ຄວາມກ້າວໜ້າໃນການ ປະຕິບັດສົນທິສັນຍາ ຫ້າມລະເບີດຝັງດິນ

  • ບົວສະຫວັນ

ພາກສ່ວນນຶ່ງຂອງລະເບີດຝັງດິນ ທີ່ຖືກທໍາລາຍແລ້ວທີ່ຕົກຄ້າງຢູ່ໃນ ເຂດແບ່ງແດນໂດຍສະຫະປະຊາຊາດ (ເສັ້ນສີຂຽວ)ຢູ່ນະຄອນຫລວງ Nicosia ທີ່ຖືກແບ່ງແຍກອອກເປັນສອງຝ່າຍຂອງ Cyprus ໃນ ເດືອນພະຈິກ 2006 (AP Photo/Petros Karadjias, File)

ລາຍງານໃໝ່ສະບັບນຶ່ງ​ເວົ້າ​ວ່າ ​ກໍາລັງມີ​ການ​ທໍາຄວາມກ້າວໜ້າຢ່າງ​ໃຫຍ່ຫລວງໃນການ ຫ້າມນໍາໃຊ້ແລະຜະລິດລະເບີດຝັງດິນຕໍ່ຕ້ານມະນຸດ. ຂໍ້ມູນຈາກລາຍງານການຄວບຄຸມ ຕິດຕາມລະເບີດຝັງດິນ ຫລື Landmine Monitor ປະຈໍາປີ 2010 ນີ້ ສະແດງໃຫ້ ເຫັນວ່າ ​ໄດ້​ມີ​ການ​ທໍາຄວາມກ້າວໜ້າຫລາຍຢ່າງເປັນປະຫວັດການ​ໃນ​ປີ​ກາຍ​ນີ້ ​ໃນ​ການຈັດ​ຕັ້ງປະຕິບັດສົນທິສັນຍາຫ້າມລະເບີດຝັງດິນສະບັບປີ 1997 ນັ້ນ.

ທ່ານ Mark Hiznay ຜູ້ສຶກສາຄົ້ນຄວ້າອາວຸໂສປະຈໍາHuman Rights Watch ຫລື
ອົງການສິ້ງຊອມສິດທິມະນຸດກ່າວວ່າ ມັນເປັນເລື່ອງທີ່​ໜ້າ​ພິດສະຫວົງ​ງົງງວຍ ທີ່​ໄດ້​ເຫັນ
ວ່າ 12ປີ ຫລັງຈາກທີ່​ໄດ້​ມີ​ການເຈລະຈາຕໍ່ລອງເຮັດສົນທິສັນຍາເກືອດຫ້າມລະເບີດຝັງ
ດິນຂຶ້ນມາ​ໄດ້ໃນປີ 1997ນັ້ນ ລະດັບການ​ເຄື່ອນ​ໄຫວ​ແລະຄວາມໝັ້ນໝາຍໂດຍຫລາຍໆ
ປະເທດເພື່ອກໍາຈັດຖອນຮາກອາວຸດດັ່ງກ່າວນີ້ ກໍ​ຍັງເຂັ້ມແຂງເທົ່າ​ໆກັບທີ່ເຄີຍມີມາ. ຊຶ່ງ
ທ່ານ Hiznay ກ່າວໃນຕອນນຶ່ງວ່າ:

“ອາວຸດນີ້ຈະບໍ່ຖືກຝັງ​ລົງ​ພື້ນ​ດິນອີກຕໍ່ໄປແລ້ວ. ອາວຸດນີ້ຈະຖືກຂຸດອອກມາຈາກ
ພື້ນດິນ ແລະຈໍານວນຄົນເສຍຊີວິດກໍກໍາລັງລຸດຕໍ່າລົງນັບ​ມື້ ຊຶ່ງ​ເປັນ​ສິ່ງ​ທີ່​ພວກ​
ເຮົາ​ຢາກ​ໃຫ້​ມີ​ຂຶ້ນ ຈາກສົນທິສັນຍາສະບັບນີ້.”

ລາຍງານການຄວບຄຸມ ຕິດຕາມລະເບີດຝັງດິນ ຫລື Landmine Monitor ປະຈໍາປີ 2010

ທ່ານ ຮີຊເນ ກ່າວຕໍ່ໄປວ່າ ການໃຊ້ລະເບີດຝັງດິນກໍ
ໄດ້ຫລຸດລົງຢ່າງ​ຫລວງຫລາຍ ​ແລະວ່າ ປະເທດຣັດ
ເຊຍໄດ້ຖືກລົບຊື່ອອກຈາກການ​ເປັນ​ປະ​ເທດ​ທີ່​ນໍາໃຊ້
ລະເບີດຝັງດິນແລ້ວໃນປີນີ້ເຫລືອແຕ່ມຽນມາປະເທດ
ດຽວ ທີ່ຍັງ​ເອົາລະເບີດຝັງດິນ​ໄປຫ້າງ​ໄວ້ຢ່າງຕັ້ງ
ໜ້າຢູ່ໃນເວລານີ້.

