ການຜ່ອນຜັນເພື່ອໃຫ້ເກົາຫຼີເໜືອເຂົ້າຮ່ວມ ໃນການແຂ່ງຂັນກິລາໂອລິມປີກຄັ້ງຈະມາ
ເຖິງນີ້ ໄດ້ພາໃຫ້ເກີດມີການອະພິປາຍກັນ ຢູ່ໃນເກົາຫຼີໃຕ້ ທີ່ເປັນປະຊາທິປະໄຕ ແລະ
ອຸດົມຮັ່ງມີ ກ່ຽວກັບຜົນປະໂຫຍດ ຂອງການເຮັດວຽກໄປສູ່ການທ້ອນໂຮມ ກັບເກົາຫຼີ
ເໜືອ ຊຶ່ງເປັນເພື່ອນບ້ານ ທີ່ທຸກຍາກ ກົດຂີ່ແລະມີອາວຸດນິວເຄລຍ.
ປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ-ອິນ ໄດ້ບັນລຸຢ່າງໜ້ອຍກໍເປັນການຊົ່ວຄາວ
ກ່ຽວກັບການຢຸດເຊົາທົດລອງລູກສອນໄຟແລະອາວຸດນິວເຄລຍ ໂດຍຊັກຊວນໃຫ້ລັດ
ຖະບານກິມ ຈົງ ອຶນ ຕົກລົງທີ່ຈະສົ່ງຜູ້ຕາງໜ້າເປັນຈຳນວນຫລວງ ຫລາຍໄປຮ່ວມກິລາ
ໂອລິມປິກລະດູໜາວທີ່ເມືອງພຽງຈາງ ຊຶ່ງຈະຈັດຂຶ້ນໃນຕົ້ນເດືອນກຸມພາ ຢູ່ເກົາຫຼີໃຕ້.
ຮອງລັດຖະມົນຕີທ້ອນໂຮມເກົາຫຼີໃຕ້ ທ່ານຈຸນ ເຮ-ຊັງ (ຂວາ) ຈັບມືກັບຜູ້ຕາງໜ້າເກົາຫຼີເໜືອ ທ່ານຈອນ ຈົງ ຊູ.
ເກົາຫຼີເໜືອເຫັນພ້ອມທີ່ຈະສົ່ງຜູ້ຕາງໜ້າ 400 ກວ່າຄົນເຂົ້າຮ່ວມການແຂ່ງຂັນ ທີ່ຈະ
ຮວມທັງພວກນັກກິລາ ນັກດົນຕີ ນັກສິນລະປິນ ແລະພະແນກກອງເຊຍ. ເກົາຫຼີໃຕ້ຍັງ
ຕົກລົງ ທີ່ຈະຈ່າຍຄ່າເດີນທາງແກ່ຄະນະຜູ້ຕາງໜ້າຈາກເກົາຫຼີເໜືອ ເພີ້ມເຂົ້າກັບຄ່າ
ໃຊ້ຈ່າຍກວ່າ 12 ພັນລ້ານ ທີ່ເກົາຫຼີໃຕ້ໄດ້ໃຊ້ໃນການເປັນເຈົ້າ ພາບຈັດແຂ່ງຂັນກິລາ.
ຫົວໜ້າໜ່ວຍສິນລະປະເກົາຫຼີເໜືອ ທ່ານນາງຮີຍອນ ຊົງ ວູລ (ກາງ) ກຳລັງເບິ່ງຊາວເກົາຫີຼີໃຕ້ ປະທ້ວງຢູ່ ສະຖານີລົດໄຟເກົາຫຼີໃຕ້..
ການຍື່ນມືໃນເລື່ອງໂອລິມປິກຂອງທ່ານມູນ ເຮັດໃຫ້ມີການເປີດການຕິດຕໍ່ກັບພຽງຢາງ
ຄືນໃໝ່ ໂດຍໄດ້ຮັບຄຳໝັ້ນສັນຍາ ກ່ຽວກັບການເຈລະຈາໃນດ້ານຄວາມປອດໄພໃນອະນາຄົດແລະຫລຸດຜ່ອນຄວາມເປັນໄປໄດ້ໃນການຂັດແຍ້ງ ທາງທະຫານ ກ່ຽວກັບການລະເມີດຊ້ຳແລ້ວຊ້ຳອີກຂອງເກົາຫຼີເໜືອ ຕໍ່ມະຕິຂອງ ສະພາຄວມໝັ້ນຄົງສະຫະ
ປະຊາຊາດ ທີ່ເກືອດຫ້າມໂຄງການອາວຸດນິວເຄລຍ.
ສັນຍາລັກ ການແຂ່ງຂັນກິລາໂອລິມປິກລະດູໜາວ ປີ 2018 ທີ່ພຽຈາງ ເຫັນຢູ່ໃນນະຄອນໂຊລ ເກົາຫຼີໃຕ້ ທີ 18 ມັງກອນ 2018.
ແຕ່ການຢັ່ງຄະແນນສຽງຂອງທ່ານມູນ ໄດ້ຕົກມາຢູ່ໃນລະດັບ 66 ເປີເຊັນໃນອາທິດນີ້ ຢູ່ຫລຸດຈາກ 73 ເປີເຊັນ ໃນອາທິດກ່ອນ ສ່ວນນຶ່ງກໍແມ່ນເປັນຍ້ອນການທູດໃນການ
ຄືນດີດ້ານກິລາກັບເກົາຫຼີເໜືອ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Korea Diplomacy