ເຈົ້າໜ້າທີ່ ອະວຸໂສ ສະຫະລັດ ຢ້ຽມຢາມ ເກົາຫຼີໃຕ້

  • ໄພສານ ວໍຣະຈັກ

ເຈົ້າໜ້າທີ່ ອະວຸໂສ ທ່ານນຶ່ງ ຂອງສະຫະລັດ ກຳລັງຢ້ຽມ ຢາມເກົາຫຼີໃຕ້ ເພື່ອປຶກສາຫາລື ກ່ຽວກັບ ການດຳເນີນ ຄວາມພະຍາຍາມ ເທື່ອລ່າສຸດ ໃນການທີ່ ຈະລົງໂທດ ເກົາຫຼີເໜືອ ຍ້ອນໄດ້ຈົມ ກຳປັ່ນລົບ ເກົາຫຼີໃຕ້.

ລັດຖະມົນຕີ ຊ່ອຍວ່າການ ກະຊວງການ ຕ່າງປະເທດ ຂອງສະຫະລັດ ທ່ານ KURT CAMPBELL ໄດ້ພົບປະ ກັບລັດຖະມົນຕີ ການຕ່າງປະເທດ YU MYUNG HWAN ​ແລະ​ເຈົ້າໜ້າ​ທີ່​ ອື່ນໆ​ອີກ​ ຂອງເກົາຫຼີໃຕ້ ທີ່ກຸງໂຊລ ໃນວັນພະຫັດມື້ນີ້ ເພື່ອປະສານ ຄວາມພະຍາຍາມ​ ໃນ​ການຫາ​ທາງ ໃຫ້ສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ປະນາມເກົາຫຼີເໜືອ ທີ່​ໄດ້ຈົມ ກຳປັ່ນລົບ CHEONAN ຂອງເກົາຫຼີໃຕ້ ເມື່ອວັນ ທີ 26 ມີນາຜ່ານມາ.

ຄະນະສືບສວນ ຂອງນາໆຊາດ ສະຫລຸບວ່າ ເຮືອດຳນໍ້າ ຂອງເກົາຫຼີເໜືອ ເປັນຜູ້ຍິງ ລະເບີດຕໍປີໂດ ໂຈມຕີ ກຳປັ່ນລົບ ເກົາຫຼີໃຕ້.

ທ່ານ CAMPBELL ກ່າວຕໍ່ ພວກນັກຂ່າວວ່າ ສະຫະລັດ​ ແມ່ນ​ມຸ່ງ​ໝັ້ນ ທີ່ຈະສະແດງ​ ໃຫ້​ເຫັນ​ວ່າ ການເປັນພັນທະມິດ ຂອງຕົນ ກັບເກົາຫຼີໃຕ້ ແມ່ນຍັງ ແໜ້ນໜຽວ ໃນໄລຍະ ທີ່ຫລໍ່ແຫຼມນີ້.