ທ່ານຮິ​ຊ​ເນກ່າວວ່າ ນອກຈາກກໍາລັງຂອງລັດຖະບານ
ທະຫານ​ໃນມຽນມາ​ແລ້ວ ກໍ​ມີກຸ່ມປະກອບອາວຸດທີ່ບໍ່
ຂຶ້ນ​ກັບລັດຖະບານຢູ່ໃນພຽງ 6 ປະເທດ​ເທົ່າ​ນັ້ນ ທີ່
ຍັງສືບຕໍ່ໃຊ້ລະເບີດຝັງດິນຢູ່ ຄື​ໃນ​ປະ​ເທດ ອັຟກາ
ນີສຖານ, ໂຄລໍາເບຍ, ອິນເດຍ, ມຽນມາ, ປາກີສຖານ ແລະເຢເມນ.

ທ່ານກ່າວອີກວ່າ ​ເວລາ​ນີ້ ​ມີ​ພຽງສິບກ່ວາປະເທດ​ເທົ່າ​
ນັ້ນທີ່ຍັງຜະຫລິດລະເບີດຝັງດິນ ແຕ່ໃນຈໍານວນນັ້ນ
ກໍເຊື່ອວ່າ ມີພຽງສາມປະເທດທີ່ກໍາລັງສືບຕໍ່ຜະຫລິດອາວຸດຮ້າຍແຮງເຫລົ່ານີ້ຢ່າງຕັ້ງໜ້າ
ຊຶ່ງທ່ານ ຮີຊເນກ່າວຕໍ່ໄປວ່າ:

“ພວກເຮົາສາມາດຊີ້ບອກຈໍານວນຜູ້ເສຍຊີວິດຍ້ອນລະເບີດຝັງດິນ ແລະວັດຖຸລະ
ເບີດຈາກສົງຄາມ​ໃນປີ 2009 ​ນັ້ນ​ໄດ້ 3,956 ຄົນ ແລະຈຳນວນນີ້ ກໍເວົ້າໄດ້
ອີກວ່າ ມັນແມ່ນຈໍານວນລວມປະຈໍາປີ ທີ່ຕໍ່າທີ່ສຸດ ນັບຕັ້ງແຕ່ພວກເຮົາເລີ່ມ
ຄວບຄຸມຕິດຕາມ​ເບິ່ງໃນປີ 1999 ​ເປັນຕົ້ນມາ ແລະກໍ​ແມ່ນ 28 ເປີເຊັນ ຕໍ່າ
ກວ່າຈໍານວນຂອງປີ 2008. ໃນແງ່ຂອງພື້ນທີ່ ທີ່​ໄດ້​ມີ​ການສະ​ສາງກໍາຈັດລະເບີດ
ອອກ​ໄປ​ໄດ້ໃນປີນີ້ ໂຄງການ​ເກັບ​ກູ້ການລະເບີດຝັງດິນຕ່າງໆ ​ແມ່ນໄດ້ທໍາການ
ເກັບກູ້ໃນພື້ນທີ່ຢ່າງໜ້ອຍ 198 ​ກິ​ໂລແມັດມົນທົນໃນປີ 2009 ແລະອີກຄັ້ງນຶ່ງ.
ນີ້​ກໍນັບ ວ່າເປັນຈໍານວນລວມທີ່ສູງທີ່ສູງທີ່ສຸດໃນປະຫວັດສາດ ທີ່ພວກເຮົາໄດ້
ບັນທຶກໄວ້.”

ໃນຈໍານວນປະເທດທັງໝົດຂອງໂລກ ມີ 80% ຫລື 156 ປະເທດທີ່ເປັນພາຄີໃນສົນທິສັນ
ຍາ​ເກືອດຫ້າມລະເບີດຝັງດິນ. ແລະມີ 39 ປະເທດ ທີ່ໂຮມທັງ ຈີນ, ອິນເດຍ, ປາກີສະ
ຖານ, ຣັດເຊຍ ແລະ ສະຫະລັດ ທີ່ຍັງບໍ່ໄດ້ເຂົ້າຮ່ວມ​ເປັນ​ພາຄີໃນສົນທິສັນຍາດັ່ງກ່າວ.

