ຊາວລາວ-ອາເມຣິກັນ ຮ່ວມສະຫຼອງບຸນ ຂອບຄຸນພະເຈົ້າ (ວີດີໂອ/ສະ​ໄລດ໌​​)

ການຕົກແຕ່ງອາຫານ ວັນສະຫລອງບຸນ Thanksgiving ຫລື ວັນຂອບຄຸນພະເຈົ້າ

ສະ​ບາຍ​ດີ ທ່ານ​ຜູັ​ຟັງທີ່​ເຄົາ​ຣົບ ປັດ​ຈຸ​ບັນ​ນີ້ ຢູ່​ພາກ​ເໜືອ​ຂອງ
ສ​ະ​ຫະ​ລັດ ອາ​ກາດໄດ້​ເລີ້ມໜາວ ຕົ້ນ​ໄມ້​ຍັງ​ເຫລືອ​ໄວ້​ໃຫ້​ເຫັນ​ແຕ່​
ຮ່າງ ແລະ​ປາ​ດ​ສະ​ຈາກ​ໃບ ຍົກ​ເວັ້ນ​ແຕ່​ຕົ້ນ​ແປກແລະ​ຕົ້ນ​ໄມ້ສະ​
ນິດ​ທີ່ສູ້​ທົນ​ກັບ​ຄວາມ​ໜາວ​ໄດ້​ນັ້ນຍັງ​ພາ​ກັນຂຽວ​ງາມ​ໄວ້​ໃຫ້​ເຫັນ
ຢູ່. ​ບັດ​ນີ້ ຢູ່​ໃນບັນ​ຍາ​ກາດຂອງ ປະ​ຊາຄົມ​ອາ​ເມ​ຣິ​ກັນ ​ເຕັມ​ໄປດ້ວຍ
​ການ​ຕົກ​ແຕ່ງ​ດ້ວຍແສງ​ສີ ແລະ​ເຄື່ອງ​ເອ້​ຢູ່​ຕາມ​ບ້ານເຮືອນຖະ​ໜົນ​ຫົນ​ທາງ ແລະ​ຮ້ານ​ຄ້າຕ່າ​ງໆ ເພື່ອ​ຕ້ອນ​ຮັບ​ການ​ສະ​ຫລອງ​ບຸນ Thanksgiving ຫລຶ​ບຸນ​ຂອ​ບ​ຄຸນ​ພະ​ເຈົ້າ ໃນ​ວັນ​ພະ​ຫັດ ທີ 28 ພະ​ຈິກ ມື້​ນີ້.

ວັນຂອບຄຸນພະເຈົ້າ ໃນ ສຫລ


ພິ​ທີອ​ະ​ໄພ​ຍະ​ໂທດ ​ໄກ່​ງວງ ປະ​ຈຳ​ປີ​ທີ່ ທຳ​ນຽບ​ຂາ​ວ ແລະ​ກິດ​ຈະ​ກາ​ນ​ຕ່າງໆ

ໃນ​ວາ​ລະ​ໂອ​ກາ​ດສະ​ຫລອງ​ບຸນ ຂອບ​ຄຸນ​ພະ​ເຈົ້າ​ນີ້ ປ​ະ​ຊາ​ກອນ ສະ​ຫະ​ລັດ ຫ​ລາຍ​ລ້ານ​ຄົນ​ພາ​ກັນ​ເດີນ​ທາງໂດຍ​ທາງ​ລົດ ​ເຮືອ​ບິນ ​ລົດ​ບັ​ສ ແລະ​ລົດ​ໄຟ ​ໄປ​ຢ້​ຽ​ມ​ຢາມ​ຖາມ​ຂ່າວ​ ຍາດ​ຕິ​ພີ່​ນ້ອງ ຢູ່​ທຸກ​ຫົນ​ແຫ່ງ ນອກ​ຈາກ​ນັ້ນ​ອີກ​ແລ້ວ ເຂົາ​ເຈົ້າ​ພາ​ກັນຊື້​ອາ​ຫານ​ການ​ກິນ​ ເຄື່ອງ​ດື່ມເພື່ອ​ຕຽມ​ຕ້ອນ​ຣັບ​ລ້ຽງສະ​ຫລອງ ໃນ​ວັນ ຂອ​ບ​ຄຸນ​ພະ​ເຈົ້າ​ ​ແລະ​ໃນ ຕອນ​ເຊົ້າ​ຂອງ ​ວັນ​ພະຫັດມື້ນີ້​ ທີ່​ນະຄອນ​ນິວຢອກ​ກໍ​ມີ​ການ​ເດີນ​ສວນສະໜາ​ມກັນ​ຢ່າງ​ຄຶກຄື້ນ.

