ເກົາຫລີໃຕ້ ສົ່ງການຊ່ອຍເຫລືອ ໃຫ້ເກົາຫລີເໜືອ

  • ສິງ ບູຣົມມະວົງ

ກໍາປັ່ນບັນທຸກເຂົ້າຂອງເກົາຫລີໃຕ້ ກໍາລັງສົ່ງການຊ່ອຍເຫລືອ ໄປໃຫ້ເກົາຫລີເໜືອ ວັນທີ 25 ຕຸລາ 2010

ເກົາຫລີ​ໃຕ້​ຈະສົ່ງ​ການ​ຊ່ອຍ​ເຫລືອ​ບັນ​ເທົາ​ທຸກ​ໄພ​ນໍ້າ​ຖ້ວມ​ຊຸດ​ທໍາ​ອິດໄປ​ໃຫ້​ເກົາຫລີ​ເໜືອໃນ​ວັນ​ຈັນ​ມື້​ນີ້ ຫລັງ​ຈາກ​ເກົາຫລີ​ເໜືອ​ໄດ້​ປະ​ສົບ​ກັບຝົນຕົກ​ໜັກ​ ໃນ​ລະດູ​ຮ້ອນ​ປີ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ກ່າວ​ວ່າ ກໍາ​ປັ່ນ 2 ລໍາ​ທີ່​ບັນທຸ​ກໝີ່​ແຫ້ງ​ສໍາ​ເລັດ​ຮູບ​ແລະ​ເຂົ້າ
ຈໍານວນ 5 ພັນ​ໂຕນ ກໍານົດ​ຈະ​ອອກເດີນທາງ​ໄປ​ຍັງ​ທ່າ​ກໍາ​ປັ່ນ Dandong ​ໃນ​ພາກ
ຕາ​ເວັນ​ອອກສຽງ​ເໜືອຂອງ​ຈີນ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ເກົາຫລີ​ເໜືອ​ນັ້ນ.

ກະຊວງ​ທ້ອນ​ໂຮມ​ເກົາຫລີ​ຂອງ​ກຸງ​ໂຊລ ກ່າວ​ວ່າ ຫລັງ​ຈາກ​ນັ້ນ​ເຄື່ອງຊ່ອຍ​ເຫລືອ​ເຫລົ່າ​ນີ້ ​
ຈະ​ຖືກ​ສົ່ງ​ອອກ​ຈາກ​ທ່າ​ກໍາ​ປັ່ນ Dandong ​ໄປ​ຍັງເມືອງ Sinuiju ​ໃນ​ເຂດ​ຊາຍ​ແດນ​ຂອງ ​ເກົາຫລີ​ເໜືອ.

ການ​ສົ່ງ​ການ​ຊ່ອຍ​ເຫລືອ​ທີ່​ວ່າ​ນີ້​ ​ແມ່ນເປັນການ​ຊ່ອຍ​ເຫລືອ​ເຂົ້າທີ່​ທາງລັດຖະບານ​ເກົາຫລີ​ໃຕ້
ເປັນ​ຜູ້​ອອກ​ຄ່າໃຊ້​ຈ່າຍຄັ້ງ​ທໍາ​ອິດ​ ໄປ​ໃຫ້​ເກົາຫລີ​ເໜືອ​ທີ່​ທຸກ​ຈົນ ນັບ​ແຕ່​ລັດຖະບານ​ນິຍົມ
ແນວທາງ​ເດີມໄດ້​ຂຶ້ນ​ດໍາລົງ​ຕໍາ​ແໜ່​ງ​ໃນ​ກຸງໂຊລໃນ​ຕົ້ນ​ຊຸມ​ປີ 2008 ນັ້ນ.