ທ່ານຜູ້ຟັງທີ່ເຄົາຣົບ ໃນລາຍການຊີວິດຊາວລາວຂອງ ວີໂອເອ ມື້ນີ້ເຮົາຈະສະເໜີລາຍງານກ່ຽວກັບການສະຫລອງບຸນວັນຊາດອາເມຣິກັນ ວັນຈັນ ທີ 4 ກໍລະກົດ ຕົ້ນສັບປະດານີ້ ຊຶ່ງຊາວອາເມຣິກັນຢູ່ທົ່ວປະເທດ ໄດ້ພາກັນປະກອບ ສ່ວນສະຫລອງຮ່ວມກັນຄົບຮອບ 240 ປີ. ໃນຂະນະດຽວກັນຊາວອາເມຣິກັນເຊື້ອສາຍລາວ ກໍໄດ້ພາກັນຮ່ວມມ່ວນຊື່ນນຳ ຢູ່ທີ່ວັດລາວພຸດທະວົງ ທີ່ເມືອງ Catlett ລັດ Virginia ເພາະສະນັ້ນ ໃນການສຳພາດຂອງເຮົາມື້ນີ້ ທ່ານຈຶ່ງຈະໄດ້ຍິນການໂອ້ລົມກັບ ສະມາຊິກຂອງສັງຄົມລາວອາເມຣິກັນ ຫຼາຍທ່ານພ້ອມ ກັບລາຍງານກ່ຽວກັບວັນຊາດອາເມຣິກັນ. ເຊີນທ່ານພົບກັບ ກິ່ງສະຫວັນ ໄດ້ເລີຍ.
ກະກຽມການເດີນສວນສະໜາມ ວັນທີ 4 ກໍລະກົດ 2016 ທີ່ເດີ່ນສະໜາມຫລວງ ວໍຊິງຕັນ
Your browser doesn’t support HTML5
ເຊີນຟັງລາຍງານ ການສະຫລອງບຸນວັນຊາດສະຫະລັດ ຄົບຮອບ 240 ປີ
ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ວັນຈັນ ທີ 4 ເດືອນກໍລະກົດຕົ້ນສັບປະດານີ້ ແມ່ນວັນຊາດອາເມຣິກັນ ຄົບຮອບ 240 ປີ ຕົກຖືກວັນພັກເສົາອາທິດຕໍ່ໃສ່ວັນຈັນ ອັນເປັນທ້າຍ ສັບປະດາທີ່ມີການເດີນທາງຢ່າງໜາແໜ້ນ. ອາເມຣິກາ ໄດ້ປະກາດເປັນເອກກະລາດ ຈາກ ພະລາດຊະອານາຈັກອັງກິດ ໃນປີ 1776 ທ່ານ Thomas Jefferson ປະທານາທິບໍດີຄົນທີສາມຂອງ ສະຫະລັດ ເປັນບຸກຄົນສໍາຄັນທີ່ສຸດ ໃນການຮ່າງລັດຖະທໍາມະນູນຂອງປະເທດໃໝ່ນີ້ຂຶ້ນມາ ອັນເປັນໝາກຫົວໃຈຂອງວັນເອກະລາດດັ່ງກ່າວນີ້. ແຕ່ກ່ອນຈະໄດ້ຮັບເອກກະລາດມາຢ່າງສົມບູນນັ້ນ ບັນດາ 13 ອານານິຄົມຂອງອັງກິດ ຕ້ອງໄດ້ຕໍ່ສູ້ເອົາອິດສະລະພາບມາຈາກອໍານາດຫົວເມືອງຂຶ້ນຂອງຕົນຢ່າງໜັກ ຫລັງຈາກນັ້ນມາເຂົາເຈົ້າຈຶ່ງໄດ້ບຸກບືນຜ່ານຜ່າອຸປະສັກຕ່າງໆນາໆ ໃນການສ້າງຕັ້ງປະເທດຊາດນຶ່ງດຽວຂຶ້ນມາ ກ່ອນຈະໄດ້ມາເປັນປະເທດມະຫາອໍານາດເທົ້າທຸກວັນນີ້.