ຊຶ່ງຫລັງ​ຈາກ​ນັ້​ນ​ຈະຕິ​ດ​ຕາມ​ມາ​ດ້ວຍບຸນ Christmas ​ໃນ​ວັນ​ທີ 28 ເດືອນທັນ​ວາແລະໃນ​ ທີ່​ສຸດ
ໃນວັນ​ທີ່ 31 ທັ​ນ​ວາ ຈະ​ມາ​ເຖິງ​ນີ້​ກໍຈະແມ່ນ​ການ​ສະ​ຫລອງ​ບຸນ ສົ່ງ​ທ້າຍ​ປີ​ເກົ່າ2013 ແລະຕ້ອນ​ຮັບ​ປີ​ໃໝ່ ຄ​.ສ 2014.

ຄອບຄົວ ນາງ Dahli Powell ນັກຄົວກິນ ລາວ ອາເທຣິກັນ


ບັດ​ນີ້​ເຮົາ​ຈະມາ​ໂອ້​ລົມ​ກັນ​ກ່ຽວ​ກັບການ​ສະ​ຫລອງ​ບຸນ Thanks-
giving ຫລືບຸນ ຂອບຄຸນ​ພະ​ເຈົ້າ ​ຊຶ່ງ​ເປັນ​ບຸນປະ​ຈໍາປີ​ສໍາຄັນ​ປາງ
ນຶ່ງ ​ໃນ​ປະຊາ​ຄົມ ອາ​ເມຣິກັນ ທີ່​ໄດ້​ສະຫລອງ​ກັນມາ​ເປັນ​ເວລາ
ກ​ວ່າ 200 ປີ​ແລ້ວ. ແຕ່ວ່າ​ບຸນ​ດັ່ງກ່າວ​ນີ້ບໍ່​ໄດ້​ປະກາດ​ສະຫລອງ
ຢ່າງເປັນທາງການ​ຈົນ​ເຖິງ​ປີ 1863 ຂອງລະດູ​ໃບ​ໄມ້​ຫລົ່ນໃນ
ວັນພະຫັດ ອາທິດທີ່​ສີ່ ເດືອນ​ພະຈິກ. ເວລານັ້ນ​ຕົກຢູ່ພາຍ​ໃຕ້
ການ​ປົກຄອງ​ຂອງ ປະທານາທິບໍດີ Abraham Lincolnປະທາ
ນາທິບໍດີຄົນ​ທີ່ 16 ຂອງ​ ສ​ະຫະລັດ ອາ​ເມຣິກາ​.

ກໍາ​ເໜີ​ດການ​ສະຫລອງບຸນວັນຂອບ​ຄຸນ​ພະ​ເຈົ້າ ​ໄດ້ເລີ້ມ​ມີ​ມາ​ແຕ່​ປີ 1621 ເວລາ​ນັ້ນ ມີ
ນັກ​ສະ​ແຫວ​ງບຸນຊາວ​ອັງກິດ 102 ຄົນ ຊຶ່ງ​ເປັນກຸ່ມ​ທໍາ​ອິດ​ ທີ່​ພາກັນ​ເດີນທາງ​ມາ​ເຖິງແຜ່ນ
ດິນ​ໃໝ່ ​ເພື່ອ​ສະແຫວ​ງຫາສິດ​ທິ ​ການນັບຖື​ບູຊາ. ​ເຂົາ​ເຈົ້າ​ພາກັນເດີນ​ທາງໂດຍ​ທາງເຮືອ
ທີ່​ມີ​ຊຶ່ວ່າ Mayflower ​ໃຊ້​ເວລາຢູ່ 66 ມື້​ຈຶ່ງ​ໄດ້ມາ​ຕົກ​ຢູ່​ແຜ່ນດິນ​ໃໝ່ ຊຶ່ງເຂດ​ນັ້ນ​ເອີ້ນ​ກັນ​
ໃນ​ປັດຈຸບັນ​ນີ້ວ່າ​ New England.