ທ່ານ Stephen Goose ຫົວໜ້າບັນນາທິການຂອງ ວາລະສານ Landmine Monitor (file photo)

ຢ່າງໃດກໍຕາມ ທ່ານ Stephen
Goose ຫົວໜ້າບັນນາທິການ
ຂອງ ວາລະສານ Landmine
Monitor ກ່າວວ່າ ເກືອບວ່າທັງ
ໝົດຂອງປະເທດເຫລົ່ານີ້ ສ່ວນ
ໃຫຍ່ແລ້ວ ແມ່ນ​ໄດ້ປະຕິບັດ
ຕາມສົນທິສັນຍາສະບັບນີ້ ໄປ
ໃນຕົວຢູ່ແລ້ວ. ທ່ານ Goose
ຊີ້​ແຈງວ່າ:

“ຕົວຢ່າງເຊັ່ນ ສະຫະລັດກໍ
ບໍ່ໄດ້ນໍາໃຊ້ລະເບີດຝັງດິນ
ມາຕັ້ງແຕ່ປີ 1991 ແລະ
ກໍບໍ່ໄດ້ສົ່ງອອກລະເບີດຝັງດິນ
ນັບຕັ້ງແຕ່ປີ 1992 ເປັນຕົ້ນ
ມາ ແລະກໍບໍ່ໄດ້ຜະລິດລະ
ເບີດຝັງດິນ ນັບຕັ້ງແຕ່ປີ
1997. ​ແລະ​ສະຫະລັດ​ກໍໄດ້ທໍາລາຍລະເບີດຝັງດິນ ທີ່ສະສົມໄວ້ໃນສາງໄປແລ້ວ
ຫລາຍລ້ານລູກ ແລະ ໃຫ້ເງິນຊ່ວຍ ເຫລືອ ເພື່ອການເກັບກູ້ລະເບີດ ແລະຊ່ວຍ
ເຫລືອຜູ້ເຄາະຮ້າຍຍ້ອນ ລະເບີດຝັງດິນນັ້ນ ຫລາຍກວ່າປະເທດອື່ນ​ໃດ ຊຶ່ງ​ຟັງ​
ແລ້ວ ກໍ​ຄື​ວ່າ ເປັນສະມາຊິກຫລື​ພາຄີທີ່ດີຂອງສົນທິສັນຍາຢູ່ແລ້ວ ​ແຕ່​ສະຫະລັດ​
ກໍ​ບໍ່ຍອມ​ເຂົ້າ​ຮ່ວມ ຊຶ່ງພວກເຮົາຫວັງຢ່າງຍິ່ງວ່າ ສະຖານະ​ການນີ້ຈະປ່ຽນ​ໄປ.”

ທ່ານກູສ ກ່າວວ່າ ພວກນັກເຄື່ອນໄຫວຕ້ານ​ລະ​ເບີດ​ຝັງ​ດິນທັງຫລາຍ ແມ່ນໄດ້ພາກັນ​ປຸກ
ລະດົມ ປະນາມການນໍາໃຊ້ລະເບີດຝັງດິນ ຢ່າງໄດ້ ຜົນ​ຫລາຍ ຈົນ​ພາ​ໃຫ້​ເຂົາ​ເຈົ້າປະສົບ
ຄວາມ​ສໍາ​ເລັດ​ ແລະໄດ້ຮັບ​ໄຊຊະ ນະ​ໃນສົງຄາມຕໍ່ຕ້ານອາວຸດຮ້າຍ​ແຮງ​ດັ່ງກ່າວ​ນີ້ ຊຶ່ງທ່ານ
Goose ກ່າວຕື່ມວ່າ ແມ່ນ​ແຕ່ພວກກຸ່ມກະບົດຕ່າງໆ ກໍຍັງຮູ້ສຶກ​ເຖິງ​ຄວາມກົດດັນໃນ
ເລື້ອງນີ້. ທ່ານ​ກ່າວ​ໃນ​ທີ່​ສຸດວ່າ ຈໍານວນ​ພວກ​ກຸ່ມ​ບໍ່​ຂຶ້ນ​ກັບ​ລັດຖະບານ ທີ່​ນໍາ​ໃຊ້​ລະ​ເບີດ
ຝັງ​ດິນ​ນັ້ນກໍກໍາລັງຫລຸດນ້ອຍ​ຖອຍ​ລົງເຊັ່ນກັນ.