ກອງດຸລິຍາງຈາກ ມັດທະຍົມ Hamburgh ຈາກລັດ Arkansas,
ປະຊາຊົນອາເມຣິກັນ ເປັນຊົນຊາດທີ່ຮັກຫອມເສລີພາບ ຄວາມສະເໝີພາບ ປະຊາທິປະໄຕ ນັບຖືສິດທິມະນຸດ ອັນເປັນຄ່ານິຍົມ ທີ່ພາໃຫ້ເຂົາເຈົ້າຕໍ່ສູ້ເອົາເອກກະລາດຈາກອັງກິດ ເພື່ອສະຖາປະນາປະເທດນຶ່ງຂຶ້ນມາ ໃຫ້ເປັນການ ປົກຄອງຂອງປະຊາຊົນ ໂດຍປະຊາຊົນ ແລະເພື່ອປະຊາຊົນ ແລະໃຫ້ທຸກໆຄົນທີ່ ເກີດມາມີສິດເທົ່າທ່ຽມກັນ.
ພວກນາງສາວ ຈາກປະຊາຄົມຫວຽດນາມອາເມຣິກັນ
ໃນວັນສະຫລອງບຸນວັນຊາດສະຫະລັດ 240 ປີນີ້ ປະຊາຄົມລາວອາເມຣິກັນ ທີ່ເຂດນະຄອນຫລວງ ວໍຊິງຕັນ ກໍບໍ່ແຕກຕ່າງຫຍັງໄປຈາກເຂດອຶ່ນໆໃນສະຫະ ລັດ ເຂົາເຈົ້າຈະໄດ້ ພາກັນສະຫລອງຢ່າງມະໂຫລານ ຮ້ອງວ່າ ວັນເຕົ້າໂຮມເຄືອຍາດ ຢູ່ວັດລາວພຸດທະວົງ ເມືອງ Catlett ລັດ Virginia ຫ່າງຈາກນະຄອນ ຫລວງວໍຊິງຕັນ ໄປທາງທິດຕາເວັນຕົກສຽງໃຕ້ປະມານ 30 ກວ່າໄມລ. ຢູ່ເດີ່ນວັດອັນກວ້າງໃຫຽ່ແຫ່ງນີ້ ມີການເປີດຕະຫລາດນັດ ການສະແດງຄອນເຊີດ ທີ່ມີນັກຮ້ອງລາວມາຈາກຫລາຍໆແຫ່ງ. ເພາະສະນັ້ນ ວີໂອເອ ຈຶ່ງໄດ້ນຳເອົາການສຳພາດກັບບັນດາຜູ້ມາຮ່ວມສະຫລອງບຸນວັນຊາດໃນມື້ນີ້ ມາສະເໜີທ່ານຜູ້ຟັງຊຶ່ງ ດຣ. ພະມະຫາ ຈັນດາພອນ ຈັກກະວາໂຣ ໄດ້ກ່າວຕໍ່ ວີໂອເອ ວ່າ :
Your browser doesn’t support HTML5
ເຊີນຟັງການສຳພາດ ດຣ. ພະມະຫາ ຈັນດາພອນ ຈັກກະວາໂຣ
ການສະຫລອງບຸນວັນຊາດສະຫະລັດປີນີ້ ໄດ້ນຳພາໂດຍການເປັນປະທານຂອງ ຍານາງຂັນກາບ ວົງພະຈັນ ຊຶ່ງຍານາງໄດ້ເວົ້າວ່າ :
ຍານາງຂັນກາບ ວົງພະຈັນ
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຂັນກາບ ວົງພະຈັນ ປະທານຈັດງານ ວັນເຕົ້າໂຮມເຄືອຍາດ
ປີນີ້ໄດ້ມີດາລານັກຮ້ອງຮັບເຊີນຈາກ ສປປ ລາວ ເຂົ້າຮ່ວມມີຊື່ວ່າ ທ່ານທອງ ອິນ ທິບພູໄທ ເຈົ້າຂອງເພງດັງ “ບ່າວອາເມຣິກາຖືກຕົ້ມ” ທີ່ໄດ້ມາຮ່ວມຊຶ່ງ ທ່ານໄດ້ເວົ້າສູ່ ວີໂອເອ ຟັງວ່າ :
ທ່ານທອງອິນ ທິບພູໄທ