​ຊາວ​ອັງກິດ​ເຫລົ່າ​ນີ້ ໄດ້ມາຕັ້ງ​ບ້ານ​ໃໝ່ທີ່ຮູ້​ກັນ​ວ່າ Plymouth ຢູ່​ໃນລັດ Massachusetts
ທາງ​ພາກ​ຕ​ເວັນ​ອອກສຽງ​ເໜືອ​ຂອງ ສະຫະລັດ ອາ​ເມ​ຣິ​ກາ ນີ້​ເອງ. ​ຈາກ​ການລ່ອງ​ເຮືອ
ຂ້າມ​ມະຫາ​ສະ​ມຸດ ອັນ​ກວ້າງໃຫຍ່​ ​ເວ​ລາ​ເຂົາ​ເຈົ້າ ກໍາ​ລັງ​ຕັ້ງ​ບ້ານຢູ່​ໃນ​ແຜ່ນ​ດິນໃໝ່​ນັ້ນ ​
ເຂົາ​ເຈົ້າໄດ້​ປະສົບ​ກັບ​ຄວາມ​ອິດ​ເໝື່ອຍ ອ່ອນ​ເພຍ ໂຫຍ​ຫີ​ວ ​ແລະ​ປະ​ເຊີນໜ້າ​ກັບອາກາດ​
ໜາວ. ຈໍານວນ​ນຶ່ງ​ໄດ້​ເກີດ​ເຈັບ​ປ່ວຍຍ້ອນຂາດ​ອາຫານ ​ເປັນພະຍາດ ​ແລະໄດ້​ລົ້ມ​ຫາຍ
​ຕາຍ​ໄປ​ເກືອບ​ເຄິ່ງນຶ່ງ.

​ຊາວ​ອິນ​ເດຍ​ແດງ ທີ່​ເປັນຊົ​ນ​ເຜົ່າ​ທ້ອງ​ຖິ່ນ ​ໄດ້​ເຫັນຄວາມ​ຍາກ​ລໍາບາກ ​ຂອງ​ຊາວ​ອັງກິດ​
ເຫລົ່າ​ນີ້ ​ທີ່ບໍ່​ລື້ງເຄີຍກັບ​ສິ່ງ​ແວດ​ລ້​ອມໃໝ່ ໄດ້ພາກັນຊ່ວຍ​ສິດສອນນໍາພາຊາວ​ອັງກິດ ​ໃຫ້
ຮູ້ຈັກ​ປູກ​ໝາກ​ສາລີ ຫາ​ປາ​ຢູ່​ຕາມແມ່​ນໍ້າລໍາ​ເຊ ໂຮ່​ເນື້ອ ​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ ຈັບ​ໄກ່​ງວງ
ປ່າ ມາ​ເປັນ​ອາຫານ ແລະ​ຫລີກ​ລ້ຽງ​ພືດ​ຕ່າງໆທີ່​ເປັນ​ພິດ. ​

​ເມື່ອ​ໄດ້ພົ້ນຈາກ​ຄວາມໂຫຍ​ຫີ​ວ ໃນ​ປີ​ຕໍ່​ມາ ຊາວ​ອັງ​ກິດ​ ​ໄດ້ພາກັນສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ
ຕໍ່ຊາວ​ອິນ​ເດຍ​ແດງດັ່ງກ່າວ ໂດຍເຊື້ອ​ເຊິ​ນ​ ​ເຂົາ​ເຈົ້າມາ​ຮ່ວມ​ຮັບ​ປະທານ​ອາຫານ ຈາກ​
ຜົນ​ປູກທີ່​ ຊາວ​ອິນ​ເດຍ​ແດງ ໄດ້​ສິດສອນ ໃຫ້​ເຂົາ​ເຈົ້າ ໄດ້ພົ້ນ​ຈາກ​ຄວາມ​ອຶດ​ຢາກ ​ແລະ​ລົ້ມ
​ຫາຍ​ຕາຍ​ໄປນັ້ນ.

