ໃນຂະນະທີ່ຊາວອາເມຣິກັນທົ່ວປະເທດ ກຳລັງເດືອດຮ້ອນຍ້ອນລາຄານ້ຳ ມັນສູງຂຶ້ນຢ່າງເປັນປະຫວັດການ ຫຼາຍໆຄົນກໍບໍ່ມີທາງເລືອກ ເພາະຕ້ອງໄດ້ ອາໄສຂັບລົດໄປວຽກໄປການ, ໄປເຮັດທຸລະສ່ວນຕົວກໍຕ້ອງໄດ້ ປັບປ່ຽນແບບແຜນການດຳລົງຊີວິດຂອງພວກເຂົາເຈົ້າແບບໃດແບບນຶ່ງ ໂດຍສະເພາະແມ່ນ ພວກທີ່ຢູ່ພາກຕາເວັນຕົກຂອງປະເທດທີ່ລາຄານ້ຳມັນສູງຂຶ້ນກວ່າລັດອື່ນໆ ກໍຄື ຢ່າງໜ້ອຍ 6 ໂດລາກວ່າຕໍ່ກາລອນນຶ່ງ ທີ່ເທົ່າກັບ 3.79 ລິດ ສຳລັບນ້ຳມັນ ແອັດຊັງທຳມະດາ. ນາງອາແລັກສ໌ ຫານຊະນະ ເປັນອາເມຣິກັນເຊື້ອສາລາວ ທີ່ອາໄສຢູ່ໃນເຂດນະຄອນລອສແອນເຈີລີສ ກ່າວກ່ຽວກັບສະພາບການ ດັ່ງ ກ່າວໃຫ້ຟັງວ່າ:
Your browser doesn’t support HTML5
ນາງອາແລັກສ໌ ກ່າວກ່ຽວກັບສະພາບການນ້ຳແພງໃນລອສ ແອນເຈີເລັສ
ຄອບຄົວຂອງນາງອາແລັກສ໌ ຫານຊະນະ ທີ່ອາໄສຢູ່ໃນນະຄອນລອສ ແອນເຈີເລັສ ລັດຄາລີຟໍເນຍ ທີ່ມີລາຄານ້ຳມັນສູງກວ່າ ລັດອື່ນໆ
ນາງອາແລັກສ໌ ກ່າວອີກວ່າ ເມື່ອນາງຕື່ມນ້ຳມັນເຕັມຖັງລົດເທື່ອໃດນັ້ນ ແມ່ນ ຮອດຮ້ອຍກວ່າໂດລາພຸ້ນ ແລະມີທ່າອ່ຽງຈະເພີ້ມຂຶ້ນອີກ. ສະພາບການນີ້ ເຮັດໃຫ້ອາຫານການກິນ ແລະຄ່າເຊົ່າບ້ານເຮືອນ ກໍແພງຂຶ້ນໄປຕາມໆກັນ ຊຶ່ງນາງອາແລັກສ໌ ເວົ້າກັບວີໂອເອອີກວ່າ “ເລື້ອງຢູ່ເລື້ອງກິນນັ້ນ ກໍບໍ່ໄດ້ຕັດລົງ ແຕ່ຢ່າງໃດເລີຍ. ປັດຈຸບັນນີ້ ຄ່າເຊົ່າເຮືອນກໍແພງຂຶ້ນເຊັ່ນກັນ ຂຶ້ນບາດດຽວຮອດ ຫ້າຮ້ອຍໂດລາ.”