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານທອງອິນ ທິບພູໄທ ນັກຮ້ອງຈາກ ສປປ ລາວ
ໝໍລຳຍິງ ທີ່ໄດ້ຮັບເຊີນມາຮ່ວມກໍຄື ຍານາງຂັນທະລີ ເມືອງໃຕ້ ຈາກລັດ Illinois ນາງໄດ້ໂອ້ລົມກ່ຽວກັບຄວາມເປັນມາຕໍ່ ວີໂອເອ ຟັງດ່ັງນີ້:
ຍານາງຂັນທະລີ ເມືອງໃຕ້
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຂັນທະລີ ເມືອງໃຕ້ ໝໍລຳຄອນສະຫວັນ ຈາກລັດ Illinois
ການສະຫລອງບຸນໃຫຍ່ ທີ່ມີການເຕົ້າໂຮມຢ່າງໜາແໜ້ນອັ່ງອໍ ຕ້ອງໄດ້ມີເຈົ້າໜ້າທີ່ຮັກສາຄວາມສະຫງົບ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍຢູ່ສະເມີ. ທ່ານສົມນຶກ ນັນທະວົງ ເຈົ້າໜ້າທີ່ຕຳຫລວດລາວອາເມຣິກັນເມືອງ Fairfax ໃນລັດເວີຈີເນຍ ໄດ້ອາສາສະໝັກມາຊ່ວຍ ຊຶ່ງທ່ານໄດ້ກ່າວຕໍ່ ວີໂອເອ ວ່າ :
ທ່ານສົມນຶກ ນັນທະວົງ
Your browser doesn’t support HTML5
ເຊີນຟັງການສຳພາດ ທ່ານສົມນຶກ ນັນທະວົງ ເຈົ້າໜ້າທີ່ຮັກສາຄວາມປອດໄພ
ຢູ່ໃນນະຄອນຫລວງ ວໍຊິງຕັນ ແມ່ນມີພິທີເດີນສວນສະໜາມຢ່າງຄຶກຄື້ນ ປະກອບດ້ວຍທະຫານສີ່ເຫລົ່າຄື ທະຫານບົກ ທະຫານເຮືອ ທະຫານອາກາດ ແລະທະຫານມາຣິນ ຕິດຕາມມາດ້ວຍບັນດາກອງດຸຣິຍາງຕ່າງໆ ທີ່ເດີນທາງມາ ຈາກຫລາຍໆລັດ ແລະອົງການຈັດຕັ້ງປະຊາຄົມອື່ນໆ.
Your browser doesn’t support HTML5
ປະຊາຄົມ Hare Krishna
ປະເພນີສະເຫລີມສະຫລອງວັນຊາດສະຫະລັດ ທີ່ຈະຂາດບໍ່ໄດ້ນັ້ນກໍຄື ມີປິກນິກ ກິນເຂົ້າ ປ່າຢູ່ຕາມແຄມແມ່ນໍ້າຫ້ວຍຮ່ອງ ແລະສວນສາທາລະນະຕ່າງໆ ພໍຕາເວັນຕົກ ດິນມາທ້ອງຟ້າມືດມົວ ກໍຈະໄດ້ຍິນສຽງຈູດໝາກກະໂພກດັງກ້ອງ ສະນັ່ນມາຈາກທຸກ ຮ່ອມທຸກແຈ ແລະແສງສີບັ້ງໄຟດອກສະວ່າງສະໄຫວ ທົ່ວທ້ອງຟ້າເທິງສະໝາມຫລວງແຫ່ງຊາດ ຫລື National Mall ໃນນະຄອນ ຫລວງວໍຊິງຕັນ ມ້ວນທ້າຍພິທີ່ຢ່າງເປັນ ລະບຽບຮຽບຮ້ອຍ ແລະມີຄວາມສະຫງົບດີ ປາດສະຈາກເຫດຮ້າຍໃດໆ.
Your browser doesn’t support HTML5
ຄະນະນັກຟ້ອນຈາກ ປະຊາຄົມໃຕ້ຫວັນ