ນັກແຂ່ງລົດຖີບ Armstrong ຍອມຮັບວ່າ ໃຊ້ຢາຊູກຳລັງ (ສະໄລດ໌)

ທ່ານ Lance Armstrong ນັກແຂ່ງລົດຖີບຊາວອາເມຣິກັນ ທີ່ຍອມຮັບວ່າ ໃຊ້ຢາຊູກຳລັງ

ທ່ານ Lance Armstrong ແຊ້ມແຂ່ງລົດຖີບທີ່ອອກກິນເບ້ຍບຳ
ນານແລ້ວ ຂອງສະຫະລັດ ໄດ້ປະກົດຕົວທາງໂທລະພາບ ແລະ
ຍອມຮັບວ່າ ໃຊ້ຢາຊູກຳລັງ ໃນການແຂ່ງຂັນ Tour de France
ທັງ 7 ຄັ້ງທີ່ລາວໄດ້ຮັບໄຊຊະນະແຕ່ປີ 1999 ຫາ 2005.

ອະດີດແຊ້ມແຂ່ງລົດຖີບອາຍຸ 41 ປີຊຶ່ງໄດ້ປະຕິເສດຊໍ້າແລ້ວຊໍ້າ
ອີກຕໍ່ການກ່າວຫາວ່າໃຊ້ຢາຊູກຳລັງນັ້ນ ໄດ້ກ່າວຕໍ່ນາງ Oprah
Winfrey ຜູ້ທຳການສຳພາດວ່າ ລາວຈະບໍ່ສາມາດຄວ້າເອົາຕຳ
ແໜ່ງແຊ້ມທັງ 7 ມາຄອງໄດ້ໂດຍປາດສະຈາກການໃຊ້ຢາຊູກຳ
ລັງທີ່ຖືກຫ້າມນັ້ນ. ການໃຫ້ສຳພາດດັ່ງກ່າວນີ້ ໄດ້ມີການບັນທຶກ
ໃນມື້ວັນຈັນຜ່ານມາ.

ທ່ານ Armstrong ໄດ້ເລີ້ມການສຳພາດ ດ້ວຍການຕອບຄຳ
ຖາມຈຳນວນນຶ່ງ ທີ່ໃຊ້ຄຳວ່າ “ແມ່ນ” ຫຼື “ບໍ່” ໂດຍເວົ້າວ່າ ລາວໄດ້ໃຊ້ຢາຊູກຳລັງ testo-
sterone, cortisone ການປ່ຽນເລືອດແລະຮໍໂມນໃຫ້ມະນຸດເຕີບໂຕເພື່ອເສີມຂະຫຍາຍ ໂອກາດ ທີ່ລາວຈະໄດ້ຮັບໄຊຊະນະ ໃນການແຂ່ງຂັນເອົາລາງວັນທີ່ມີກຽດ. ລາວເວົ້າວ່າ ຄວາມຜິດພາດແລະການຕຳໜິຕິຕຽນຕ່າງໆກ່ຽວກັບຂ່າວນອງນັນທີ່ເກືອບທຳລາຍການ ແຂ່ງຂັນລົດຖີບນາໆຊາດນັ້ນ ຄວນຕົກເປັນຂອງລາວ.

ໃນຕອນແລງຂອງມື້ວັນພຸດຜ່ານມານີ້ ຄະນະກຳມະການກິລາໂອລິມປິກສາກົນໄດ້ຮ້ອງຂໍ ໃຫ້ທ່ານ Armstrong ສົ່ງຄືນຫລຽນທອງແດງທີ່ລາວໄດ້ຮັບໃນການແຂ່ງຂັນລົດຖີບໃນປີ 2000 ທີ່ນະຄອນຊິດນີ.

ທ່ານ Armstrong ໄດ້ຖືກປົດ ຈາກການໄດ້ຮັບໄຊຊະນະ 7 ຄັ້ງໃນການແຂ່ງຂັນ Tour de France ເມື່ອປີກາຍນີ້ ເວລາອົງການຕໍ່ຕ້ານການໃຊ້ຢາຊູກຳລັງຂອງສະຫະລັດ ປະ ກາດວ່າ ຕົນມີຫຼັກຖານວ່າຜູ້ກ່ຽວພົວພັນກັບໂຄງການໃຊ້ຢາຊູກຳລັງທີ່ຜິດກົດໝາຍແບບ ສະລັບຊັບຊ້ອນນັ້ນ.