ມີການຕົກລົງ ສ້າງຕັ້ງ ເຂດກັນຊົນຂຶ້ນ ທີ່ກອງປະຊຸມ ສັນຕິພາບ ຢູເຄຣນ (ສະໄລດ໌/ວີດີໂອ)

ພວກທີ່ເຂົ້າຮ່ວມໃນການເຈລະຈາສັນຕິພາບຢູເຄຣນ ໄດ້ຕົກລົງ
ກັນສ້າງຕັ້ງເຂດກັນຊົນຂຶ້ນເພື່ອແຍກກຳລັງທະຫານລັດຖະບານ
ຢູເຄຣນ ອອກຈາກພວກແບ່ງແຍກດິນແດນນິຍົມຣັດເຊຍ.

ພວກເຈົ້າໜ້າທີ່ ທີ່ເຂົ້າຮ່ວມການເຈລະຈາກ່າວໃນວັນເສົາມື້ນີ້ວ່າ
ທັງສອງຝ່າຍໄດ້ຕົກລົງທີ່ຈະຍ້າຍປືນໃຫຍ່ໄປຈາກເຂດແນວໜ້າ
ເພື່ອສ້າງຕັ້ງເຂດກັນຊົນ ທີ່ມີຄວາມກວ້າງ 30 ກິໂລແມັດຂຶ້ນ.

ການຈະລະຈາກັນຮອບທີ 3 ທີ່ນະຄອນຫລວງ Mink ຂອງເບລາ
ຣຸສແມ່ນເຂົ້າຮ່ວມໂດຍອະດີດປະທານາທິບໍດີຂອງຢູເຄຣນ ທ່ານ
Leonid Kuchma ແລະເຈົ້າໜ້າທີ່ຫຼາຍໆຄົນຈາກເຂດທີ່ປະກາດ
ຕົນເອງເປັນສາທາລະນະລັດປະຊາຊົນ Donetsk ແລະ Luhansk ຂອງພວກກະບົດ ພ້ອມ
ກັບເອກອັກຄະລັດຖະທູດຣັດ ເຊຍປະຈຳຢູເຄຣນ ທ່ານ Mikhail Zurabov ແລະບັນດາຜູ້ ຕາງໜ້າຂອງອົງ ການວ່າດ້ວຍຄວາມໝັ້ນຄົງແລະການຮ່ວມມືໃນຢູໂຣບ ຫຼື OSCE.

Your browser doesn’t support HTML5

UKRAINE CNPK

ໃນລະຫວ່າງກອງປະຊຸມເທື່ອແລ້ວຂອງອັນທີ່ເອີ້ນວ່າກຸ່ມປະສານງານຊຶ່ງມີຂຶ້ນໃນຕົ້ນເດືອນ ນີ້ ຜູ້ຕາງໜ້າຂອງຢູເຄຣນແລະພວກກະບົດ ໄດ້ລົງນາມໃນສັນຍາຢຸດຍິງທີ່ປະກອບດ້ວຍ
12 ຂໍ້ ຮວມທັງການຜ່ອນຜັນໃຫ້ແກ່ພວກກະບົດແບ່ງແຍກດິນແດນ.

ການສູ້ລົບກັນຢ່າງກະຈັດກະຈາຍ ຍັງດຳເນີນຢູ່ຕໍ່ມາ ໃນພາກຕາເວັນອອກຂອງຢູເຄຣນ ທັງໆທີ່ການຢຸດຍິງເລີ້ມມີຜົນບັງຄັບໃຊ້ ມາຕັ້ງແຕ່ວັນທີ 5 ກັນຍາ.

ໃນວັນເສົາມື້ນີ້ ຂະບວນລົດບັນທຸກຂອງຣັດເຊຍ ໄດ້ແລ່ນເຂົ້າໄປໃນຢູເຄຣນ ພ້ອມດ້ວຍ ເຄື່ອງຊ່ອຍເຫຼືອທາງດ້ານມະນຸດສະທຳ ສຳຫລັບເຂດ Donetsk ຊຶ່ງເປັນຄັ້ງທີ 3 ແລ້ວ ທີ່ ໄດ້ມີການສົ່ງຂະບວນລົດເຂົ້າໄປໃນພາກຕາເວັນອອກຢູເຄຣນໃນໄລຍະສອງສາມອາທິດ ຜ່ານມານີ້.

Your browser doesn’t support HTML5

Ukraine Holds Military Exercises in New Strategic Environment