ເກົາຫຼີໃຕ້ ເຕືອນ ເກົາຫຼີເໜືອ ໃຫ້ຢຸດເຊົາ ການຂົ່ມຂູ່ (ສະໄລດ໌/ວີດີໂອ)

ທະຫານເກົາຫຼີໃຕ້ຄົນນຶ່ງ ພວມຂຶ້ນຂັ້ນໃດ ທີ່ຫໍສັງເກດການຢູ່ Paju ໃກ້ໆເຂດປອດທະຫານ ທີ່ແບ່ງເກົາຫຼີທັງສອງ ອອກຈາກກັນ ທາງທິດເໜືອຂອງກຸງໂຊລ (12 ມີນາ 2013)

ກະຊວງປ້ອງກັນຊາດຂອງເກົາຫຼີໃຕ້ ໄດ້ອອກຖະແຫຼງການສະ
ບັບນຶ່ງ ຮຽກຮ້ອງໃຫ້ພຽງຢາງຍຸຕິຕໍ່ອັນທີ່ກຸງໂຊລເອີ້ນວ່າ ການ
ຂົ່ມຂູ່ທີ່ຮັບເອົາບໍ່ໄດ້ນັ້ນ.

ນອກນັ້ນ ກະຊວງປ້ອງກັນຊາດຂອງເກົາຫຼີໃຕ້ຍັງໄດ້ເຕືອນໃນ
ວັນເສົາມື້ນີ້ວ່າ ກຳລັງຂອງເກົາຫລີໃຕ້ ແມ່ນຢູ່ໃນທ່າກຽມພ້ອມ ຢ່າງເຕັມອັດຕາແລະຈະລົງໂທດເກົາຫຼີເໜືອຢ່າງໜັກ ຖ້າຫາກ ມີການທ້າທາຍເກາະຜິດໃດໆກໍຕາມ.

ໃນຖະແຫຼງການທີ່ນຳອອກເຜີຍແຜ່ໂດຍອົງການຂ່າວສູນກາງ
KCNA ຂອງທາງການເກົາຫຼີເໜືອໃນວັນເສົາມື້ນີ້ພຽງຢາງເວົ້າ
ວ່າ ຕົນໄດ້ກ້າວເຂົ້າສູ່ສະພາບສົງຄາມກັບເກົາຫຼີໃຕ້ທີ່ເປັນເພື່ອນບ້ານ ແລະບັນຫາຕ່າງໆ ທີ່ເກີດຂຶ້ນລະຫວ່າງເກົາຫຼີເໜືອແລະເກົາຫຼີໃຕ້ ຈະໄດ້ຮັບການແກ້ໄຂຕາມທີ່ເໝາະສົມ.

ເປັນທີ່ປະກົດວ່າ ເວັບໄຊຂອງເກົາຫຼີເໜືອ ຈຳນວນນຶ່ງ ໄດ້ຕົກເປັນເປົ້າຂອງພວກໂຈມຕີ ຫຼັງຈາກໄດ້ມີການປະກາດດັ່ງກ່າວ ແລະຢຸດໃຫ້ການບໍລິການເປັນໄລຍະໆ ໃນວັນເສົາມື້
ນີ້. ຂະນະນີ້ ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວນີ້ເທື່ອ ແຕ່ມີພວກເຈາະເວັບໄຊສ່ວນບຸກຄົນຈຳນວນນຶ່ງກ່າວຕໍ່ວີໂອເອວ່າເຂົາເຈົ້າເປັນຜູ້ຮັບຜິດ ຊອບໃນການເຮັດໃຫ້ເວັບໄຊຂອງເກົາຫຼີເໜືອໃຊ້ການບໍ່ໄດ້.

ປະມວນພາບ ແຫຼມເກົາຫຼີ ຍັງສືບຕໍ່ ມີຄວາມເຄັ່ງຕຶງ



ໃນວັນເສົາມື້ນີ້ ພຽງຢາງກໍໄດ້ຂູ່ວ່າ ຈະອັດເຂດອຸສາຫະກຳຮ່ວມ ກັບເກົາຫຼີໃຕ້.

ໂຄສົກຄົນນຶ່ງຂອງຫ້ອງການເກົາຫຼີເໜືອທີ່ຄວບຄຸມເຂດອຸສາຫະກຳຮ່ວມ Kaeson ກ່າວ
ວ່າ ຕົນຈະອັດເຂດດັ່ງກ່າວ ທີ່ຕັ້ງຢູ່ເໜືອເຂດປອດທະຫານ ຂຶ້ນໄປໜ້ອຍນຶ່ງ ທີ່ແບ່ງເກົາ ຫຼີເໜືອແລະເກົາຫຼີໃຕ້ອອກຈາກກັນນັ້ນ ຖ້າກຸງໂຊລຫາກຍັງສືບຕໍ່ ບ່ອນທຳລາຍກຽດສັກ ສີຂອງເກົາຫຼີເໜືອ.

ກະຊວງທ້ອນໂຮມຊາດຂອງເກົາຫຼີໃຕ້ຊຶ່ງເປັນຜູ້ຮັບຜິດຊອບກ່ຽວກັບເລື່ອງຄວາມສຳພັນ ທາງການທູດລະຫວ່າງເກົາຫຼີເໜືອກັບເກົາຫຼີໃຕ້ນັ້ນເວົ້າວ່າ ການປະກາດສົງຄາມບໍ່ແມ່ນ ເລື່ອງໃໝ່ ແຕ່ເປັນສືບຕໍ່ຂົ່ມຂູ່ແບບທ້າທາຍເກາະຜິດ.

ແຕ່ແນວໃດກໍຕາມ ໂຄສົກຍິງຄົນນຶ່ງຂອງສະພາຄວາມໝັ້ນຄົງແຫ່ງຊາດສະຫະລັດ ທີ່ກຸງ
ວໍຊິງຕັນກ່າວວ່າ ເຈົ້າໜ້າທີ່ສະຫະລັດຖືການປະກາດສົງຄາມຂອງພຽງຢາງເປັນເລື່ອງຈິງ ຈັງ.

Your browser doesn’t support HTML5

ຄວາມເຄັ່ງຕຶງ ຢູ່ແຫຼມເກົາຫຼີ