ການບິນລາວ ຈະຈົດທະບຽນ ໃນຕະຫຼາດຫຼັກຊັບ ແຫ່ງຊາດລາວ

ເຮືອບິນ Airbus 320 ຂອງສາຍການບິນລາວ

ລັດວິສາຫະກິດການບິນລາວປະກາດວ່າຈະຂໍຈົດທະບຽນເຂົ້າ
ໃນຕະຫຼາດຫຼັກຊັບແຫ່ງຊາດລາວໃຫ້ໄວທີ່ສຸດ ເພື່ອລະດົມ ເອົາເງິນທຶນໄປນໍາໃຊ້ໃນການຂະຫຍາຍທຸລະກິດໃຫ້ທັນກັບ
ປະຊາຄົມອາຊ່ຽນປີ 2015.

ທ່ານສົມພອນ ດວງດາຣາ ປະທານບໍລິຫານລັດວິສາຫະກິດການ
ບິນລາວ (Lao Airlines) ໄດ້ຖະແຫຼງຢືນຢັນເມື່ອບໍ່ດົນມານີ້ວ່າ ລັດວິສາຫະກິດການບິນລາວໄດ້ວາງເປົ້າໝາຍທີ່ຈະຍື່ນເຈດຈໍາ ນົງເພື່ອຂໍອະນຸຍາດຈົດທະບຽນເຂົ້າໃນຕະຫຼາດຫຼັກຊັບແຫ່ງຊາດ ລາວໃຫ້ໄວທີ່ສຸດເທົ່າທີ່ຈະໄວໄດ້ ເນື່ອງຈາກວ່າຕ້ອງການຈະລະ
ດົມ ເອົາເງິນລົງທຶນຈາກການຂາຍຮຸ້ນໃນຕະຫຼາດຫຼັກຊັບ ເພື່ອ
ນໍາໄປໃຊ້ໃນການຂະຫຍາຍທຸລະກິດການບິນໃຫ້ມີຄວາມອາດ
ສາມາດໃນການແຂ່ງຂັນເມື່ອເຖິງກໍາໜົດຂອງການກ້າວໄປສູ່ປະຊາຄົມເສດຖະກິດອາ
ຊ່ຽນຢ່າງສົມບູນໃນວັນທີ 31 ທັນວາ.

ທັງນີ້ກໍເນື່ອງຈາກວ່າ ການເປັນປະຊາຄົມເສດຖະກິດອັນນຶ່ງອັນດຽວກັນດັ່ງກ່າວຈະເປັນ
ຜົນເຮັດໃຫ້ຕ້ອງມີການເປີດເສດຖະກິດການບິນລະຫວ່າງ 10 ປະເທດສະມາຊິກຂອງ
ອາຊ່ຽນ ຈຶ່ງເຮັດໃຫ້ລັດວິສາຫະກິດການບິນລາວ ມີຄວາມຕ້ອງການເງິນທຶນຢ່າງຫຼວງ
ຫຼາຍສໍາລັບການສັ່ງຊື້ເຮືອບິນຂະໜາດໃຫຍ່ທີ່ທັນສະໄໝອີກຫຼາຍສິບລໍາເພື່ອຂະຫຍາຍ
ເສັ້ນທາງການບິນໄປຍັງເມືອງສໍາຄັນຕ່າງໆ ໃນອາຊ່ຽນດ້ວຍກັນ ໃຫ້ໄດ້ຢ່າງຄົບຖ້ວນໃນ
ປີ 2015 ດັ່ງກ່າວ.

ການເປີດສາຍການບິນລາວລະຫວ່າງວຽງຈັນ


ໃນປັດຈຸບັນ ລັດວິສາຫະກິດການບິນລາວມີເຮືອບິນຈໍານວນ 10
ລໍາ ຊຶ່ງລວມເຖິງເຮືອບິນ Airbus ລຸ້ນ A320 ສອງລໍາທີ່ເຄື່ອງ
ຈັກເປັນແບບໄອພົ່ນ ສ່ວນທີ່ເຫຼືອນັ້ນເປັນເຮືອບິນທີ່ມີເຄື່ອງຈັກ
ເປັນແບບໃບພັດ ກໍຄືເຮືອບິນ ATR-72 ຈໍານວນ 6 ລໍາ ແລະ
ເຮືອບິນຂະໜາດນ້ອຍອີກຈໍານວນ 2 ລໍາ ໃນຂະນະທີ່ ລັດວິ
ສາຫະກິດການບິນລາວ ມີແຜນການທີ່ຈະສັ່ງຊື້ເຮືອບິນ Airbus
ລຸ້ນ A320 ແລະລຸ້ນ A321 ເພີ່ມຂຶ້ນອີກບໍ່ໜ້ອຍກວ່າ 10 ລໍາ
ພາຍໃນປີ 2020 ຈຶ່ງເຮັດໃຫ້ຕ້ອງການເງິນທຶນຫຼາຍກວ່າ
1,000 ລ້ານໂດລານັ້ນເອງ.

