ຜົນການປ່ອນບັດທີ່ເປັນທາງການຄາດວ່າ ຈະມີຂຶ້ນໃນວັນອັງຄານມື້ນີ້ ຫລັງຈາກໄດ້
ມີການລົງປະຊາມະຕິກ່ຽວກັບຄວາມເປັນເອກກະລາດ ທີ່ໄດ້ພາກໃຫ້ມີ ການຕ້ອງຕິ
ຈາກລັດຖະບານຢູ່ແບັກແດດ ພ້ອມທັງບັນດາປະເທດເພື່ອນບ້ານ ແລະສະຫະລັດ.
ກ່ອນໜ້າການລົງຄະແນນສຽງ ໄດ້ມີການຄາດຄະເນກັນວ່າ ຈະມີການເຫັນພ້ອມກັບ
ການເປັນເອກກະລາດ. ການປ່ອນບັດ “ເຫັນພ້ອມ” ຈະບໍ່ກະຕຸ້ນໃຫ້ມີການປະກາດ
ຄວາມເປັນເອກກະລາດເທື່ອ ແຕ່ພວກເຈົ້າໜ້າທີ່ຊາວເຄີດຫວັງວ່າ ເຂົາເຈົ້າຈະໃຊ້
ເປັນບາດກ້າວທຳອິດ ໃນການເຈລະຈາເພື່ອແຍກປະເທດ.
ຢູ່ໃນບັນດາໜ່ວຍປ່ອນບັດ ໃນຂົງເຂດນະຄອນຫລວງ Kurdistan ພວກປ່ອນບັດ
ພາກັນນຸ່ງເຄື່ອງພື້ນເມືອງ ແລະຖືທຸງຊາວເຄີດ ກ່າວວ່າເຂົາເຈົ້າເຊື່ອວ່າການປ່ອນບັດ
ດັ່ງກ່າວ ອາດເປັນການເລີ້ມຕົ້ນ ຂອງຄວາມເປັນຈິງ ໃນຄວາມໄຝ່ຝັນຂອງເຂົາເຈົ້າ
ເພື່ອຄວາມເປັນເອກກະລາດ.
ທ່ານ Mohammed ອູ້ມລູກຊາຍນ້ອຍ ແລະຖືທຸງຢູ່ໜ່ວຍປ່ອນບັດ ໃນເມືອງ Irbil
ກ່າວວ່າ “ເປັນມື້ແຫ່ງຄວາມຈິງຂອງພວກເຮົາ. ພວກເຮົາໄດ້ລໍຖ້າມາເປັນເວລາ 100
ປີແລ້ວ ກ່ຽວກັບເວລານີ້. ງົດງາມຫລາຍ.”
ລາຍງານຕາມໜ່ວຍປ່ອນບັດຕ່າງໆແຈ້ງ ວ່າມີການອອກໄປປ່ອນບັດຂອງຜູ້ຄົນ ເປັນ
ຈຳນວນຫຼວງຫຼາຍ ແລະເປັນການປ່ອນບັດທີ່ສະຫງົບ ແຕ່ວ່າກ່ອນການປ່ອນບັດ ບັດ
ສຸດທ້າຍ ພວກຜູ້ນຳຢູ່ແບັກແດດ ໄດ້ສົ່ງກຳລັງໄປຍັງເຂດທີ່ມີການໂຕ້ແຍ້ງກັນ ທີ່ອ້າງເອົາກຳມະສິດໂດຍທັງຝ່າຍ ອີຣັກ ແລະຊາວເຄີດ. ນາຍົກລັດຖະມົນຕີອີຣັກ ທ່ານ
Haider al-Abadi ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະ “ເອົາມາດຕະການທີ່ຈຳເປັນ” ເພື່ອຮັກ
ສາໄວ້ຊຶ່ງຄວາມເປັນເອກກະພາບຂອງ ອີຣັກ.
Your browser doesn’t support HTML5
Despite Criticism, Iraqi Kurds Celebrate Independence Vote
ປະທານາທິບໍດີຂອງຊາວເຄີດ ທ່ານ Masoud Barsani ໄດ້ທ້າທາຍຢູ່ເປັນປະຈຳ
ໂດຍກ່າວວ່າ ການລົງຄະແນນສຽງເພືອ່ເປັນເອກກະລາດ ໄດ້ເປັນ ຄວາມເພີ່ງພໍໃຈ
ຂອງປະຊາຊົນຊາວເຄີດ ແລະ “ບໍ່ຢູ່ໃນກຳມືຂອງທ່ານ.”