ການຕັ້ງໂຕະຮັບປະທານອາຫານຮ່ວມກັນ

ດ້ວຍ​ເຫດ​ນີ້​ເອງ ວັນພະຫັດ ​ອາທິດທີ່​ສີ່ ເດືອນ​ພະຈິກ ​ທຸກໆ​ປີ
ຈຶ່ງ​ໄດ້​ກາຍ​ມາ​ເປັນບຸນ​Thanksgiving​ ​ຫລື​ວັນ​ຂອບຄຸນ​ພະ​ເຈົ້າ
​ ​ພ້ອມ​ດ້ວຍຊາວ​ອິນ​ເດຍ​ແດງ​ນຳ​. ​ເພາະ​ສະ​ນັ້ນມື້​ນີ້ເປັນວັນພັກ​
ລາດ​ຊະ​ການທົ່ວ​ປະ​ເທດ ​ຮ້ານ​ຄ້າ​ຕ່າງໆ​ປິດ​ ​ຖະໜົນ​ຫົນ​ທາງ
​ງຽບ​ສະຫງັດ ຢູ່​ຕາ​ມບ້ານ​ເຮື​ອນຕ່າງໆ ບໍ່​ວ່າ​ຄົນຈະ​ມີ​ພື້ນຖານ
ສາສະໜາ ​ແລະ​ຮີດຄອງປະ​ເພນີ ​ທີ່ມາ​ຈາກ​ໃສ​ກໍ​ຕາມ ບັນດາ
ສະມາຊິກ​ຄອບຄົວ ພ້​ອມ​ດ້ວຍ ຍາດຕິ​ພີ່ນ້ອງ ໝູ່ເພື່ອນ​ທີ່ຢູ່ໃກ້
​ແລະໄກ ​ໄດ້​ພາເດີນທາງ​ມາ​ເຕົ້າ​ໂຮມພົບ​ພໍ້ ​ຮັບ​ປະ​ທານ​ອາ
​ຫານ ​ແລະ​ຖາມ​ຂ່າ​ວຄາວກັນຢ່າງ​ຄຶກຄື້ນ. ​ເພາະ​ສະ​ນັ້ນ ຜູ້​ເປັນ
​ເຈົ້າ​ພາບ​ຮັບ​ຕ້ອນ ຕ້ອງ​ໄດ້​ຫ້າງ​ຫາ​ກະ​ກຽມ ຕົກ​ແຕ່ງ​ອາ​ຫານ
​ການກິນ​ຢ່າ​ງ​ສຸດ​ຝີ​ມືເພື່ອ​ໃຫ້​ບັນ​ດາ​ແຂກ​ໄດ້​ຮັບ​ປະ​ທານຢ່າງແຊ​ບ​ຊ້ອຍ.

ໃນ​ຄໍາ​ຄືນ​ຂອງວັນ​ຂອບ​ໃຈ​ພະ​ເຈົ້າ​ນີ້ ວີ​ໂອ​ເອ ຈຶ່ງ​ຖື​ໂອ​ກາ​ດສໍາພາດ ນາງ Dahli Powell
ສະຕີລາວ-ອາເມຣິກັນ ນັກ​ຄົວ​ກິນ​ອາ​ຊີບ ຫລື chef ທີ່​ມີ​ທຸ​ລະ​ກິດ​ຂອງ​ຕົນ​ເອງ ຕັ້ງ​ຖິ່ນ​ຖານ
ຢູ່​ເມືອງ Portland ລັດ Oregon ຝັ່ງ​ຕາ​ເວັນ​ຕົກ​ຂອງ ສະຫະລັດ. ​ນາງ Dahli ​ໄດ້​ເຫລົ່າ​
ເຖິງ​ເບື້ອງ​ຕົ້ນ​ຄວາມ​ເປັນ​ມາຂອງ​ຊີວິດ​ສູ່ງ ວີ​ໂອ​ເອ ຟັງ​ວ່າ :

