ຊາວເຄີດ ເຜີຍແຜ່ ວີດີໂອ ການໂຈມຕີຄຸກ ຂອງພວກລັດ ອິສລາມ ໃນອີຣັກ

ພາບນີ້ ໄດ້ມາຈາກກ້ອງວີດີໂອ ທີ່ຕິດຕັ້ງໃສ່ໝວກກັນນັອກ ຂອງທະຫານໜວ່ຍພິເສດ ສະຫະລັດ ແລະ ອີຣັກ ທີ່ກຳລັງປ່ອຍຕົວພວກນັກໂທດ ທີ່ຄວບຄຸມໂດຍ ພວກຫົວຮຸນແຮງລັດອິສລາມ ໃນເມືອງ Huwija, 15 ກິໂລແມັດ ທາງກ້ຳຕາເວັນຕົກ ຂອງເມືອງ Kirkuk ຂອງອີຣັກ, ວັນທີ 22 ຕຸລາ 2015.

ວິ​ດີ​ໂອ​ທີ່​ໄດ້​ນຳ​ສະ​ເໜີ​ອອກ​ທາງ ອອນ​ໄລ​ນ໌ ​ໃນ​ວັນ​ອາ​ທິດ
​ວານ​ນີ້ ​ໄດ້​ສະ​ແດງ​ໃຫ້​ເຫັນ ​ການ​ໂຈມ​ຕີ​ຮ່ວມ​ລະຫວ່າງ
ສະຫະລັດ ​ແລະ ນັກຮົບ Peshmerga ຢູ່​ຄຸກ​ຂອງ​ພວກ
ລັດ​ອິສລາມ ​ໃນ​ພາກ​ເໜືອ​ຂອງອີ​ຣັກ ​ໃນ​ສັບປະດາ​ແລ້ວນີ້
​ເຊິ່ງ​ໄດ້​ປົດ​ປ່ອຍ​ໂຕ​ປະກັນ 69 ຄົນ.

​ໃນ​ວິ​ດີ​ໂອ​ຄວາມ​ຍາວ 2 ນາທີ​ໄດ້​ຖ່າຍ​ຈາກກ້ອງ​ທີ່​ຕິດ​ຕັ້ງ​
ຢູ່​ເທິງ​ໝວກ​ກັນ​ນັອກ ​ແລະ ​ໄດ້ຖືກ​ເຜີຍ​ແຜ່​ ໂດຍ​ສະພາ
​ຄວາມ​ໝັ້ນຄົງ​ Kurdistan ໃນ​ພາກ​ພື້ນ ຫຼື KRSC. ໜ່ວຍ
​ຈູ່​ໂຈມ​ນຸ່ງ​ເຄື່ອງແບບ​ຫຼາຍ​ຄົນ ​ໄດ້ເປັນ​ຜູ້ນຳ​ໜ້າ​ກຸ່​ມ ຂອງ​ຊາຍ
​ຫຼາຍ​ຄົນ ​ເຄື່ອນ​ຍ້າຍຈາກ​ຫ້ອງ​ໜຶ່ງ​ ຫາ​ອີກ​ຫ້ອງ​ໜຶ່ງ​ຢ່າງ​ວ່ອງ​ໄວ ​ໃນ​ຂະນະ​ທີ່​ສຽງ​ປືນ​ທີ່ດັງ​ຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ​ເກີດ​ຂຶ້ນ​ຢູ່​ໃກ້​ຄຽງ.

ສຽງ​ຂອງ​ຊາຍ​ຄົນ​ໜຶ່ງ​ຮ້ອງ​ເປັນ​ພາສາ ອາຣັບ ວ່າ “​ໄວ​ແດ່ໆ” ຢ່າງ​ຊ້ຳ​ແລ້ວຊ້ຳອີກ ​ໃນ​ຂະນະ
​ທີ່​ທະຫານ​ຄຸ້ມ​ກັນ ພວກ​ນັກໂທດ ​ໄປ​ບ່ອນ​ທີ່​ປອດ​ໄພ ຢູ່​ພາ​ຍ​ໃນ​ບໍ​ລິ​ເວນ​ຂອງ​ຄຸກດັ່ງກ່າວ.

ສ​ະມາ​ຊິກທະຫານ​ຮັກສາ​ຄວາມ​ປອດ​ໄພ ອີຣັກ ​ຫຼາຍ​ຄົນແມ່ນໜຶ່ງ​ໃນ​ຈຳ​ນວນຂອງ​ໂຕ​ປະກັນ
​ທີ່​ໄດ້​ຖືກ​ຊ່ວຍ​ເຫຼືອ​ອອກ​ຈາກ​ຄຸກ Hawija, ພາກ​ຕາ​ເວັນ​ຕົກ​ຂອງ​ເມືອງ Kirkuk.

ສະພາ KRSC ​ໄດ້​ກ່າວ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ​ວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ 6 ຄົນ​
ໄດ້​ຖືກ​ຈັບ​ກຸມ ​ແລະ ອີກ 20 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ການ​ປະຕິ​ບານ​ການ.

ພະນັກງານ​ທະຫານ ສະຫະລັດ ຄົນ​ໜຶ່ງ ​ຈ່າ​ເອກ Joshua L. Wheeler ​ໄດ້​ຖືກ​ຂ້າ​ຕາຍ​
ໃນ​ລະຫວ່າງ​ການ​ໂຈມ​ຕີ, ​ເປັນ​ການເສຍ​ຊີວິດ​ຄົນ​ທຳ​ອິດ​ສຳລັບ​ທະຫານ ອາ​ເມຣິກາ ຢູ່​
ເທິງ​ພື້ນ​ດິນ ​ໃນລະຫວ່າງ​ປະຕິບັດ​ການ​ນຳ​ໜ້າ​ໂດຍ ສະຫະລັດ ຕໍ່​ກັບ​ພວກ ລັດ​ອິສລາມ ​
ໃນ​ອີຣັກ ​ແລະ ຊີ​ເຣຍ.

​ທັງເຈົ້າ​ໜ້າ​ທີ່ສະຫະລັດ ແລະ Kurdish ​ໄດ້​ກ່າວ​ວ່າ ການປະຕິບັດ​ການ​ກູ້​ໄພ​ໄດ້​ຖືກ​ດຳ​
ເນີນ​ຂຶ້ນ ​ໃນ​ຂະນະ​ທີ່​ພວກ​ນັກ​ໂທ​ດທັງ​ຫຼາຍ​ໄດ້​ປະ​ເຊີນ​ໜ້າ​ກັບ​ການ​ປະຫານ​ຊີວິດ​ທີ່​ໃກ້​
ຈະ​ມີ​ຂຶ້ນ.

ລັດຖະມົນຕີປ້ອງ​ກັນ​ປະ​ເທດທ່ານ Ash Carter ໄດ້ກ່າວໃນວັນສຸກທີ່ ຜ່ານມາວ່າ “ຕອນນີ້ ພວກເຮົາໄດ້ຍິນຈາກບັນດາໂຕປະກັນວ່າພວກເຂົາເຈົ້າຄາດວ່າຈະຖືກປະຫານຊີວິດ
ໃນມື້ນັ້ນ ຫຼັງຈາກການສວດ ມົນຕອນເຊົ້າ. ຫຼຸມຝັງສົບຂອງພວກເຂົາເຈົ້າ ແມ່ນໄດ້ຖືກ
ກະກຽມໄວ້ແລ້ວ.”