ເກີດດິນເຈື່ອນ ຖົມ ພະນັກງານ 83 ຄົນ ທີ່ບໍ່ຄຳ ໃນທິເບດ (ວີດີໂອ)

ພວກກູ້ໄພ ພວມຊອກຫາ ຜູ້ລອດຊີວິດມາໄດ້ ຈາກບ່ອນເກີດດິນເຈື່ອນ ຢູ່ບໍ່ຄຳ ໃນເຂດ Maizhokunggar ຂອງເຂດປົກຄອງຕົນເອງທິເບດ (30 ມີນາ 2013)

ອົງການ​ຂ່າວ​ຂອງ​ລັດຖະບານ​ຈີນກ່າວ​ວ່າ ບໍ່​ມີ​ຜູ້​ລອດ​ຊີວິດມາ​ໄດ້
ຫລື​ມີ​ການຄົ້ນ​ພົບ​ຊາກສົບ​ແຕ່​ປະການ​ໃດ ນຶ່ງ​ມື້ຫລັງ​ຈາກໄດ້ເກີດ
​ດິນ​ເຈື່ອນ​ທີ່ຮ້າຍ​ແຮງ ຖົມ​ພະນັກງານ 83 ຄົນ ​ຢູ່ທີ່​ບໍ່​ຄໍາ​ແຫ່ງ​ນຶ່ງ
ໃນ​ເຂດ​ພູຜາ​ຂອງທິ​ເບ​ດ.

ອົງການ​ຂ່າວ Xinhua ຂອງທາງ​ການ​ຈີນ ກ່າວວ່າ ດິ​ນ​ເຈື່ອນ​ໄດ້
​ປົກ​ຄຸມ​ບໍລິ​ເວນສາມກິ​ໂລ​ແມັດ​ມົນທົນ​ໃນ​ຕອນ​ເຊົ້າ​ວັນ​ສຸກ​ວານ​ນີ້
ຖົມບ່ອນ​ພັກ​ເຊົາ​ຂອງ​ພະນັກ​ງານ ​ຢູ່ທີ່​ບໍ່​ຄຳ ປະມານ 70 ກິ​ໂລ​ແມັດ
ຫ່າງ​ຈາກ ​ເ​ມື​ອງຫລວງ ​Lhasa ຂອງທິ​ເບ​ດ ​ໄປ​ທາງ​ກໍ້າ​ຕາ​ເວັນ​ອອກ.

​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອ​ຊອກຄົ້ນ​ຫາ​ພວກ​ຄົນ​ງານ​ເຫຼົ່ານີ້​ໄດ້ ປະສົບກັບອຸບ
ປະສັກ ຍ້ອນຍັງມີ​ດິນ​ເຈື່ອນ​ທີ່​ບໍ່​ແຮງ ​ເກີດ​ຂຶ້ນຢູ່​ຕໍ່​ມາ​ໃນ​ບໍລິ​ເວນ​ທີ່​ມີຄວາມ​ສູງ 4,600 ​ແມັດ ​ແລະ​ອາກາດ​ໜາວ​ເຢັນ ທີ່​ມີອຸນ ຫະ​ພູມ​ຕໍ່າ​ກວ່າ​ສູນອົງສາ​. ອາກາດ​ທີ່​ໜາວ​ເຢັນຈັດໄດ້ເປັນ​ຜົນ​ກະທົບ ແກ່​ດັງ​ຂອງ​ໝາ ​ທີ່​ສື​ບກິ່ນ​ຊອກ​ຄົ້ນຫາ.

​ໄດ້​ມີ​ການ​ສົ່ງບັນດາ​ພວກ​ກູ້​ໄພຫລາຍ​ກວ່ານຶ່ງພັນ​ຄົນ ​ໄປ​ປະຕິບັດ​ງານ ຢູ່​ໃນ​ຂົງ​ເຂດດັ່ງກ່າວ.

Your browser doesn’t support HTML5

china landslide