ປີ 2020 ນີ້ ການຮ່ວມມືສອງຝ່າຍລະຫວ່າງ ສະຫະລັດ ແລະລາວ ໃນດ້ານມະນຸດສະທໍາ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຫຼວງຫຼາຍ. ສະຫະລັດໃຫ້ການຊ່ວຍເຫຼືອໂດຍກົງແກ່ລາວໃນມູນຄ່າປະມານ 41.81 ລ້ານໂດລາ ເພື່ອເກັບກູ້ລະເບີດບໍ່ທັນແຕກ ແລະຮັບມືກັບການລະບາດຂອງພະຍາດໂຄວິດ-19 ລັດຖະບານລາວກໍໄດ້ສືບຕໍ່ຊ່ວຍເຫລືອສະຫະລັດ ໃນດ້ານການຂຸດຄົ້ນຫາກະດູກທະຫານອາເມຣິກັນ ທີ່ຫາຍສາບສູນໃນປາງສົງຄາມ ໃຫ້ໄດ້ຫລາຍເຖິງ 270 ກວ່າຄົນ. ບົວສະຫວັນມີລາຍງານເລື້ອງນີ້ມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ເຊີນຟັງການຊ່ວຍເຫລືອຮ່ວມມື 2 ຝ່າຍຂອງ ສຫລ ກັບລາວ ດ້ານມະນຸດສະທໍາ
ຕະຫລອດປີ 2020 ນີ້ ເຖິງແມ່ນວ່າຈະພົບຄວາມຫຍຸ້ງຍາກບາງອັນທີ່ກ່ຽວຂ້ອງ ບັນຫາຄ້າງຄາໃນການຮັບເອົາ 4 ພັນກວ່າຄົນ ທີ່ຢູ່ໃນບັນຊີລໍຖ້າເນລະເທດກັບ ໄປລາວກໍຕາມ ແຕ່ການພົວພັນ ຮ່ວມມືສອງຝ່າຍລະຫວ່າງສະຫະລັດກັບ ສປປ ລາວ ໃນດ້ານມະນຸດສະທໍາແລະອື່ນໆ ພາຍໃຕ້ຖະແຫຼງການຄູ່ຮ່ວມມືແບບກວມ ລວມ ທີ່ເຊັນກັນໃນປີ 2016 ຂະນະທີ່ອະດີດປະທານາທິບໍດີສະຫະລັດ, ທ່ານ ບາຣັກ ໂອບາມາຢ້ຽມຢາມລາວນັ້ນ ແມ່ນຍັງສືບຕໍ່ ໄດ້ຮັບການເສີມຂະຫຍາຍ ຂຶ້ນ. ໃນນັ້ນ ລັດຖະບານລາວ ໄດ້ສືບຕໍ່ຊ່ວຍເຫລືອສະຫະລັດ ໃນການຂຸດຄົ້ນຫາກະດູກ ແລະສິ່ງເສດເຫລືອຂອງທະຫານຫາຍທີ່ສາບສູນໄປໃນປາງສົງຄາມ ອິນດູຈີນທີ່ມີທັງໝົດ 572 ຄົນ ແລະດໍາເນີນນມາໄດ້ 30 ກວ່າປີ. ມາຮອດປີນີ້ ກໍຂຸດຄົ້ນຊາກກະດູກໄດ້ 278 ຄົນ ແລະມອບໃຫ້ສະຫະລັດແລ້ວ. ພ້ອມກັນນັ້ນ ລັດຖະບານລາວກໍຢືນຢັນວ່າ ຈະສືບຕໍ່ໃຫ້ການຮ່ວມມືໃນດ້ານນີ້ອີກ ດັ່ງການໃຫ້ສໍາພາດຕອນນຶ່ງຂອງທ່ານຄໍາພັນ ອັ່ນລາວັນ, ເອກອັກຄະລັດຖະທູດ ສປປ ລາວ ປະຈໍາະສະຫະລັດ ຕໍ່ວີໂອເອວ່າ:
Your browser doesn’t support HTML5
ສຽງ 1 ທ່ານ ຄໍາພັນ ອັ່ນລາວັນ-ການຂຸດຄົ້ນກະດູກທະຫານອາເມຣິກັນ ຫາຍສາບສູນ
ສ່ວນທາງສະຫະລັດນັ້ນ ກໍໄດ້ໃຫ້ການຊ່ວຍເຫລືອແກ່ລາວໂດຍກົງ ໃນມູນຄ່າທັງໝົດປະມານ 41ລ້ານ 810 ພັນໂດລາ ໃນປີນີ້ ຊຶ່ງໃນນັ້ນແມ່ນການຊ່ວຍເຫລືອດ້ານຂຸດຄົ້ນລະເບີດຕົກຄ້າງແຕ່ປາງສົງຄາມທີ່ຍັງບໍ່ທັນແຕກຫລື UXO ກວມ ເອົາ 37.5 ລ້ານໂດລາ ຊຶ່ງເຮັດໃຫ້ການຊ່ວຍເຫລືອໃນດ້ານນີ້ທີ່ໄດ້ດໍາເນີນມາ ແຕ່ປີ 1996 ນັ້ນ ລວມທັງໝົດ 130 ລ້ານໂດລາ ດັ່ງທີ່ທ່ານຄໍາພັນໃຫ້ລາຍ ລະອຽດ ເຖິງການຊ່ວຍເຫລືອໃນເລື້ອງນີ້ວ່າ:
