ເກົາຫຼີໃຕ້ທໍາການຊ້ອມລົບ ຮອບໃໝ່

  • ໄພສານ ວໍຣະຈັກ

ທະຫານມາຣີນເກົາຫຼີໃຕ້ ລາດຕະເວນທີ່ເກາະ Yeonpyeong ໃກ້ໆເຂດນ່ານນໍ້າ ທີ່ມີການຂັດແຍ້ງກັນ ໃນທະເລເຫຼືອງ (22 ທັນວາ 2010)

ເກົາຫຼີໃຕ້ ໄດ້ເລີ້ມທຳການຊ້ອມລົບທາງທະຫານຮອບໃໝ່
ໂດຍໄດ້ກ່າວຢໍ້າເຖິງຄວາມຕັ້ງໃຈຂອງຕົນ ທີ່ຈະສືບຕໍ່ເຝົ້າ
ລະວັງຕ້ານການຮຸກຮານຂອງເກົາຫຼີເໜືອ.

ກຳປັ່ນລົບຂອງກອງທັບເຮືອເກົາຫຼີໃຕ້ ເລີ້ມທຳການຊ້ອມ
ລົບເປັນເວລາ 3 ມື້ຢູ່ນອກແຄມຝັ່ງທະເລທາງກໍ້າຕາເວັນ
ອອກຂອງປະເທດໃນວັນພຸດມື້ນີ້ ຊຶ່ງສ່ວນນຶ່ງແມ່ນແນໃສ່
ເພື່ອຝຶກຊ້ອມການປ້ອງກັນການແຊກຊຶມ ຂອງກຳປັ່ນດຳ
ນໍ້າເກົາຫຼີເໜືອ. ໃນວັນພະຫັດມື້ອື່ນນີ້ ກອງທັບບົກແລະ
ກອງທັບອາກາດຂອງເກົາຫຼີໃຕ້ຈະທຳການຊ້ອມລົບຮ່ວມ
ໃນລະດູໜາວ ຄັ້ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ຢູ່​ໃນ​ເຂດທີ່ຫ່າງຈາກເຂດປອດທະຫານທີ່ມີ
ການຍາມຮັກສາການຢ່າງເຂັ້ມແຂງທີ່ສຸດນັ້ນ ພຽງແຕ່ 20 ຫຼັກກິໂລແມັດໄປທາງທິດໃຕ້.

ການຊ້ອມລົບເຫຼົ່ານີ້ ມີຂຶ້ນບໍ່ເທົ່າໃດມື້ ຫຼັງຈາກເກົາຫຼີໃຕ້ໄດ້ທ້າທາຍຕໍ່ການຂົ່ມຂູ່ຂອງເກົາ
ຫຼີເໜືອໃນການຊ້ອມລົບທີ່ໃຊ້ລູກກະສຸນແທ້ທີ່ເກາະ Yeonpyeong ບ່ອນທີ່ການຍິງປືນ
ໃຫຍ່ໂຈມຕີຂອງເກົາຫຼີເໜືອເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນໃນເດືອນແລ້ວນີ້. ເກົາຫຼີເໜືອບໍ່
ໄດ້ປະຕິບັດຕາມຄຳຂູ່ຂອງຕົນ ທີ່ຈະທຳການຕອບໂຕ້ຕໍ່ການຊ້ອມລົບຂອງເກົາຫຼີໃຕ້ ແຕ່
ກຳລັງຂອງເກົາຫຼີໃຕ້ກໍຍັງສືບຕໍ່ຕັ້ງຢູ່ໃນທ່າກຽມພ້ອມ ເພື່ອຮັບມືກັບການໂຈມຕີ ທີ່ອາດມີ
ຂຶ້ນໂດຍບໍ່ຄາດຄິດນັ້ນ.