ພວກ​ນັກລົບ ຊາວ​ເຄີ​ດ ​​ຂັບ​ໄ​ລ່ ກຸ່ມລັດ​ອິສລາມ ອອກ​ໄປ​ ຈາກ​ເມືອງ Kobani ໄດ້ແລ້ວ

ທະຫານເທີກີ ສອງຄົນຢືນຍາມປະຕູ ເຂດຊາຍແດນ Mursitpinar ໃກ້ໆກັບ ເມືອງ Suruc ໃນແຂວງ Sanliurfa ຂະນະທີ່ຄວັນ ພຸ້ງຂຶ້ນສູ່ທ້ອງຟ້າ ຢູ່ທີ່ເມືອງ Kobani ໃນຊີເຣຍ ຢູ່ດ້ານຫຼັງ, ວັນທີ 27 ມິຖຸນາ 2015.

ພວກ​ນັກລົບຊາວ​ເຄີ​ດ ​ໄດ້​ຂັບ​ໄ​ລ່ກຸ່ມລັດ​ອິສລາມ IS ອອກ​ໄປ​
ຈາກ​ເມືອງ Kobani ທີ່ຕັ້ງຢູ່ຕິດ​ກັບຊາຍ​ແດນຊີ​ເຣຍນັ້ນ​ແລ້ວ
ສອງ​ມື້ຫຼັງ ຈາກທີ່​ພວກ​ລັດ​ອິສລາມ ​ໄດ້ຍຶດ​ເອົາຫຼາຍໆ​ຄຸ້ມຂອງ
​ເມືອງດັ່ງກ່າວ ອິງ​ຕາມ ​ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດຊີ​ເຣຍ ​ແລະ​
ບັນດາ​ນັກ​ເຄື່ອນ​ໄຫວ.

ຢ່າງ​ນ້ອຍ ​ພົນລະ​ເຮືອນ 174 ຄົນ ຖືກ​ຂ້າ​ຕາຍ ​ໃນ​ການ​ຕໍ່ສູ້​ກັນ
ນັບ​ຕັ້ງ​ແຕ່ ກຸ່ມ IS ​ໄດ້​ແຊກ​ຊຶມ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ ​ເມື່ອວັນ​
ພະຫັດຜ່ານ​ມາ.

ອົງການ​ຂ່າວ Associated Press ລາຍ​ງານ​ວ່າ ດຽວ​ນີ້
ກອງ​ກຳລັງ​ຊາວ​ເຄີ​ດ ກຳລັງ​ຊອກ​ຫາ​ພວກ​ນັກ​ຕໍ່ສູ້ IS ຜູ້​ທີ່​ອາດໄດ້​ປອມ​ແປງ​ຕົນ​ເຂົ້າກັບ
​ພົນລະ​ເມືອງ​ໃນ Kobani.

ຊາວເມືອງໂກບານີ ສະຫຼອງໄຊຊະນະ ຂອງພວກນັກລົບເຄີດ:

Your browser doesn’t support HTML5

Syrian Kurds Celebrate YPG Victories

ນັກ​ຂ່າວ​ທ້ອງ​ຖິ່ນ Rudi Mohammad Amin ກ່າວ​ວ່າ ​ເມືອງ Kobani ທັງໝົດ​ແມ່ນ
“ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ” ຂອງພວກນັກ​ຕໍ່ສູ້​ຊາວ​ເຄີ​ດ​ແລ້ວ.​

ພວກ​ນັກ​ຕໍ່ສູ້​ຊາວ​ເຄີ​ດ ທີ່ໄດ້ຮັບການສະໜັບສະໜຸນ​ ໂດຍ​ການ​ໂຈມ​ຕີ​ທາງ​ອາກາດ ພາຍໃຕ້ ການນຳພາ​ໂດຍສະຫະລັດ ໄດ້ເຂົ້າຍຶດ​ເອົາ​ເມືອງ Kobani ຢູ່​ໃກ້ໆ ກັບ​ຊາຍ​ແດນເທີ​ກີ ຄືນ​ມາ​ ​ເມື່ອ​ຕົ້ນປີ​ນີ້ ​ແລະ ນັບ​ຕັ້ງ​ແຕ່​ນັ້ນມາ ກໍ​ໄດ້​ໂຈມ​ຕີຍາດເອົາ ການ​ຄວບຄຸມ​ຈາກພວກ IS ຢູ່​ເຂດ​ອື່ນໆ ​ ​ໃນ​ບໍລິ​ເວນຊາຍ​ແດນ ເທື່ອ​ລະໜ້ອຍ.

Your browser doesn’t support HTML5

Kobani Honors American Slain Fighting IS