ເກົາຫຼີໃຕ້ ສະເໜີ ໃຫ້ມີການ ເຈລະຈາ ບັ້ນສຸດທ້າຍ ກັບເກົາຫຼີ​ເໜືອ

ໃນວັນທີ 15 ກໍລະກົດ 2013 ລົດບັນທຸກຂອງເກົາຫລີໃຕ້ກໍາລັງອອກຈາກດ່ານກວດພາສີ ໄປຍັງເຂດອຸດສະຫະກໍາຮ່ວມ Kaesong ຢູ່ໃກ້ບ້ານ Panmunjom ທີ່ແບ່ງເກົາຫລີ ອອກເປັນສອງປະເທດ ນັບແຕ່ສົງຄາມເກົາຫລີສິ້ນສຸດລົງ ເພື່ອໄປແກ່ເອົາສິນຄ້າສໍາເລັດຮູບ ແລະວັດຖຸຜະລິດສິນຄ້າຂອງບໍລິສັດເກົາຫລີໃຕ້.

ເກົາຫຼີໃຕ້ສະເໜີ ໃຫ້ມີການເຈລະຈາ “ບັ້ນສຸດທ້າຍ” ກັບເກົາ
ຫຼີ​ເໜືອ ກ່ຽວກັບຊາຕາກໍາຂອງ ເຂດອຸດສະຫະກໍາຮ່ວມ
Kaesong ທີ່ຍຸຕິການດໍາເນີນງານໄວ້ນັ້ນ.

ທ່ານ Ryoo Kihi-Jae ລັດຖະມົນຕີກະຊວງທ້ອນໂຮມຊາດ
ຂອງກຸງໂຊລ ທີ່ຮັບຜິດຊອບກິດຈະການ​ຂ້າມຊາຍແດນ ກ່າວ
ຕໍ່ຜູ້ສື່ຂ່າວ ໃນວັນອາທິດມື້ນີ້ວ່າ ຂໍ້ສະເໜີຢ່າງເປັນທາງການ ຈະສົ່ງໄປຍັງກຸງພຽງຢາງໃນວັນຈັນມື້ອື່ນ. ທ່ານບໍ່ໄດ້ອະທິບາຍເພີ້ມເຕີມວ່າ ການ ເຈລະຈາຈະຈັດຂຶ້ນໃນ​ເວລາໃດ ​ແຕ່ທ່ານກ່າວວ່າ:

“ພວກເຮົາຮຽກຮ້ອງໃຫ້ເກົາຫຼີເໜືອ ມີຄໍາຕອບອັນຈະແຈ້ງ ເພື່ອປ້ອງກັນບໍ່ໃຫ້
ບັນຫາໂຮງງານປິດເກີດຂຶ້ນອີກ. ຖ້າບໍ່ດັ່ງນັ້ນ ລັດຖະບານຂອງພວກເຮົາ ຈະບໍ່
ສາມາດ​ເຮັດຫຍັງໄດ້ ນອກຈາ​ກ​ເອົາ​ບາດກ້າວຢ່າງຈິງຈັງ ເພື່ອປ້ອງກັນບໍ່ໃຫ້
ເກີດຜົນເສຍຫາຍທາງດ້ານວັດຖຸ ແລະຈິດໃຈຕໍ່ບັນດາບໍລິສັດຂອງພວກເຮົາ
ອີກຕໍ່ໄປ.”


ທ່ານ Ryoo ໄດ້ກ່າວຢໍ້າຄືນອີກວ່າ ກຸງໂຊລຢາກໃຫ້ກຸງພຽງຢາງຮັບເອົາຄວາມຮັບຜິດ
ຊອບ ຕໍ່ການປິດໂຮງງານແຕ່ຝ່າຍດຽວ ແລະ​ໃຫ້ຮັບປະກັນວ່າ ການກະທໍາເຊັ່ນນັ້ນຈະ
ບໍ່ເກີດຂຶ້ນ ອີກ. ທ່ານເວົ້າວ່າ ຖ້າບໍ່ດັ່ງນັ້ນແລ້ວ ເກົາຫຼີໃຕ້ຈະຍຸຕິການຮ່ວມມື ຢູ່ໃນເຂດ
ອຸດສະຫະກໍາ ດັ່ງກ່າວ.

ກຸງພຽງຢາງໄດ້ປະຕິເສດບໍ່ຮັບເອົາຄວາມຮັບຜິດຊອບໃນການປິດເຂດອຸດສະຫະກໍາດັ່ງ
ກ່າວລົງ ແລະເວົ້າວ່າ ການ​ະທໍາຂອງຕົນໄດ້ຖືກບັງຄັບໂດຍການນາບຂູ່ຈາກເກົາຫຼີໃຕ້ ໂດຍສະເພາະ​ແລ້ວ ກໍແມ່ນການຊ້ອມລົບຮ່ວມກັບສະຫະລັດ.

ທ່ານ Ryoo ຍັງປະກາດອີກວ່າ ກຸງໂຊລຈະອະນຸມັດການຊ່ວຍເຫລືອດ້ານມະນຸດສະ
ທໍາທີ່ຈະສົ່ງໄປໃຫ້ແກ່ເກົາຫຼີເໜືອ 5 ຄັ້ງ ຊຶ່ງປະກົດວ່າ ເປັນການຊັກຊວນເກົາຫຼີເໜືອ
ໃຫ້ ຫັນມາທໍາການເຈລະຈາກັນ.