ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ວັນພະຫັດອາທິດທີດທີສີ່ ວັນທີ 22 ເດືອນພະຈິກ
ຕາມປະເພນີແລ້ວ ຊາວອະເມຣິກັນຈະພາກັນສະຫລອງບຸນ ຂອບຄຸນພະເຈົ້າ ຫຼື
Thanksgiving ຊຶ່ງເປັນບຸນໃຫຍ່ປະຈໍາປີ ຕາມພາສາຊາວບ້ານເອີ້ນກັນຫຼິ້ນໆວ່າ
ບຸນໄກ່ງວງ ທີ່ໄດ້ສະຫລອງກັນມາເປັນເວລາດົນກວ່າສອງຮ້ອຍປີແລ້ວ. ເພາະສະນັ້ນ
ລາຍການຊີວິດຊາວລາວຂອງ ວີໂອເອ ຈຶ່ງຈະຖືໂອກາດນີ້ນໍາເອົາການສໍາພາດກັບ
ບັນດາຊາວອາເມຣິກັນເຊື້ອສາຍລາວ ກ່ຽວກັບການຫ້າງຫາເພື່ອສະຫລອງບຸນດັ່ງ
ກ່າວນີ້ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
US Presidents Traditionally Pardon Turkeys Ahead of Thanksgiving Holiday
Your browser doesn’t support HTML5
ເຊີນຟັງການສຳພາດ ບັນດາສະຕີລາວອາເມຣິກັນ ກ່ຽວກັບການສະຫຼອງບຸນ ວັນຂອບຄຸນພະເຈົ້າ
ມື້ນີ້ແມ່ນມື້ບຸນ "Thanksgiving" ຫຼື ບຸນຂອບຄຸນພະເຈົ້າ ປີ 2018 ຊຶ່ງເປັນບຸນໃຫຍ່
ຂອງສະຫະລັດ ທີ່ໄດ້ສະຫລອງກັນມາ ເປັນເວລາສອງຮ້ອຍກວ່າປີແລ້ວ. ຄວາມສຳ
ຄັນຂອງບຸນນີ້ ກໍເພື່ອລະນຶກເຖິງວັນຂອບຄຸນພະເຈົ້າ ແລະຊາວອິນເດຍແດງ ທີ່ໄດ້
ຊົດຊ່ວຍຊາວອັງກິດ ຜູ້ທີ່ໄດ້ປະສົບກັບຄວາມອຶດຢາກ ໃນການເຂົ້າມາຕັ້ງຖິ່ນຖານ
ຢູ່ແຜ່ນດິນໃໝ່ໃນປີ 1620 ທີ່ຮູ້ກັນຈົນທຸກມື້ນີ້ວ່າອາເມຣິກາ.
ໃນໂອກາດສະຫລອງບຸນຂອບຄຸນພະເຈົ້ານີ້ ປະຊາກອນສະຫະລັດ ຫລາຍລ້ານຄົນ
ຈະພາກັນເດີນທາງໄປຢ້ຽມຢາມຖາມຂ່າວ ຍາດຕິພີ່ນ້ອງ ຢູ່ທຸກຫົນແຫ່ງ. ນອກຈາກ
ນັ້ນແລ້ວ ເຂົາເຈົ້າກໍຈະພາກັນຊື້ອາຫານການກິນ ເຄື່ອງດື່ມ ເພື່ອຕ້ອນຮັບ ລ້ຽງສະ
ຫລອງຄັ້ງນີ້. ກ່ອນຈະຮອດມື້ບຸນວັນຂອບຄຸນພະເຈົ້າ ຢູ່ທີ່ທໍານຽບຂາວຈະມີພິທີໂຜດ
ໄກ່ງວງ ໂດຍປະທານາທິບໍດີຂອງສະຫະລັດ. ໃນຕອນເຊົ້າຂອງ ວັນພະຫັດມື້ນັ້ນ. ທີ່
ນະຄອນນິວຢອກ ກໍຈະມີການເດີນສວນສະໜາມປະຈຳປີຢ່າງຄຶກຄື້ນ.
