ເກົາຫຼີເໜືອໄດ້ຮັບເອົາຂໍ້ສະເໜີຂອງເກົາຫຼີໃຕ້ ທີ່ຈະເປີດການເຈລະຈາລະດັບສູງ ໃນ
ວັນອັງຄານ ທີ 9 ມັງກອນ ຈະມານີ້ ຢູ່ບ້ານສະຫງົບເສິກປັນມຸນຈອມໃນເຂດປອດທະ
ຫານ ຊຶ່ງມີການຍາມຮັກສາການຢ່າງໜາແໜ້ນ ທີ່ແບ່ງສອງເກົາຫຼີອອກຈາກກັນນັ້ນ.
ອີງຕາມກະຊວງທ້ອນໂຮມຊາດ ຂອງເກົາຫຼີໃຕ້ແລ້ວ ໃນຕອນເຊົ້າວັນສຸກວານນີ້ ເກົາ
ຫຼີເໜືອໄດ້ສົ່ງສານສະບັບນຶ່ງ ທີ່ກ່າວວ່າ ຕົນຈະຮັບເອົາຂໍ້ສະເໜີ ຂອງເກົາຫລີໃຕ້ ໃນ
ການພົບປະກັນ ຢູ່ທີ່ບ້ານຊາຍແດນເພື່ອຫາລືກ່ຽວກັບການປະສານງານໃນການແຂ່ງ
ຂັນກິລາໂອລິມປິກ ແລະປັບປຸງຄວາມສຳພັນທັງໝົດແບບໃດ.
ຄົນງານຜູ້ນຶ່ງ ທີ່ສະໜາມກິລາ ແຂ່ງຂັນໂອລິມປິກ ທີ່ເມືອງພຽງຊາງ ໃນ ເກົາຫຼີໃຕ້.
ໂຄສົກ ຂອງກະຊວງທ້ອນໂຮມຊາດ ທ່ານແບັກ ແຕ-ຮຸນ ກ່າວວ່າ ເປັນທີ່ຄາດກັນວ່າ
ທັງສອງຝ່າຍ ຈະໃຊ້ສາຍດ່ວນຂ້າມຊາຍແດນທີ່ຫາກໍມີການຟື້ນຟູ ຫວ່າງບໍ່ດົນມານີ້
ເພື່ອພິຈາລະນາວ່າ ໃຜຈະເປັນຫົວໜ້າຜູ້ແທນຂອງແຕ່ລະຝ່າຍເຂົ້າຮ່ວມກອງປະຊຸມ
ທີ່ຈະມີຂຶ້ນໃນອາທິດຈະມານີ້.
ການໂອ້ລົມໃດໆກໍຕາມ ລະຫວ່າງເກົາຫຼີເໜືອ ແລະ ເກົາຫຼີໃຕ້ ແມ່ນເບິ່ງກັນວ່າເປັນ
ບາດກ້າວໃນທາງບວກ ເພື່ອປັບປຸງຄວາມສຳພັນໃນແຫຼມເກົາຫຼີ ທີ່ຈະຊ່ວຍໃຫ້ມີສະ
ຖຽນລະພາບຢູ່ໃນພາກພື້ນ.
ເຈົ້າໜ້າທີ່ລັດຖະບານເກົາຫຼີໃຕ້ຄົນນຶ່ງ ພວມກວດເບິ່ງ ສາຍດ່ວນ ເພື່ອຕິດຕໍ່ ກັບເກົາຫຼີເໜືອ ທີ່ບ້ານປັນມຸນຈອມ
ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານຈິມ ແມັດຕິສ ໄດ້ໂອ້ລົມທາງໂທ
ລະສັບ ກັບຄູ່ຕຳແໜ່ງຝ່າຍເກົາຫຼີໃຕ້ ຢູ່ນະຄອນຫຼວງໂຊລ ໃນວັນສຸກວານນີ້ທີ່ກ່າວວ່າ ການເຈລະຈາ ທີ່ຈະມີຂຶ້ນ ລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້ ຈະຫາລືກັນ “ກ່ຽວກັບ
ເລື່ອງໂອລິມປິກເທົ່ານັ້ນ” ໂດຍກ່າວຕື່ມວ່າ ການແຂ່ງຂັນກິລາທີ່ມີຄວາມສຳຄັນຄັ້ງປະ ຫວັດສາດດັ່ງກ່າວ ແມ່ນແຍກອອກຈາກການເມືອງ.
Your browser doesn’t support HTML5
VOA Korean Service Interviews US-Korea Experts
ທ່ານແມັດຕິສເວົ້າວ່າ ຄວາມບໍ່ສາມາດທີ່ຈະຫາລືກັນ ກ່ຽວກັບເລື່ອງຄວາມໝັ້ນຄົງໃນ
ການພົບປະເຈລະຈາຄັ້ງຈະມານີ້ບໍ່ແມ່ນ “ການພາດໂອກາດ” ແຕ່ຄວນຈະເປັນ “ການ
ເຕັມໃຈໃນຂັ້ນຕົ້ນໃນສ່ວນຂອງ ສປປ ເກົາຫຼີ” ທີ່ຈະເປີດການຫາລືກັນ.
ທ່ານກ່າວຕື່ມວ່າ “ມັນຈະເປັນການພາດໂອກາດ ຖ້າຫາກປະເທດອື່ນໆທີ່ພົວພັນບໍ່
ໄດ້ຢູ່ໃນຫ້ອງນຳ, ແຕ່ຄວາມຈິງແລ້ວ ພວກເຂົາເຈົ້າກໍບໍ່ໄດ້ຢູ່.”