ນາງ Dahli Powell ນັກຄົວກິນ (chef) ໃນວາລະໂອກາດ ບຸນຂອບ ຄຸນພະເຈົ້າ ມື້ນີ້ ນາງເປັນເຈົ້າພາບຕ້ອນ ຮັບລ້ຽງ ສະມາຊິກ ຄອບຄົວ


Your browser doesn’t support HTML5

ຟັງການສໍາພາດ ນາງ Dahli ນັກຄົວກິນ


ອາຫານຂອງວັນ ຈອງຄຸນພະເຈົ້າ


ປະເພນີການຮັບປະທານອາຫານຂອງວັນ Thanksgiving ນີ້​ຕ້ອງ
ມີ “ອົບໄກ່ງວງ” ແລະ​ເຄຶ່ອງ​ປະກອບຕ່າງໆ​ ​ແລະ​ຂະນະ​ດຽວກັນ​ນີ້ ກໍມີບັນດາສະມາຊິກຄອບຄົວ ລູກ​ຫລານ ຍາດຕິ​ພີ່ນ້ອງ ຢ່າ​ງຄັບ
ຂັ່ງມາຮັບ​ປະທານ​ອາຫານຮ່ວມ​ກັນ ດັ່ງ​ Dahli ໄດ້​ໂອ້​ລົມ​ກ່ຽວ​ກັບ
ການ​ຫ້າງ​ຫາ ​ປຸງແຕ່ງໄກ່​ງວງມື້​ນີ້ວ່າ : ​

Your browser doesn’t support HTML5

ຟັງການສໍາພາດ ນາງ Dahli ຕຽມຄົວໄກ່ງວງ


ອ້າງ​ອິງ​ຕາມ​ສະຖິຕິ​ຂອງ ກະ​ຊວງ​ກະ​ເສດ​ ສະຫະລັດ
ການ​ສະຫລອງບຸນ Thanksgiving ແຕ່ລະ​ປີປະຊາກອນ ສະຫະລັດພາກັນ​
ບໍລິ​ໂພ​ກ ​ໄກ່ງວງເຖິງ 40ລ້ານ​ໂຕ.

ຊາວລາວ-ອາເມຣິກັນ ສະຫລອງບຸນ ຂອບຄຸນພະເຈົ້າ


ໃນ​ວາ​ລະ​ໂອ​ກາດ​ດຽວ​ກັນ​ນີ້ ບັນດາປະຊາກອນ​ລາວ-ອາ​ເມຣິກັນ ກໍແມ່ນຊົນຊາດນຶ່ງທີ່ພາກັນ​ຖື​ເອົາ​ບັນ​ຍາ​ກາດ​ນີ້​ ສະແດງຄວາມ
ຂອບໃຈ​ຕໍ່ປະເທດ ສະຫະລັດ ອາເມຣິກາ ທີ່ໄດ້ໃຫ້ຄວາມອຸບ
ປະກາຣະ ຫລັງ​ຈາກເຂົາ​ເຈົ້າໄດ້ຜ່ານ​ຜ່າ ປະ​ສົບກັບ ຄວາມຍາກ
ລໍາບາກຫລາຍໆຢ່າງ ໃນ​ການມາ​ຕັ້ງ​ຊີ​ວິດ ຢູ່ແຜ່ນ​ດິນ​ໃໝ່ ໃນ​
ຕອນ​ທ້າຍ​ສັດຕະ​ວັດ ທີ່ 20 ​ອັນໄດ້​ນຳ​ມາ​ສູ່ຜົນ​ສຳ​ເລັດແລະ​ ໄດ້
​ກາຍ​ມາເປັນປະ​ຊາ​ກອນ​ຂອງປະເທດ.

Your browser doesn’t support HTML5

American Indian Museum Celebrates Thanksgiving


ວິດີໂອ ການປຸງແຕ່ງໄກ່ງວງ ທີ່ຮ້ານອາຫານ ຫໍພິພິດທະພັນ ອິນເດຍແດງ ຫລື National Museum of American Indian ທີ່ນະຄອນຫລວງ ວໍຊິງຕັນ