ການໃຫ້ສໍາປະທານທີ່ດິນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນລາວຫຼາຍຂຶ້ນ ຍ້ອນວ່າ ມີຫຼາຍເຂດສຳປະທານຈຳນວນຫຼາຍ ໄດ້ກວມເອົາດິນຂອງປະຊາຊົນໃນທົ່ວປະເທດ.
Your browser doesn’t support HTML5
ການໃຫ້ສໍາປະທານທີ່ດິນ ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ໃນລາວຫຼາຍຂຶ້ນ
ເຈ້າຫນ້າທີ່ຂັ້ນສູງພາຍໃນຄະນະກວດກາສູນກາງພັກ ເປີດເຜີຍວ່າ ການກວດກາສໍາປະທານທີ່ດິນໃນໄລຍະປີ 2023-2024 ສາມາດດໍາເນີນການກວດກາໄດ້ 524 ໂຄງການ ກວມເອົາ 21% ຂອງຈໍານວນສໍາປະທານທັງໝົດ 2,495 ໂຄງການໃນທົ່ວປະເທດນັ້ນ ພົບວ່າ ມີ 438 ໂຄງການໃນຈໍານວນ 524 ໂຄງການດັ່ງກ່າວນັ້ນ ໄດ້ອະນຸຍາດຢ່າງຜິດກົດໝາຍສົ່ງເສີມການລົງທຶນ ຫາກແຕ່ເປັນການສວຍໃຊ້ອຳນາດໜ້າທີ່ສະແຫວງຫາຜົນປະໂຫຍດ ຂອງເຈົ້າໜ້າທີ່ກ່ຽວຂ້ອງໃນທຸກຂັ້ນ ເປັນປັດໄຈຕົ້ນຕໍ ຈຶ່ງໄດ້ພາໃຫ້ເກີດການຂັດແຍ້ງຢ່າງກວ້າງຂວາງກ່ຽວກັບສິດການເປັນເຈົ້າຂອງທີ່ດິນລະຫວ່າງ ປະຊາຊົນລາວ ກັບບໍລິສັດລາວ ແລະຕ່າງປະເທດ ທີ່ໄດ້ຮັບສຳປະທານນັ້ນ ໂດຍສະເພາະບັນດາບໍລິສັດທີ່ນັກລົງທຶນຈີນເປັນເຈົ້າຂອງນັ້ນ ກໍແມ່ນພາກສ່ວນທີ່ຂັດແຍ້ງກັບປະຊາຊົນລາວ ຫລາຍທີ່ສຸດ ເພາະວ່າ ປະຊາຊົນລາວ ທີ່ຖືກເວນຄືນທີ່ດິນນັ້ນ ໄດ້ຮັບຄ່າຊົດເຊີຍທີ່ບໍ່ຍຸຕິທຳ ດັ່ງເຈົ້າໜ້າທີ່ໃນຄະນະກວດກາພັກ ໃຫ້ການຢືນຢັນວ່າ “ໃນປະຈຸບັນນີ້ ນັກລົງທືນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ກໍແມ່ນລ້ວນແຕ່ເຫັນວ່າ ມີບັນຫາບາງບ່ອນກະເກີດມີການທັບຊ້ອນເນື້ອທີ່ມີບັນຫາຂັດແຍ້ງເກີດຂຶ້ນ ບາງບ່ອນກໍແຕະຕ້ອງເຖິງບັນຫາການຜະລິດ ເຂດທັບການຜະລິດຂອງພໍ່ແມ່ ປະຊາຊົນບັນດາເຜົ່າ ຫຼາຍໂຄງການກະບໍ່ປະຕິບັດຕາມເນື້ອໃນຂອງສັນຍາ ບໍ່ປະຕິບັດຕາມກົດໝາຍ ໂດຍສະເພາະແມ່ນບັນຫາການຊໍາລະສະສາງ ບັນຫາຄ່າເຊົ່າສໍາປະທານທີ່ດິນໃຫ້ແກ່ລັດຖະບານ ຍິ່ງໄປກວ່ານັ້ນ ພໍ່ແມ່ປະຊາຊົນຊົນບັນດາເຜົ່າຢູ່ໃນເຂດຂອງໂຄງການ ທີ່ໄດ້ຮັບການຈັດຕັ້ງປະຕິບັດ ກະບໍ່ໄດ້ຮັບການພັດທະນາ ເຫັນວ່າ ຊີວິດການເປັນຢູ່ຂອງປະຊາຊົນ ຖືວ່າບໍ່ມີການຫັນປ່ຽນ.”
