ລູກເຂີຍ ປະທານາທິບໍດີ ທຣໍາ ຢ້ຽມຢາມອີຣັກ

ທ່ານ Jared Kushner ລູກເຂີຍ ປະທານາທິບໍດີທຣຳ ພ້ອມທັງ ເປັນທີ່ປຶກສາຂັ້ນສູງ ເດີນທາງໄປເຖິງກະຊວງປ້ອງກັນປະເທດ ອີຣັກ ໃນນະຄອນຫລວງ Baghdad.

ລູກ​ເຂີຍ​ຂອງ​ປະທານ​າທິບໍດີ Donald Trump ​ແລະ​ທີ່​ປຶກສາ​ຂັ້ນ​ສູງ ທ່ານ Jared
Kushner ໄປ​ຢ້ຽມຢາມ​ອີຣັກ ​ແລະ​ໄດ້​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອີຣັກ
​ເພື່ອ​ຫາລື​ກ່ຽວ​ກັບ​ການ​ສູ້​ລົບ​ຕ້ານ​ພວກ​ຫົວ​ຮຸນ​ແຮ​ງລັດ​ອິສລາມ.

ທ່ານ Kushner ​ໄດ້​ບິນ​ໄປ​ນະ​ຄອນ​ຫລວງ Bagdad ​ໃນ​ວັນ​ຈັນ​ວານ​ນີ້ ​ກັບເຈົ້າ​ໜ້າ
​ທີ່ທາງ​ທະຫານສູງ​ສຸດ​ ປະທານ​ເສນາ​ທິການ​ຮ່ວມຂອງກອງທັບສະຫະ ລັດ ນາຍພົນ
Joseph Dunford.

ຫ້ອງການ​ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Ababi ກ່າວ​ວ່າ ​ໃນ​ວັນ​ຈັນ
​ທ່ານ​ໄດ້​ພົບ​ປະ​ກັບ​ເຈົ້າ​ໜ້າ​ທີ່​ສະຫະລັດ​ສອງ​ຄົນ. ກະຊວງ​ປ້ອງ​ກັນ​ປະ​ເທດ​ອີຣັກ​ໄດ້
ນຳ​ອອກ​ເຜີຍ​ແຜ່​ວີ​ດີ​ໂອ ທີ່ສະ​ແດງ​ໃຫ້​ເຫັນ​ວ່າ ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອີຣັກ
ທ່ານ Irfan al-Hayali ຍັງ​ໄດ້​ພົບ​ປະ​ກັບ​ຊາວອາ​ເມຣິກັນ.

ຖະ​ແຫລ​ງການ​ສະບັບ​ນຶ່ງ​ຈາກ​ຫ້ອງການ ທ່ານ Dunford ກ່າວ​ວ່າ​ ຈຸດປະສົງ​ການ
​ຢ້ຽມຢາມ​ກໍແມ່ນ​ເພື່ອ “ພົບ​ປະ​ກັບ​ບັນດາ​ຜູ້ນຳ​ອີຣັກ ທີ່​ປຶກສາ​ຂັ້ນ​ສູງ​ສະຫະລັດ ​ແລະ
​ຢ້ຽມຢາມ​ກຳລັງ​ທະຫານ​ສະຫະລັດ​ຢູ່​ໃນ​ສະໜາມ​ລົບ ​ເພື່ອ​ຮັບ​ຟັງ​ລາຍ​ງານ “ກ່ຽວ​ກັບ
​ສະພາບ​ການ​ສູ້​ລົບຕໍ່​ຕ້ານ​ລັດ​ອິສລາມ.”

​ແນວ​ໂຮມນາໆຊາດ ພາຍ​ໃຕ້​ການ​ນຳພາສະຫະລັດ ໄດ້ປະຕິບັດ​ງານ​ໂຈມ​ຕີ​ທາງ​ອາ
ກາດ​ຕໍ່​ພວກ​ນັກ​ລົບລັດ​ອິສລາມ ​ແລະ​ໃຫ້ການ​ຊ່ວຍ​ເຫລືອກ​ອງທະຫານ​ອີຣັກ ທາງ
​ພາກ​ພື້ນ​ດິນ ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພົວພັນ​ກັບ​ການ​ສູ້​ລົບ​ຢ່າງ​ດຸ​ເດືອດ​ເພື່ອ​ຍຶດ​ເອົາ
ເມືອງ Mosul ຄືນ​ມາ.

