ເກົາຫລີ​ເໜືອ ຖິ້ມ​ໂທດ​ໃສ່ ເກົາຫລີ​ໃຕ້ ເລື້ອງການຍົກເລີກ ການເຈລະຈາ (ວີດິໂອ)

ທະຫານກອງທັບເກົາຫລີໃຕ້ຜູ້ນຶ່ງ ຍ່າງຢູ່ໃກ້ປ້າຍທີ່ບອກໄລຍະທາງ ໄປຫານະຄອນຫລວງພຽງຢາງຂອງເກົາຫລີເໜືອ ແລະນະຄອນຫລວງໂຊລ ຂອງເກົາຫລີໃຕ້ ຈາກສະຖານີລົດໄຟ Imjingang ໃກ້ບ້ານ Panmunjom ທີ່ຢູ່ໃນເຂດຊາຍແດນ ໃນເມືອງ Paju ກອງເກົາຫລີໃຕ້ ໃນວັນທີ 12 ມິຖຸນາ 2013.

ເກົາຫລີ​ເໜືອຖິ້ມ​ໂທດ​ໃສ່ເກົາຫລີ​ໃຕ້ ຕໍ່ສິ່ງທີ່ຕົນເອີ້ນວ່າ
“ຄວາມຈອງຫອງທີ່​ເປັນ​ອຸບປະສັກ​ຂັດຂວາງ” ທີ່ພາ​ໃຫ້​ມີ ການຍົກເລີກການເຈລະຈາລະດັບສູງຄັ້ງທໍາອິດຂອງປະເທດ
ທັງ​ສອງ ທີ່ເປັນຄູ່ສັດຕູກັນ ໃນຮອບຫລາຍໆ​ປີ.

ການເຈລະຈາ ຊຶ່ງ​ມີ​ກຳນົດຈັດຂຶ້ນທີ່ກຸງໂຊລໃນວັນພຸດວານ
ນີ້ ໄດ້ຖືກຍົກເລີກ ໃນນາທີສຸດທ້າຍ ລຸນຫລັງທີ່ມີການຕົກລົງ
ກັນບໍ່ໄດ້ກ່ຽວກັບລະດັບເຈົ້າໜ້າທີ່ ທີ່ຈະເປັນຫົວໜ້າຂອງຜູ້
ແທນຈາກທັງສອງຝ່າຍ ເພື່ອເຂົ້າຮ່ວມການເຈລະຈາ.

ເກົາຫລີ​ໃຕ້ຢາກໃຫ້​ສົ່ງເຈົ້າໜ້າທີ່ຂອງພັກກໍາມະກອນ ຊຶ່ງເປັນ
ທີ່ປຶກສາໃກ້ຊິດກັບຜູ້ນໍາເກົາ ຫລີເໜືອທ່ານ Kim Jong Un ເປັນຫົວໜ້າຄະນະຜູ້ແທນ.

ເມື່ອກຸງໂຊລປະຕິເສດທີ່ຈະ ຍົກລະດັບຫົວໜ້າຄະນະຜູ້ແທນ ເຂົ້າຮ່ວມການເຈລະຈາ
ເພື່ອເປັນການຕອບໂຕ້ ກຸງພຽງ ຢາງຈຶ່ງໄດ້ຖອນຕົວອອກຈາກການພົບປະກັນ ແລະ
ເອີ້ນການກະທໍາດັ່ງກ່າວວ່າເປັນການ ໝິ່ນປະໝາດ.

ໂຄສົກລັດຖະບານເກົາຫລີ​ເໜືອກ່າວໃນວັນພະຫັດມື້ນີ້ວ່າ ບັນຫາ “ບໍ່ແມ່ນເລື້ອງງ່າຍ ເມື່ອມັນກ່ຽວຂ້ອງກັບລະດັບຫົວໜ້າຜູ້ແທນເຂົ້າຮ່ວມການເຈລະຈາ ແຕ່ວ່າ” ການຢຸດ ສະງັກລົງ​ໃນການສົນທະນາກັນ “ເປັນເຫດການທີ່ມີເຈດຕະນາອັນບໍ່ດີຂອງເກົາຫລີໃຕ້.”

ເຈົ້າໜ້າທີ່ຢູ່​ໃນຄະນະກໍາມະການການທ້ອນໂຮມຊາດຢ່າງສັນຕິຂອງເກົາຫລີເໜືອ ກ່າວ ຕໍ່ອົງການຂ່າວຂອງລັດຖະບານວ່າ ການກະທໍາຂອງເກົາຫລີໃຕ້ໄດ້ສະທ້ອນໃຫ້ເຫັນເຖິງ “ຄວາມບໍ່ໃຫ້ກຽດ ແລະເຄົາລົບກັນຢ່າງສູງ” ແລະສະແດງໃຫ້ເຫັນວ່າ ເກົາຫລີໃຕ້ບໍ່ເຂົ້າ ໃຈຫຍັງ​ເລີຍກ່ຽວກັບ “ລະບົບສັງຄົມ” ຂອງເກົາຫລີເໜືອ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ເກົາຫລີໃຕ້ ຕໍານິເກົາຫລີເໜືອ ທີ່ຍົກເລີກ ການເຈລະຈາ