ສ່ວນເຈົ້າໜ້າທີ່ຂັ້ນສູງໃນກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ຢືນຢັນວ່າ ໃນປະຈຸບັນ ມີປະຊາຊົນລາວ 628,000 ກວ່າຄອບຄົວ ໄດ້ຖືຄອງທີ່ດິນຍູ່ໃນເຂດປ່າສະຫງວນຂອງລັດ ເຊິ່ງຈະຕ້ອງຖືກຍົກເລີກສິດໃນການຖືຄອງທີ່ດິນດັ່ງກ່າວ ທັ້ງຍັງຈະຕ້ອງຖືກຍົກຍ້າຍໄປຢູ່ເຂດຈັດສັນໃໝ່ອີກດ້ວຍ ແຕ່ລັດຖະບານກະບໍ່ສາມາດ ດໍາເນີນການດັ່ງກ່າວໄດ້ ເນື່ອງຈາກບໍ່ມີງົບປະມານສະຫນັບສະຫນູນ ຊຶ່ງກໍເຊັ່ນດຽວກັບການຍົກເລີກສໍາປະທານທີ່ດິນ 438 ໂຄງການ ຕາມຄໍາສັ່ງຂອງສໍານັກງານນາຍົກລັດຖະມົນຕີ ທີ່ຍັງບໍ່ສາມາດດຳເນີນການໄດ້ຢ່າງເປັນຮູບປະທໍາ ລວມທັງບໍ່ສາມາດຈັດຕັ້ງປະຕິບັດຕາມກົດໝາຍທີ່ກ່ຽວຂ້ອງກັບການອອກໃບອະນຸຍາດ ແລະການຍົກເລີກສໍາປະທານທີ່ດິນໄດ້ຢ່າງແທ້ຈິງອີກດ້ວຍ ໂດຍເຖິງແມ່ນວ່າ ຜູ້ໄດ້ຮັບສໍາປະທານສ່ວນໃຫຍ່ຈະບໍ່ປະຕິບັດຕາມສັນຍາການລົງທຶນກໍຕາມ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ຢືນຢັນວ່າ “ມີຄໍາສັ່ງສຸດທ້າຍຈາກ ສໍານັກງານນາຍົກລັດຖະມົນຕີ ທີ່ໄດ້ໃຫ້ພວກເຮົາເລັ່ງກວດກາ ແລະຍົກເລີກ 438 ໂຄງການໃຫ້ສຳເລັດ ປະຈຸບັນນີ້ ພວກເຮົາກໍໄດ້ສຳເລັດກວດກາແລ້ວຍູ່ 16 ແຂວງ ຍົກເວັ້ນ 2 ແຂວງ ກໍຄື ແຂວງຜົ້ງສາລີ ແລະ ນະຄອນຫຼວງທີ່ຈະຕ້ອງໄດ້ເຮັດວຽກຮ່ວມກັນ ແຕ່ວ່າ ໃນການເຮັດວຽກຢູ່ແຂວງພວກເຮົາໄດ້ເຮັດບົດບັນທຶກພ້ອມກັນແລ້ວ ແລະມີບັນຊີໂຄງການທີ່ບໍ່ມີການເຄື່ອນໄຫວເນາະ ປັດຈຸບັນ ຕາມຕົວເລກທີ່ພວກເຮົາເກັບກໍາໄດ້ໃນທົ່ວປະເທດນີ້ມີເກືອບ 2,500 ໂຄງການ ແຕ່ວ່າ ກໍມີໂຄງການທີ່ບໍ່ມີການເຄື່ອນໄຫວກໍຂ່ອນຂ້າງຫລາຍ ຫາກແຕ່ວ່າ ຕາມກົດໝາຍທີ່ດິນຂອງພວກເຮົາທີ່ກຳນົດໄວ້ ຫລະແມ່ນໂຄງການໃດທີ່ບໍ່ມີການເຄື່ອນໄຫວ ເຖິງແມ່ນວ່າ ມີພັນທະກໍຕາມ ກໍຕ້ອງໄດ້ມີການຍົກເລີກ ແລະປະຕິບັດພັນທະ.”
ໂດຍອີງຕາມລາຍງານຂອງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ລະບຸວ່າ ການອະນຸຍາດໃຫ້ສຳປະທານທີ່ດິນ 2,495 ໂຄງການ ມີເນື້ອທີ່ລວມກວ້າງກວ່າ 11 ລ້ານເຮັກຕາ ແຕ່ວ່າ ກໍໄດ້ມີການນຳໃຊ້ທີ່ດິນຕົວຈິງພຽງແຕ່ 600,000 ກວ່າເຮັກຕາ ຫຼື 5% ເທົ່ານັ້ນຂອງເນື້ອທີ່ສຳປະທານທັງໝົດ ສ່ວນສາເຫດທີ່ພາໃຫ້ເກີດການຂັດແຍ້ງກັນຢ່າງແຜ່ຫຼາຍໃນສັງຄົມລາວ ກໍເພາະວ່າ ປະຊາຊົນລາວຜູ້ທີ່ຖືກຍາດແຍ່ງເອົາທີ່ດິນນັ້ນ ໄດ້ຮັບການຊົດເຊີຍໃນອັດຕາທີ່ຕໍ່າຫຼາຍ ເມື່ອທຽບໃສ່ລາຄາຕົວຈິງໃນປັດຈຸບັນນີ້.