ມືລະເບີດສະຫຼະຊີບ ຢູ່ວັດອິສລາມ ຄູເຫວດ ແມ່ນຊາຍຊາວ ຊາອຸ

ກຳລັງປ້ອງກັນຄວາມສະຫງົບ ແລະ ເຈົ້າໜ້າທີ່ຕຳຫຼວດ ໄປເຕົ້າໂຮມກັນຢູ່ວັດອິສລາມ ນິກາຍຊີໄອທ໌ ຫຼັງຈາກ ການລະເບີດທີ່ຮ້າຍແຮງ ທີ່ອ້າງໂດຍກຸ່ມຫົວຮຸນແຮງ ລັດອິສລາມ ທີ່ໄດ້ໂຈມຕີບັນດາຜູ້ນະມັດຊະການທີ່ເຂົ້າຮ່ວມໃນການໄຫວ້ບູຊາໃນວັນສຸກທີ່ຜ່ານມາ ຢູ່ປະເທດ ຄູເຫວດ. 26 ມິຖຸນາ 2015.

ຄູ​ເຫວດ​ກ່າວ ໃນ​ວັນອາທິດ​ມື້​ນີ້​ວ່າ ຕົນ​ໄດ້​ລະ​ບຸ​ໂຕ ​ຄົນສັນ​ຊາດ
ຊາ​ອຸ ​ຄົນ​ໜຶ່ງ ວ່າ​ເປັນມື​ລະ​ເບີດ​ສະຫຼະ​ຊີບ​ທີ່​ໄດ້​ໂຈມ​ຕີ​ວັດ ອິສລາມ ນິກາຍ​ຊີ​ໄອທ໌ ທີ່ແອອັດ​ແຫ່ງ​ໜຶ່ງ, ​ເຮັດ​ໃຫ້​ມີ​ຄົນ​ຕາຍ​ຢ່າງ​ໜ້ອຍ 26 ຄົນ ​ແລະ ບາດ​ເຈັບ​ອີກ​ຫຼາຍ​ຄົນ.

ກະຊວງ​ພາ​ຍ​ໃນ ຖະ​ແຫຼງ​ວ່າ ທ້າວ Fahd Suleiman Abdulmohsen al-Qaba’a ເປັນ​ຜູ້ທຳ​ການ​ໂຈມ​ຕີ​ ວັດອິສລາມ ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ ​ໃນ​ລະຫວ່າງ​ເດືອນ​ສັກສິດ​ຖື​ສິນ​ອົດ​ຂອງ​ຊາວ​ມຸສລິ​ມ ຫຼື ຣາມາດາ​ນ.

​ເຫດຮ້າຍ​ດັ່ງ​ກ່າວ​ໃນປະ​ເທດຄູ​ເຫ​ວດ ​ແມ່ນ​ໜຶ່ງໃນ​ການ​ກໍ່​ການ​ຮ້າຍ​ສາມ​ຄັ້ງ​ ​ໃນ​ມື້ວັນ​ສຸກ ຢູ່​ສາມທະວີບ.

ຢູ່ຕູ​ນີ​ເຊຍ ໃນ​ວັນ​ເສົາ​ວານ​ນີ້ ນາຍົກລັດຖະມົນ​ຕີ Habib Essid ​ໄດ້ ຮີ​ບ​ຮ້ອນ​ເພີ່ມ​ການ​ຮັກ
ສາ​ຄວາມ​ປອດ​ໄພຂຶ້ນ ​ໃນ​ຂະ​ນະ​ທີ່ນັກ​ທ່ອງ​ທ່ຽວ​ຕ່າງຊາ​ດ​ ຫຼາຍພັນ​ຄົນ ພາກັນ​ໜີ​ອອກຈາກ​
ປະ​ເທດຫຼັງ​ຈາກ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຢູ່ຣີສອດ ​ແຄ​ມທະ​ເລ.

ທ່ານ Essid ໄດ້ອອກຄຳສັ່ງໃຫ້ທະຫານກອງໜຸນ ໄປເຝົ້າຍາມຢູ່​ຕາມໂຮງແຮມ ແລະ ສະຖານ ທີ່ທ່ອງທ່ຽວອື່ນໆ, ແລະກ່າວວ່າ ວັດອິສລາມ ເກືອບ 80 ແຫ່ງໃນປະເທດ ທີ່ເປັນທີ່ຮູ້ຈັກວ່າ ສັ່ງສອນກ່ຽວກັບຄວາມ ຮຸນແຮງ ຈະຖືກປິດລົງ.

ສົບຂອງນັກທ່ອງທ່ຽວທີ່ ຖືກຍິງເສຍຊີວິດໂດນມືປືນ ນອນຢູ່ໃກ້ກັບໂຮງແຮມແຄມທະເລ ໃນເມືອງ Sousse ປະເທດ ຕູນີເຊຍ 26 ມິຖຸນາ 2015

​ຢ່າງໜ້ອຍ 38 ຄົນ ຖືກຂ້າຕາຍແລະ ອີກຫຼາຍສິບຄົນບາດເຈັບ ໃນວັນສຸກທີ່ຜ່ານມາ ເວລາ ຊາຍໜຸ່ມຫົວຮຸນແຮງຊາວ ຕູນີເຊຍ ຄົນ​ໜຶ່ງ ທີ່ປອມຕົວເປັນນັກທ່ອງທ່ຽວ ໄດ້ຍິງຖະລົ່ມໃສ່ ຫາດຊາຍສ່ວນຕົວ ແລະ ສະຖານທີ່ອື່ນໆຂອງໂຮງແຮມ ຫ້າດາວ Imperial Marhaba ໃນເມືອງ Sousse.

ຢູ່​ພາກ​ໃຕ້​ຂອງ​ປະ​ເທດ ຝຣັ່ງ, ຊາຍ​ຄົນ​ໜຶ່ງ​ໄດ້​ບຸກ​ໂຈມ​ຕີ​ໂຮງງານ ​ເຄມີ ທີ່​ເປັນ​ຂອງຊາວ
ອາ​ເມຣິກັນ, ​ໂດຍໄດ້​ຕັດ​ຫົວຊາ​ຍຄົນ​ໜຶ່ງ ​ແລະ ​ໄດ້​ຂຽນ​ໂຕ​ໜັງສື ອາຣັບ ​ໃສ່​ສົບ ​ແລະ​ພະຍາຍາມ​ທີ່​ຈະລະ​ເບີດ​ໂຮງງານດັ່ງກ່າວ. ​ເຈົ້າ​ໜ້າ​ທີ່​ໄດ້​ຈັບຜູ້​ຕ້ອງ​ສົງ​ໃສຄົນ​ໜຶ່ງ​.

Your browser doesn’t support HTML5

Terror attacks