Your browser doesn’t support HTML5
ສຽງ 2 ທ່ານ ຄໍາພັນ ອັ່ນລາວັນ- ສຫລ ຊ່ວຍໃນການຂຸດຄົ້ນ UXO
ທ່ານຄໍາພັນໄດ້ເນັ້ນໃຫ້ເຫັນຄວາມຕ້ອງການໃນການຊ່ວຍເຫລືອດ້ານຂຸດຄົ້ນລະ ເບີດບໍ່ທັນແຕກນີ້ ແລະສະຫະລັດກໍໄດ້ໃຫ້ການຊ່ວຍເຫລືອ ໃນທີ່ຜ່ານມາວ່າ:
Your browser doesn’t support HTML5
ສຽງ 3 ທ່ານ ຄໍາພັນ ອັ່ນລາວັນ- ຄວາມຕ້ອງການການຊ່ວຍເຫລືອ ໃນການຂຸດຄົ້ນ UXO
ແຕ່ຢ່າງໃດກໍຕາມທ່ານເອກອັກຄະລັດຖະທູດລາວ ກໍເວົ້າວ່າ ການລະບາດ ຂອງພະຍາດໂຄວິດ-19 ຢູ່ໃນລາວ ແລະໃນທົ່ວໂລກ ໄດ້ເຮັດໃຫ້ການດໍາເນີນ ງານທາງໃນພາກສະໜາມຢຸດສະງັກ ຫລືບໍ່ກໍຊັກຊ້າລົງ.
ພ້ອມກັນນັ້ນ ທ່ານຄໍາພັນກໍໄດ້ເນັ້ນໃຫ້ເຫັນເຖິງການຊ່ວຍເຫລືອທີ່ສໍາຄັນ ແລະ ຮີບດ່ວນຂອງລັດຖະບານແລະປະຊາຊົນອາເມຣິກັນແກ່ປະຊາຊົນລາວ ນັບແຕ່ ມີການລະບາດຂອງພະຍາດໂຄວິດ-19 ໃນຕົ້ນປີນີ້ມາ ຊຶ່ງລວມທັງໝົດປະມານ 4 ລ້ານ 310 ພັນ ໂດລາ ດັ່ງທີ່ທ່ານກ່າວຢ່າງລະອຽດວ່າ:
Your browser doesn’t support HTML5
ສຽງ 4 ທ່ານ ຄໍາພັນ ອັ່ນລາວັນ- ສຫລ ຊ່ວຍໃນການຮັບມືກັບ ໂຄວິດ-19
ນອກຈາກການຊ່ວຍເຫລືອດ້ານມະນຸດສະທໍາໃນຂົງເຂດຕ່າງໆ ແລ້ວສະຫະລັດ ຍັງຈະໃຫ້ການຊ່ວຍເຫລືອແກ່ລາວ ໃນດ້ານການຮັບມືກັບພະຍາດ ໂຄວິດ-19 ແລະການຟື້ນຟູເສດຖະກິດຫລັງຈາກການລະບາດຂອງພະຍາດດັ່ງກ່າວ ໂດຍ ຜ່ານກອບຂອງອາຊຽນອີກດ້ວຍ ດັ່ງທີ່ທ່ານຄໍາພັນສະຫລຸບໃຫ້ຟັງດັ່ງນີ້:
Your browser doesn’t support HTML5
ສຽງ 5 ທ່ານ ຄໍາພັນ ອັ່ນລາວັນ- ສຫລ ຊ່ວຍເຫລືອລາວຜ່ານກອບອາຊຽນ
ທ້າຍສຸດທ່ານເອກອັກຄະລັດຖະທູດກ່າວຂອບໃຈລັດຖະບານ ແລະປະຊາຊົນ ອາເມຣິກັນວ່າ:
Your browser doesn’t support HTML5
ສຽງ 6 ທ່ານ ຄໍາພັນ ອັ່ນລາວັນ- ສະແດງຄວາມຂອບໃຈຕໍ່ ສຫລ ທີ່ຊ່ວຍເຫລືອລາວ
ສະຫລຸບແລ້ວ ຕະຫລອດ ປີ 2020 ນີ້ ເຖິງຈະມີຄວາມຫຍຸ້ງຍາກໃນບາງດ້ານ ທີ່ກ່ຽວຂ້ອງ ກັບນະໂຍບາຍຄົນເຂົ້າເມືອງຂອງສະຫະລັດກໍຕາມ ແຕ່ວ່າການ ຮ່ວມມືສອງຝ່າຍ ລະຫວ່າງສະຫະລັດກັບ ສປປ ລາວ ໃນດ້ານມະນຸດສະທໍາແມ່ນຍັງສືບຕໍ່ ໄດ້ຮັບການເສີມຂະຫຍາຍເພີ້ມຂຶ້ນ.