ເກົາຫລີໃຕ້ວ່າ ມີຄວາມກ້າວໜ້າ ໃນການເຈລະຈາ ກັບ ເກົາຫລີເໜືອ (ວີດິໂອກັບສະໄລດ໌)

ລົດຂອງຊາວເກົາຫລີໃຕ້ ຂັບກັບຈາກເຂດອຸດສະຫະກໍາ Kaesong ເພື່ອຄືນບ້ານຂອງຕົນ ໄປເຖິງດ່ານກວດພາສີ ແລະກວດຄົນເຂົ້າເມືອງ ທີ່ດ່ານເຂົ້າເມືອງບ້ານ Panmunjom, ເມືອງ Paju ຂອງເກົາຫລີໃຕ້ ໃນວັນທີ 30 ເມສາ 2013.

ເກົາຫລີ​ໃຕ້ກ່າວ​ວ່າ ກໍາລັງມີຄວາມກ້າວໜ້າໃນການເຈລະຈາ
ກັບເກົາຫລີ​ເໜືອເພື່ອອະນຸຍາດໃຫ້ພະນັກງານຂອງຕົນ ທີ່ຍັງ
ຕົກ​ຄ້າງ​ຢູ່ໃນເຂດ​ອຸດສາ​ຫະກໍາ​ຮ່ວມ ທີ່ຕັ້ງຢູ່ ​ເໜືອ​ຊາຍ​ແດນ​
ຂອງ​ປະ​ເທດ​ທັງ​ສອງ​ຂຶ້ນ​ໄປ​ໜ້ອຍ​ນຶ່ງ​ ຊຶ່ງ​ໄດ້ຖືກສັ່ງໃຫ້ໂຈະການ
ປະຕິບັດ​ງານ​ນັ້ນ ​ເດີນທາງ​ກັບ​ຄືນ​ປະ​ເທດ​ໄດ້.

ແຕ່ກະຊວງທ້ອນໂຮມຊາດຂອງກຸງໂຊລເວົ້າວ່າ ຕ້ອງໃຊ້ເວລາ
ຫລາຍກວ່ານີ້ເພື່ອແກ້ໄຂບັນຫາຕ່າງໆ ເຊັ່ນພາສີແລະຄ່າແຮງ
ງານທີ່ຄ້າງຄາກັນຢູ່ ກ່ອນທີ່ຊາວເກົາຫລີໃຕ້ 7 ຄົນ ທີ່​ຍັງ​ຕົກຄ້າງ
ຈຶ່ງ​ຈະ​ສາມາດອອກຈາກເຂດອຸດສະຫະກໍາຮ່ວມ Kaesong ໄດ້.

ບັນຫາຂັດແຍ້ງກັນໃນນາທີສຸດທ້າຍ ໄດ້ຂັດຂວາງບໍ່ໃຫ້ຊາວເກົາຫລີໃຕ້ຈໍານວນດັ່ງກ່າວ
ເດີນທາງອອກຈາກທີ່ນັ້ນ ພ້ອມກັບພະນັກງານອື່ນໆ 43 ຄົນ ທີ່ໄດ້​ກັບ​ຄືນປະ​ເທດ ໃນ
ວັນ​ຈັນຜ່ານມາ​ນີ້. ການອອກຈາກເຂດ​ອຸສາ​ຫະກໍາດັ່ງກ່າວຂອງພະນັກງານທີ່ຍັງຕົກຄ້າງ
ເຫລົ່ານີ້ ຈະເປັນການເຮັດໃຫ້ ການ​ຮ່ວມ​ມືແບບສັນຕິອັນສຸດທ້າຍຂອງສອງປະເທດ ທີ່ ເປັນສັດຕູກັນໃນແຫລມເກົາຫລີ ສິ້ນສຸດ​ລົງ.

ເກົາຫລີ​ເໜືອໄດ້ຖອນ​ພະນັກງານ 53 ພັນ​ຄົນຂອງຕົນອອກ ແລະໄດ້ກີດ​ກັ້ນບໍ່ໃຫ້ຊາວ
ເກົາຫລີໃຕ້ເຂົ້າໄປໃນສະຖານທີ່ດັ່ງກ່າວ ໃນເດືອນແລ້ວ​ນີ້ ອັນ​ເປັນ​ສ່ວນນຶ່ງ ໃນການສະ
​ແດງ​ປະ​ຕິ​ກິຍາແບບ​ໂກດ​ແຄ້ນຂອງ​ຕົນ ຕໍ່ການ​ຂະຫຍາຍ​ການ​ລົງ​ໂທດຂອງສະຫະ​ປະຊາ​
ຊາດ ຕໍ່ການ​ທົດ​ລອງ​ນິວ​ເຄລຍຂອງພຽງ​ຢາງນັ້ນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

Your browser doesn’t support HTML5

ຄວາມເຄັ່ງຕຶງ ລະຫວ່າງ ເກົາຫລີໃຕ້ ແລະເກົາຫລີເໜືອ


ກຸງ​ໂຊ​ລ​ໄດ້​ປະກາດໃນອາທິດແລ້ວ​ນີ້ວ່າ ​ຕົນກໍາລັງ​ຍົກຍ້າຍ​ບັນດາ​ຄົນງານຂອງຕົນ
ອອກຈາກເຂດ Keasong ຫລັງ​ຈາກ​ພຽງ​ຢາງ​ໄດ້​ປະຕິ​ເສດຕໍ່​ຂໍ້​ສະ​ເໜີເຈລະຈາເພື່ອເປີດ
ເຂດ​ອຸສາ​ຫະກໍາ​ຮ່ວມ​ຄືນ​ໃໝ່. ໃນວັນອັງຄານວານນີ້ ກຸງໂຊລໄດ້ຢືນຢັດວ່າ ຂໍ້ສະເໜີ
ດັ່ງກ່າວຍັງມີຢູ່ຄືເກົ່າ ແລະເວົ້າວ່າ “ປ່ອງຢ້ຽມແຫ່ງການເຈລະຈາ” ຍັງເປີດກວ້າງໃຫ້
ເກົາຫລີ​ເໜືອຢູ່.

ພາບຫລ້າສຸດຈາກແຫລມເກົາຫລີ:

ພາບຫລ້າສຸດ ກ່ຽວກັບສະພາບ ໃນແຫລມເກົາຫລີ