ເກົາຫລີເໜືອ ແລະ ເກົາຫລີໃຕ້ ເຈລະຈາກັນ ຮອບໃໝ່ (ວີດິໂອ)

ພວກປະທ້ວງຊຶ່ງປະກອບມີທັງເຈົ້າຂອງທຸລະກິດ ແລະຄົນງານເກົາຫລີໃຕ້ ທີ່ເຮັດວຽກຢູ່ໃນເຂດອຸດສະຫະກໍາ Kaesong (KIC) ພາກັນໄປໂຮມຊຸມນຸມກັນຖືປ້າຍ ແລະຮ້ອງໂຮ ເພື່ອຮຽກຮ້ອງໃຫ້ເຂດອຸດສະຫະກໍາຮ່ວມ Kaesong ກັບຄືນສູ່ສະພາບ ປົກກະຕິໂດຍໄວ ຢູ່ໃກ້ຊາຍແດນຂອງສອງປະເທດໃນວັນພຸດ ທີ 14 ສິງຫາ 2013

ເກົາຫລີເໜືອແລະເກົາຫລີໃຕ້ ກໍາລັງເຈລະຈາກັນຮອບໃໝ່
ໃນວັນພຸດມື້ນີ້ ຊຶ່ງແນ ໃສ່ເພື່ອຫາທາງເປີດເຂດອຸດສາຫະກຳ
ຜະລິດສິນຄ້າທີ່ດໍາເນີນງານຮ່ວມກັນຄືນໃໝ່.

ນີ້ເປັນການເຈລະຈາຄັ້ງທີ 7 ກ່ຽວກັບເຂດອຸດສະຫະກໍາ
Kaesong ທີ່ຕັ້ງຢູ່ໃນດິນ ແດນຂອງເກົາຫລີເໜືອ ໃກ້ກັບ
ຊາຍແດນ ທີ່ແບ່ງສອງປະເທດເກົາຫລີ ອອກຈາກ ກັນນັ້ນ.

ກຸງພຽງຢາງ ໄດ້ຖອນພະນັກງານຂອງຕົນ ອອກຈາກເຂດດັ່ງ
ກ່າວໃນເດືອນເມສາ ຜ່ານມາ ທ່າມກາງຄວາມເຄັ່ງຕຶງທາງ
ທະຫານກັບກຸງໂຊລ. ເກົາຫລີໃຕ້ຢາກໃຫ້ມີການຮັບປະກັນວ່າ ບໍ່ໃຫ້ເຫດການແບບດຽວກັນນີ້ ເກີດຂຶ້ນອີກ.

ກ່ອນທີ່ຈະອອກເດີນທາງໄປຍັງເຂດອຸດສະຫະກໍາຮ່ວມ Kaesong, ທ່ານ Kim Ki-
woong ຫົວໜ້າຄະນະຜູ້ແທນເກົາຫລີໃຕ້ ໄດ້ເນັ້ນໜັກວ່າ ຜົນສໍາເລັດຂອງການເຈລະຈາ
ແມ່ນມີຄວາມສໍາຄັນຫລາຍປານໃດ ຊຶ່ງທ່ານໃຫ້ຄວາມເຫັນວ່າ:

“ຂ້າພະເຈົ້າມີຄວາມຮູ້ສຶກວ່າ ຕົນມີຄວາມຮັບຜິດຊອບຢ່າງໜັກ. ຂ້າພະເຈົ້າ ຈະເຮັດຈົນສຸດຄວາມສາມາດ ເພື່ອໃຫ້ບັນລຸຕາມຄວາມຄາດຫວັງຂອງປະຊາ
ຊົນເກົາຫລີໃຕ້.”


ບັນດາໂຮງງານໃນເຂດອຸດສະຫະກໍາ Kaesong ແມ່ນເປັນຂອງບໍລິສັດເກົາຫລີໃຕ້ ແລະ
ມີພະນັກງານເປັນຊາວເກົາຫລີເໜືອ. ເຈົ້າຂອງທຸລະກິດ ແລະຄົນງານເກົາຫລີໃຕ້ ພາກັນ
ໄປໂຮມຊຸມນຸມກັນຢູ່ໃກ້ຊາຍແດນຂອງສອງປະເທດໃນວັນພຸດມື້ນີ້ ໂດຍໄດ້ຖືປ້າຍ ແລະ
ຮຽກຮ້ອງໃຫ້ເຂດອຸດສະຫະກໍາຮ່ວມ Kaesong ກັບຄືນສູ່ສະພາບ ປົກກະຕິໂດຍໄວ.

ການເຈລະຈາດັ່ງກ່າວ ມີຂຶ້ນພຽງບໍ່ພໍເທົ່າໃດມື້ ກ່ອນໜ້າສະຫະລັດ ແລະເກົາຫລີໃຕ້ເລີ້ມ
ການຊ້ອມລົບປະຈໍາປີທີ່ອາດຈະເຮັດໃຫ້ຄວາມເຄັ່ງຕຶງໃນແຫລມເກົາຫລີ ເພີ້ມຂຶ້ນກໍເປັນໄດ້.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ວີດິໂອ-ເກົາຫລີເໜືອ ແລະເກົາຫລີໃຕ້ ເຈລະຈາກັນຮອບໃໝ່