ພາບຈາກອຸບັດຕິເຫດ ເຮືອບິນຕົກ ຢູ່ລາວ

ປະຊາຊົນພາກັນຢືນເບິ່ງ ຊິ້ນສ່ວນຂອງເຮືອບິນໝາກປິ່ນ ຂອງສາຍການບິນລາວ ທີ່ຕົກລົງສູ່ແມ່ນໍ້າຂອງ ຢູ່ປາກເຊ ເມື່ອວັນທີ 16 ຕຸລາ 2013.

ປະຊາຊົນພາກັນຢືນຢູ່ແຄມຂອງ ເບິ່ງການປະຕິບັດງານຊອກຄົ້ນ ເພື່ອກູ້ເອົາຊາກສົບ ແລະຊິ້ນສ່ວນຂອງ ເຮືອບິນ ຂອງສາຍການບິນລາວ ທີ່ຕົກລົງໃນນໍ້າຂອງ ຢູ່ປາກເຊ, ວັນທີ 17 ຕຸລາ 2013.

ພວກນັກດໍານໍ້າ ລົງໄປຊອກກູ້ເອົາ ສົບຂອງພວກເຄາະຮ້າຍ ໃນອຸບັດຕິເຫດເຮືອບິນລາວ ຕົກຢູ່ປາກເຊ, ວັນທີ 17 ຕຸລາ 2013.

ທະຫານລາວຄົນນຶ່ງເອົາທບຸທຽນ ໄປປັກໄວ້ ຢູ່ໃກ້ຊາກເຮືອບິນ ຂອງສາຍການບິນລາວ າທີ່ຕົກຢູ່ປາກເຊ ເມື່ອວັນພຸດ ທີ 16 ຕຸລານີ້ ເພື່ອສະແດງຄວາມເຄົາລົບແລະໄວ້ອາໄລ ແກ່ດວງວິນຍານຂອງພວກເຄາະຮ້າຍ ເສຍຊີວິດ, ວັນທີ 17 ຕຸລາ 2013.

ສົບຂອງຜູ້ເຄາະຮ້າຍຄົນນຶ່ງ ໃນເຫດເຮືອບິນລາວ ຕົກລົງໃນແມ່ນໍ້າຂອງ ຢູ່ປາກເຊ ຖືກນໍາໄປເກັບໄວ້ ຢູ່ວັດຈີນແຫ່ງນຶ່ງ ໃນປາກເຊ, ວັນທີ 17 ຕຸລາ 2013.