ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ປະຈຳແລງ
ວັນພະຫັດມື້ນີ້ ເຮົາຈະພາທ່ານໄປພົບກັບ ທ່ານທອງຄູນ ພັດທະນາ ນັກເຄື່ອນໄຫວຮັກ
ສາທຳມະຊາດສິ່ງແວດລ້ອມ ຄົ້ນຄວ້າປູກໄມ້ໃຜ່ ເພື່ອນຳມາໃຊ້ ແທນປລາສຕິກແລະສິ່ງ
ອື່ນໆທີ່ເປັນໄພຕໍ່ສິ່ງແວດລ້ອມທີ່ລັດແຄນຊັສ. ອັນດັບຕໍ່ໄປ ກິ່ງສະຫວັນ ຈະນຳເອົາການ
ສຳພາດ ກັບທ່ານທອງຄູນມາສະເໜີທ່ານ.
Your browser doesn’t support HTML5
ໄມ້ໃຜ່ໄດ້ເກີດວິວັດທະນາການຂຶ້ນມາເມື່ອ 30 ຫາ 40 ພັນກວ່າປີກ່ອນຊຶ່ງ ສ່ວນໃຫຍ່
ເກີດຢູ່ໃນເຂດເອເຊຍ ໂດຍສະເພາະຢ່າງຍິງຢູ່ໃນປະເທດຈີນແລະພາກ ສ່ວນນຶ່ງເກີດ
ຢູ່ອາເມຣິກາໃຕ້ ແລະຢູ່ທາງພາກໃຕ້ຂອງສະຫະລັດ. ໄມໃຜ່ມີຢູ່ກວ່າ ພັນສະນິດດ້ວຍກັນ ປະໂຫຍດຂອງໄມ້ໃຜ່ມີຢ່າງຫຼວງຫຼາຍ ທີ່ໄດ້ຖືກນໍາມາພັດທະ ນາໃຊ້ໃນສະໄໝໃໝ່.
ຕົກມາເຖີງທ້າຍສັດຕະວັດທີ 20 ບັນດານັກຄົ້ນຄວ້າ ດ້ານອຸດສາຫະກຳໄດ້ຊັກຊວນໃຫ້
ຊາວສວນພາກັນປູກ ເພື່ອນຳມາໃຊ້ ເປັນທາດປະສົມ ວັດຖຸເຄຶ່ອງໃຊ້ດ້ານເທັກໂນໂລຈີ
ຫຼື biocomposite ທີ່ເປັນເສັ້ນຟາຍເບີ (fiber) ແລະເຄື່ອງເທັກໂນໂລຈີຕ່າງໆໃຫ້ມີ
ຄວາມແຂງແກ່ນເພື່ອຫລຸດຜ່ອນທົດແທນການ ໃຊ້ປລາສຕິກແລະການຕັດປ່າໄມ້. ນອກ
ຈາກນັ້ນແລ້ວ ໄມ້ໃຜ່ຍັງໄດ້ຖືກນຳມາເຮັດເຟີນີເຈີແລະເຄື່ອງໃຊ້ສອຍທີ່ທັນສະໄໝຕ່າງໆ
ຢູ່ໃນບ້ານເຮືອນ.
ທ່ານທອງຄູນ ນັກພັດທະນາ ອາເມຣິກັນເຊື້ອສາຍລາວ ໄດ້ຄົ້ນພົບແນວຄິດຂອງຕົນ
ກັບເພື່ອນນັກສຶກສາຄົນນຶ່ງຈາກປະເທດຈີນ ເວລາເປັນນັກສຶກສາຝ່າຍວິສະວະກອນ
ຢູ່ມະຫາວິທະຍາໄລຊີຣາຄິວ (Syracuse University) ທັງສອງໄດ້ເລີ້ມ ນໍາເອົາແນວ
ຄິດ ກ່ຽວກັບການຄົ້ນຄວ້າ ທີ່ຈະນຳເອົາໄມ້ໃຜ່ມາປະດິດຄິດສ້າງເພື່ອ ໃຊ້ແທນປລາສ
ຕິກ ແລະປົກປັກຮັກສາສິ່ງແວດລ້ອມ. ເຂົາເຈົ້າໄດ້ຕັ້ງບໍລິສັດ Mai-plypack ຢູ່ປະເທດ
ຈີນໃນປີ 2000 ຊຶ່ງຕໍ່ມາໄດ້ຂາຍບໍລິສັດໃນປີ 2004 ເນື່ອງ ຈາກເສດຖະກິດຕົກຕໍ່າ. ແຕ່
ແນວຄິດກ່ຽວກັບການນຳໃຊ້ໄມ້ໃຜ່ຍັງດຳເນີນຢູ່ຕໍ່ໄປ ຊຶ່ງໃນເວລານີ້ ທ່ານທອງຄູນໄດ້
