ຊາວລາວອາເມຣິກັນ ຈຳນວນນຶ່ງ ຈະໄປປ່ອນບັດ ເລືອກຕັ້ງປະທານາທິບໍດີ ໃນເດືອນພະຈິກ ຈະມານີ້

ໂຕຢ່າງຂອງຊາວເວີຈີເນຍຄົນນຶ່ງ ກຳລັງປະກອບຟອມລົງທະບຽນປ່ອນບັດສົ່ງທາງຈົດໝາຍ ເລືອກຕັ້ງເອົາປະທານາທິບໍດີສະຫະລັດ ໃນເດືອນພະຈິກ ຈະມາເຖິງນີ້.

ປັດຈຸບັນນີ້ ຊາວລາວແລະຊົນຊາດຊົນເຜົ່າຕ່າງໆຫຼາຍແສນຄົນ ທີ່ອົບພະຍົບຫຼົບໄພ ເຂົ້າມາຢູ່ໃນສະຫະລັດ ເມື່ອຫຼາຍທົດສະວັດກ່ອນນັ້ນ ມີຈຳນວນຫຼາຍປານໃດແທ້ ທີ່ມີສັນຊາດອາເມຣິກັນ ແລະໄດ້ລົງທະບຽນເພື່ອຕຽມປ່ອນບັດ ເອົາປະທານາທິບໍດີສະຫະລັດ ໃນວັນທີ 3 ພະຈິກ ປີ 2020 ທີ່ຈະມາເຖິງນີ້. ເປັນທີ່ປາກົດວ່າ ມີຊາວລາວ ແລະຊົນຊາດຊົນເຜົ່າຈຳນວນນຶ່ງຍັງບໍ່ທັນໄດ້ເປັນສັນຊາດອາເມຣິກັນເທື່ອ ພຽງແຕ່ພາກັນຖືເອກກະສານທີ່ຮ້ອງວ່າ “ກຣິນຄາດ” (Green Card) ຊຶ່ງເປັນບັດອະນຸຍາດ ໃຫ້ຢູ່ໃນສະຫະລັດໄດ້ ແລະມີສິດປະກອບອາຊີບຫາຢູ່ຫາກິນໄດ້ ຫຼັງຈາກທີ່ເຂົາເຈົ້າໄດ້ກາຍກຳນົດໃນຖານະຂອງການເປັນອົບພະຍົບແລ້ວ.

ທ່ານບົວສອນ ອ່ອນຈິດ ປະທານວັດລາວທຳມະຣັດຕະນະ ຢູ່ທີ່ເມືອງນິວໄອບີເຣຍ ລັດ
ຫລຸຍເຊຍນາ ຕັ້ງຢູ່ທາງພາກໃຕ້ສຸດຂອງສະຫະລັດ ທ່ານເປັນບຸກຄົນສຳຄັນຜູ້ນຶ່ງ ຂອງ
ປະຊາຄົມລາວອາເມຣິກັນ ຢູ່ໃນຂົງເຂດນີ້. ທ່ານໄດ້ສະແດງຄວາມເປັນຫ່ວງກ່ຽວກັບ
ເລື້ອງນີ້ສູ່ ວີໂອເອ ຟັງວ່າ:

Your browser doesn’t support HTML5

ເຊີນຟັງທ່ານບົວສອນ ອ່ອນຈິດ

ເຖິງແມ່ນວ່າຊາວລາວບັນດາເຜົ່າໄດ້ມາຕັ້ງຖິ່ນຖານຢູ່ສະຫະລັດເປັນເວລາກວ່າສີ່ທົດ
ສະວັດແລ້ວກໍຕາມ ແຕ່ຍັງມີຫຼາຍຄົນນອນຫຼັບທັບສິດ ບໍ່ເຫັນຄວາມສຳຄັນ ຂອງການ
ເປັນສັນຊາດອາເມຣິກັນແມ່ນແຕ່ຜູ້ທີ່ໄດ້ເປັນສັນຊາດໄປແລ້ວຈຳນວນ ນຶ່ງ ແຕ່ເຂົາເຈົ້າ
ບໍ່ເຄີຍໄປໃຊ້ສິດປ່ອນບັດ ໃຊ້ໜ້າທີ່ພົນລະເມືອງໃນການເລືອກ ເອົາຜູ້ແທນຂອງຕົນບໍ່
ວ່າຈະຢູ່ໃນຂັ້ນທ້ອງຖິ່ນຈົນເຖິງຂັ້ນປະທານາທິບໍດີ. ສຳ ລັບຄົນລາວແລ້ວ ແມ່ນເນື່ອງ
ຈາກຂອບເຂດຈຳກັດ ດ້ານພາສາ ວັດທະນາທຳ ພື້ນຖານການສຶກສາ ບັນຍາກາດສັງ
ຄົມທີ່ເນັ້ນໜັກໃສ່ການຫາຢູ່ຫາກິນ ແລະບໍ່ ເຫັນຄວາມສຳຄັນໃນການເປັນປະຊາຊົນ
ຂອງປະເທດເສລີປະຊາທິປະໄຕ ແລະມະຫາອຳນາດໂລກດັ່ງກ່າວນີ້.