ສອງເກົາຫຼີ ຈະພົບປະກັນຕື່ມ ເລື້ອງໄຂ ​ເຂດອຸດ​ສາຫະ​ກໍາ​ຮ່ວມ ຄືນໃໝ່ (ວິດີໂອ)

ທ່ານ Suh Ho ຫົວໜ້າຄະນະຜູ້ແທນເກົາຫລີໃຕ້ ກໍາລັງຈະ ອອກເດີນທາງໄປຍັງ ເຂດອຸດສາຫະກໍາຮ່ວມ Kaesong ເພື່ອເຈລະຈາກັບຝ່າຍເກົາຫລີເໜືອ, ວັນພຸດມື້ນີ້ ທີ 10 ກໍລະກົດ 2013.

ເກົາຫຼີ​ໃຕ້​ແລະເກົາຫຼີ​ເໜືອ​ໄດ້​ບັນລຸ​ຂໍ້​ຕົກລົງ​ກັນ​ໃນ​ວັນ​ພຸດມື້​ນີ້
​ໃນ​ລະຫວ່າງ​ການເຈລະຈາ​ກັນ​ຮອບ​ໃໝ່ ​ແນ​ໃສ່​ເພື່ອໄຂ​ຄືນ ​
ເຂດ​ອຸດ​ສາຫະ​ກໍາ​ຮ່ວມ ທີ່​ເມື່ອ​ບໍ່​ນານ​ມາ​ນີ້​ໄດ້​ຮັບ​ເຄາະ​ຈາກ
ຄວາມເຄັ່ງ​ຕຶງ​ທາງ​ທະຫານ ທີ່​ເພີ້​ມທະວີ​ຂຶ້ນນັ້ນ.

ກະຊວງ​ການ​ທ້ອນ​ໂຮມ​ຊາດ​ເກົາຫຼີ​ໃນ​ກຸງ​ໂຊ​ລ໌ ກ່າວ​ວ່າ ທັງ​ສອງ​
ຝ່າຍ​ໄດ້​ຕົກລົງ​ທີ່​ຈະ​ພົບ​ປະກັນ​ອີກ ໃນ​ວັນ​ຈັນ​ໜ້າ ​ຢູ່​ເຂດອຸດ​ສາ
ຫະ​ກໍາ Kaesong ທີ່​ຕັ້ງ​ຢູ່ເໜືອ ​ເຂດ​ປອດ​ທະຫານ​ທີ່ ແບ່ງ​ແຍກ
ສອງ​ເກົາຫຼີ​ ຂຶ້ນ​ໄປ​ເລັກ​ນ້ອຍນັ້ນ.

ທ່ານ Su Ho ​ເຈົ້າ​ໜ້າ​ທີ່​ຂອງກະຊວງ​ທ້ອນ​ໂຮມ​ຊາດ​ ທີ່​ເປັນ
ຫົວໜ້າ​ນໍາພາຄະນະ​ຜູ້​ແທນເກົາ​ຫຼີ​ໃຕ້ ​ໄດ້​ກ່າວ​ກ່ອນ​ຈະ​ຂ້າມ​ຊາຍ​ແດນໄປ ວ່າທ່ານມີ​ຄວາມ
​ຮູ້ສຶກ​ໄປ​ໃນແງ່​ດີ ກ່ຽວ​ກັບການ​ສົນທະນາກັນຄັ້ງ​ນີ້ ຊຶ່ງ​ທ່ານ​ກ່າວ​ເພີ່ມ​ຕື່ມ​ວ່າ:

“ພວກ​ເຮົາ​ຈະ​ພະຍາຍາມ​ໃຫ້ມີ​ການ​ຮື້​ຟື້ນການ​ປະຕິບັດ​ງານແບບເປັນປົກກະຕິ​
ຢູ່ໃນ​ເຂດອຸດ​ສາຫະ​ກໍາ Kaesong ຜ່ານ​ການ​ບັນລຸ​ຂໍ້​ຕົກລົງ​ຮ່ວມ​ກັນ ຊຶ່ງ​ຈະ​ອິງ​
ໃສ່ຂັ້ນ​ຕອນການ​ສ້າງ​ຄວາມໄວ້​ວາງ​ໃຈ​ແລະ​ເຊື່ອ​ໝັ້ນ​ຊຶ່ງ​ກັນ​ແລະ​ກັນ ​ຢູ່ໃນ​ແຫຼມ​ເກົາຫຼີ​ ​ແລະ​ຍຶດໝັ້ນ​ຕໍ່​ກົດ​ລະບຽບຂອງ​ສາກົນນໍາ.”


ການ​ພົບ​ປະກັນ​ໃນ​ມື້​ນີ້​ຢູ່​ເຂດອຸດ​ສາຫະ​ກໍາ Kaesong ​ແມ່ນ​ຕິດຕາມ​ມາ​ ລຸນ​ຫລັງ​ການ
ເຈລະຈາ ກັນ​ຢ່າງ​ເຄັ່ງ​ຄຽດ ​ເປັນ​ເວລາ​ 15 ຊົ່ວ​ໂມງ ​ໃນ​ວັນ​ອາທິດ​ຜ່ານ​ມາ​ນັ້ນ ​ແລະ​ໄດ້
​ຕົກລົງກັນ​ທີ່​ຈະ​ເອົາ​ບາດ​ກ້າວ​ ​ໄປ​ສູ່​ໄຂ​ຄືນເຂດອຸດ​ສາຫະ​ກໍາ ທີ່ສ້າງມາ​ໄດ້ 8 ປີ ​ດັ່ງກ່າວ
ທີ່​ໄດ້​ໃຊ້​ເປັນ​ເຄື່ອງ​ວັດ​ແທກທີ່​ສໍາຄັນຂອງຄວາມ​ສໍາພັນ​ລະຫວ່າງ​ສອງ​ເກົາຫຼີ.

​ເຂດອຸດ​ສາຫະ​ກໍານັ້ນ​ໄດ້​ປິດ​ລົງ​ນັບ​ຕັ້ງ​ແຕ່​ເດືອນ​ເມສາ​ແລ້ວ​ນີ້ ​ເວລາເກົາຫຼີ​ເໜືອ​ຍົກຍ້າຍ
ພະນັກງານ 53 ພັນ​ຄົນຂອງຕົນອອກ​ໄປ ​ໃນ​ການຕອບ​ໂຕ້​ຢ່າງໂກດ​ແຄ້ນຕໍ່​ການ​ລົງໂທດ​
ຂອງ​ນາໆ​ຊາດ ​ຕໍ່​ການ​ທົດ​ລອງອາ​ວຸດນິວ​ເຄລຍ​ເທື່ອ​ຫລ້າ​ສຸດ​ຂອງ​ຕົນ. ສ່ວນ​ທາງ​ກຸງ​
ໂຊ​ລນັ້ນ ​ກໍ​ໄດ້​ຮຽກຮ້ອງໃຫ້ພະນັກງານ​ຂອງ​ຕົນອອກຈາກ ​ເກ​ຊອງ ​ໄປໃນ​ຕົ້ນ​ເດືອນພຶດ
ສະພາ​ຜ່ານ​ມາ​ນີ້.

ເບິ່ງວີດິໂອ ກ່ຽວກັບກອງປະຊຸມໃນມື້ນີ້ ລະຫວ່າງສອງເກົາຫລີ:

Your browser doesn’t support HTML5

KOREA TALKS SOTVO