ) ພ້ອມດ້ວຍຄອບຄົວ






Your browser doesn’t support HTML5

Dr Bolyvong


ຜູ້ມີ​ສິດ​ປ່ອນ​ບັດ​ອີກຄົນ​ນຶ່ງ​ກໍ​ຄື ທ່ານນາງ ບຸນ​ເຮັ່ງ ອິນ​ເວີ​ຊິ​ນ ເຂົ້າ​ມາ​ຢູ່ສະຫະລັດອາ​ເມຣິ
ກາ​ ໃນປີ 1975 ກັບ​ສາມີ​ທີ່​ເປັນ​ຄົນ​ອາ​ເມຣິກັນ. ​ປັດ​ຈຸ​ບັນ​ນີ້ ​ຕັ້ງ​ຖິ່ນ​ຖານ​ຢູ່​ເມືອງ Riverdale ລັດ Maryland. ທ່ານ​ນາງໄດ້​ເປັນສັນຊາດອາ​ເມຣິກັນ ມາ​ຕັ້ງ​ແຕ່​ປີ 1986 ແຕ່​ບໍ່​ໄດ້​ເຂົ້າ​ສັງກັດ​ໃນ​ພັກ​ໃດ ​ໃນ​ສອງ​ພັກ​ການ​ເມືອງ​ໃຫຍ່​ນັ້ນ. ທ່ານ​ນາງ ກ່າວ​ວ່າ:

ທ່ານນາງ ບຸນເຮັງ ອີນວິເຊີນ




Your browser doesn’t support HTML5

Ms. Bounheng



ປະຊາກອນອາ​ເມຣິກັນ ຍັງ​ມີ​ເວລາ​ອີກສາມ​ອາທິດ ກ່ອນ​ຈະ​ຮອດ​ມື້ປ່ອນ​ບັດ ເລືອກ​ຕັ້ງ ​ແລະ​ຍັງຈະ​ໄດ້​ຟັງການ​ໂຕ້​ວາ​ທີ​ ລະຫວ່າງຜູ້​ສະມັກ​ເລືອກ​ຕັ້ງປະທາ ນາທິບໍດີ ​ແລະຮອງ​ປະທານາທິບໍດີ ອີກ​ຄົນ​ລະນຶ່ງ​ຄັ້ງ ກ່ອນ​ທີ່​ຈະ​ໄດ້​ຕັດສິນ​ໃຈ ຢ່າງ​ເດັດຂາດ​ວ່າ ​ເຂົາ​ເຈົ້າ​ຄວນ​ຈະ​ປ່ອນ​ບັດ​ເອົາ​ຄົນ​ໃດ ​ໃຫ້​ເປັນ​ຜູ້ນໍາພາ​ປະ​ເທດ ​ໄປ​ສູ່​ຄວາມ​ມັ່ງຄັ່ງ​ສົມ​ບູນ ​ແລະ​ສັນຕິພາບ ທັງຢູ່​ພາຍ​ໃນປະ​ເທດແລະ​ເທິງ​ເວທີ​ໂລກ​.