ເກົາຫລີເໜືອ ຊ້ອມຍິງ ປືນໃຫຍ່ ໂດຍໃຊ້ລູກປືນແທ້ ຢູ່ໃກ້ຊາຍແດນ (ວີດິໂອ)

ພາບນໍາອອກເຜີຍແຜ່ໂດຍອົງການສູນກາງຂ່າວເກົາຫລີ (KCNA) ໃນວັນທີ 14 ມີນາ 2013 ສະແດງໃຫ້ເຫັນວ່າ ມີການຍິງຈະຫລວດ ໃນລະຫວ່າງການຊ້ອມຍິງປືນໃຫຍ່ ທີ່ໃຊ້ລູກແທ້ ໂດຍໜ່ວຍປ້ອງກັນປະເທດ Jangjae Islet ແລະ Mu Islet Hero.

ອົງການຂ່າວສານແຫ່ງລັດຂອງເກົາຫລີເໜືອ ເວົ້າວ່າ ທ່ານ
Kim Jong Un ຜູ້ນໍາເກົາຫລີເໜືອ ໄດ້ໄປກວດສອບເບິ່ງ ການຊ້ອມຍິງປືນໃຫຍ່ທີ່ໃຊ້ລູກແທ້ ຢູ່ໃກ້ເຂດຊາຍແດນທາງ
ທະເລທີ່ມີຄວາມຫລໍ່ແຫລມ ໃນຂະນະທີ່ກຸງພຽງຢາງ ສືບຕໍ່
ການສ້າງຄວາມເຄັ່ງຕຶງ ຢູ່ໃນແຫລມເກົາຫລີ.

ອົງການສູນກາງຂ່າວເກົາຫລີລາຍງານວ່າ ທ່ານ Kim ໄດ້ໄປເບິ່ງ
ໜ່ວຍປືນ ໃຫຍ່ຕ່າງໆ ຍິງຖະຫຼົ່ມໃສ່ສິ່ງທີ່ເອີ້ນວ່າ “ເປົ້າໝາຍ
ຂອງສັດຕູທີ່ສົມມຸດຂຶ້ນ” ຢູ່ເທິງເກາະສອງແຫ່ງໃນທະເລເຫລືອງ.
ລາຍງານ ໃນວັນພະຫັດມື້ນີ້ ບໍ່ໄດ້ເວົ້າຢ່າງເຈາະຈົງວ່າ ການ
ຊ້ອມລົບດັ່ງກ່າວ ໄດ້ມີຂຶ້ນຕອນໃດ.

ເກົາຫລີເໜືອຂູ່ວ່າ ຈະທໍາສົງຄາມນີວເຄລຍກັບສະຫະລັດ ແລະທໍາການນາບຂູ່ມາ ເປັນລຳດັບມາຕໍ່ເກົາຫຼີໃຕ້ ລຸນຫລັງທີ່ມີການລົງໂທດຂອງສະຫະປະຊາຊາດໃນອາ
ທິດແລ້ວນີ້ ຕໍ່ການທົດລອງນີວເຄລຍຄັ້ງຫລ້າສຸດຂອງປະເທດດັ່ງກ່າວ.

ບໍ່ເປັນທີ່ເຊື່ອກັນວ່າ ເກົາຫລີເໜືອຈະມີຄວາມສາມາດທໍາການໂຈມຕີສະຫະລັດ ດ້ວຍ
ອາວຸດນີວເຄລຍໄດ້. ແຕ່ກໍມີຄວາມຢ້ານກົວກັນວ່າ ເກົາຫຼີເໜືອອາດຈະທຳການ
ໂຈມຕີຂົງເຂດໃກ້ໆກັບຊາຍແດນທີ່ມີຂໍ້ຂັດແຍ້ງກັນ ຊຶ່ງໄດ້ເປັນບ່ອນເກີດການປະ ທະກັນຢ່າງຮ້າຍແຮງຫລາຍໆຄັ້ງໃນຊຸມປີຜ່ານມາ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

Your browser doesn’t support HTML5

ເກົາຫລີເໜືອ ຊ້ອມຍິງປືນໃຫຍ່ ທີ່ໃຊ້ລູກແທ້