ຖະ​ແຫລ​ງການ​ໄດ້​ກ່າວ​ເພີ້​ມ​ເຕີມ​ວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາໄດ້​ຮັບ​ລາຍງານ ແລະ​
ສະພາບ​ການ​ຫລ້າ​ສຸດ​ຢູ່​ນີ້ ທ່ານ Kushner ກຳລັງເດີນທາງ​ຕາງໜ້າໃຫ້ປະທານາທິ
ບໍດີ ​ເພື່ອ​ສະ​ແດງ​ການ​ສະໜັບສະໜູນ​ຂອງ​ປະທານາທິບໍ​ດີ​ແລະ​ຄວາມ​ໝັ້ນ​ໝາຍ​ຕໍ່​
ລັດຖະບານ​ອີຣັກແລະ​ກຳລັງ​ທະຫານ​ສະຫະລັດ​ທີ່​ພົວພັນ​ກັບ​ການ​ສູ້​ລົບ​.”

ທ່ານ Kushner ຄື​ກັນ​ກັບ​ພໍ່​ເຖົ້າ​ຂອງທ່ານ ບໍ່​ມີ​ປະສົບ​ການ​ດ້ານລັດຖະບານຫລື ​
ປະສົບ​ການ​ດ້ານ​ການ​ທູດ ​ແຕ່​ໄດ້​ກາຍ​ມາ​ເປັນ​ບຸກຄົນນຶ່ງ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ ​ໃນ​ນະ
ຄອນຫລວງ​ວໍ​ຊິງ​ຕັນ. ທ່ານ​ໄດ້​ແຕ່​ງງານ​ກັບ​ລູກ​ສາວ​ຂອງ​ທ່ານ Trump
ທ່ານ​ນາງ Ivanka.

ລູກເຂີຍປະທານາທິບໍດີ Donald Trump ພ້ອມທັງເປັນທີ່ປຶກສາຂັ້ນສູງ ທ່ານ Jared Kushner (ຊ້າຍ) ໂອ້ລົມກັບ ນາຍພົນທະຫານມາຣິນ ທ່ານ Joseph F. Dunford Jr.

ຖະ​ແຫລ​ງການ​ໄດ້​ກ່າວ​ເພີ້​ມ​ເຕີມ​ວ່າ “​ໃນ​ຂະນະ​ທີ່​ພວກ​ເຮົາໄດ້​ຮັບ​ລາຍງານ ແລະ​
ສະພາບ​ການ​ຫລ້າ​ສຸດ​ຢູ່​ນີ້ ທ່ານ Kushner ກຳລັງເດີນທາງ​ຕາງໜ້າໃຫ້ປະທານາທິ
ບໍດີ ​ເພື່ອ​ສະ​ແດງ​ການ​ສະໜັບສະໜູນ​ຂອງ​ປະທານາທິບໍ​ດີ​ແລະ​ຄວາມ​ໝັ້ນ​ໝາຍ​ຕໍ່​
ລັດຖະບານ​ອີຣັກແລະ​ກຳລັງ​ທະຫານ​ສະຫະລັດ​ທີ່​ພົວພັນ​ກັບ​ການ​ສູ້​ລົບ​.”

ທ່ານ Kushner ຄື​ກັນ​ກັບ​ພໍ່​ເຖົ້າ​ຂອງທ່ານ ບໍ່​ມີ​ປະສົບ​ການ​ດ້ານລັດຖະບານຫລື ​
ປະສົບ​ການ​ດ້ານ​ການ​ທູດ ​ແຕ່​ໄດ້​ກາຍ​ມາ​ເປັນ​ບຸກຄົນນຶ່ງ​ທີ່​ມີ​ອິດ​ທິພົນ​ທີ່​ສຸດ ​ໃນ​ນະ
ຄອນຫລວງ​ວໍ​ຊິງ​ຕັນ. ທ່ານ​ໄດ້​ແຕ່​ງງານ​ກັບ​ລູກ​ສາວ​ຂອງ​ທ່ານ Trump
ທ່ານ​ນາງ Ivanka.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