ບັດນີ້ເຮົາມາຟັງການໂອ້ລົມກັບຊາວອາເມຣິກັນເຊື້ອສາຍລາວເບິ່ງວ່າ ເຂົາເຈົ້າພາກັນ
ມີຄວາມຮູ້ສຶກຢ່າງໃດ ແລະບຸນ Thanksgiving ດັ່ງກ່າວນີ້ມີຄວາມໝາຍຢ່າງໃດສຳ
ລັບເຂົາເຈົ້າ ຊຶ່ງຍານາງໜູພອນ ວັນນະລາດ ແລະຄອບຄົວ ຕັ້ງຖິ່ນຖານຢູ່ນະຄອນ
ລອສ ແອນເຈີລິສ ລັດຄາລີຟໍເນຍ ຕັ້ງຢູ່ພາກຕາເວັນຕົກຂອງສະຫະລັດ ໄດ້ກ່າວສູ່
ວີໂອເອ ຟັງດັ່ງນີ້ :
ຄອບຄົວຍານາງໜູພອນ ວັນນະຣາດ ທີ່ນະຄອນລອສ ແອລເຈີລິສ ລັດຄາລິຟໍເນຍ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງໜູພອນ ວັນນະຣາດ.
ການສະຫຼອງວັນ Thanksgiving ມີຄວາມໝາຍເພື່ອລະນຶກເຖິງຄວາມຍາກລຳບາກ
ຂອງການເຂົ້າມາຕັ້ງຊີວິດຢູ່ໃນແຜ່ນດິນໃໝ່ ທີ່ຮ້ອງວ່າ ອາເມຣິກາ ໃນສັດຕະວັດທີ
17. ແຕ່ຕົກມາເຖິງສັດຕະວັດ ທີ 20 ຊາວອາເມຣິກັນເຊື້ອສາຍລາວ ແລະຊົນຊາດ
ອື່ນໆ ທີ່ໜີໄພການເມືອງມາເພີ່ງພາອາໄສ ກໍເຫັນວ່າ ມີຄວາມໝາຍດີໃນການສະຫຼອງ
ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປະເທດສະຫະລັດອາເມຣິກາ ທີ່ໄດ້ໃຫ້ຄວາມອຸບປະ
ກາລະທຸກຢ່າງ.
ບັດນີ້ເຮົາຈະນຳພາທ່ານໄປຢ້ຽມຢາມຖາມຂ່າວ ຍານາງຊູຊານ ພຣອມ ຢູ່ທີ່ລັດເທັກຊັສ
ຊຶ່ງເປັນລັດໃຫຍ່ ຕັ້ງຢູ່ພາກກາງໃຕ້ສຸດຂອງສະຫະລັດ ເປັນຂົງເຂດທີ່ມີປະຊາກອນອາ
ເມຣິກັນເຊື້ອສາຍລາວ ພາກັນພັກພາອາໄສຢ່າງໜາແໜ້ນ. ຍານາງຊູຊານ ໄດ້ກ່າວເຖິງ
ຄວາມຮູ້ສຶກຂອງການສະຫຼອງບຸນ Thanksgiving ສູ່ ວີໂອເອ ຟັງດັ່ງນີິ້:
ຍານາງຊູຊານ ພຣອມ ສະຫຼອງວັນຂອບຄຸນພະເຈົ້າ ຢູ່ທີລັດເທັກຊັສ.
Your browser doesn’t support HTML5
ເຊີນຟັງການສຳພາດ ຍານາງຊູຊານ ພຣອມ.
ໃນວັນສະຫຼອງ Thanksgiving ມື້ນີິ ຖະໜົນຫົນທາງຈະມິດງຽບລົງຫຼາຍ ມີອາກາດ
ໜາວເຢັນ ບາງບ້ານເຮືອນຈະສັງເກດເຫັນລົດຈອດຢາຍເຕັມ ອັນບອກໃຫ້ເຫັນວ່າ ມີ
ຍາດຕິພີ່ນ້ອງໝູ່ເພື່ອນພາກັນມາເຕົ້າໂຮມຊຸມແຊວກັນຢ່າງຄຶກຄື້ນ. ເວລາຊາວອາເມ
ຣິກັນເຫັນກັນໃນຍາມບຸນດັ່ງກ່າວນີ້ ເຂົາເຈົ້າຈະເວົ້າວ່າ Happy Thanksgiving ຫຼື
ສຸກສັນວັນຂອບຄຸນພະເຈົ້າ.
ການຕົກແຕ່ງເອ້ຢ້ອງ "ສຸກສັນວັນຂອບຄຸນພະເຈົ້າ."