ທ່ານກ່າວໃນວັນອາທິດທີ່ຜ່ານມາວ່າ “ເອກກະລາດຈະເຣັດໃຫ້ພວກເຮົາ ບໍ່ຊໍ້າຄືນກ່ຽວ
ກັບໂສກນາດຕະກຳທີ່ຜ່ານມາ. ການເປັນຫຸ້ນສ່ວນກັບແບັກແດດ ໄດ້ປະສົບກັບຄວາມ
ລົ້ມແຫລວ ແລະພວກເຮົາຈະບໍ່ຄືນໄປຫາອີກ.”
ປະທານາທິບໍດີຂອງຊາວເຄີດ ທ່ານ Masound Barzani ກ່າວວ່າ ທ່ານເຊື່ອວ່າ ຄວາມເປັນຫ່ວງ ຂອງສາກົນຈຳນວນນຶ່ງ ຈະຫາຍໄປ ຫລັງຈາກການປ່ອນບັດ ຜ່ານພົ້ນໄປ ໃນເມືອງ Irbil, ເຂດ Kurdistan ຂອງອີຮັກ, ວັນທີ 24, ກັນຍາ 2017.
ໂຄສົກເລຂາທິການສະຫະປະຊາຊາດ ທ່ານ Antonio Guterres ຮ້ອງການຕັດສິນໃຈ
ຈັດໃຫ້ມີການລົງປະຊາມະຕິ ຢູ່ໃນເຂດທີ່ມີການຂັດແຍ້ງກັນ “ໂດຍສະເພາະບໍ່ມີຄວາມ
ທຸ່ນທ່ຽງ.”
ຄອບຄົວຊາວອີຣັກເຄີດ ກຳລັງຖ່າຍຮູບໃຫ້ກັນເວລາປ່ອນບັດ ລົງປະຊາມະຕິ ເປັນເອກກະລາດ.
ໂຄສົກກ່າວຢູ່ໃນຖະແຫລງການວ່າ “ເລຂາທິການໃຫຍ່ ເສຍໃຈທີ່ໂອກາດໃນການເຈ
ລະຈາຢ່າງຈິງຈັງ ເພື່ອແກ້ໄຂບັນຫາທີ່ຄ້າງຄາຢູ່ ລະຫວ່າງລັດຖະບານອີຣັກ ແລະລັດ
ຖະບານຊາວເຄີດໃນຂົງເຂດ ທີ່ອີງຕາມລັດຖະທໍາມະນູນ ແລະໃນຈິດໃຈຂອງການເປັນ
ຫຸ້ນສ່ວນ ແລະນັບຖືຊຶ່ງກັນແລະກັນ ບໍ່ໄດ້ໃຫ້ການເຄົາ ລົບກ່ອນໜ້າການເຄື່ອນໄຫວ
ດັ່ງກ່າວ.”
Your browser doesn’t support HTML5
Iraqi Kurds Defiant as They Vote in Independence Referendum
ໂຄສົກກະຊວງຕ່າງປະເທດສະຫະລັດທ່ານນາງ Heather Nauert ກ່າວວ່າ ສະຫະລັດ
ມີຄວາມ “ຜິດຫວັງທີ່ສຸດ” ກັບການຕັດສິນໃຈ ກ່ຽວກັບການລົງປະຊາມະຕິຕາມລຳພັງ.
ທ່ານນາງກ່າວເພີ້ມວ່າ ຄວາມສຳພັນລະຫວ່າງສະຫະລັດກັບ ຊາວເຄີດໃນອີຣັກຈະບໍ່
ປ່ຽນແປງ ແຕ່ວ່່າການປ່ອນບັດນັ້ນຈະປ່ຽນ “ມີຄວາມສັບສົນຢ່າງໃຫຍ່” ຄວາມສຳພັນ
ລະຫວ່າງຊາວເຄີດກັບລັດຖະບານອີຣັກ ແລະບັນດາປະເທດເພື່ອນບ້ານ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Kurdish Referrendom