ຫັນໜ້າມາຊັກຊວນໃຫ້ຊາວສວນພາກັນປູກໄມ້ໃຜ່ ແລະໄດ້ລົງທະບຽນຕັ້ງບໍລິສັດຂຶ້ນມາ
ໃໝ່ອີກຊື່ວ່າ One Worldboo ຊຶ່ງປັດຈຸບັນ ນີ້ ກຳລັງຢູ່ໃນຂັ້ນຕອນການປູກເພື່ອຈະນຳ
ອອກຂາຍສູ່ຕະຫຼາດຈະຕັ້ງໂຮງງານຜະ ລິດຕະພັນໄມ້ໃຜ່ ທີ່ເປັນມິດທຳມະຊາດຕໍ່ສິ່ງແວດ
ລ້ອມ 100 ເປີເຊັນແລະນຳເອົາ ເສັ້ນໃຍຂອງໄມ້ໃຜ່ ມາພັດທະນາ ໃຫ້ເປັນຜະລິດຕະພັນ
ສີຂຽວ. ນອກຈາກນັ້ນຄຸນຄ່າຂອງໄມ້ໃຜ່ກໍຄື ສ້າງອັອກຊີເຢນ (oxygen) ຄວບຄຸມບໍ່ໃຫ້
ດິນເຈື່ອນ ແລະເປັນ ປະໂຫຍດອີກສາລະພັດຢ່າງ ຕໍ່ສິ່ງແວັດລ້ອມ ຊຶ່ງທ່ານທອງຄູນ ໄດ້
ກ່າວເຖິງຂັ້ນຕອນຂອງໄມ້ໃຜ່ ສູ່ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ໃນຈຳນວນໄມ້ໃຜ່ທັງໝົດປະມານ 1,500 ຊະນິດນັ້ນ ມີແຕ່ 5 ຊະນິດ ທີ່ໄດ້ຖືກ ເລືອກ
ນຳມາໃຊ້ໃຫ້ເປັນປະໂຫຍດດ້ານອຸດສາຫະກຳ ຊຶ່ງທ່ານທອງຄູນ ໄດ້ອະທິບາຍສູ່
ວີໂອເອ ຟັງດັ່ງນີ້:
Your browser doesn’t support HTML5
ໄມ້ໃຜ່ມີກຳໜົດເວລາຢູ່ຫ້າປີ ເພຶ່ອໃຫຍ່ສົມບູນກ່ອນທີ່ຈະຕັດເອົາມາໃຊ້ໄດ້. ຫຼັງຈາກ
ນັ້ນລໍາໄມ້ໃຜ່ຈະຖືກນຳໄປບົວລະບັດຮັກສາບໍ່ໃຫ້ໂດກ ໂດຍຜ່ານຂັ້ນຕອນ ຕ່າງໆດັ່ງທີ່
ທ່ານທອງຄູນ ໄດ້ອະທິບາຍຕໍ່ໄປອີກວ່າ:
Your browser doesn’t support HTML5
ປັດຈຸບັນນີ້ ໂຄງການບໍລິສັດ One Worldboo ກໍຄືເນັ້ນໜັກໃສ່ການປູກໄມ້ໃຜ່ ໃຫ້ຫຼາຍ
ພຽງພໍ ຕໍ່ການນຳອອກມາໃຊ້ ໂດຍເລີ້ມເອົາເບ້ຍມາປູກ ເປັນຂັ້ນທຳອິດ ຊຶ່ງຈະໃຊ້ເວລາ
ເຖິງຫ້າປີ. ເວລາໄມ້ໃຜ່ໃຫຍ່ສົມຄວນແລ້ວກໍຈະຖືກຕອນເພື່ອນຳ ເບ້ຍໄປປູກຕໍ່. ສ່ວນລໍ
າຕົ້ນໄມ້ໃຜ່ນັ້ນ ຈະຖືກຕັດລົງມາໃຊ້ ດັ່ງທີ່ທ່ານທອງຄູນ ກ່າວມ້ວນທ້າຍ ເຖິງຄຸນຄ່າຂອງ
ການນຳໄມ້ໃຜ່ ມາໃຊ້ໃຫ້ເປັນປະໂຫຍດຕ່າງໆ ດັ່ງນີ້:
Your browser doesn’t support HTML5
ໂຄງການລະດົມປູກໄມ້ໃຜ່ຂອງທ່ານທອງຄູນ ໄດ້ດຳເນີນມາໄດ້ກວ່າສອງປີແລ້ວ ແລະ
ກໍໃຜ່ເຫລົ່ານີ້່ ກຳລັງເຕີບໃຫຍ່ ທີ່ຈະກ້າວໄປສູ່ການນຳມາໃຊ້ ໃຫ້ເປັນປະ ໂຫຍດຕ່າງໆ.
ໃນຂັ້ນຕໍ່ໄປກໍຄືການຕັ້ງໂຮງງານຜະລິດວັດຖຸໄມ້ໃຜ່ ທີ່ຄວາມຝັນ ຂອງທ່ານທອງຄູູນ ໄດ້
ມີຄວາມມຸ້ງຫວັງເອົາໄວ້ນັ້ນ.