ແຕ່ຢ່າງໃດກໍຕາມ ກໍຍັງບໍ່ມີຄວາມຊັດເຈນວ່າຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບ
ແຫ່ງຊາດລາວພາຍໃຕ້ການເປັນປະທານຂອງ ທ່ານສົມສະຫວາດ ເລັ່ງສະຫວັດ ຮອງນາ
ຍົກລັດຖະມົນຕີຜູ້ຊີ້ນໍາວຽກງານດ້ານເສດຖະກິດຂອງລັດຖະບານ ລາວນັ້ນຈະອະນຸຍາດ
ໃຫ້ລັດວິສາຫະກິດການບິນລາວເຂົ້າຈົດທະບຽນໄດ້ເມື່ອໃດແທ້ ເນື່ອງຈາກວ່າ ຄວາມ
ພ້ອມຕ່າງໆນັ້ນບໍ່ໄດ້ຢູ່ທີ່ຄະນະກໍາມະການຄຸ້ມຄອງຕະຫຼາດຫຼັກຊັບແຫ່ງຊາດລາວ ແຕ່ຢ່າງ
ໃດ ແຕ່ຫາກຂຶ້ນຢູ່ກັບການພັດທະນາປັບປຸງລະບົບການບັນຊີ ແລະການບໍລິຫານງານ
ທີ່ໄດ້ມາດຕະຖານສາກົນຂອງແຕ່ລະບໍລິສັດເປັນສໍາຄັນ ດັ່ງທີ່ທ່ານ ສົມສະຫວາດ
ໄດ້ໃຫ້ການຊີ້ແຈງວ່າ:

ແລ້ວພວກເຮົາເບິ່ງກະມີຄວາມເປັນໄປໄດ້ສູງ ແຕ່ວ່າຕ້ອງມີການປັບປຸງເງື່ອນໄຂ ບາງອັນໃຫ້ມັນຄົບຕາມມາດຕະຖານເງື່ອນໄຂຂອງການເອົາເຂົ້າຕະຫຼາດ ຫຼັກຊັບ
ເພາະວ່າຈິດໃຈຂອງພວກເຮົາກະແມ່ນວ່າສິນຄ້າອັນໃດກໍຕາມທີ່ໄດ້ເອົາເຂົ້າຕະ
ຫຼາດນີ້ ຕ້ອງມີຄຸນນະພາບດີເປັນທີ່ເຊື່ອໝັ້ນຂອງລູກຄ້າ ເພາະວ່າ ມັນຕ້ອງເຮັດ
ຢ່າງເປີດເຜີຍເດ ເລື່ອງບັນຫາການເງິນ ເລື່ອງບັນຫາການບັນຊີ ບັນຫາໜີ້ສິນ
ຕ່າງໆຈັ່ງຊີ້ໜ່ະ ໃຫ້ເຂົາກວດກັນກັນລະອຽດຕື່ມກ່ອນ ແລ້ວພວກເຮົາຈຶ່ງຈະເອົາ
ເຂົ້າ.”


ກ່ອນໜ້ານີ້ ກໍມີລາຍງານວ່າມີບໍລິສັດມະຫາຊົນໃນລາວຈໍານວນ 8 ລາຍ ດ້ວຍກັນ ທີ່
ເຄີຍສະແດງທ່າທີວ່າຢາກຈະຂໍອະນຸຍາດຈົດທະບຽນໃນຕະຫຼາດຫຼັກຊັບຂອງລາວໂດຍ
ໃນນີ້ກໍລວມເຖິງວິສາຫະກິດໂທລະຄົມມະນາຄົມລາວ (ETL) ວິສາຫະກິດໂທລະຄົມມະ
ນາຄົມ (Lao Telecom) ກຸ່ມບໍລິສັດດາວເຮືອງການຄ້າ ຂາອອກ-ຂາເຂົ້າ ບໍລິສັດອິນ
ໂດຈີນຈໍາກັດ (ມະຫາຊົນ) ກຸ່ມທະນາຄານພົງສະຫວັນຈໍາກັດ (ມະຫາຊົນ) ແລະ ລັດວິສາ
ຫະກິດການບິນລາວດັ່ງກ່າວ.